|
| 1 |
|
| ໃນຣາຊການປີທີສິບສີ່ຂອງເຈົ້າເຮເຊກີຢາ ກະສັດແຫ່ງຢູດາຍ; ເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ບຸກໂຈມຕີບັນດາເມືອງ ທີ່ມີປ້ອມປ້ອງກັນຂອງຢູດາຍແລະຢຶດເມືອງເຫຼົ່ານັ້ນໄດ້. |
|
| 2 |
|
| ແລ້ວເພິ່ນກໍສັ່ງຂ້າຣາຊການຊັ້ນຜູ້ໃຫຍ່ຈາກເມືອງລາກິດ ນຳກຳລັງທະຫານຢ່າງຫລວງຫລາຍໄປທີ່ນະຄອນເຢຣູຊາເລັມ ເພື່ອບັງຄັບໃຫ້ເຈົ້າເຮເຊກີຢາຍອມຈຳນົນ. ຂ້າຣາຊການຜູ້ນັ້ນໄດ້ຢຶດຖະໜົນບ່ອນຊັກຜ້າ ໂດຍທາງຄັນຄູຊຶ່ງສົ່ງນໍ້າມາແຕ່ສະບ່ອນສູງ. |
|
| 3 |
|
| ຊາວຢູດາສາມຄົນໄດ້ອອກມາພົບພວກເຂົາ ຄືເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ. |
|
| 4 |
|
| ຂ້າຣາຊການຊັ້ນຜູ້ໃຫຍ່ອັດຊີເຣຍໄດ້ບອກຂ້າຣາຊການຊາວຢູດາວ່າ ກະສັດຢາກຈະຮູ້ຈັກວ່າ ແມ່ນຫຍັງທີ່ເຮັດໃຫ້ເຈົ້າເຮເຊກີຢາ ມີຄວາມໝັ້ນໃຈຢ່າງໜັກແໜ້ນແທ້. |
|
| 5 |
|
| ເຂົາຖາມວ່າ, “ທ່ານຄິດວ່າຖ້ອຍຄຳແທນຄວາມຊຳນານ ແລະອຳນາດທາງທະຫານໄດ້ບໍ? ທ່ານຄິດວ່າສິ່ງນັ້ນຊ່ວຍທ່ານໃຫ້ກະບົດຕໍ່ອັດຊີເຣຍໄດ້ຊັ້ນບໍ? |
|
| 6 |
|
| ທ່ານຫວັງຈະໃຫ້ເອຢິບຊ່ວຍເຫລືອ, ແຕ່ຈະເປັນດັ່ງໃຊ້ໄມ້ອໍ້ແທນໄມ້ເທົ້າ ມັນຈະຫັກ ແລະແທງມືທ່ານລ້າໆ. ຄົນໃດທີ່ເພິ່ງພາກະສັດປະເທດເອຢິບຈະເປັນດັ່ງນັ້ນແຫລະ.” |
|
| 7 |
|
| ຂ້າຣາຊການຊັ້ນຜູ້ໃຫຍ່ແຫ່ງອັດຊີເຣຍເວົ້າຕໍ່ໄປວ່າ, “ຫລືທ່ານຈະບອກຂ້າພະເຈົ້າວ່າ ທ່ານເພິ່ງພາອາໄສພຣະເຈົ້າຢາເວ ພຣະເຈົ້າຂອງທ່ານຊັ້ນບໍ? ແມ່ນເຮເຊກີຢາທີ່ໄດ້ທຳລາຍບ່ອນສັກສິດ ແລະແທ່ນບູຊາ ເມື່ອເພິ່ນບອກປະຊາຊົນຢູດາ ແລະນະຄອນເຢຣູຊາເລັມໄປນະມັດສະການ ທີ່ແທ່ນບູຊາແຕ່ແຫ່ງດຽວ. |
|
| 8 |
|
| ຂ້າພະເຈົ້າຂໍພະນັນກັບທ່ານໃນນາມຂອງຈັກກະພັດ ດັ່ງນີ້: ຂ້າພະເຈົ້າຈະຫາມ້າສອງພັນໂຕມາໃຫ້ ຖ້າທ່ານຫາຄົນຂີ່ມ້າຕາມຈຳນວນນັ້ນໄດ້. |
|
| 9 |
|
| ທ່ານບໍ່ເທົ່າທຽມແມ່ນແຕ່ກັບຂ້າຣາຊການຊັ້ນຜູ້ນ້ອຍຂອງອັດຊີເຣຍຊໍ້າ; ແຕ່ທ່ານພັດຫວັງໃຫ້ຊາວເອຢິບສົ່ງລົດຮົບ ແລະທະຫານມ້າມາໃຫ້. |
|
| 10 |
|
| ທ່ານຄິດວ່າຂ້າພະເຈົ້າໂຈມຕີ ແລະທຳລາຍປະເທດຂອງທ່ານ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວຂອງທ່ານຊັ້ນບໍ? ພຣະເຈົ້າຢາເວເອງບອກຂ້າພະເຈົ້າໃຫ້ມາໂຈມຕີ ແລະທຳລາຍປະເທດຂອງທ່ານ.” |
|
| 11 |
|
| ແລ້ວເອລີອາກິມ, ເຊັບນາ ແລະໂຢອາກໍບອກຂ້າຣາຊການຜູ້ນັ້ນວ່າ, “ຢ່າເວົ້າເປັນພາສາເຮັບເຣີເລີຍ. ເວົ້າເປັນພາສາອາຣາມິກກໍໄດ້; ພວກເຮົາເຂົ້າໃຈຢູ່ ເພາະປະຊາຊົນທັງໝົດທີ່ເທິງກຳແພງເມືອງກຳລັງຟັງຢູ່.” |
