|
| 1 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ |
|
| 2 |
|
| ໃຫ້ໄປປະກາດຂ່າວນີ້ແກ່ທຸກໆຄົນໃນນະຄອນເຢຣູຊາເລັມ, ພຣະເຈົ້າຢາເວກ່າວດັ່ງນີ້: “ເຮົາຈື່ຈຳຄວາມສັດຊື່ຂອງເຈົ້າຄາວເປັນສາວ ເຈົ້າຮັກເຮົາຫລາຍສໍ່າໃດເມື່ອແຕ່ງງານກັນໃໝ່ໆ; ເຈົ້າໄດ້ຕາມເຮົາໄປທົ່ວຖິ່ນແຫ້ງແລ້ງກັນດານ ໂດຍຜ່ານດິນແດນໜຶ່ງທີ່ບໍ່ມີການເພາະປູກ. |
|
| 3 |
|
| ຊາດອິດສະຣາເອນ, ເຈົ້າເປັນບໍຣິສຸດສຳລັບພຣະເຈົ້າຢາເວ ຄືເປັນຜົນຜະລິດລຸ້ນທຳອິດຂອງພຣະອົງ. ເຮົາເຮັດໃຫ້ຜູ້ທີ່ທຳຮ້າຍເຈົ້າໄດ້ຮັບທຸກແລະໄພພິບັດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 4 |
|
| ພວກເຈົ້າ ເຊື້ອສາຍຂອງຢາໂຄບ ແລະ ເຜົ່າຕ່າງໆຂອງຊາດອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. |
|
| 5 |
|
| ພຣະເຈົ້າຢາເວກ່າວດັ່ງນີ້: “ບັນພະບຸລຸດຂອງພວກເຈົ້າມີຂໍ້ກ່າວຫາ ພວກເຂົາມີຂໍ້ກ່າວຫາຫຍັງຕໍ່ສູ້ເຮົາຢ່າງນີ້ນໍ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາຫັນໜີຈາກເຮົາໄດ້? ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທີ່ບໍ່ມີປະໂຫຍດຫຍັງ ແລະພວກເຂົາເອງກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ. |
|
| 6 |
|
| ພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ພຣະເຈົ້າຢາເວແຕ່ຢ່າງໃດເລີຍ ເຖິງວ່າເຮົາໄດ້ນຳພາພວກເຂົາອອກຈາກເອຢິບກໍຕາມ ທັງພາພວກເຂົາຍ່າງຜ່ານຖິ່ນແຫ້ງແລ້ງກັນດານ ຄືດິນແດນເປົ່າປ່ຽວມີປ່າດິນຊາຍດ້ວຍ ເປັນດິນແດນທີ່ແຫ້ງແລ້ງ ແລະ ມີອັນຕະລາຍ ບໍ່ມີຄົນຢູ່ອາໄສທັງບໍ່ມີຜູ້ໃດທ່ອງທ່ຽວໄປມາດ້ວຍ. |
|
| 7 |
|
| ເຮົາໄດ້ນຳພວກເຂົາເຂົ້າໄປໃນດິນແດນອຸດົມຮັ່ງມີ ເພື່ອໃຫ້ໄດ້ຮັບຜົນລະປູກ ແລະ ສິ່ງທີ່ດີອື່ນໆ. ແຕ່ພວກເຂົາພັດໄດ້ເຮັດໃຫ້ດິນແດນຂອງເຮົາຈິບຫາຍ ໂດຍເຮັດໃຫ້ເປັນມົນທິນບ່ອນທີ່ເຮົາມອບໃຫ້ພວກເຂົານັ້ນ. |
|
| 8 |
|
| ປະໂຣຫິດບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?’ ພວກທີ່ຮັກສາກົດບັນຍັດຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງກໍໄດ້ກະບົດຕໍ່ສູ້ເຮົາ ຜູ້ທຳນວາຍໄດ້ກ່າວໃນນາມພະບາອານ ພວກເຂົາພາກັນນ້ອມນະມັດສະການ ຂາບໄຫວ້ບັນດາຮູບເຄົາຣົບທີ່ບໍ່ມີປະໂຫຍດ. |
|
| 9 |
|
| ສະນັ້ນ ເຮົາຈຶ່ງຈະກ່າວຄະດີຕໍ່ປະຊາຊົນຂອງເຮົາ ເຮົາຈະນຳຂໍ້ກ່າວຟ້ອງເຊື້ອສາຍຂອງພວກເຈົ້າ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 10 |
|
| ຈົ່ງໄປທາງທິດຕາເວັນຕົກຂອງເກາະໄຊປຣັດ ສົ່ງຜູ້ໜຶ່ງໄປທາງທິດຕາເວັນອອກຂອງເກດາພຸ້ນ. ພວກເຈົ້າຈະເຫັນວ່າບໍ່ມີເຫດການໃດໆ ທີ່ເຄີຍເກີດຂຶ້ນມາດັ່ງເຫດການເຫຼົ່ານີ້. |
|
| 11 |
|
| ບໍ່ມີຊົນຊາດອື່ນໃດເຄີຍສັບປ່ຽນພຣະຂອງຕົນ ເຖິງວ່າພວກມັນບໍ່ແມ່ນພຣະແທ້ກໍຕາມ. ແຕ່ປະຊາຊົນຂອງເຮົາໄດ້ສັບປ່ຽນເຮົາເດີ ພຣະເຈົ້າຜູ້ທີ່ໄດ້ນຳສະຫງ່າຣາສີມາສູ່ພວກເຂົາ ກັບບັນດາພະທີ່ບໍ່ສາມາດເຮັດຫຍັງ ແລະທີ່ຊ່ວຍເຫລືອພວກເຂົາຫຍັງບໍ່ໄດ້. |
|
| 12 |
|
| ສະນັ້ນ ເຮົາຈຶ່ງສັ່ງຟ້າສະຫວັນໃຫ້ດັງກ້ອງຫວັ່ນໄຫວ ເພື່ອເຮັດໃຫ້ແຕກຕື່ນຕົກໃຈແລະມີການງຶດງໍ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 13 |
|
| ປະຊາຊົນຂອງເຮົາໄດ້ເຮັດບາບໄວ້ສອງປະການ ຄືພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້. |
|
| 14 |
|
| ຊາດອິດສະຣາເອນບໍ່ໄດ້ເປັນທາດ ທັງບໍ່ໄດ້ເກີດມາຈາກທາດແຕ່ຢ່າງໃດ ຖ້າຢ່າງນັ້ນເປັນຫຍັງເຫຼົ່າສັດຕູ ຈຶ່ງຕາມລ່າຈັບ ແລະ ຕາມຂ້າ? |
|
| 15 |
|
| ພວກເຂົາຮ້ອງແຜດສຽງໃສ່ລາວ ດັ່ງໂຕສິງ ດິນແດນຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານແລ້ວ ແລະເມືອງຕ່າງໆກໍຮົກຮ້າງເພພັງ ທັງຖືກປະຖິ້ມໄປຢ່າງສິ້ນເຊີງສາແລ້ວ. |
|
| 16 |
|
| ແມ່ນແລ້ວ ຊາວເມືອງມຳຟິດແລະຕາປັນເຮັດ ຕ່າງກໍໄດ້ຕີກະໂຫລກຫົວລາວຈົນແຕກ. |
|
| 17 |
|
| ອິດສະຣາເອນເອີຍ ເຈົ້ານຳສິ່ງນີ້ມາສູ່ເຈົ້າເອງ ເຈົ້າໄດ້ປະຖິ້ມເຮົາແລະຫັນໜີໄປຈາກ ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໃນຂະນະທີ່ພຣະອົງກຳລັງພາເຈົ້າເດີນທາງໄປນັ້ນ. |
|
| 18 |
|
