|
| 1 |
|
| ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: “ເຄາະກຳເປັນຂອງຜູ້ປົກຄອງຢູດາຍສາແລ້ວ ເພາະພວກເຂົາກະບົດຕໍ່ສູ້ເຮົາ. ພວກເຂົາເຮັດຕາມແຜນການຕ່າງໆທີ່ເຮົາບໍ່ໄດ້ກຳນົດໃຫ້ ແລະເຊັນສັນຍາຕໍ່ສູ້ຄວາມປະສົງຂອງເຮົາ ໂດຍເຮັດບາບຊ້ອນບາບກອງໄວ້. |
|
| 2 |
|
| ພວກເຂົາໄປຂໍຄວາມຊ່ວຍເຫລືອຈາກປະເທດເອຢິບ ໂດຍບໍ່ໄດ້ຂໍຄຳປຶກສານຳເຮົາ. ພວກເຂົາຕ້ອງການໃຫ້ປະເທດເອຢິບຄຸ້ມຄອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງໄວ້ເນື້ອເຊື່ອໃຈກະສັດແຫ່ງເອຢິບ. |
|
| 3 |
|
| ແຕ່ກະສັດບໍ່ມີອຳນາດທີ່ຈະຊ່ວຍເຫລືອພວກເຂົາໄດ້ ແລະການຄຸ້ມຄອງຂອງປະເທດເອຢິບກໍຈະຈົບລົງຢ່າງພິນາດ. |
|
| 4 |
|
| ເຖິງແມ່ນວ່າບັນດາທູດຂອງພວກເຂົາໄດ້ມາຮອດ ເມືອງໂຊອານ ແລະຮາເນັດໃນເອຢິບແລ້ວກໍຕາມ |
|
| 5 |
|
| ແຕ່ປະຊາຊົນຊາວຢູດາຍຈະກິນແໜງໃຈ ທີ່ພວກຕົນໄດ້ໄວ້ເນື້ອເຊື່ອໃຈຊົນຊາດທີ່ໄວ້ວາງໃຈບໍ່ໄດ້ ຄືຊົນຊາດໜຶ່ງທີ່ເຮັດໃຫ້ພວກຕົນຜິດຫວັງ ເມື່ອພວກຕົນຄາດວ່າຈະໄດ້ຮັບຄວາມຊ່ວຍເຫລືອ.” |
|
| 6 |
|
| ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້. |
|
| 7 |
|
| ຄວາມຊ່ວຍເຫລືອທີ່ເອຢິບໃຫ້ນັ້ນບໍ່ມີປະໂຫຍດ. ສະນັ້ນ ເຮົາຈຶ່ງໄດ້ໃສ່ຊື່ຫລິ້ນໆໃຫ້ແກ່ເອຢິບວ່າ, ‘ມັງກອນບໍ່ມີພິດ.”’ |
|
| 8 |
|
| ພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຂຽນລົງໃສ່ໜັງສືມ້ວນໜຶ່ງວ່າ ປະຊາຊົນເປັນຄົນຢ່າງໃດເພື່ອຈະໄດ້ບັນທຶກໄວ້ເປັນການຖາວອນວ່າ ພວກເຂົາຊົ່ວຊ້າສໍ່າໃດ. |
|
| 9 |
|
| ພວກເຂົາກະບົດຕໍ່ສູ້ພຣະເຈົ້າຢູ່ສະເໝີ, ຕົວະພຣະເຈົ້າຢູ່ສະເໝີ, ບໍ່ຍອມເຊື່ອຟັງຄຳສັ່ງສອນຂອງພຣະເຈົ້າຢາເວຢູ່ສະເໝີ. |
|
| 10 |
|
| ພວກເຂົາບອກພວກຜູ້ທຳນວາຍໃຫ້ມິດງຽບ. ພວກເຂົາເວົ້າວ່າ, “ຢ່າເວົ້າສິ່ງທີ່ຖືກຕ້ອງສູ່ພວກເຮົາຟັງເລີຍ. ຈົ່ງບອກສິ່ງທີ່ພວກເຮົາຢາກຟັງ. ໃຫ້ພວກເຮົາຢຶດຖືສິ່ງທີ່ລວງຕາລວງໃຈໄວ້ສາ. |
|
| 11 |
|
| ອອກໜີໄປໃຫ້ພົ້ນຈາກທາງຂອງພວກເຮົາສາ ແລະຢ່າມາກີດກັ້ນພວກເຮົາເລີຍ. ພວກເຮົາບໍ່ຢາກຟັງ ເຖິງເລື່ອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.” |
|
| 12 |
|
| ແຕ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນກ່າວວ່າ, “ພວກເຈົ້າບໍ່ເອົາໃຈໃສ່ນຳສິ່ງທີ່ເຮົາບອກແລະເພິ່ງການໃຊ້ກຳລັງແລະການຫລອກລວງ. |
