|
| 1 |
|
| ພຣະເຈົ້າກ່າວວ່າ, “ນີ້ຄືຜູ້ຮັບໃຊ້ທີ່ເຮົາໃຫ້ກຳລັງ” “ຜູ້ທີ່ເຮົາໄດ້ເລືອກເອົາແລະພໍໃຈນຳດ້ວຍ. ເຮົາໃຫ້ລາວເຕັມໄປດ້ວຍພຣະວິນຍານຂອງເຮົາ ລາວຈະນຳຄວາມຍຸດຕິທຳມາສູ່ທຸກຊົນຊາດ. |
|
| 2 |
|
| ລາວຈະບໍ່ເປັ່ງສຽງຮ້ອງຫລືຈະບໍ່ຍົກສຽງຂອງຕົນ ຫລືຈະບໍ່ເປັ່ງສຽງດັງຕາມຖະໜົນຕ່າງໆ. |
|
| 3 |
|
| ລາວຈະບໍ່ຫັກຕົ້ນອໍ້ຊຶ່ງກຳລັງກົ່ງລົງ ທັງຈະບໍ່ດັບໄຟໃນຕະກຽງທີ່ກຳລັງຈະມອດ. ແຕ່ລາວຈະນຳຄວາມຍຸດຕິທຳ ອັນບໍ່ສິ້ນສຸດມາໃຫ້ແກ່ມວນມະນຸດຊາດ. |
|
| 4 |
|
| ລາວຈະບໍ່ເສຍຫວັງຫລືຄວາມກ້າຫານໃດໆ ລາວຈະຕັ້ງຄວາມຍຸດຕິທຳເທິງແຜ່ນດິນໂລກ. ບັນດາປະເທດທີ່ຢູ່ຫ່າງໄກທັງຫລາຍ ສົນໃຈລໍຖ້າໃນຄຳສັ່ງສອນຂອງລາວທັງນັ້ນ.” |
|
| 5 |
|
| ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້ນິຣະມິດສ້າງຟ້າສະຫວັນ ແລະກາງອອກມາ ອອກແບບແຜ່ນດິນໂລກ ແລະທຸກສິ່ງຢູ່ໃນນັ້ນ; ພຣະອົງໃຫ້ຊີວິດແລະລົມຫາຍໃຈແກ່ທຸກຄົນ ພຣະອົງກ່າວດັ່ງນີ້: |
|
| 6 |
|
| “ເຮົາຄືພຣະເຈົ້າຢາເວ ເຮົາໄດ້ເອີ້ນເຈົ້າຕາມແຜນການ ອັນສັດຊື່ຂອງເຮົາທີ່ໃຫ້ຄວາມຍຸດຕິທຳແກ່ໂລກ. ໂດຍທາງເຈົ້າເຮົາຈະເຮັດພັນທະສັນຍາກັບທຸກຄົນ ແລະເຮົາຈະໃຫ້ແສງແຈ້ງແກ່ຊາວໂລກ. |
|
| 7 |
|
| ເຈົ້າຈະເຮັດໃຫ້ຄົນຕາບອດໄດ້ເຫັນຮຸ່ງ ປົດປ່ອຍຄົນໃນຄຸກມືດໃຫ້ເປັນເສລີ. |
|
| 8 |
|
| ເຮົາແມ່ນພຣະເຈົ້າຢາເວ ນາມນີ້ແມ່ນນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມໃຫ້ຄຳຍົກຍໍສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນໃຫ້ແກ່ຮູບເຄົາຣົບທັງຫລາຍ. |
|
| 9 |
|
| ສິ່ງທີ່ເຮົາໄດ້ກ່າວໄວ້ດຽວນີ້ກາຍເກີດເປັນຈິງ ບັດນີ້ ເຮົາຈະໃຫ້ຮູ້ສິ່ງໃໝ່ໆກ່ອນທີ່ຈະເກີດຂຶ້ນ.” |
