|
| 1 |
|
| ຈາກເມືອງເສລາໃນຖິ່ນແຫ້ງແລ້ງກັນດານ ປະຊາຊົນແຫ່ງໂມອາບສົ່ງລູກແກະໄປ ເພື່ອເປັນຂອງຂວັນໃຫ້ຜູ້ປົກຄອງໃນນະຄອນເຢຣູຊາເລັມ. |
|
| 2 |
|
| ພວກເຂົາຄອຍຖ້າຢູ່ຕາມຕາຝັ່ງແມ່ນໍ້າອາກໂນນ ແລະເຄື່ອນຍ້າຍໄປມາຢ່າງບໍ່ມີເປົ້າໝາຍ ດັ່ງນົກທີ່ຖືກໄລ່ໃຫ້ໜີໄປຈາກຮັງ. |
|
| 3 |
|
| ພວກເຂົາເວົ້າກັບປະຊາຊົນຊາວຢູດາວ່າ, “ຈົ່ງບອກພວກເຮົາວ່າຄວນຈະເຮັດຢ່າງໃດດີ. ຂໍປົກປ້ອງພວກເຮົາໄວ້ດັ່ງຕົ້ນໄມ້ໃຫ້ຮົ່ມເຢັນ ໃນທ່າມກາງແສງແດດຂອງຕອນທ່ຽງດ້ວຍ; ແລະຂໍໃຫ້ພວກເຮົາໄດ້ພັກຜ່ອນຢູ່ໃຕ້ຮົ່ມຂອງພວກເຈົ້າເຖີດ. ພວກເຮົາເປັນຊາວອົບພະຍົບ ຂໍເຊື່ອງພວກເຮົາໄວ້ຢູ່ໃນບ່ອນທີ່ບໍ່ມີຜູ້ໃດຫາພົບໄດ້ແດ່. |
|
| 4 |
|
| ຂໍໃຫ້ພວກເຮົາໄດ້ອາໄສຢູ່ໃນດິນແດນຂອງພວກເຈົ້າແດ່ທ້ອນ. ຂໍປົກປ້ອງພວກເຮົາໄວ້ຈາກພວກທີ່ຢາກທຳລາຍດ້ວຍ.” (ການກົດຂີ່ແລະໄພພິບັດທັງຫລາຍຈະສິ້ນສຸດໄປ ແລະພວກທີ່ທຳລາຍປະເທດກໍຈະໝົດໄປ. |
|
| 5 |
|
| ແລ້ວເຊື້ອສາຍຜູ້ໜຶ່ງຂອງດາວິດກໍຈະຂຶ້ນເປັນກະສັດ ແລະເພິ່ນຈະປົກຄອງປະຊາຊົນດ້ວຍຄວາມຮັກແລະຄວາມສັດຊື່. ເພິ່ນຈະຟ້າວລົງມືເຮັດໃນສິ່ງທີ່ຖືກຕ້ອງ ແລະເພິ່ນຈະຄອຍເບິ່ງວ່າມີຄວາມຍຸດຕິທຳຫລືບໍ?) |
|
| 6 |
|
| ປະຊາຊົນຊາວຢູດາເວົ້າວ່າ, “ພວກເຮົາເຄີຍໄດ້ຍິນເຖິງຊາວໂມອາບວ່າ ພວກເຂົາອວດອົ່ງຈອງຫອງສໍ່າໃດ. ພວກເຮົາຮູ້ວ່າພວກເຂົາອວດດີແລະທະນົງຕົວ ແຕ່ພວກເຂົາຂີ້ສະຫາວລ້າໆ.” |
|
| 7 |
|
| ຊາວໂມອາບຈະຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມເດືອດຮ້ອນທີ່ພວກຕົນໄດ້ຮັບ. ພວກເຂົາຈະຮໍ່າໄຮເມື່ອຄິດເຖິງອາຫານແຊບໆ ທີ່ພວກຕົນເຄີຍກິນໃນເມືອງກີຣະເຮເຣັດ. ພວກເຂົາຈະຖືກທໍລະມານຈົນຕ້ອງສິ້ນຫວັງ. |