|
| 13 |
|
| ພວກເຈົ້າເຮັດຜິດ. ພວກເຈົ້າເປັນດັ່ງກຳແພງສູງທີ່ມີຮອຍແຕກຮອດລຸ່ມ; ບໍ່ດົນນານດອກ ພວກເຈົ້າກໍຈະພັງທະລາຍລົງ. |
|
| 14 |
|
| ພວກເຈົ້າຈະຖືກຕີໃຫ້ແຕກດັ່ງໝໍ້ດິນ ຄືແຕກໝຸ່ນໝົດຈົນບໍ່ມີປ່ຽງໃດພໍຈະເອົາມາໃສ່ຖ່ານໄຟຮ້ອນໄດ້ ຫລືຕັກເອົານໍ້າຈາກຖັງໄດ້.” |
|
| 15 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວແກ່ປະຊາຊົນວ່າ, “ຈົ່ງກັບຄືນມາແລະໄວ້ວາງໃຈໃນເຮົາຢ່າງງຽບໆສາ. ແລ້ວພວກເຈົ້າກໍຈະເຂັ້ມແຂງແລະປອດໄພ.” ແຕ່ພວກເຈົ້າບໍ່ຍອມປະຕິບັດຕາມ. |
|
| 16 |
|
| ພວກເຈົ້າຊໍ້າພັດວາງແຜນປົບໜີຈາກເຫຼົ່າສັດຕູຂອງພວກເຈົ້າໂດຍຂີ່ມ້າໜີໄປ. ພວກເຈົ້າເຮັດຖືກຕ້ອງແລ້ວ ການແລ່ນເປີດໜີແມ່ນສິ່ງທີ່ພວກເຈົ້າຕ້ອງເຮັດ ພວກເຈົ້າຄິດວ່າມ້າທີ່ພວກເຈົ້າຂີ່ນັ້ນແລ່ນໄວພໍ ແຕ່ຄົນທີ່ໄລ່ຕາມນັ້ນຈະໄປໄວກວ່າ |
|
| 17 |
|
| ພວກເຈົ້າພັນຄົນຈະແລ່ນໜີເມື່ອເຫັນທະຫານຜູ້ໜຶ່ງຂອງສັດຕູ ແລະທະຫານຫ້າຄົນຂອງສັດຕູກໍພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າແລ່ນໜີໄປໝົດ. ໃນກອງທັບຂອງພວກເຈົ້າຈະບໍ່ມີຫຍັງເຫຼືອເລີຍ ນອກຈາກຫລັກທຸງທີ່ຈອມເນີນພູເທົ່ານັ້ນ. |
|
| 18 |
|
| ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ. |
|
| 19 |
|
| ພວກເຈົ້າ ປະຊາຊົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ຈະບໍ່ຮ້ອງໄຫ້ຄໍ່າຄວນອີກຕໍ່ໄປແລ້ວ. ອົງພຣະຜູ້ເປັນເຈົ້າຍັງເມດຕາພວກເຈົ້າ ແລະເມື່ອພວກເຈົ້າຮ້ອງຫາພຣະອົງໃຫ້ຊ່ວຍເຫລືອ ພຣະອົງຈະຕອບພວກເຈົ້າ. |
|
| 20 |
|
| ເຖິງແມ່ນອົງພຣະຜູ້ເປັນເຈົ້າປະທານເຂົ້າຈີ່ແຫ່ງຄວາມຍາກລຳບາກ ແລະນໍ້າແຫ່ງຄວາມທຸກໃຈໃຫ້ແກ່ພວກເຈົ້າ ເຖິງປານນັ້ນ ພຣະອົງຈະບໍ່ລີ້ຊ່ອນຕົວຕໍ່ໄປອີກເລີຍ, ແຕ່ຕາພວກເຈົ້າຈະເຫັນຜູ້ເປັນຄູຂອງພວກເຈົ້າ. |
|
| 21 |
|
| ຖ້າພວກເຈົ້າຫັນໜີອອກຈາກທາງໄປຂ້າງຂວາ ຫລືໄປຂ້າງຊ້າຍ ພວກເຈົ້າກໍຈະໄດ້ຍິນສຽງເວົ້າຕາມຫລັງພວກເຈົ້າວ່າ, “ຫົນທາງຢູ່ພີ້ ຈົ່ງເດີນໄປແມ.” |
|
| 22 |
|
| ພວກເຈົ້າຈະເອົາຮູບເຄົາຣົບທີ່ໂອບດ້ວຍເງິນ ແລະຄຳ ໂຍນຖິ້ມອອກໄປດັ່ງຂອງເປິເປື້ອນໂດຍຮ້ອງວ່າ, “ໜີໄປໃຫ້ພົ້ນ!” |
|
| 23 |
|
