|
| 1 |
|
| ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເລື່ອງນີ້ ພວກທີ່ສືບເຊື້ອສາຍມາຈາກເຜົ່າຢູດານັ້ນ: ພວກເຈົ້າໄດ້ສາບານໃນນາມຂອງພຣະເຈົ້າຢາເວ ແລະອ້າງວ່າຕົນນະມັດສະການພຣະເຈົ້າ ຄືຍ້ອງຍໍພຣະເຈົ້າຂອງຊາດອິດສະຣາເອນ ແຕ່ບໍ່ໄດ້ຕັ້ງໃຈເວົ້າແມ່ນແຕ່ຄຳດຽວຢ່າງນັ້ນ. |
|
| 2 |
|
| ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງພູມໃຈໃນຕົວເອງ ວ່າເປັນໄພ່ພົນແຫ່ງນະຄອນບໍຣິສຸດຂອງພຣະເຈົ້າ ວ່າຕົນສຸດຂາດນຳພຣະເຈົ້າແຫ່ງອິດສະຣາເອນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຄືພຣະນາມຂອງພຣະອົງ. |
|
| 3 |
|
| ອົງພຣະຜູ້ເປັນເຈົ້າກ່າວແກ່ຊາດອິດສະຣາເອນວ່າ, “ດົນແລ້ວເດ ທີ່ເຮົາໄດ້ກ່າວລ່ວງໜ້າໄວ້ ຄືບອກໄວ້ກ່ອນເຖິງເຫດການທີ່ຈະເກີດມາ ແລ້ວທັນໃດນັ້ນເອງ ເຮົາກໍໃຫ້ເກີດຂຶ້ນແທ້. |
|
| 4 |
|
| ເຮົາຮູ້ວ່າພວກເຈົ້າຕ້ອງກາຍເປັນຄົນດື້ດຶງ ແຂງຄືເຫຼັກ ບໍ່ຍອມອ່ອນຂໍ້ດັ່ງທອງສຳຣິດ. |
|
| 5 |
|
| ເຮົາຈຶ່ງກ່າວເຖິງອະນາຄົດພວກເຈົ້າໄວ້ແຕ່ດົນ ໂດຍປະກາດເຖິງເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າອວດອ້າງໄດ້ເລີຍວ່າແມ່ນ ຮູບເຄົາຣົບແລະຮູບພະຂອງພວກເຈົ້າໃຫ້ເກີດຂຶ້ນ. |
|
| 6 |
|
| ທຸກສິ່ງທີ່ເຮົາບອກໄວ້ ບັດນີ້ກໍໄດ້ເກີດຂຶ້ນມາ ພວກເຈົ້າຕ້ອງຮັບສິ່ງທີ່ເຮົາກ່າວໄວ້ວ່າຖືກຕ້ອງ. ບັດນີ້ ເຮົາຈະບອກເຖິງສິ່ງໃໝ່ໆທີ່ຈະເກີດມາ ຄືເຫດການທີ່ເຮົາບໍ່ເຄີຍເປີດເຜີຍມາກ່ອນ. |
|
| 7 |
|
| ເຮົາກຳລັງໃຫ້ເກີດຂຶ້ນໃນປັດຈຸບັນນີ້ເອງ ບໍ່ມີເຫດການຄືນີ້ເລີຍ ທີ່ໄດ້ເກີດຂຶ້ນໃນອະດີດ. ຖ້າໄດ້ມີເຊັ່ນນັ້ນ ພວກເຈົ້າຈະຖືເປັນຂໍ້ອ້າງອີງ ວ່າພວກເຈົ້າເອງຮູ້ເຫັນເຫດການນັ້ນແລ້ວ. |
|
| 8 |
|
| ເຮົາຮູ້ວ່າພວກເຈົ້າບໍ່ເປັນທີ່ໄວ້ວາງໃຈໄດ້ເລີຍ ເປັນຄົນກະບົດຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫຼົ່ານີ້ເລີຍ ເປັນຫຍັງຖ້ອຍຄຳຈຶ່ງບໍ່ຊອດຫູພວກເຈົ້າ. |
|
| 9 |
|
| ເພື່ອປະຊາຊົນຈະໄດ້ສັນລະເສີນນາມຂອງເຮົາ ເຮົາຈະຢັບຢັ້ງຄວາມໂກດຮ້າຍຂອງເຮົາໄວ້; ເຮົາອົດກັ້ນທັງຜ່ອນຜັນຄວາມໂກດຮ້າຍທີ່ເຮົາມີ ເພື່ອວ່າເຮົາຈະບໍ່ໄດ້ທຳລາຍພວກເຈົ້າ. |
|
| 10 |
|
| ເຮົາທົດສອບພວກເຈົ້າໃຫ້ທົນທຸກໃນແປວໄຟ ດັ່ງຊຸບເງິນໃຫ້ບໍຣິສຸດໃນເຕົາຫລອມຮ້ອນ. |
|
| 11 |
|
| ສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມຂອງເຮົາຖືກລົດກຽດ ຫລືຍອມໃຫ້ພະອື່ນໄດ້ຮ່ວມຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.” |
