|
| 1 |
|
| “ຖ້າຊາຍຜູ້ໜຶ່ງປະເມຍຂອງຕົນ ແລະນາງໜີຈາກລາວໄປເປັນເມຍຂອງຊາຍອື່ນ ລາວກໍເອົານາງກັບຄືນມາບໍ່ໄດ້ອີກ. ເລື່ອງແບບນີ້ເຮັດໃຫ້ດິນແດນເປັນມົນທິນຢ່າງໝົດສິ້ນ. ແຕ່ຊາດອິດສະຣາເອນເອີຍ ເຈົ້າມີຄູ່ຮັກຫລາຍຄົນ ແລະບັດນີ້ ພັດຢາກກັບຄືນມາຫາເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 2 |
|
| ຈົ່ງເງີຍໜ້າເບິ່ງທີ່ຈອມພູພຸ້ນດູ. ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ປະພຶດຢ່າງຍິງແມ່ຈ້າງ? ເຈົ້າຄອງຄອຍຄູ່ຮັກຢູ່ຕາມແຄມຖະໜົນຫົນທາງ ເໝືອນຊາວອາຣັບຄອຍຖ້າເຫຍື່ອໃນຖິ່ນແຫ້ງແລ້ງກັນດານ. ການເປັນແມ່ຈ້າງຂອງເຈົ້ານັ້ນເຮັດໃຫ້ດິນແດນເປັນມົນທິນ. |
|
| 3 |
|
| ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມລະດູການ ແລະ ຝົນຍາມລະດູໃບໄມ້ປົ່ງຈຶ່ງຍັງບໍ່ມາ. ເບິ່ງເຈົ້າຄືຍິງແມ່ຈ້າງແທ້ໆ; ເຈົ້າຜູ້ບໍ່ມີຢ່າງອາຍເອີຍ. |
|
| 4 |
|
| ບັດນີ້ ເຈົ້າພັດເວົ້າຕໍ່ເຮົາວ່າ, ‘ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ ແລະ ພຣະອົງຮັກພວກຂ້ານ້ອຍມາ ແຕ່ສະໄໝຍັງນ້ອຍພຸ້ນ. |
|
| 5 |
|
| ພຣະອົງຈະບໍ່ໂກດຮ້າຍ ແລະ ຄຽດຮ້າຍກັບພວກຂ້ານ້ອຍຕະຫລອດໄປດອກ.’ ຊາດອິດສະຣາເອນເອີຍ ເຈົ້າເວົ້າດັ່ງນີ້ແຕ່ເຈົ້າຊໍ້າພັດຍັງເຮັດຊົ່ວຢູ່.” |
|
| 6 |
|
| ເມື່ອໂຢສີຢາຂຶ້ນເປັນກະສັດ ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຈົ້າບໍ່ເຫັນຫລືວ່າອິດສະຣາເອນ ຍິງທີ່ບໍ່ສັດຊື່ໄດ້ເຮັດແນວໃດ? ອິດສະຣາເອນໄດ້ຫັນໜີໄປຈາກເຮົາ ແລະຕາມເນີນທີ່ສູງກັບຢູ່ກ້ອງກົກໄມ້ໃບຂຽວທຸກໆກົກ ນາງໄດ້ເຮັດດັ່ງຍິງແມ່ຈ້າງ. |
|
| 7 |
|
| ເຮົາຄິດວ່າຫລັງຈາກທີ່ນາງໄດ້ເຮັດສິ່ງທັງໝົດນັ້ນແລ້ວ ນາງກໍຈະກັບຄືນມາຫາເຮົາຢ່າງແນ່ນອນ. ແຕ່ນາງພັດບໍ່ໄດ້ກັບຄືນມາ; ແລະຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍໄດ້ຮູ້ເຫັນສິ່ງທັງໝົດນີ້ດ້ວຍ. |
|
| 8 |
|
| ຢູດາໄດ້ເຫັນເຊັ່ນກັນວ່າ ເຮົາໄດ້ປະຮ້າງອິດສະຣາເອນ ແລະ ສົ່ງນາງໜີໄປເພາະນາງໄດ້ຫັນໜີຈາກເຮົາໄປເປັນຍິງແມ່ຈ້າງ. ແຕ່ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນບໍ່ໄດ້ຢ້ານກົວເລີຍ. ນາງເປັນຍິງແມ່ຈ້າງເຊັ່ນດຽວກັນ |
|
| 9 |
|
