|
| 1 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, |
|
| 2 |
|
| “ຈົ່ງລົງໄປທີ່ເຮືອນຂອງຊ່າງປັ້ນໝໍ້ ແລະເຮົາຈະໃຫ້ຖ້ອຍຄຳຂອງເຮົາແກ່ເຈົ້າຢູ່ທີ່ນັ້ນ.” |
|
| 3 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງລົງໄປທີ່ນັ້ນ ແລະເຫັນຊ່າງປັ້ນໝໍ້ກຳລັງຊ່ຽນໝໍ້ຂອງຕົນຢູ່. |
|
| 4 |
|
| ເມື່ອໃດໝໍ້ທີ່ລາວປັ້ນນັ້ນຮູບຊົງບໍ່ສົມບູນ ລາວກໍໃຊ້ດິນໜຽວອັນເກົ່ານັ້ນປັ້ນເປັນພາຊະນະຢ່າງອື່ນອີກ. |
|
| 5 |
|
| ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງຂ້າພະເຈົ້າວ່າ, |
|
| 6 |
|
| “ເຮົາບໍ່ມີສິດທີ່ຈະເຮັດກັບປະຊາຊົນອິດສະຣາເອນ ດັ່ງຊ່າງປັ້ນໝໍ້ໄດ້ເຮັດກັບດິນໜຽວນັ້ນບໍ? ພຣະເຈົ້າຢາເວກ່າວວ່າ ດິນໜຽວຢູ່ໃນມືຂອງຊ່າງປັ້ນໝໍ້ສັນໃດ ພວກເຈົ້າກໍຢູ່ໃນກຳມືຂອງເຮົາສັນນັ້ນ. |
|
| 7 |
|
| ຖ້າເມື່ອໃດເຮົາກ່າວວ່າຈະຖອນ, ຈະທັບໃຫ້ແຕກ, ຫລືຈະທຳລາຍຊົນຊາດໃດຊົນຊາດໜຶ່ງ ຫລືອານາຈັກໃດອານາຈັກໜຶ່ງ |
|
| 8 |
|
| ແຕ່ແລ້ວຊົນຊາດນັ້ນຫັນໜີຈາກການຊົ່ວຮ້າຍຂອງຕົນ ເຮົາກໍຈະບໍ່ເຮັດສິ່ງທີ່ເຮົາວ່າຈະເຮັດນັ້ນ. |
|
| 9 |
|
| ອີກຢ່າງໜຶ່ງ ຖ້າເຮົາກ່າວວ່າຈະປູກ ຫລືຈະກໍ່ສ້າງຊົນຊາດໜຶ່ງຫລືອານາຈັກໜຶ່ງຂຶ້ນ |
|
| 10 |
|
| ແຕ່ແລ້ວຊົນຊາດນັ້ນບໍ່ເຊື່ອຟັງເຮົາແລະຍັງເຮັດຊົ່ວຕໍ່ໄປ ເຮົາກໍຈະບໍ່ເຮັດຕາມສິ່ງທີ່ເຮົາໄດ້ກ່າວນັ້ນ. |
|
| 11 |
|
| ແລ້ວບັດນີ້ ຈົ່ງບອກປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ເຮົາກຳລັງວາງແຜນຕໍ່ສູ້ພວກເຂົາ ແລະກຳລັງຕຽມພ້ອມທີ່ຈະລົງໂທດພວກເຂົາ. ຈົ່ງບອກພວກເຂົາໃຫ້ເຊົາດຳເນີນຊີວິດໃນທາງບາບນັ້ນສາ ຄືໃຫ້ປ່ຽນວິທີດຳເນີນຊີວິດແລະສິ່ງທີ່ພວກເຂົາກຳລັງເຮັດຢູ່ນັ້ນ. |
|
| 12 |
|
| ພວກເຂົາຈະຕອບວ່າ, ‘ບໍ່ເປັນຫຍັງພວກເຮົາຕ້ອງເຮັດເຊັ່ນນັ້ນ? ພວກເຮົາທຸກຄົນຈະດື້ດ້ານແລະເຮັດຊົ່ວຊ້າຕາມໃຈຂອງພວກເຮົາຕໍ່ໄປ.”’ |
|
| 13 |
|
| ພຣະເຈົ້າຢາເວກ່າວວ່າ, “ຈົ່ງຖາມທຸກຊົນຊາດ ວ່າເຫດການເຊັ່ນນີ້ເຄີຍເກີດຂຶ້ນກັບພວກເຂົາຫລືບໍ່? ສິ່ງທີ່ປະຊາຊົນອິດສະຣາເອນໄດ້ພາກັນກະທຳ ເປັນສິ່ງໜ້າຢ້ານກົວຫລາຍ ແລະພີລຶກແທ້ໆ |