| ເຈົ້າຫວັງຈະໄດ້ຫຍັງແດ່ທີ່ເຈົ້າໄປຫາເອຢິບ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້ານິນຫລືນີ້? ເຈົ້າຫວັງຈະໄດ້ຫຍັງທີ່ໄປຫາອັດຊີເຣຍ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້າເອີຟຣັດຫລືນີ້? |
|
| 19 |
|
| ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ. |
|
| 20 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຊາດອິດສະຣາເອນເອີຍ ເຫິງນານແລ້ວ ທີ່ເຈົ້າບໍ່ຍອມຢູ່ໃຕ້ສິດອຳນາດຂອງເຮົາ ບໍ່ເຊື່ອຟັງເຮົາແລະນະມັດສະການເຮົາດ້ວຍ. ທີ່ເນີນທີ່ສູງແຕ່ລະໜ່ວຍ ທີ່ກ້ອງຕົ້ນໄມ້ແຕ່ລະກົກ ເຈົ້າຂາບໄຫວ້ພະແຫ່ງຄວາມອຸດົມສົມບູນທັງນັ້ນ. |
|
| 21 |
|
| ເຮົາໄດ້ປູກເຈົ້າໄວ້ດັ່ງປູກຕົ້ນອະງຸ່ນພັນດີ ໂດຍເລືອກເຟັ້ນເອົາມາຈາກພັນດີທີ່ສຸດດ້ວຍ. ແຕ່ເບິ່ງແມ! ເຈົ້າກາຍເປັນຫຍັງໄປແລ້ວຮູ້ບໍ ເຈົ້າເປັນດັ່ງຕົ້ນອະງຸ່ນເໜົ່າຫາຄຸນຄ່າບໍ່ໄດ້. |
|
| 22 |
|
| ເຖິງແມ່ນເຈົ້າຈະລ້າງດ້ວຍສະບູຟອງແຮງກໍດີ ເຮົາກໍຍັງຈະເຫັນຄວາມຜິດອັນເປິເປື້ອນຂອງເຈົ້າຢູ່ຕໍ່ໜ້າເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫລະ |
|
| 23 |
|
| ເຈົ້າເວົ້າໄດ້ຢ່າງໃດວ່າບໍ່ໄດ້ດູໝິ່ນຕົນເອງ ວ່າເຈົ້າບໍ່ເຄີຍຂາບໄຫວ້ພະບາອານຈັກເທື່ອ? ເຫັນແລ້ວຫລືຍັງ ບາບທີ່ເຈົ້າໄດ້ເຮັດໃນຮ່ອມພູ? ເຈົ້າເປັນດັ່ງອູດປ່າທີ່ກຳລັງໄວຄະນອງແທ້ໆ |
|
| 24 |
|
| ຍ້ອນເຊືອກຂາດຈຶ່ງແລ່ນໄປຖິ່ນແຫ້ງແລ້ງກັນດານ ບາດຢາກຖືເຊີງ ຜູ້ໃດຈະຫ້າມມັນໄວ້ໄດ້? ລໍເຖິກທີ່ຢາກຖືເຊີງນັ້ນ ກໍຫາຊອກງ່າຍເຕັມທີ ມັນຈະພ້ອມຢູ່ສະເໝີ ເມື່ອລະດູປະສົມພັນມາຮອດ. |
|
| 25 |
|
| ອິດສະຣາເອນເອີຍ ຢ່າໃຫ້ຕີນເຈົ້າເມື່ອຍລ້າ ຫລືຢ່າປ່ອຍໃຫ້ລຳຄໍເຈົ້າແຫ້ງລ້າໆ ໂດຍແລ່ນຕາມພະອື່ນ ແລະເວົ້າວ່າ, ‘ຂ້ອຍບໍ່ຄືນເມືອ ເພາະຂ້ອຍຮັກພະຕ່າງຊາດຫລາຍຈຶ່ງຕາມໄປບໍ່ຂາດ.”’ |
|
| 26 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂະໂມຍເມື່ອຖືກຈັບໄດ້ ລາວຈະລະອາຍຫລາຍສັນໃດ; ຊາວອິດສະຣາເອນທຸກຄົນກໍຈະໄດ້ຖືກອັບອາຍຫລາຍສັນນັ້ນ ເປັນຕົ້ນ: ບັນດາກະສັດ, ພວກຂ້າຣາຊການ ພວກປະໂຣຫິດ ແລະພວກຜູ້ທຳນວາຍຂອງພວກເຈົ້າ. |
