|
| 1 |
|
| ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໄປຊື້ເສື້ອຊ້ອນບາງຜືນ ທີ່ເປັນຜ້າປ່ານສຳລັບຂ້າພະເຈົ້າ ແລະໃຫ້ນຸ່ງເສື້ອນັ້ນ; ແຕ່ພຣະອົງໄດ້ບອກຂ້າພະເຈົ້າບໍ່ໃຫ້ຈຸ່ມນໍ້າ. |
|
| 2 |
|
| ສະນັ້ນ ຂ້າພະເຈົ້າຈຶ່ງຊື້ເສື້ອມານຸ່ງຕາມຖ້ອຍຄຳຂອງພຣະເຈົ້າຢາເວ. |
|
| 3 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າເທື່ອທີສອງວ່າ, |
|
| 4 |
|
| “ຈົ່ງໄປທີ່ແມ່ນໍ້າເອີຟຣັດ ແລະເຊື່ອງເສື້ອໄວ້ຢູ່ຮູໃນໂງ່ນຫີນ.” |
|
| 5 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອົາເສື້ອນັ້ນໄປເຊື່ອງໄວ້ໃກ້ແມ່ນໍ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າ. |
|
| 6 |
|
| ຫລາຍວັນຕໍ່ມາ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ໃຫ້ກັບຄືນໄປທີ່ແມ່ນໍ້າເອີຟຣັດອີກ ເພື່ອເອົາເສື້ອຊ້ອນເຫຼົ່ານັ້ນມາ. |
|
| 7 |
|
| ຂ້າພະເຈົ້າຈຶ່ງກັບຄືນໄປ ແລະເມື່ອພົບບ່ອນທີ່ໄດ້ເຊື່ອງເສື້ອແລ້ວ ຂ້າພະເຈົ້າກໍເຫັນວ່າເສື້ອເຫຼົ່ານັ້ນເປື່ອຍໝົດຈົນໃຊ້ການຫຍັງບໍ່ໄດ້. |
|
| 8 |
|
| ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າອີກ. ພຣະເຈົ້າຢາເວກ່າວວ່າ, |
|
| 9 |
|
| “ດ້ວຍວິທີນີ້ແຫຼະ ເຮົາຈະທຳລາຍຄວາມຈອງຫອງຂອງຢູດາ ແລະຄວາມຈອງຫອງອັນໃຫຍ່ຂອງຊາວນະຄອນເຢຣູຊາເລັມ. |
|
| 10 |
|
| ຄົນຊົ່ວເຫຼົ່ານີ້ປະຕິເສດບໍ່ຍອມເຊື່ອຟັງເຮົາ. ພວກເຂົາດື້ດ້ານ ແລະຊົ່ວຊ້າເໝືອນເດີມ; ພວກເຂົາໄດ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ. ສະນັ້ນ ພວກເຂົາຈຶ່ງຈະເປັນດັ່ງເສື້ອຊ້ອນເຫຼົ່ານີ້ຊຶ່ງບໍ່ມີຫຍັງດີເລີຍ.” |
|
| 11 |
|
| ພຣະເຈົ້າຢາເວກ່າວວ່າ, “ເສື້ອຊ້ອນຮັດກາຍດີສັນໃດ ເຮົາກໍຢາກໃຫ້ປະຊາຊົນອິດສະຣາເອນແລະຢູດາທັງໝົດເຂົ້າສະໜິດກັບເຮົາດີສັນນັ້ນ. ເຮົາໄດ້ເຮັດເຊັ່ນນີ້ເພື່ອພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ຄືຜູ້ທີ່ໃຫ້ຄຳຍ້ອງຍໍສັນລະເສີນ ແລະນຳກຽດສັກສີມາສູ່ນາມຂອງເຮົາ; ແຕ່ພວກເຂົາບໍ່ເຊື່ອຟັງເຮົາ.” |
|
| 12 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງບອກປະຊາຊົນອິດສະຣາເອນວ່າ ໄຫທີ່ພວກເຂົາເຮັດໄວ້ນັ້ນແມ່ນສຳລັບໃສ່ເຫຼົ້າອະງຸ່ນ, ແຕ່ຖ້າພວກເຂົາຕອບວ່າ, ‘ແມ່ນແລ້ວ ພວກເຮົາຮູ້ດີ.’ |
|
| 13 |
|
| ແລ້ວຈົ່ງບອກພວກເຂົາວ່າ ‘ເຮົາຄືພຣະເຈົ້າຢາເວກຳລັງໃຫ້ປະຊາຊົນໃນດິນແດນ ມີເຫຼົ້າອະງຸ່ນດື່ມຢ່າງຫລວງຫລາຍຈົນມືນເມົາ ເຊັ່ນ: ບັນດາກະສັດທີ່ເປັນເຊື້ອສາຍຂອງດາວິດ, ພວກປະໂຣຫິດ, ພວກຜູ້ທຳນວາຍ ແລະຊາວນະຄອນເຢຣູຊາເລັມທັງໝົດ.’ |
|
| 14 |
|
| ແລ້ວເຮົາຈະທຸບພວກເຂົາດັ່ງໄຫເຫຼົ້າທຸບກັນ ບໍ່ວ່າເຖົ້າຫລືໜຸ່ມກໍຕາມ. ພຣະເຈົ້າຢາເວກ່າວວ່າ, ເຮົາຈະບໍ່ມີຄວາມເມດຕາ, ຄວາມປານີ ຫລືຄວາມສົງສານໃດໆ ເມື່ອເຮົາທຳລາຍພວກເຂົາ.” |
