Lao ພຣະຄຳພີສັກສິ 2012
|
| 1 |
| ເມື່ອເຈົ້າເຢໂຮຍອາກິມ ລູກຊາຍຂອງເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
| 2 |
| “ຈົ່ງໄປຫາສະມາຊິກຂອງຕະກຸນເຣກາບແລະກ່າວກັບພວກເຂົາ. ແລ້ວຈົ່ງນຳພວກເຂົາມາທີ່ຫ້ອງໜຶ່ງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະເອົາເຫຼົ້າອະງຸ່ນໃຫ້ພວກເຂົາດື່ມ.” |
| 3 |
| ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ນຳເອົາຕະກຸນເຣກາບທັງໝົດມາ ເຊັ່ນ: ຢາຊານີຢາ (ລູກຊາຍຂອງເຢເຣມີຢາຄົນອື່ນ ຜູ້ເປັນລູກຂອງຮາບາຊີນີຢາ) ພ້ອມດ້ວຍອ້າຍເອື້ອຍນ້ອງແລະລູກຊາຍທັງໝົດ |
| 4 |
| ແລະນຳພວກເຂົາໄປທີ່ວິຫານຂອງພຣະເຈົ້າຢາເວ. ຂ້າພະເຈົ້າໄດ້ນຳພວກເຂົາເຂົ້າໄປໃນຫ້ອງພວກລູກຊາຍຂອງຮານານ ລູກຊາຍຂອງອິກດາລີຢາຄົນຂອງພຣະເຈົ້າ. ຫ້ອງນີ້ຢູ່ເທິງຫ້ອງຂອງມາອາເສອີຢາລູກຊາຍຂອງຊານລູມ ເຈົ້າໜ້າທີ່ຄົນສຳຄັນຜູ້ໜຶ່ງໃນພຣະວິຫານ ແລະໃກ້ກັບຫ້ອງຂອງເຈົ້າໜ້າທີ່ຄົນອື່ນໆ. |
| 5 |
| ແລ້ວຂ້າພະເຈົ້າກໍໄດ້ວາງຈອກແລະຖ້ວຍທີ່ມີເຫຼົ້າອະງຸ່ນເຕັມຢູ່ ໄວ້ຕໍ່ໜ້າຊາວເຣກາບ ແລະກ່າວແກ່ພວກເຂົາວ່າ, “ເຊີນດື່ມເຫຼົ້າອະງຸ່ນເຖີດ.” |
| 6 |
| ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາບໍ່ດື່ມເຫຼົ້າອະງຸ່ນ; ເພາະໂຢນາດາບ ລູກຊາຍຂອງເຣກາບຜູ້ເປັນບັນພະບຸລຸດຂອງພວກເຮົາໄດ້ບອກພວກເຮົາວ່າ, ‘ພວກເຈົ້າຢ່າດື່ມເຫຼົ້າອະງຸ່ນຊະນິດໃດໆຈັກເທື່ອ ຄືພວກເຈົ້າເອງ ແລະລູກຫລານຂອງພວກເຈົ້າດ້ວຍ. |
| 7 |
| ພວກເຈົ້າຢ່າສ້າງເຮືອນ ຫລືເຮັດໄຮ່ເຮັດນາ ຫລືເຮັດສວນອະງຸ່ນ ຫລືຊື້ສິ່ງເຫຼົ່ານີ້, ແຕ່ພວກເຈົ້າຈະອາໄສຢູ່ໃນຜ້າເຕັນເລື້ອຍໄປ ເພື່ອພວກເຈົ້າຈະໄດ້ຢູ່ຢ່າງຍາວນານໃນດິນແດນນີ້ດັ່ງຊາວຕ່າງດ້າວ.’ |
| 8 |
| ພວກເຮົາເຊື່ອຟັງຄຳແນະນຳທັງໝົດທີ່ໂຢນາດາບລູກຊາຍຂອງເຣກາບໄດ້ມອບໃຫ້. ພວກເຮົາຕະຫລອດທັງເມຍ, ລູກຊາຍ ແລະລູກສາວບໍ່ເຄີຍດື່ມເຫຼົ້າອະງຸ່ນຈັກເທື່ອ. |
| 9 |
| ພວກເຮົາບໍ່ໄດ້ປຸກເຮືອນຢູ່ແຕ່ຢູ່ໃນຜ້າເຕັນ ແລະພວກເຮົາກໍບໍ່ມີສວນອະງຸ່ນ, ທົ່ງໄຮ່ທົ່ງນາ ຫລືພືດຜົນເປັນເມັດເລີຍ. ພວກເຮົາໄດ້ຢຶດຖືຢ່າງຄົບຖ້ວນທຸກໆສິ່ງທີ່ໂຢນາດາບ ບັນພະບຸລຸດຂອງພວກເຮົາໄດ້ສັ່ງໄວ້. |
