|
| 1 |
|
| ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາ ກະສັດແຫ່ງຢູດາຍ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້. |
|
| 3 |
|
| ບາງທີ ເມື່ອປະຊາຊົນຢູດາໄດ້ຍິນເລື່ອງການທຳລາຍ ທີ່ເຮົາຕັ້ງໃຈຈະນຳມາສູ່ພວກເຂົານັ້ນ ພວກເຂົາອາດຈະຫັນຈາກທາງຊົ່ວຮ້າຍກໍໄດ້. ແລ້ວເຮົາກໍຈະຍົກໂທດຄວາມຊົ່ວຮ້າຍ ແລະການບາບທີ່ພວກເຂົາໄດ້ເຮັດ.” |
|
| 4 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນບາຣຸກລູກຊາຍຂອງເນຣີຢາເຂົ້າມາຫາ; ແລະໃຫ້ຂຽນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ. ແລ້ວບາຣຸກກໍໄດ້ຂຽນຖ້ອຍຄຳທັງໝົດລົງໃນເຈ້ຍມ້ວນນັ້ນ. |
|
| 5 |
|
| ຕໍ່ມາ ຂ້າພະເຈົ້າໄດ້ແນະນຳບາຣຸກດັ່ງນີ້: “ຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ໄປວິຫານຂອງພຣະເຈົ້າຢາເວອີກ. |
|
| 6 |
|
| ແຕ່ເມື່ອປະຊາຊົນຖືສິນອົດອາຫານ ຂ້ອຍຢາກໃຫ້ເຈົ້າໄປທີ່ວິຫານຂອງພຣະເຈົ້າຢາເວ. ເຈົ້າຕ້ອງອ່ານໜັງສືມ້ວນນີ້ດ້ວຍສຽງອັນດັງ ເພື່ອພວກເຂົາຈະໄດ້ຍິນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້ອຍ ແລະຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນຕາມນັ້ນ. ຈົ່ງອ່ານໜັງສືນີ້ໃນບ່ອນທີ່ທຸກໆຄົນໄດ້ຍິນເຈົ້າ ລວມທັງປະຊາຊົນຢູດາທີ່ມາຈາກເມືອງຕ່າງໆ. |
|
| 7 |
|
| ບາງທີພວກເຂົາຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະຫັນໜີຈາກທາງຊົ່ວກໍໄດ້ ເພາະພຣະເຈົ້າຢາເວໄດ້ນາບຂູ່ປະຊາຊົນເຫຼົ່ານີ້ ດ້ວຍຄວາມໂກດຮ້າຍແລະໂມໂຫຢ່າງຮຸນແຮງ.” |
|
| 8 |
|
| ສະນັ້ນ ບາຣຸກຈຶ່ງໄດ້ອ່ານຖ້ອຍຄຳຂອງພຣະເຈົ້າຢາເວໃນວິຫານຂອງພຣະເຈົ້າຢາເວ ຖືກຕ້ອງຕາມທີ່ຂ້າພະເຈົ້າໄດ້ບອກໃຫ້ລາວເຮັດທຸກປະການ. |
|
| 9 |
|
| ໃນເດືອນທີເກົ້າຂອງຣາຊການປີທີຫ້າ ຂອງກະສັດເຢໂຮຍອາກິມລູກຊາຍຂອງໂຢສີຢາແຫ່ງຢູດາຍນັ້ນ ປະຊາຊົນໄດ້ຖືສິນອົດອາຫານຕໍ່ໜ້າພຣະເຈົ້າຢາເວ. ປະຊາຊົນທັງໝົດທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ແລະປະຊາຊົນທັງໝົດທີ່ມາຈາກເມືອງຂອງຢູດາຍກໍໄດ້ຖືສິນອົດອາຫານ. |