|
| 12 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງເທີ້ນ ຊາດອິດສະຣາເອນ ພວກທີ່ເຮົາໄດ້ເອີ້ນ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ ແມ່ນພຣະເຈົ້າແຕ່ອົງດຽວເທົ່ານັ້ນ |
|
| 13 |
|
| ມືເຮົາທີ່ໄດ້ສ້າງຮາກຖານແຜ່ນດິນໂລກ ແລະທັງໄດ້ກາງຟ້າສະຫວັນອອກດ້ວຍ. ເມື່ອເຮົາເອີ້ນພວກມັນມາຫາ, ພວກມັນກໍມາສະເໜີຕົວໃນທັນທີທັນໃດໂລດ.” |
|
| 14 |
|
| “ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນແລະຟັງ ບໍ່ມີພະໃດໃນທ່າມກາງບັນດາພະເຫຼົ່ານັ້ນໄດ້ປະກາດສິ່ງເຫຼົ່ານີ້ ວ່າພຣະເຈົ້າຢາເວຊົງຮັກທ່ານ ພຣະອົງຈະໂຈມຕີນະຄອນບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການໃຫ້ເຮັດທຸກຢ່າງ. |
|
| 15 |
|
| ເຮົາແມ່ນຜູ້ທີ່ໄດ້ກ່າວແລະເອີ້ນເອົາລາວ ເຮົາໄດ້ນຳລາວໄປ ແລະໃຫ້ເຮັດສຳເລັດ. |
|
| 16 |
|
| ບັດນີ້ ຈົ່ງຫຍັບເຂົ້າມາໃກ້ ແລະຕັ້ງໃຈຟັງ ສິ່ງທີ່ເຮົາໄດ້ກ່າວຢ່າງເປີດເຜີຍຕັ້ງແຕ່ຕົ້ນ ແລະເຮັດໃຫ້ຄຳເວົ້າຕ່າງໆຂອງເຮົາ ກາຍເປັນຄວາມຈິງມາຕະຫລອດ.” (ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ອຳນາດຂອງພຣະອົງແກ່ຂ້ານ້ອຍ ແລະໄດ້ສົ່ງຂ້ານ້ອຍໄປ.) |
|
| 17 |
|
| ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະເຈົ້າຢາເວອົງພຣະຜູ້ໄຖ່ຂອງເຈົ້າກ່າວວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າເດີ ຢາກສັ່ງສອນຄວາມດີແລະຊີ້ທາງເດີນໃຫ້ເຈົ້າ.” |
|
| 18 |
|
| “ຖ້າເຈົ້າໄດ້ເຮັດແຕ່ຕາມຄຳສັ່ງຂອງເຮົາ ແລ້ວພອນກໍຈະຫລັ່ງໄຫລດັ່ງສາຍນໍ້າບໍ່ບົກແຫ້ງ. ແລ້ວໄຊຊະນະກໍຈະເປັນຂອງເຈົ້າໃນທັນທີ ດັ່ງຄື້ນທະເລທີ່ຖືກລົມພັດມາເທິງຊາຍຫາດ. |
|
| 19 |
|
| ເຊື້ອສາຍເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ ເຮົາຈະຮັກສາພວກເຂົາບໍ່ໃຫ້ຖືກທຳລາຍຈັກເທື່ອ.” |
|
| 20 |
|
| ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.” |
|
| 21 |
|
| ເມື່ອພຣະອົງໄດ້ນຳປະຊາຊົນຂອງພຣະອົງ ຜ່ານຖິ່ນແຫ້ງແລ້ງກັນດານອັນອົບເອົ້າ ພວກເຂົາກໍບໍ່ໄດ້ທົນທຸກເນື່ອງຈາກຂາດນໍ້າກິນ ພຣະອົງໃຫ້ນໍ້າອອກຈາກໂງ່ນຫີນເພື່ອໄດ້ດື່ມ. ພຣະອົງໄດ້ເຮັດໃຫ້ໂງ່ນຫີນຍະອອກຈາກກັນ ແລະນໍ້າກໍຫລັ່ງໄຫລອອກມາຢ່າງເຫລືອລົ້ນ. |
|
| 22 |
|
| ພຣະເຈົ້າຢາເວກ່າວວ່າ, “ຄວາມປອດໄພ ຈະບໍ່ມີສຳລັບພວກຄົນຊົ່ວຮ້າຍ.” |
|
|
|
|