|
| 1 |
|
| ພຣະເຈົ້າຢາເວກ່າວວ່າ, “ວິບັດແກ່ພວກຜູ້ລ້ຽງແກະຜູ້ທີ່ທຳລາຍ ແລະເຮັດໃຫ້ກະຈັດກະຈາຍໄປທົ່ວທົ່ງຫຍ້າຂອງເຮົາ.” |
|
| 2 |
|
| ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 3 |
|
| ເຮົາຈະທ້ອນໂຮມເອົາປະຊາຊົນຂອງເຮົາທີ່ຍັງເຫລືອຢູ່ ອອກມາຈາກປະເທດທັງຫລາຍ ບ່ອນທີ່ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ກັບຄືນມາສູ່ບ້ານເກີດເມືອງນອນຂອງພວກເຂົາ. ພວກເຂົາຈະມີລູກເພີ່ມທະວີຂຶ້ນຢ່າງຫລວງຫລາຍ. |
|
| 4 |
|
| ເຮົາຈະແຕ່ງຕັ້ງໃຫ້ມີຜູ້ລ້ຽງດູພວກເຂົາ. ປະຊາຊົນຂອງເຮົາຈະບໍ່ຢ້ານ ຫລືສະທ້ານຕົກໃຈກົວອີກຕໍ່ໄປ ແລະເຮົາກໍຈະບໍ່ລົງໂທດພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 5 |
|
| ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເລືອກເອົາຜູ້ໜຶ່ງໃນເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ກະສັດຜູ້ນີ້ຈະປົກຄອງຢ່າງສະຫລາດ ແລະຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະຍຸດຕິທຳຕະຫລອດທົ່ວທັງປະເທດ. |
|
| 6 |
|
| ໃນສະໄໝຂອງເພິ່ນນັ້ນ, ປະຊາຊົນຢູດາຈະປອດໄພ ແລະປະຊາຊົນອິດສະຣາເອນກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນເພິ່ນວ່າ, ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.”’ |
|
| 7 |
|
| ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ສາບານໃນນາມຂອງເຮົາວ່າພຣະເຈົ້າຢາເວອົງຊົງພຣະຊົນຢູ່ ອົງໄດ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບອີກຕໍ່ໄປ. |
|
| 8 |
|
| ແຕ່ພວກເຂົາກັບຈະສາບານໃນນາມຂອງເຮົາວ່າພຣະເຈົ້າຢາເວອົງຊົງພຣະຊົນຢູ່ ອົງໄດ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດທາງທິດເໜືອ ແລະຈາກປະເທດທັງຫລາຍ ບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປນັ້ນ. ແລ້ວພວກເຂົາກໍຈະໄດ້ຢູ່ໃນດິນແດນຂອງພວກເຂົາເອງ.” |
|
| 9 |
|
| ຈິດໃຈຂອງຂ້ານ້ອຍຖືກບີບຄັ້ນ ແລະຂ້ານ້ອຍກຳລັງສັ່ນເຊັນ ຍ້ອນຖ້ອຍຄຳອັນສັກສິດ ຍ້ອນພຣະເຈົ້າຢາເວ ຂ້ານ້ອຍຈຶ່ງເປັນດັ່ງຄົນໜຶ່ງທີ່ກຳລັງມືນເມົາ ທີ່ດື່ມເຫຼົ້າອະງຸ່ນຫລາຍໂພດ. |
|
| 10 |
|
| ຄົນທີ່ບໍ່ສັດຊື່ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະໃຊ້ອຳນາດຜິດໆດ້ວຍ. ເພາະຄຳສາບແຊ່ງມາຖືກ ດິນແດນຈຶ່ງໄວ້ທຸກ ແລະທົ່ງຫຍ້າກໍຫ່ຽວແຫ້ງໝົດ. |