|
| 8 |
|
| ທົ່ງໄຮ່ທົ່ງນາຂອງເມືອງເຮັດຊະໂບນ ແລະສວນໝາກອະງຸ່ນຂອງເມືອງສິບມາກໍຈະຖືກທຳລາຍ ຄືສວນໝາກອະງຸ່ນຂອງຄົນທີ່ໃຊ້ເຫຼົ້າອະງຸ່ນເຮັດໃຫ້ຊົນຊາດຕ່າງໆມືນເມົາ. ໃນສະໄໝໜຶ່ງຕົ້ນອະງຸ່ນໄດ້ແຜ່ຜາຍອອກໄປຮອດເມືອງຢາເຊ ແລະຈົນເຖິງທິດຕາເວັນຕົກຟາກທະເລຕາຍເບຶ້ອງນັ້ນ. |
|
| 9 |
|
| ບັດນີ້ ຂ້າພະເຈົ້າຮ້ອງໄຫ້ເພື່ອຕົ້ນອະງຸ່ນຂອງເມືອງສິບມາ ເໝືອນດັ່ງຮ້ອງໄຫ້ເພື່ອເມືອງຢາເຊ. ນໍ້າຕາຂອງຂ້າພະເຈົ້າຫລັ່ງໄຫລ ເຖິງເມືອງເຮັດຊະໂບນແລະເມືອງເອເລອາເລ ຍ້ອນທີ່ນັ້ນບໍ່ມີການເກັບກ່ຽວພໍເຮັດໃຫ້ປະຊາຊົນເບີກບານໃຈເລີຍ. |
|
| 10 |
|
| ບັດນີ້ ໃນທົ່ງໄຮ່ທົ່ງນາທີ່ມີດິນດີກໍບໍ່ມີຜູ້ໃດຢູ່ເປັນສຸກ. ບໍ່ມີຜູ້ໃດໂຮຮ້ອງຫລືຂັບລຳທຳເພງໃນສວນອະງຸ່ນເລີຍ. ບໍ່ມີຜູ້ໃດບີບໝາກອະງຸ່ນເຮັດເຫຼົ້າອະງຸ່ນ ສຽງໂຮຮ້ອງອັນຊົມຊື່ນຍິນດີນັ້ນໄດ້ໝົດໄປສາແລ້ວ. |
|
| 11 |
|
| ຂ້າພະເຈົ້າຄວນຄາງດ້ວຍຄວາມເສົ້າໝອງເພື່ອດິນແດນໂມອາບ ແລະດ້ວຍຄວາມຂົມຂື່ນຫລາຍເພື່ອເມືອງກີຣະເຮເຣັດ. |
|
| 12 |
|
| ປະຊາຊົນຊາວໂມອາບໝົດກຳລັງແລ້ວ ທີ່ຈະໄປເທິງພູເຂົາທີ່ມີຮູບເຄົາຣົບຂອງພວກເຂົາ ແລະໄປຍັງວິຫານຂອງພວກເຂົາເພື່ອໄຫວ້ວອນ ແຕ່ຈະບໍ່ມີປະໂຫຍດຫຍັງເລີຍ. |
|
| 13 |
|
| ນັ້ນແຫລະ ຄືຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ບອກລ່ວງໜ້າກ່ຽວກັບໂມອາບ. |
|
| 14 |
|
| ບັດນີ້ ພຣະເຈົ້າຢາເວກ່າວວ່າ, “ເມື່ອຄົບສາມປີເຕັມ ຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ. ໃນຈຳນວນປະຊາຊົນທີ່ຫລວງຫລາຍ ຈະມີພຽງແຕ່ໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຕ່າງກໍຈະອ່ອນເພຍ.” |
|
|
|
|