| ເມື່ອໃດພວກເຈົ້າປູກຝັງພືດພັນ ພຣະອົງຈະສົ່ງຝົນມາຫລໍ່ລ້ຽງໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າເກັບກ່ຽວໄດ້ຢ່າງອຸດົມສົມບູນ ແລະຝູງສັດຂອງພວກເຈົ້າກໍຈະມີຫຍ້າກິນຢ່າງອຸດົມສົມບູນ. |
|
| 24 |
|
| ງົວ ແລະລໍທີ່ໃຊ້ໄຖນາຈະມີຫຍ້າແຫ້ງຢ່າງດີກິນ. |
|
| 25 |
|
| ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ. |
|
| 26 |
|
| ດວງຈັນຈະສ່ອງແສງເຫລືອງເຫລື້ອມດັ່ງຕາເວັນ ແລະຕາເວັນກໍຈະສ່ອງແສງເຫລືອງເຫລື້ອມກວ່າປົກກະຕິເຖິງເຈັດເທົ່າ ດັ່ງແສງແຈ້ງຂອງເຈັດວັນສ່ອງໃສ່ວັນດຽວ. ເຫດການນີ້ຈະເກີດຂຶ້ນ ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດ ແລະປິ່ນປົວແຜ ຊຶ່ງພຣະອົງໄດ້ເຮັດໃຫ້ເກີດຂຶ້ນແກ່ປະຊາຊົນຂອງພຣະອົງ. |
|
| 27 |
|
| ພຣະນາມຂອງພຣະເຈົ້າຢາເວເບິ່ງເຫັນໄດ້ແຕ່ໄກ. ໄຟແລະຄວັນຈະສະແດງໃຫ້ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ. ພຣະອົງກ່າວຈາແລະຖ້ອຍຄຳນັ້ນກໍລຸກໄໝ້ຂຶ້ນເປັນໄຟ. |
|
| 28 |
|
| ພຣະອົງເຮັດໃຫ້ລົມພັດຢູ່ເບື້ອງໜ້າຂອງພຣະອົງ ດັ່ງກະແສນໍ້າຖ້ວມພັດເອົາທຸກໆສິ່ງໄປ. ມັນກວາດເອົາຊົນຊາດທັງຫລາຍໄປສູ່ຄວາມຈິບຫາຍ ແລະເຮັດໃຫ້ແຜນການອັນຊົ່ວຮ້າຍຂອງພວກເຂົາສິ້ນສຸດລົງ. |
|
| 29 |
|
| ແຕ່ພວກເຈົ້າຜູ້ທີ່ເປັນປະຊາຊົນຂອງພຣະເຈົ້າ ຈະຊົມຊື່ນຍິນດີ ແລະຮ້ອງເພງດັ່ງໃນຕອນກາງຄືນທີ່ພວກເຈົ້າກິນລ້ຽງອັນບໍຣິສຸດ. ພວກເຈົ້າຈະມີຄວາມຊົມຊື່ນຍິນດີດັ່ງຄົນທີ່ຍ່າງໄປກັບສຽງດົນຕຼີ ຄືຜູ້ທີ່ບັນເລງດ້ວຍສຽງຂຸ່ຍຕາມທາງໄປສູ່ພູເຂົາຂອງພຣະເຈົ້າຢາເວ ສູ່ສີລາຂອງຊາດອິດສະຣາເອນ. |
|
| 30 |
|
| ແລະພຣະເຈົ້າຢາເວຈະໃຫ້ທຸກຄົນໄດ້ຍິນສຽງອັນຊົງຣິດອຳນາດຂອງພຣະອົງ ແລະຊີມຣິດແຫ່ງຄວາມໂກດຮ້າຍຂອງພຣະອົງ. ມັນຈະມີແປວໄຟ, ພະຍຸຝົນ, ໝາກເຫັບ ແລະຫ່າຝົນຮໍ່າລົງມາ. |
|
| 31 |
|
| ຊາວອັດຊີເຣຍຈະຢ້ານກົວໃຫຍ່ ເມື່ອພວກເຂົາໄດ້ຍິນສຽງຂອງພຣະເຈົ້າຢາເວ ແລະຊີມຣິດແຫ່ງການລົງໂທດຂອງພຣະອົງ. |
|
| 32 |
|
| ພຣະເຈົ້າຢາເວຕີພວກເຂົາຫລາຍເທື່ອຢ່າງໃດ ພຣະອົງກໍຈະໃຫ້ປະຊາຊົນຂອງພຣະອົງສົດຊື່ນຢູ່ກັບສຽງກອງ ແລະສຽງພິນຢ່າງນັ້ນ. ພຣະເຈົ້າເອງຈະຕໍ່ສູ້ຊາວອັດຊີເຣຍ. |
|
| 33 |
|
| ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ. |
|
|
|
|