|
| 10 |
|
| ຈົ່ງຮ້ອງເພງບົດໃໝ່ຖວາຍຍ້ອງຍໍສັນລະເສີນ ທົ່ວທັງໂລກ ຈົ່ງຮ້ອງເພງຍ້ອງຍໍພຣະເຈົ້າຢາເວ ຜູ້ເດີນເຮືອໃນທະເລນັ້ນ ຈົ່ງສັນລະເສີນພຣະອົງ ທຸກສິ່ງທີ່ມີຊີວິດໃນນັ້ນ ຈົ່ງສັນລະເສີນພຣະເຈົ້າ ບັນດາປະເທດຕ່າງໆທີ່ຢູ່ຫ່າງໄກແສນໄກ ແລະປະຊາຊົນທີ່ອາໄສຢູ່ໃນເມືອງນັ້ນ ຈົ່ງສັນລະເສີນພຣະເຈົ້າ |
|
| 11 |
|
| ເມືອງທີ່ຖິ່ນແຫ້ງແລ້ງ ຈົ່ງຍົກຍໍພຣະເຈົ້າເດີ ປະຊາຊົນທີ່ເມືອງເກດາ ຈົ່ງສັນລະເສີນພຣະເຈົ້າ ຂໍໃຫ້ຄົນທີ່ອາໄສຢູ່ໃນເມືອງເສລາ ຮ້ອງຈາກຈອມພູຢ່າງຊົມຊື່ນຍິນດີເຖີດ |
|
| 12 |
|
| ຂໍໃຫ້ຄົນທີ່ອາໄສຢູ່ໃນແດນຫ່າງໄກ ຈົ່ງຖວາຍສະຫງ່າຣາສີແກ່ພຣະເຈົ້າຢາເວ |
|
| 13 |
|
| ພຣະເຈົ້າຢາເວອອກສູ່ສະໜາມ ດັ່ງນັກຮົບຜູ້ໜຶ່ງ ຕຽມເຂົ້າສູ່ສົງຄາມ ແລະຫ້າວຫັນເພື່ອສູ້ຮົບ. ພໍພຣະອົງຮ້ອງຕໍ່ສູ້ກໍມີສຽງສູ້ຮົບໃນສະໜາມ ເປັນສົງຄາມສູ້ຮົບສັດຕູດ້ວຍຣິດທານຸພາບ. |
|
| 14 |
|
| ພຣະເຈົ້າກ່າວວ່າ, “ດົນແລ້ວທີ່ເຮົາມິດງຽບ ເຮົາບໍ່ຕອບສິ່ງທີ່ປະຊາຊົນຂອງເຮົາໄດ້ຂໍຮ້ອງ. ແຕ່ບັດນີ້ ເວລາທີ່ດຳເນີນການກໍໄດ້ມາເຖິງແລ້ວ ເຮົາຮ້ອງອອກມາດັ່ງຍິງຖືພາກຳລັງຈະຄອດລູກ. |
|
| 15 |
|
| ເຮົາຈະທຳລາຍເນີນພູແລະພູເຂົາທັງຫລາຍ ແລ້ວຫຍ້າກັບຕົ້ນໄມ້ກໍຈະຫ່ຽວແຫ້ງຕາຍສິ້ນ. ເຮົາຈະປ່ຽນຮ່ອມພູທີ່ມີນໍ້າໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຈະໃຫ້ສະນໍ້າແຫ້ງແລ້ງລົງຈົນບໍ່ມີນໍ້າ. |
|
| 16 |
|
| ປະຊາຊົນຂອງເຮົາຜູ້ຕາບອດ ເຮົາຈະນຳພາ ໃຫ້ເດີນໄປຕາມທາງທີ່ພວກເຂົາບໍ່ເຄີຍທຽວຈັກເທື່ອ. ເຮົາຈະປ່ຽນມືດໃຫ້ເປັນແຈ້ງສຳລັບພວກເຂົາ ທີ່ຫລຸບທີ່ໂນນໃຫ້ເປັນທີ່ຮາບພຽງແລະອ່ອນນຸ້ມ. ສິ່ງເຫຼົ່ານີ້ແຫລະ ເປັນຄຳສັນຍາຂອງເຮົາ ເຮົາຈະຮັກສາສິ່ງນັ້ນໄວ້ຢ່າງແນ່ແທ້. |
