|
| 1 |
|
| ນ້ອງເປັນພຽງດອກໄມ້ປ່າຢູ່ໃນທົ່ງຊາໂຣນ ແລະເປັນດອກລີລາຢູ່ຕາມຮ່ອມພູພຸ້ນ. |
|
| 2 |
|
| ດອກລີລານັ້ນ ຢູ່ທ່າມກາງໜາມສັນໃດ ຄົນຮັກຂອງອ້າຍ ກໍຢູ່ທ່າມກາງຍິງອື່ນສັນນັ້ນ. |
|
| 3 |
|
| ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ. |
|
| 4 |
|
| ລາວພາຂ້ອຍໄປໃນຫ້ອງຫໍໂຮງ ທີ່ມີງານກິນລ້ຽງໃຫຍ່ ຊຶ່ງມີປ້າຍຂຽນໄວ້ວ່າ ແດ່ທີ່ຮັກຂອງຮຽມ |
|
| 5 |
|
| ຂໍໃຫ້ຂ້ອຍໄດ້ກິນໝາກອະງຸ່ນ ເພື່ອໃຫ້ມີແຮງຂຶ້ນ ແລະໃຫ້ຂ້ອຍໄດ້ກິນໝາກຈອງ ເພື່ອໃຫ້ໄດ້ຊື່ນໃຈຂຶ້ນ ເພາະຂ້ອຍປ່ວຍເປັນໂຣກຄວາມຮັກ. |
|
| 6 |
|
| ມືກໍ້າຊ້າຍຂອງລາວນັ້ນແຕະຕ້ອງທີ່ລຸ່ມຫົວ ແລະມືກໍ້າຂວາລູບຄຳທົ່ວທັງຕົນຕົວຂ້ອຍ. |
|
| 7 |
|
| ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ. |
|
| 8 |
|
| ຈົ່ງຟັງເຖີດ ນັ້ນແມ່ນສຽງຄົນຮັກຂອງຂ້ອຍໃດ ຈົ່ງເບິ່ງພຸ້ນດູ ລາວກຳລັງແລ່ນມາໃກ້ ລາວແລ່ນມາຫາຂ້ອຍ ກະໂດດຂ້າມໜ່ວຍພູມາ ແລ່ນແຂ່ງຂ້າມເນີນພູຟ້າວຟັ່ງມາຫາຂ້ອຍ. |
|
| 9 |
|
| ຄົນຮັກຂອງຂ້ອຍເປັນດັ່ງກວາງໜຸ່ມ ແລະເຍືອງເຖິກ ຫັ້ນເດ ລາວຢືນຜົກຢູ່ທາງດ້ານຫລັງກຳແພງພຸ້ນ ລາວແນມໄປທາງປ່ອງຢ້ຽມແລະກວດເບິ່ງທຸກທາງ ຕາມປ່ອງຢ້ຽມຜ່ານຕາໜ່າງຄອຍຜົກຈອບເບິ່ງ. |
|
| 10 |
|
| ແລ້ວຄົນຮັກຂອງຂ້ອຍກໍລັ່ນປາກໄຂວາຈາ ແລະສົນທະນາປາໄສກັບຂ້ອຍວ່າດັ່ງນີ້: ທີ່ຮັກຂອງອ້າຍ ຈົ່ງລຸກມາສາ ໂອ ຄົນງາມຂອງອ້າຍເອີຍ ຈົ່ງມາຫາອ້າຍເຖີດ |
|
| 11 |
|
| ອັນລະດູໜາວນັ້ນ ມັນຜ່ານໄປແລ້ວເດ ຟ້າທີ່ເທຝົນລົງມາ ກໍເຊົາຕົກສາແລ້ວ. |
|
| 12 |
|
| ມວນມາລີຕ່າງກໍພືກີບຢູ່ຕາມທ້ອງທົ່ງນາ ແລະມວນມາລາຕ່າງກໍເບັ່ງບານຄືກັນດ້ວຍ. ລະດູນີ້ແມ່ນເວລາຮ້ອງລຳທຳເພງ ທົ່ວທ້ອງທົ່ງນາກໍໄດ້ຍິນແຕ່ສຽງນົກເຂົາຂັນຮ້ອງ. |
|
| 13 |
|
| ສ່ວນຕົ້ນເດື່ອເທດນັ້ນ ໝາກມັນກໍກຳລັງສຸກ ຕົ້ນອະງຸ່ນດອກບານສົ່ງກິ່ນຫອມໄປທົ່ວແຄວ້ນ. ທີ່ຮັກເອີຍ ຈົ່ງລຸກຂຶ້ນມາຫາອ້າຍສາເທາະ ຈົ່ງໄປກັບອ້າຍສາເຖີດ ຄົນງາມຂອງອ້າຍເອີຍ |
|
| 14 |
|
| ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ. |
|
| 15 |
|
| ຈົ່ງຈັບຝູງໝາຈອກ ຄືໝາຈອກນ້ອຍທັງຫລາຍ ກ່ອນມັນຈະທຳລາຍສວນອະງຸ່ນບານຂອງພວກເຮົາຖິ້ມ. |
|
| 16 |
|
| ລາວເປັນທີ່ຮັກຂອງຂ້ອຍ ຂ້ອຍເປັນທີ່ຮັກຂອງລາວ ລາວລ້ຽງຝູງສັດຂອງລາວໃນບ່ອນທີ່ມີດອກຊ້ອນ. |
|
| 17 |
|
| ຈົນເຖິງຍາມເຊົ້າຕູ່ເມື່ອມີລົມພັດວີວມາ ຄວາມມືດໜາກໍຂ້ອນຫາຍຈືດຈາງໄປສິ້ນ. ສຸດທີ່ຮັກເອີຍ ມາເຖີດ ຈົ່ງກັບມາດັ່ງເຍືອງເຖິກ ດັ່ງກວາງໜຸ່ມເຖິກທີ່ເທິງພູເບັດເອພຸ້ນ. |
|
|
|
|