| ແລະທັງບໍ່ອັບອາຍຂາຍໜ້າຈັກດີ້. ນາງໄດ້ເຮັດໃຫ້ດິນແດນເປັນມົນທິນ ແລະ ໄດ້ຫລີ້ນຊູ້ໂດຍຂາບໄຫວ້ໂງ່ນຫີນແລະກົກໄມ້. |
|
| 10 |
|
| ເຖິງແມ່ນນາງໄດ້ເຮັດສິ່ງທັງໝົດນັ້ນແລ້ວກໍດີ; ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນກໍແກ້ງກັບຄືນມາຫາເຮົາ ພຽງແຕ່ປາກເທົ່ານັ້ນ; ແຕ່ນາງບໍ່ໄດ້ມີຄວາມຈິງໃຈເລີຍ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ. |
|
| 11 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າອິດສະຣາເອນໄດ້ຫັນໜີໄປຈາກເຮົາກໍດີ ນາງຍັງໄດ້ພິສູດໃຫ້ເຫັນວ່າຕົນຍັງດີກວ່າຢູດາທີ່ບໍ່ສັດຊື່.” |
|
| 12 |
|
| ພຣະອົງໄດ້ບອກຂ້າພະເຈົ້າໄປກ່າວຕໍ່ຊາດອິດສະຣາເອນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ຊາດອິດສະຣາເອນຜູ້ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ. ພຣະເຈົ້າຢາເວກ່າວວ່າ ເຮົາມີຄວາມເມດຕາປານີ ແລະເຮົາຈະບໍ່ໂກດຮ້າຍ; ພຣະເຈົ້າຢາເວກ່າວວ່າ ເຮົາຈະບໍ່ໂກດຮ້າຍເຈົ້າຕະຫລອດໄປ. |
|
| 13 |
|
| ຂໍພຽງແຕ່ເຈົ້າຍອມຮັບຮູ້ວ່າເຈົ້າໄດ້ກະທຳຜິດ ແລະໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເທົ່ານັ້ນ. ຈົ່ງສາລະພາບວ່າ ຢູ່ກ້ອງຕົ້ນໄມ້ໃບຂຽວທຸກຕົ້ນເຈົ້າໄດ້ມອບຄວາມຮັກໃຫ້ແກ່ບັນດາພະຕ່າງຊາດ ແລະເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຕ່າງໆຂອງເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 14 |
|
| “ປະຊາຊົນຜູ້ທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ, ພຣະເຈົ້າຢາເວກ່າວດັ່ງນີ້ ເພາະພວກເຈົ້າເປັນຂອງເຮົາ. ເຮົາຈະເອົາຄົນໜຶ່ງໃນພວກເຈົ້າຈາກແຕ່ລະເມືອງ ແລະສອງຄົນຈາກແຕ່ລະຕະກຸນ ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ພູເຂົາຊີໂອນ. |
|
| 15 |
|
| ເຮົາຈະໃຫ້ພວກເຈົ້າມີພວກຜູ້ປົກຄອງທີ່ເຊື່ອຟັງເຮົາ ແລະເຂົາຈະປົກຄອງພວກເຈົ້າດ້ວຍສະຕິປັນຍາ ແລະຄວາມເຂົ້າໃຈ. |
|
| 16 |
|
| ຕໍ່ໄປ ເມື່ອພວກເຈົ້າມີຈຳນວນຫລາຍ ແລະຈຳນວນກໍເພີ່ມຂຶ້ນໃນດິນແດນແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວກ່າວວ່າ ພວກເຂົາຈະບໍ່ເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ. ພວກເຂົາຈະບໍ່ຄິດຮອດ ແລະຈະບໍ່ເວົ້າເຖິງຫີບນັ້ນອີກ; ພວກເຂົາບໍ່ຕ້ອງການຫີບນັ້ນອີກ ແລະຈະບໍ່ເຮັດມັນຂຶ້ນມາອີກດ້ວຍ. |