|
| 27 |
|
| ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ. |
|
| 28 |
|
| ພະຕ່າງໆທີ່ພວກເຈົ້າໄດ້ສ້າງຂຶ້ນສຳລັບພວກເຈົ້າເອງນັ້ນໄປໃສໝົດ? ເມື່ອພວກເຈົ້າມີຄວາມເດືອດຮ້ອນນັ້ນ ໃຫ້ພວກເຂົາມາຊ່ວຍຊູພວກເຈົ້າແມ ຖ້າພວກເຂົາຊ່ວຍໄດ້ ຢູດາເອີຍ ພວກເຈົ້າມີພະຕັ້ງຫລວງຫລາຍເທົ່າກັບມີເມືອງຕ່າງໆ. |
|
| 29 |
|
| ພວກເຈົ້າຈົ່ມທຸກຕໍ່ເຮົາເລື່ອງຫຍັງ? ເປັນຫຍັງພວກເຈົ້າຈຶ່ງກະບົດຕໍ່ເຮົາ? ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ |
|
| 30 |
|
| ເຮົາໄດ້ລົງໂທດພວກເຈົ້າແຕ່ກໍບໍ່ໄດ້ຜົນເລີຍ; ພວກເຈົ້າບໍ່ຍອມໃຫ້ເຮົາຕີສອນ. ເໝືອນໂຕສິງທີ່ຮ້າຍກາດ ພວກເຈົ້າໄດ້ຂ້າພວກຜູ້ທຳນວາຍຂອງພວກເຈົ້າເອງ. |
|
| 31 |
|
| ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’ |
|
| 32 |
|
| ຍິງສາວລືມເຄື່ອງເອ້ຂອງຕົນໄດ້ບໍ? ຫລືເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີເຫຼືອທີ່ຈະນັບໄດ້. |
|
| 33 |
|
| ເຈົ້າຮູ້ຈັກຍົວະເຍົ້າໃຫ້ຄົນມາຫລົງຮັກແທ້ນໍ ແມ່ນແຕ່ຍິງຊົ່ວຊ້າທີ່ສຸດ ເຈົ້າກໍສິດສອນບົດຮຽນໃຫ້. |
|
| 34 |
|
| ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ |
|
| 35 |
|
| ເຈົ້າຍັງເວົ້າວ່າ, ‘ຂ້ອຍບໍ່ຜິດ ແນ່ນອນ ພຣະອົງຈະບໍ່ໂກດຮ້າຍຂ້ອຍ,’ ແຕ່ເຮົາຈະລົງໂທດເຈົ້າ ເພາະເຈົ້າໄດ້ປະຕິເສດວ່າບໍ່ໄດ້ເຮັດບາບ. |
|
| 36 |
|
| ເຈົ້າໄດ້ຕີລາຄາເຈົ້າເອງຢ່າງຕໍ່າໆ ໂດຍຫັນໄປຫາບັນດາພະຂອງຊົນຊາດອື່ນໆ. ເອຢິບຈະເຮັດໃຫ້ເຈົ້າຜິດຫວັງ ດັ່ງອັດຊີເຣຍໄດ້ເຮັດໃຫ້ເຈົ້າຜິດຫວັງມາແລ້ວ. |
|
| 37 |
|
| ເຈົ້າຈະອວ່າຍໜ້າໜີຈາກເອຢິບຢ່າງອັບອາຍຈົນແນມເບິ່ງຜູ້ໃດບໍ່ໄດ້. ພຣະເຈົ້າຢາເວໄດ້ປະຖິ້ມພວກທີ່ເຈົ້າໄວ້ວາງໃຈ; ເຈົ້າຈະບໍ່ໄດ້ຫຍັງຈາກພວກເຂົາເລີຍ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | | 33 | | 34 | | 35 | | 36 | | 37 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/jeremiah/002.mp3
52
2