|
| 11 |
|
| “ຜູ້ທຳນວາຍທັງປະໂຣຫິດຖືພຣະເຈົ້າຕໍ່າ ເຮົາເຫັນພວກເຂົາກະທຳຊົ່ວ ແມ່ນແຕ່ໃນພຣະວິຫານນັ້ນ. |
|
| 12 |
|
| ທາງທີ່ພວກເຂົາທຽວໄປນັ້ນຈະມື່ນແລະມືດມົນ ເຮົາຈະເຮັດໃຫ້ພວກເຂົາເຕະສະດຸດລົ້ມລົງທັງນັ້ນ. ເມື່ອເຮົານຳການທຳລາຍ ແລະການລົງໂທດມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 13 |
|
| ເຮົາໄດ້ເຫັນບາບຂອງພວກຜູ້ທຳນວາຍ ຄືຜູ້ທຳນວາຍທີ່ຊາມາເຣຍໄດ້ເຮັດດັ່ງນີ້: ພວກເຂົາກ່າວໃນນາມຂອງພະບາອານ ແລະນຳຄົນຂອງເຮົາໃຫ້ຫລົງຜິດຍ້ອນ. |
|
| 14 |
|
| ແຕ່ຜູ້ທຳນວາຍຊາວເຢຣູຊາເລັມເຮັດຊົ່ວ ໂດຍມົວຫລິ້ນຊູ້ເວົ້າຕົວະຍົວະຜິດຊາຍຍິງ; ພວກເຂົາສົ່ງເສີມປະຊາຊົນໃຫ້ເຮັດໄປໃນທາງຜິດ ເພື່ອຈະບໍ່ໃຫ້ມີຜູ້ໃດຜູ້ໜຶ່ງເຊົາເຮັດຊົ່ວໄດ້. ສຳລັບເຮົາແລ້ວພວກເຂົາຊົ່ວຊ້າກັນທັງໝົດ ເທົ່າກັບຊາວເມືອງໂຊໂດມແລະໂກໂມຣາພຸ້ນ. |
|
| 15 |
|
| ເພາະສະນັ້ນ ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກ່າວເຖິງພວກຜູ້ທຳນວາຍຂອງນະຄອນເຢຣູຊາເລັມວ່າ, “ເຮົາຈະໃຫ້ພວກເຂົາໄດ້ກິນພືດຂົມນາໆຊະນິດ ແລະໃຫ້ນໍ້າເປັນພິດແກ່ພວກເຂົາໄດ້ດື່ມ ເພາະພວກຜູ້ທຳນວາຍໃນນະຄອນເຢຣູຊາເລັມ ໄດ້ແຜ່ຄວາມບໍ່ຢຳເກງພຣະເຈົ້າໄປທົ່ວປະເທດ.” |
|
| 16 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວແກ່ຊາວນະຄອນເຢຣູຊາເລັມວ່າ, “ຢ່າສູ່ຟັງສິ່ງທີ່ພວກຜູ້ທຳນວາຍເວົ້າ; ພວກເຂົາໃຫ້ພວກເຈົ້າເຕັມໄປດ້ວຍຄວາມຫວັງທີ່ຈອມປອມ. ພວກເຂົາບອກພວກເຈົ້າໃນສິ່ງທີ່ພວກເຂົາໄດ້ປັ້ນແຕ່ງຂຶ້ນມາເອງ ແຕ່ບໍ່ແມ່ນຈາກປາກຂອງພຣະເຈົ້າຢາເວ. |
|
| 17 |
|
| ສຳລັບປະຊາຊົນຜູ້ທີ່ບໍ່ຍອມຟັງສິ່ງທີ່ເຮົາໄດ້ກ່າວນັ້ນ ພວກເຂົາຕ່າງກໍສືບຕໍ່ບອກວ່າ, ‘ພຣະເຈົ້າຢາເວກ່າວວ່າ ພວກເຈົ້າຈະຢູ່ເຢັນເປັນສຸກ.’ ພວກເຂົາບອກທຸກຄົນທີ່ດື້ດ້ານວ່າ, ‘ໄພພິບັດຈະບໍ່ມາຖືກພວກເຈົ້າຈັກເທື່ອ.”’ |
|
| 18 |
|
| ຂ້າພະເຈົ້າໄດ້ກ່າວວ່າ, “ໃນພວກຜູ້ທຳນວາຍເຫຼົ່ານີ້ ບໍ່ມີຜູ້ໃດທີ່ເຄີຍໄດ້ຮູ້ຈັກຄວາມຄິດອັນລຶກລັບຂອງພຣະເຈົ້າຢາເວ. ໃນພວກເຂົາບໍ່ມີຜູ້ໃດເຄີຍໄດ້ຍິນ ຫລືໄດ້ເຂົ້າໃຈໃນຖ້ອຍຄຳຂອງພຣະອົງ ຫລືເຄີຍໄດ້ຟັງ ຫລືເຄີຍເອົາໃຈໃສ່ຕໍ່ສິ່ງທີ່ພຣະອົງໄດ້ກ່າວ. |
|
| 19 |
|