|
| 17 |
|
| ເມື່ອເວລານັ້ນມາເຖິງ ຄົນຈະເອີ້ນນະຄອນເຢຣູຊາເລັມວ່າ, ‘ບັນລັງຂອງພຣະເຈົ້າຢາເວ’ ແລະທຸກຊົນຊາດຈະມາໂຮມກັນທີ່ນັ້ນເພື່ອນະມັດສະການຖວາຍກຽດໃນນາມຊື່ຂອງພຣະເຈົ້າຢາເວ. ພວກເຂົາຈະບໍ່ເຮັດຕາມຈິດໃຈດື້ດ້ານແລະຊົ່ວຊ້າຂອງພວກເຂົາອີກຕໍ່ໄປ. |
|
| 18 |
|
| ໃນວັນນັ້ນ ເຊື້ອສາຍຂອງຢູດາຈະຮ່ວມກັບເຊື້ອສາຍຂອງອິດສະຣາເອນ ແລະພວກເຂົາຈະກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນທາງທິດເໜືອພ້ອມກັນ ແລະຈະຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ ເປັນກຳມະສິດອັນຖາວອນ.” |
|
| 19 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ເຮົາຢາກຮັບເຈົ້າເປັນລູກຊາຍຂອງເຮົາແທ້ໆ ແລະມອບດິນແດນໃຫ້ເປັນບ່ອນທີ່ມີຄວາມຍິນດີ ຄືດິນແດນທີ່ສວຍງາມທີ່ສຸດໃນທົ່ວທັງໂລກນີ້. ເຮົາຢາກໃຫ້ເຈົ້າເອີ້ນເຮົາວ່າ ບິດາ ແລະ ບໍ່ຫັນໜີຈາກເຮົາໄປອີກຈັກເທື່ອ. |
|
| 20 |
|
| ແຕ່ເຈົ້າຍັງເປັນດັ່ງເມຍທີ່ຫລິ້ນຊູ້ແລະບໍ່ສັດຊື່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 21 |
|
| ມີສຽງໜຶ່ງດັງຂຶ້ນເທິງທີ່ສູງທັງຫລາຍ ປະຊາຊົນອິດສະຣາເອນກຳລັງຮ້ອງໄຫ້ ແລະວອນຂໍ ເພາະພວກເຂົາໄດ້ໃຊ້ຊີວິດໃນການບາບຂອງພວກເຂົາ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. |
|
| 22 |
|
| ພວກປະຊາຊົນທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ເຮົາຈະປິ່ນປົວພວກເຈົ້າໃຫ້ດີຈາກການບໍ່ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍກຳລັງມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. |
|
| 23 |
|
| ພວກຂ້ານ້ອຍບໍ່ໄດ້ຮັບການຊ່ວຍເຫລືອຫຍັງເລີຍ ຈາກພະຕ່າງຊາດທີ່ພວກຂ້ານ້ອຍນະມັດສະການທີ່ເທິງເນີນພູຕ່າງໆ ແລະພູເຂົາທັງຫຼາຍນັ້ນ. ຄວາມພົ້ນຂອງຊາດອິດສະຣາເອນນັ້ນມາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍແຕ່ເທົ່ານັ້ນ. |
|
| 24 |
|
| ແຕ່ການຂາບໄຫວ້ພະບາອານ ພະແຫ່ງຄວາມອັບອາຍເຮັດໃຫ້ພວກຂ້ານ້ອຍເສຍຝູງແກະ ແລະຝູງງົວ, ພວກລູກຊາຍແລະລູກສາວ, ຄືສູນເສຍທຸກສິ່ງທີ່ບັນພະບຸລຸດໄດ້ສະສົມໄວ້ແຕ່ບູຮານ. |
|
| 25 |
|
| ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.” |
|
|
|
|