|
| 17 |
|
| ທຸກຄົນທີ່ວາງໃຈໃນຮູບເຄົາຣົບທັງຮ້ອງຫາມັນ ກໍຈະຖືກດູໝິ່ນນິນທາ ແລະອັບອາຍຂາຍໜ້າ.” |
|
| 18 |
|
| ພຣະເຈົ້າກ່າວວ່າ, “ຄົນຫູໜວກເອີຍ ຈົ່ງຟັງ ມາເບິ່ງໃກ້ໆພີ້ດູ ພວກເຈົ້າຄົນຕາບອດ |
|
| 19 |
|
| ມີຜູ້ໃດແດ່ຕາບອດກວ່າຜູ້ຮັບໃຊ້ຂອງເຮົາບໍ? ຜູ້ໃດແດ່ຫູໜວກກວ່າຜູ້ສົ່ງຂ່າວທີ່ເຮົາໃຊ້ໄປນັ້ນ? ຜູ້ໃດເປັນຕາບອດເໝືອນດັ່ງທ່ານທີ່ເຮົາມອບໝາຍນັ້ນ, ແລະຕາບອດເໝືອນດັ່ງຜູ້ຮັບໃຊ້ຂອງພຣະເຈົ້າຢາເວ. |
|
| 20 |
|
| ເຈົ້າເຄີຍເຫັນມາຫລາຍແລ້ວ ແຕ່ບໍ່ຈົດຈຳ ເຈົ້າມີຫູເປີດ ແຕ່ໄດ້ຍິນອັນໃດແທ້ໆ?” |
|
| 21 |
|
| ເພາະເຫັນແກ່ຄວາມຊອບທຳຂອງພຣະອົງ ພຣະເຈົ້າຢາເວຊົງພໍພຣະໄທ ທີ່ຈະເຊີດຊູກົດບັນຍັດ ແລະເຮັດໃຫ້ກົດບັນຍັດນັ້ນມີກຽດ. |
|
| 22 |
|
| ແຕ່ບັດນີ້ ປະຊາຊົນຂອງພຣະອົງໄດ້ຖືກປຸ້ນ ຖືກຂັງທີ່ຫ້ອງໃຕ້ດິນລັບໆກັບພວກນັກໂທດ. ພວກເຂົາຖືກປຸ້ນຈົນສິ້ນເນື້ອປະດາຕົວ ແລະບໍ່ມີຜູ້ໃດມາຊ່ວຍກູ້ເອົາພວກເຂົາເຈົ້າ. |
|
| 23 |
|
| ມີຜູ້ໃດແດ່ໃນພວກເຈົ້າທີ່ຈະຮັບຟັງເລື່ອງນີ້ບໍ? ແຕ່ນີ້ຕໍ່ໄປ ພວກເຈົ້າຈະຟັງຢ່າງເອົາໃຈໃສ່ຫລືບໍ່? |
|
| 24 |
|
| ຜູ້ໃດໃຫ້ອິດສະຣາເອນເປັນເຫຍື່ອພວກນັກປຸ້ນເດ? ແມ່ນພຣະເຈົ້າຢາເວທີ່ພວກເຮົາໄດ້ເຮັດບາບຕໍ່ສູ້ນັ້ນ ພວກເຮົາບໍ່ໄດ້ດຳເນີນຊີວິດດັ່ງທີ່ພຣະອົງຕ້ອງການ ຫລືເຊື່ອຟັງຄຳສັ່ງສອນທີ່ພຣະອົງໄດ້ມອບໃຫ້. |
|
| 25 |
|
| ສະນັ້ນ ພຣະອົງຈຶ່ງໃຫ້ໄດ້ຊີມຣິດພຣະໂກດຮ້າຍ ທັງທົນທຸກຍ້ອນສົງຄາມອັນໂຫດຫ້ຽມ. ພຣະໂກດຮ້າຍເປັນດັ່ງໄຟໄໝ້ຊາດອິດສະຣາເອນ ແຕ່ພວກເຮົາບໍ່ຮູ້ເຫັນຖືເອົາເປັນບົດຮຽນຈັກດີ້. |
|
|
|
|