|
| 14 |
|
| ພູສູງເລບານອນນັ້ນຂາດຫິມະຈັກເທື່ອບໍ? ກະແສນໍ້າເຢັນໆທີ່ເທິງພູບົກແຫ້ງຈັກເທື່ອຫລືບໍ່? |
|
| 15 |
|
| ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້. |
|
| 16 |
|
| ພວກເຂົາເຮັດໃຫ້ດິນແດນນີ້ເປັນຕາຢ້ານກົວຫລາຍ ເປັນດິນແດນທີ່ຖືກອັບອາຍຂາຍໜ້າຕະຫລອດ. ທຸກຄົນທີ່ຜ່ານໄປເຫັນບ່ອນນັ້ນຈະສະດຸ້ງຕົກໃຈ ຕ່າງກໍຈະແກວ່ງຫົວດ້ວຍຄວາມປະຫລາດ. |
|
| 17 |
|
| ເຮົາຈະກະຈັດກະຈາຍປະຊາຊົນຂອງເຮົາໄປ ຕໍ່ໜ້າເຫຼົ່າສັດຕູດັ່ງລົມຕາເວັນອອກພັດ. ເຮົາຈະຫັນຫລັງໃຫ້ແກ່ພວກເຂົາທຸກໆເຜົ່າ ເຮົາຈະບໍ່ຊ່ວຍພວກເຂົາ ເມື່ອໄພພິບັດມາເຖິງ.” |
|
| 18 |
|
| ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.” |
|
| 19 |
|
| ສະນັ້ນ ຂ້າພະເຈົ້າຈຶ່ງພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດສະດັບຮັບຟັງສິ່ງທີ່ຂ້ານ້ອຍກຳລັງເວົ້າ ແລະຟັງເລື່ອງທີ່ເຫຼົ່າສັດຕູກ່າວຮ້າຍໃສ່ຂ້ານ້ອຍແດ່ທ້ອນ. |
|
| 20 |
|
| ພວກເຂົາຈະເຮັດການຮ້າຍຕອບແທນການດີຊັ້ນບໍ? ດ້ວຍວ່າ, ພວກເຂົາຍັງຂຸດຫລຸມໄວ້ດັກຈັບຂ້ານ້ອຍຢູ່. ໂຜດລະນຶກເຖິງຂ້ານ້ອຍທີ່ໄດ້ມາຫາພຣະອົງ ແລະເວົ້າສຳລັບພວກເຂົາ ເພື່ອພຣະອົງຈະບໍ່ໄດ້ກະທຳຕໍ່ພວກເຂົາດ້ວຍຄວາມໂກດຮ້າຍ. |
|
| 21 |
|
| ແຕ່ບັດນີ້ ຈົ່ງໃຫ້ລູກຂອງພວກເຂົາອຶດຢາກເຖິງແກ່ຄວາມຕາຍ; ຈົ່ງໃຫ້ພວກເຂົາຖືກຂ້າໃນສົງຄາມ. ຈົ່ງໃຫ້ພວກຜູ້ຍິງສູນເສຍຜົວ ແລະລູກຂອງພວກເຂົາ; ຈົ່ງໃຫ້ພວກຜູ້ຊາຍຕາຍຍ້ອນເຈັບໄຂ້ໄດ້ປ່ວຍ ແລະພວກຊາຍໜຸ່ມຖືກຂ້າໃນສະໜາມຮົບ. |
|
| 22 |
|
| ຈົ່ງສົ່ງຝູງຄົນເຂົ້າມາປຸ້ນເຮືອນຂອງພວກເຂົາ ຢ່າງພວກເຂົາບໍ່ຮູ້ຕົວ; ຈົ່ງເຮັດໃຫ້ພວກເຂົາຮ້ອງໄຫ້ດ້ວຍຄວາມຢ້ານກົວແດ່ທ້ອນ. ພວກເຂົາໄດ້ຂຸດຫລຸມໄວ້ດັກຈັບຂ້ານ້ອຍ ແລະໄດ້ເຮັດແຮ້ວດັກຈັບຂ້ານ້ອຍຄືກັນ. |
|
| 23 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະອົງຮູ້ແຜນການຂອງພວກເຂົາທັງໝົດ ທີ່ຈະສັງຫານຂ້ານ້ອຍ. ຂໍຢ່າອະໄພຄວາມຜິດ ແລະຍົກໂທດໃຫ້ພວກເຂົາເລີຍ. ຈົ່ງເຮັດໃຫ້ພວກເຂົາລົ້ມລົງຢ່າງພ່າຍແພ້ ແລະຈັດການກັບພວກເຂົາດ້ວຍຄວາມໂກດຮ້າຍສາເຖີດ.” |
|
|
|
|