|
| 1 |
|
| ຢູ່ເທິງທີ່ນອນຂອງຂ້ອຍໃນຍາມຄໍ່າຄືນ ຂ້ອຍມີແຕ່ຝັນຫາຄົນຮັກຂອງຂ້ອຍ; ຂ້ອຍຊອກຄົ້ນຫາຄົນທີ່ຂ້ອຍຮັກ ແຕ່ຂ້ອຍກໍຊອກຫາລາວບໍ່ພົບເລີຍ |
|
| 2 |
|
| ຂ້ອຍໄດ້ໄປທ່ຽວຊອກຫາລາວຢູ່ໃນເມືອງ ຕາມຫົນທາງ ແລະຕາມຮ່ອມຕາມແຈດ້ວຍ. ຂ້ອຍຊອກຄົ້ນຫາຜູ້ໜຶ່ງທີ່ຂ້ອຍຮັກຫລາຍ ຂ້ອຍຊອກແນມຫາແຕ່ກໍບໍ່ພົບລາວຊໍ້າ. |
|
| 3 |
|
| ຄົນຍາມທີ່ເລາະລຽບໄດ້ເຫັນຂ້ອຍໃນເມືອງ ຂ້ອຍຖາມພວກເຂົາເຈົ້າວ່າ, “ເຫັນຄົນຮັກຂອງຂ້ອຍບໍ?” |
|
| 4 |
|
| ພໍຂ້ອຍຈາກພວກເຂົາໄປແລ້ວ ຂ້ອຍກໍໄດ້ພົບລາວ ຂ້ອຍດຶງເອົາລາວ ແລະບໍ່ຍອມໃຫ້ລາວໜີຫ່າງ ຈົນກວ່າຂ້ອຍໄດ້ຄຽງຂ້າງພາລາວໄປເຮືອນມານດາ ແລະພາເຂົ້າໄປໃນຫ້ອງບ່ອນທີ່ຂ້ອຍເກີດມານັ້ນ. |
|
| 5 |
|
| ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ໃນນາມກວາງ ແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ. |
|
| 6 |
|
| ແມ່ນຫຍັງນໍ ກຳລັງມາຈາກຖິ່ນແຫ້ງແລ້ງກັນດານ ດຸດດັ່ງຄວັນທີ່ເປັນເສົາພຸ່ງຂຶ້ນ ແມ່ນກິ່ນຊວນຊື່ນເຄື່ອງຫອມແລະກຳຍານບໍ? ຊຶ່ງພໍ່ຄ້າທັງຫລາຍໄດ້ນຳມາຂາຍນັ້ນ. |
|
| 7 |
|
| ເບິ່ງພຸ້ນດູ ແມ່ນຂະບວນແຫ່ໂຊໂລໂມນ ມີນັກຮົບຜູ້ກ້າຫານຫົກສິບຄົນ ໃນອິດສະຣາເອນພ້ອມ. |
|
| 8 |
|
| ທຸກຄົນສາມາດໃຊ້ດາບຢ່າງຊຳນິຊຳນານ ເປັນນັກຮົບຜ່ານເສິກມາຢ່າງຊຸກຊົນທັງນັ້ນ. ແຕ່ລະຄົນໃນພວກເຂົາເຈົ້າຕ່າງກໍຖືດາບໃນມື ຕຽມພ້ອມປະເຊີນການໂຈມຕີໃນກາງຄືນໄດ້. |
|
| 9 |
|
| ກະສັດໂຊໂລໂມນນັ່ງເທິງບັນລັງທີ່ມີຄົນແບກຫາມ ຊຶ່ງຖືກສ້າງຂຶ້ນມາດ້ວຍໄມ້ດີທີ່ສຸດທັງນັ້ນ. |
|
| 10 |
|
| ຄານຫາມຂອງບັນລັງນີ້ແມ່ນໂອບດ້ວຍເງິນ ຊຶ່ງໃຊ້ດ້າຍປົນຄຳຫຍິບແສ່ວຢ່າງດີທີ່ສຸດດ້ວຍ. ບ່ອນນັ່ງທີ່ເພິ່ນນັ່ງແມ່ນໃຊ້ຜ້າສີມ່ວງຫຸ້ມປົກ ເປັນຜ້າທີ່ງົດງາມຕໍ່າໂດຍສາວແຫ່ງນະຄອນທັງສິ້ນ. |
|
| 11 |
|
| ສາວພູຊີໂອນເອີຍ ມາເບິ່ງກະສັດໂຊໂລໂມນເຖີດ ເພິ່ນສວມມົງກຸດອັນງາມທີ່ແມ່ເພິ່ນສຸບໃສ່ໃຫ້ ແມ່ສຸບໃສ່ໃຫ້ເພິ່ນໃນວັນທີ່ກະສັດແຕ່ງງານ ໃນວັນອັນປິຕິຍິນດີ ແລະຊົມຊື່ນທີ່ສຸດຂອງເພິ່ນ. |
|
|
|
|