| 10 |
| 11 |
| ແຕ່ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຮຸກຮານປະເທດ ພວກເຮົາໄດ້ຕັດສິນໃຈມາທີ່ນະຄອນເຢຣູຊາເລັມ ເພື່ອຫລົບໜີຈາກກອງທັບຂອງຊາວບາບີໂລນ ແລະຊາວຊີເຣຍ. ດ້ວຍເຫດນີ້ ພວກເຮົາຈຶ່ງມາອາໄສຢູ່ໃນນະຄອນເຢຣູຊາເລັມ.” |
| 12 |
| ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກໍບອກຂ້າພະເຈົ້າ ໃຫ້ໄປກ່າວແກ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມວ່າ, |
| 13 |
| “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຟັງເຮົາ ແລະເຊື່ອຟັງຖ້ອຍຄຳທັງຫລາຍຂອງເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, |
| 14 |
| ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຊື່ອຟັງຄຳສັ່ງຂອງລາວ ໂດຍບໍ່ໄດ້ດື່ມເຫຼົ້າອະງຸ່ນ ແລະຈົນເຖິງທຸກວັນນີ້ ກໍບໍ່ມີຜູ້ໃດໃນພວກເຂົາດື່ມເລີຍ. ແຕ່ເຮົາໄດ້ສືບຕໍ່ກ່າວແກ່ພວກເຈົ້າ ແລະພວກເຈົ້າກໍບໍ່ໄດ້ເຊື່ອຟັງເຮົາ. |
| 15 |
| ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ. |
| 16 |
| ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຊື່ອຟັງຄຳສັ່ງ ທີ່ບັນພະບຸລຸດຂອງພວກເຂົາໄດ້ມອບໃຫ້, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.’ |
| 17 |
| ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’ |
| 18 |
| ແລ້ວຂ້າພະເຈົ້າກໍບອກຄົນໃນຕະກຸນເຣກາບນັ້ນວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ, ‘ຍ້ອນພວກເຈົ້າໄດ້ເຊື່ອຟັງຄຳສັ່ງທີ່ໂຢນາດາບບັນພະບຸລຸດຂອງພວກເຈົ້າ ໄດ້ມອບໃຫ້ແກ່ພວກເຈົ້ານັ້ນ; ພວກເຈົ້າຈຶ່ງເຮັດຕາມຄຳແນະນຳທຸກຢ່າງຂອງລາວ ແລະພວກເຈົ້າໄດ້ເຮັດທຸກໆສິ່ງທີ່ລາວໄດ້ສັ່ງພວກເຈົ້າ.’ |
| 19 |
| ສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງສັນຍາວ່າ, ‘ໂຢນາດາບລູກຊາຍເຣກາບຈະມີເຊື້ອສາຍເປັນເພດຊາຍ ບົວລະບັດຮັບໃຊ້ເຮົາຕະຫລອດໄປ.”’ |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/jeremiah/035.mp3
52
35