| ຄວາມໂກດຮ້າຍຂອງພຣະເຈົ້າຢາເວເປັນດັ່ງພະຍຸໃຫຍ່ ຄືລົມແຮງທີ່ຈະພັດກະໜໍ່າຢູ່ເທິງຫົວຂອງຄົນຊົ່ວຮ້າຍ |
|
| 20 |
|
| ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະບໍ່ເຊົາພັດ ຈົນກວ່າຜູ້ນັ້ນຈະເຮັດທຸກສິ່ງຕາມທີ່ພຣະອົງຕ້ອງການໃຫ້ເຮັດ. ຕໍ່ໄປພວກເຈົ້າຈະເຂົ້າໃຈເລື່ອງນີ້ຢ່າງແຈ່ມແຈ້ງ.” |
|
| 21 |
|
| “ເຮົາບໍ່ໄດ້ໃຊ້ຜູ້ທຳນວາຍເຫຼົ່ານີ້ໄປ ແຕ່ພວກເຂົາໄປເອງ. ເຮົາບໍ່ໄດ້ໃຫ້ຖ້ອຍຄຳຫຍັງແກ່ພວກເຂົາເລີຍ; ແຕ່ພວກເຂົາກໍກ່າວໃນນາມຂອງເຮົາ. |
|
| 22 |
|
| ຖ້າພວກເຂົາຮູ້ຄວາມນຶກຄິດອັນລຶກລັບຂອງເຮົາແລ້ວ ພວກເຂົາກໍຄວນປະກາດຖ້ອຍຄຳຂອງເຮົາໃຫ້ປະຊາຊົນຂອງເຮົາຟັງ ແລະນຳພາພວກເຂົາໃຫ້ປະຖິ້ມການດຳລົງຊີວິດອັນບໍ່ດີແລະຊົ່ວຊ້າ ທີ່ພວກເຂົາເຮັດຢູ່ນັ້ນ.” |
|
| 23 |
|
| ພຣະເຈົ້າຢາເວກ່າວວ່າ, “ເຮົາແມ່ນພຣະເຈົ້າຜູ້ຢູ່ທຸກທີ່ທຸກບ່ອນ ແລະບໍ່ໄດ້ຢູ່ແຕ່ໃນບ່ອນດຽວ.” |
|
| 24 |
|
| ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ. |
|
| 25 |
|
| “ເຮົາຮູ້ສິ່ງທີ່ຜູ້ທຳນວາຍເຫຼົ່ານັ້ນໄດ້ເວົ້າຕົວະໃນນາມຂອງເຮົາ; ແລະອ້າງວ່າເຮົາໄດ້ມອບຖ້ອຍຄຳຂອງເຮົາໃຫ້ພວກເຂົາທາງຄວາມຝັນ. |
|
| 26 |
|
| ຜູ້ທຳນວາຍເຫຼົ່ານີ້ຍັງຈະນຳປະຊາຊົນຂອງເຮົາໄປໃນທາງຜິດ ດ້ວຍການຕົວະທີ່ພວກເຂົາແຕ່ງຂຶ້ນມານັ້ນອີກດົນປານໃດ? |
|
| 27 |
|
| ພວກເຂົາຄິດວ່າຄວາມຝັນຊຶ່ງພວກເຂົາບອກນັ້ນ ຈະເຮັດໃຫ້ປະຊາຊົນຂອງເຮົາລືມເຮົາໄປ ດັ່ງທີ່ພໍ່ຂອງພວກເຂົາໄດ້ລືມໄລເຮົາ ແລະຫັນໄປຫາພະບາອານນັ້ນ. |
|
| 28 |
|
| ຜູ້ທຳນວາຍທີ່ໄດ້ຝັນກໍຄວນກ່າວວ່າ ເປັນແຕ່ຄວາມຝັນເທົ່ານັ້ນ; ແຕ່ຜູ້ທຳນວາຍທີ່ໄດ້ຍິນຖ້ອຍຄຳຂອງເຮົາ ກໍຕ້ອງປະກາດຖ້ອຍຄຳນັ້ນຢ່າງສັດຊື່. ເຟືອງເຂົ້າຈະປຽບກັບເຂົ້າໄດ້ບໍ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ. |
|
| 29 |
|
| ພຣະເຈົ້າຢາເວກ່າວວ່າ, “ຖ້ອຍຄຳຂອງເຮົາເປັນດັ່ງໄຟ ແລະຄ້ອນຕີ ຊຶ່ງຕີກ້ອນຫີນໃຫ້ແຕກເປັນປ່ຽງໄດ້.” |
|
| 30 |
|
| ພຣະເຈົ້າຢາເວກ່າວວ່າ, “ເຮົາຕໍ່ສູ້ຜູ້ທຳນວາຍເຫຼົ່ານັ້ນ ທີ່ຖືເອົາຄຳເວົ້າຂອງກັນແລະກັນ ໄປປະກາດວ່າເປັນຖ້ອຍຄຳຂອງເຮົາ.” |
|
| 31 |
|
| ພຣະເຈົ້າຢາເວກ່າວວ່າ, “ເຮົາຕໍ່ສູ້ຜູ້ທຳນວາຍເຫຼົ່ານັ້ນ ທີ່ປະກາດຄຳເວົ້າຂອງຕົນເອງວ່າ ເປັນຖ້ອຍຄຳຂອງເຮົາ.” |
|
| 32 |
|
