Lao ພຣະຄຳພີສັກສິ 2012
|
| 1 |
| ຈົ່ງລົງທຶນຄ້າຂາຍກັບຕ່າງປະເທດ ແລະໃນມື້ໜຶ່ງເຈົ້າກໍຈະໄດ້ກຳໄລ. |
| 2 |
| ຈົ່ງລົງທຶນຂອງເຈົ້າໄວ້ໃນຫລາຍບ່ອນ ຫລາຍບ່ອນເທົ່າໃດແຮ່ງດີ ເພາະຢູ່ໃນໂລກນີ້ເຈົ້າບໍ່ຮູ້ວ່າ ອັນຕະລາຍຊະນິດໃດຈະມາຖືກເຈົ້າໃນຍາມໃດ. |
| 3 |
| ບໍ່ວ່າຕົ້ນໄມ້ຈະລົ້ມລົງທາງທິດໃດ ມັນກໍຈະນອນຢູ່ໃນທິດທາງນັ້ນ. ເມື່ອເມກມືດໜາຝົນກໍຈະຕົກ. |
| 4 |
| ຖ້າເຈົ້າລໍຖ້າໃຫ້ລົມແລະອາກາດເໝາະກ່ອນ ເຈົ້າກໍຈະບໍ່ໄດ້ປູກຝັງແລະໄດ້ເກັບກ່ຽວຫຍັງຈັກເທື່ອ. |
| 5 |
| ພຣະເຈົ້າໄດ້ສ້າງສັບພະທຸກສິ່ງ ແລະເຈົ້າບໍ່ຮູ້ວ່າຊີວິດເລີ່ມປະກອບຂຶ້ນຢູ່ໃນແມ່ຍິງທີ່ຕັ້ງທ້ອງຢ່າງໃດ ສິ່ງທີ່ພຣະອົງດຳເນີນການ ເຈົ້າກໍແຮ່ງເຂົ້າໃຈບໍ່ໄດ້. |
| 6 |
| ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ. |
| 7 |
| ແສງແຈ້ງໃນຕອນກາງເວັນ ພາໃຫ້ເປັນທີ່ໜ້າຊົມແລະໜ້າຢູ່. |
| 8 |
| ຈົ່ງຂອບພຣະຄຸນສຳລັບແຕ່ລະປີ ທີ່ອຳນວຍໃຫ້ເຈົ້າມີຊີວິດຢູ່. ບໍ່ວ່າເຈົ້າຈະອາຍຸຍືນຍາວເທົ່າໃດກໍຕາມ ຈົ່ງຈຳໄວ້ວ່າເຈົ້າຈະຕາຍຢູ່ຢ່າງຍາວນານ. ໃນທີ່ນັ້ນບໍ່ມີຫຍັງພໍທີ່ຈະຫວັງໄດ້ເລີຍ. |
| 9 |
| ຄົນໜຸ່ມເອີຍ ຈົ່ງສະໜຸກຢູ່ໃນຄວາມໜຸ່ມແໜ້ນຂອງເຈົ້າ. ຈົ່ງຫາຄວາມສຸກເມື່ອເຈົ້າຍັງໜຸ່ມແໜ້ນຢູ່ ຈົ່ງເຮັດທຸກສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະທຸກສິ່ງທີ່ເຈົ້າພໍໃຈເຮັດດ້ວຍ. ແຕ່ຈົ່ງຈຳໄວ້ວ່າ ພຣະເຈົ້າຈະຕັດສິນທຸກໆສິ່ງທີ່ເຈົ້າໄດ້ເຮັດນັ້ນ. |
| 10 |
| ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າອຸກໃຈຫລືເຈັບປວດ. ເຈົ້າຈະໜຸ່ມຕໍ່ໄປບໍ່ໄດ້ດົນນານ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/ecclesiastes/011.mp3
12
11