|
| 12 |
|
| ເຂົາຈຶ່ງຕອບວ່າ, “ທ່ານຄິດວ່າກະສັດຂອງຂ້າພະເຈົ້າສົ່ງຂ້າພະເຈົ້າມາທີ່ນີ້ ເພື່ອບອກເລື່ອງນີ້ແກ່ທ່ານແລະກະສັດຂອງທ່ານເທົ່ານັ້ນບໍ? ບໍ່ແມ່ນດອກ ຂ້າພະເຈົ້າຢາກໃຫ້ປະຊາຊົນທີ່ນັ່ງເທິງກຳແພງນັ້ນໄດ້ຍິນນຳ ຄືພວກທີ່ຈະຕ້ອງກິນຂີ້ແລະກິນຍ່ຽວຂອງຕົນເອງ ແລະທ່ານກໍຈະຕ້ອງກິນເຊັ່ນກັນ.” |
|
| 13 |
|
| ແລ້ວຂ້າຣາຊການຜູ້ນັ້ນກໍໄດ້ຢືນຂຶ້ນ ແລະຮ້ອງສຽງດັງເປັນພາສາເຮັບເຣີວ່າ, “ຈົ່ງຟັງສິ່ງທີ່ກະສັດແຫ່ງອັດຊີເຣຍກຳລັງບອກພວກເຈົ້າ. |
|
| 14 |
|
| ເພິ່ນເຕືອນວ່າຢ່າໃຫ້ເຮເຊກີຢາຫລອກລວງພວກເຈົ້າເລີຍ. ເຮເຊກີຢາຊ່ວຍຫຍັງພວກເຈົ້າບໍ່ໄດ້ດອກ. |
|
| 15 |
|
| ຢ່າຍອມໃຫ້ລາວຈູງດັງພວກເຈົ້າເຂົ້າໄປເພິ່ງພຣະເຈົ້າຢາເວ. ຢ່າຄິດວ່າພຣະເຈົ້າຢາເວຈະຊ່ວຍພວກເຈົ້າຢັບຢັ້ງກອງທັບຂອງອັດຊີເຣຍ ບໍ່ໃຫ້ຢຶດເອົາເມືອງຂອງພວກເຈົ້າໄດ້. |
|
| 16 |
|
| ຢ່າເຊື່ອຟັງເຮເຊກີຢາເລີຍ ກະສັດແຫ່ງອັດຊີເຣຍສັ່ງພວກເຈົ້າ ໃຫ້ອອກມາຈາກເມືອງ ແລະຍອມຈຳນົນສາ. ເຈົ້າທຸກຄົນຈະໄດ້ຮັບອະນຸຍາດ ໃຫ້ກິນໝາກອະງຸ່ນຢູ່ໃນສວນອະງຸ່ນຂອງພວກເຈົ້າເອງ ແລະກິນໝາກເດື່ອຈາກຕົ້ນໝາກເດື່ອຂອງພວກເຈົ້າເອງ ແລະດື່ມນໍ້າຈາກສ້າງຂອງພວກເຈົ້າເອງໄດ້ |
|
| 17 |
|
| ຈົນກວ່າກະສັດຈັດຖິ່ນຖານໃຫ້ພວກເຈົ້າໃໝ່ ໃນປະເທດທີ່ຄືກັບປະເທດຂອງພວກເຈົ້າ ບ່ອນທີ່ມີສວນອະງຸ່ນສຳລັບເຮັດເຫລົ້າແວງ ແລະບ່ອນທີ່ມີເມັດເຂົ້າສຳລັບເຮັດເຂົ້າຈີ່. |
|
| 18 |
|
| ຢ່າຍອມໃຫ້ເຮເຊກີຢາເຮັດໃຫ້ພວກເຈົ້າຕົກໂງ່ ໂດຍຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກເຈົ້າ. ບັນດາພະຂອງຊົນຊາດອື່ນ ຊ່ວຍເຫລືອປະເທດຂອງພວກເຂົາຈາກກະສັດແຫ່ງອັດຊີເຣຍໄດ້ບໍ? |
|
| 19 |
|
| ບັດນີ້ ພວກພະຂອງເມືອງຮາມັດ ແລະອັກປັດໄປໃສໝົດແລ້ວ? ພວກພະຂອງເມືອງເສຟາກວາອິມໄປໃສໝົດ? ມີຜູ້ໃດແດ່ຊ່ວຍນະຄອນຊາມາເຣຍໄດ້? |
|
| 20 |
|
| ພະທັງຫລາຍຂອງປະເທດເຫຼົ່ານີ້ຊ່ວຍປະເທດຂອງພວກເຂົາ ຈາກຈັກກະພັດໄດ້ເມື່ອໃດ? ແລ້ວພວກເຈົ້າຄິດຢ່າງໃດຈຶ່ງວ່າ ພຣະເຈົ້າຢາເວຊ່ວຍນະຄອນເຢຣູຊາເລັມໄດ້.” |
|
| 21 |
|
| ປະຊາຊົນພາກັນມິດງຽບບໍ່ຕອບຫຍັງຈັກຄຳ ດັ່ງທີ່ກະສັດເຮເຊກີຢາໄດ້ສັ່ງພວກເຂົາໄວ້. |
|
| 22 |
|
| ແລ້ວເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ, ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ ກໍຈີກເສື້ອຂອງຕົນດ້ວຍຄວາມທຸກໃຈ ແລະໄປລາຍງານສິ່ງທີ່ຂ້າຣາຊການແຫ່ງອັດຊີເຣຍໄດ້ເວົ້ານັ້ນສູ່ກະສັດຟັງ. |
|
|
|
|