| ພຣະເຈົ້າຢາເວກ່າວວ່າ, “ຈົ່ງຮັບຟັງສິ່ງທີ່ເຮົາກ່າວ ເຮົາຕໍ່ສູ້ຜູ້ທຳນວາຍທັງຫລາຍຜູ້ທີ່ເລົ່າຄວາມຝັນຕ່າງໆຂອງຕົນ ຊຶ່ງເຕັມໄປດ້ວຍຄຳຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະນຳປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄຳຕົວະຍົວະ ແລະຄຳໂອ້ອວດຂອງພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລືສັ່ງພວກເຂົາໄປ ແລະພວກເຂົາກໍບໍ່ໄດ້ຊ່ວຍເຫລືອປະຊາຊົນຫຍັງເລີຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 33 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເມື່ອຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດຖາມເຈົ້າວ່າ, ‘ພຣະເຈົ້າຢາເວໄດ້ກ່າວຢ່າງໃດ?’ ໃຫ້ເຈົ້າຕອບຄົນນັ້ນວ່າ, ‘ເຈົ້າເປັນພາລະໜັກ ໃຫ້ແກ່ພຣະເຈົ້າຢາເວ ແລະພຣະອົງກໍຈະກຳຈັດເຈົ້າເສຍ.’ |
|
| 34 |
|
| ຖ້າຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດ ໃຊ້ຄຳເວົ້າທີ່ວ່າ, ‘ພາລະໜັກຂອງພຣະເຈົ້າຢາເວ.’ ເຮົາຈະລົງໂທດຄົນນັ້ນແລະຄອບຄົວຂອງລາວດ້ວຍ. |
|
| 35 |
|
| ແທນທີ່ລາວຈະເວົ້າເຊັ່ນນັ້ນ ໃຫ້ແຕ່ລະຄົນຖາມໝູ່ເພື່ອນ ແລະພີ່ນ້ອງຂອງຕົນວ່າ, ‘ພຣະເຈົ້າຢາເວໃຫ້ຄຳຕອບຢ່າງໃດ? ພຣະເຈົ້າຢາເວກ່າວວ່າຢ່າງໃດ?’ |
|
| 36 |
|
| ສະນັ້ນ ພວກເຂົາບໍ່ຕ້ອງໃຊ້ຄຳວ່າ, ‘ພາລະໜັກຂອງພຣະເຈົ້າຢາເວ.’ ເພາະຖ້າຜູ້ໃດໃຊ້ຄຳເວົ້ານັ້ນ ເຮົາຈະເຮັດໃຫ້ຖ້ອຍຄຳຂອງເຮົາກາຍເປັນພາລະໜັກແທ້ໆສຳລັບຜູ້ນັ້ນ. ປະຊາຊົນໄດ້ບິດເບືອນຖ້ອຍຄຳແຫ່ງພຣະເຈົ້າອົງຊົງພຣະຊົນຢູ່, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງພວກເຂົາ. |
|
| 37 |
|
| ເຢເຣມີຢາເອີຍ ຈົ່ງຖາມບັນດາຜູ້ທຳນວາຍວ່າ, ‘ພຣະເຈົ້າຢາເວໃຫ້ຄຳຕອບຫຍັງແກ່ພວກເຈົ້າ? ພຣະເຈົ້າຢາເວໄດ້ກ່າວວ່າຢ່າງໃດ?’ |
|
| 38 |
|
| ຖ້າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ ແລະໃຊ້ຄຳສັບທີ່ວ່າ, ‘ພາລະໜັກ ຂອງພຣະເຈົ້າຢາເວ.’ ແລ້ວຈົ່ງບອກພວກເຂົາວ່າ |
|
| 39 |
|
| ແນ່ນອນເຮົາຈະຢິບຜູ້ນັ້ນຂຶ້ນ ແລະໂຍນພວກເຂົາໃຫ້ໜີໄປໄກຈາກເຮົາ ລວມທັງພວກເຂົາແລະນະຄອນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ແລະບັນພະບຸລຸດຂອງພວກເຂົາດ້ວຍ. |
|
| 40 |
|
| ເຮົາຈະນຳຄວາມອັບອາຍອັນຕະຫລອດໄປ ມາສູ່ພວກເຂົາໂດຍບໍ່ມີວັນລືມໄລໄດ້ຈັກເທື່ອ.” |
|
|
|
|