|
| 15 |
|
| ປະຊາຊົນອິດສະຣາເອນເອີຍ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ ຈົ່ງຖ່ອມຕົວລົງ ແລະເຊື່ອຟັງພຣະອົງສາເຖີດ |
|
| 16 |
|
| ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກ່ອນທີ່ພຣະອົງນຳຄວາມມືດໜາມາໃຫ້ ຕາມເທິງໜ່ວຍພູເຂົານັ້ນພວກເຈົ້າຕ່າງກໍຊູນສະດຸດ ກ່ອນແຈ້ງທີ່ພວກເຈົ້າຫວັງກາຍເປັນມືດ. |
|
| 17 |
|
| ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ. |
|
| 18 |
|
| ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກກະສັດແລະແມ່ຂອງລາວໃຫ້ລົງຈາກບັນລັງສາ ເພາະມົງກຸດອັນງົດງາມນັ້ນໄດ້ຕົກລົງຈາກຫົວຂອງລາວແລ້ວ. |
|
| 19 |
|
| ເມືອງທາງພາກໃຕ້ຂອງຢູດາຍໄດ້ຖືກປິດລ້ອມແລ້ວ ບໍ່ມີຜູ້ໃດເລີຍລອດຊີວິດມາໄດ້. ປະຊາຊົນຢູດາລ້ວນແຕ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.” |
|
| 20 |
|
| ນະຄອນເຢຣູຊາເລັມເອີຍ ເບິ່ງພຸ້ນດູ ເຫຼົ່າສັດຕູຂອງເຈົ້າກຳລັງລົງມາແຕ່ທາງທິດເໜືອ ປະຊາຊົນທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ເຈົ້າດູແລນັ້ນຢູ່ໃສ? ຄືປະຊາຊົນທີ່ເຈົ້າພໍໃຈນຳນັ້ນ. |
|
| 21 |
|
| ເຈົ້າຈະເວົ້າຢ່າງໃດ ເມື່ອຄົນທີ່ເຈົ້າຄິດວ່າເປັນມິດ ຮົບຊະນະເຈົ້າ ແລະປົກຄອງເຈົ້າ? ເຈົ້າຈະເຈັບປວດດັ່ງຜູ້ຍິງກຳລັງຄອດລູກ. |
|
| 22 |
|
| ຖ້າເຈົ້າຖາມວ່າ ເປັນຫຍັງເຫດການທັງໝົດນີ້ຈຶ່ງເກີດຂຶ້ນແກ່ເຈົ້າ ເປັນຫຍັງພວກເຂົາຈຶ່ງແກ້ເສື້ອຂອງເຈົ້າອອກ ແລະຂົ່ມຂືນເຈົ້າ ກໍຍ້ອນບາບຂອງເຈົ້າມີຢ່າງຫລວງຫລາຍ. |
|
| 23 |
|
| ຄົນຜິວດຳປ່ຽນຜິວໜັງຂອງຕົນໄດ້ບໍ? ຫລືເສືອດາວຈະລືບຈຸດຕາມໜັງຂອງມັນໄດ້ບໍ? ຖ້າໄດ້ ຖ້າດັ່ງນັ້ນ ເຈົ້າຜູ້ເຄີຍເຮັດແຕ່ການຊົ່ວກໍຮຽນຮູ້ເຮັດການດີໄດ້. |
|
| 24 |
|
| ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າກະຈັດກະຈາຍໄປ ດັ່ງແກບທີ່ຖືກລົມຈາກຖິ່ນແຫ້ງແລ້ງກັນດານພັດປິວໄປ. |
|
| 25 |
|
| ພຣະເຈົ້າຢາເວກ່າວວ່າ ອັນນີ້ ຈະແມ່ນຊາຕາກຳຂອງເຈົ້າ ອັນນີ້ ແມ່ນສິ່ງທີ່ພຣະອົງໄດ້ຕັດສິນໃຈກະທຳຕໍ່ເຈົ້າ ກໍຍ້ອນເຈົ້າລືມໄລພຣະອົງໄປແລະໄວ້ວາງໃຈໃນຄວາມຕົວະ. |
|
| 26 |
|
| ພຣະເຈົ້າຢາເວເອງຈະເປັນຜູ້ແກ້ເຄື່ອງຂອງເຈົ້າອອກ ແລະເຜີຍແບເຈົ້າໃຫ້ອັບອາຍຂາຍໜ້າ. |
|
| 27 |
|
| ພຣະອົງໄດ້ເຫັນເຈົ້າເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າແລ່ນຕາມບັນດາພະຕ່າງຊາດທີ່ເທິງເນີນພູແລະທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມເມຍຂອງເພື່ອນບ້ານຢ່າງບ້າຕັນຫາ ຫລືດັ່ງມ້າຖືເຊີງແລ່ນຕາມມ້າໂຕແມ່ ຊາວນະຄອນເຢຣູຊາເລັມເອີຍ ເຄາະກຳເປັນຂອງພວກເຈົ້າສາແລ້ວ ເມື່ອໃດນໍພວກເຈົ້າຈຶ່ງຈະບໍຣິສຸດ? |
|
|
|
|