|
| 10 |
|
| ແລ້ວບາຣຸກກໍໄດ້ອ່ານທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນກຳລັງຟັງຢູ່. ລາວໄດ້ອ່ານໜັງສືມ້ວນນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ ຈາກຫ້ອງຂອງເກມາຣິຢາລູກຊາຍຂອງຊາຟານ ເລຂາທິການປະຈຳຣາຊວັງ. ສ່ວນຫ້ອງຂອງເກມາຣິຢານັ້ນຢູ່ທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ. |
|
| 11 |
|
| ເມື່ອມີກາອີຢາລູກຊາຍຂອງເກມາຣິຢາ ແລະຫລານຊາຍຂອງຊາຟານ ໄດ້ຍິນບາຣຸກອ່ານຖ້ອຍຄຳທັງໝົດຂອງພຣະເຈົ້າຢາເວຈາກໜັງສືມ້ວນ. |
|
| 12 |
|
| ລາວຈຶ່ງໄປຣາຊວັງທີ່ຫ້ອງເລຂາທິການປະຈຳວັງ ບ່ອນທີ່ຂ້າຣາຊການທັງໝົດກຳລັງປະຊຸມກັນຢູ່. ເອລີຊາມາ ຜູ້ທີ່ເປັນເລຂາທິການ, ເດລາອີຢາ ລູກຊາຍຂອງເຊມາອີຢາ, ເອນນາທານລູກຊາຍຂອງອັກໂບ, ເກມາຣິຢາ ລູກຊາຍຂອງຊາຟານ, ເຊເດກີຢາລູກຊາຍຂອງຮານານີຢາ ແລະບັນດາເຈົ້ານາຍອື່ນໆກໍຢູ່ທີ່ນັ້ນດ້ວຍ. |
|
| 13 |
|
| ມີກາອີຢາໄດ້ບອກຖ້ອຍຄຳທັງໝົດທີ່ຕົນໄດ້ຍິນບາຣຸກ ອ່ານສູ່ປະຊາຊົນຟັງນັ້ນສູ່ພວກເຂົາຟັງ. |
|
| 14 |
|
| ແລ້ວບັນດາເຈົ້ານາຍກໍໃຊ້ເຢຮູດີ (ລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເຊເລມີຢາ ແລະເຫຼັນຂອງກູຊີ) ໃຫ້ໄປບອກບາຣຸກນຳໜັງສືມ້ວນມາ ຄືໜັງສືທີ່ລາວໄດ້ອ່ານສູ່ປະຊາຊົນຟັງຢູ່ນັ້ນ. ບາຣຸກຈຶ່ງນຳໜັງສືມ້ວນມາ. |
|
| 15 |
|
| ພວກເຂົາເວົ້າຕໍ່ລາວວ່າ, “ເຊີນນັ່ງລົງແລະອ່ານໜັງສືມ້ວນໃຫ້ພວກເຮົາຟັງເບິ່ງດູ.” ບາຣຸກຈຶ່ງອ່ານສູ່ຟັງ. |
|
| 16 |
|
| ຫລັງຈາກອ່ານຈົບແລ້ວ ພວກເຂົາຕ່າງກໍຫລຽວເບິ່ງໜ້າກັນດ້ວຍຄວາມຢ້ານກົວ ແລະເວົ້າກັບບາຣຸກວ່າ, “ພວກເຮົາຕ້ອງລາຍງານເລື່ອງນີ້ສູ່ກະສັດຟັງ.” |
|
| 17 |
|
| ແລ້ວພວກເຂົາກໍຖາມລາວວ່າ, “ເຈົ້າຂຽນຖ້ອຍຄຳທັງໝົດນີ້ໄດ້ຢ່າງໃດ? ເຢເຣມີຢາບອກຄຳເວົ້າໃຫ້ເຈົ້າຂຽນແມ່ນບໍ?” |
|
| 18 |
|
| ບາຣຸກຈຶ່ງຕອບວ່າ, “ເຢເຣມີຢາໄດ້ບອກທຸກໆຖ້ອຍຄຳໃຫ້ຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ໃຊ້ນໍ້າມຶກຂຽນລົງໃນເຈ້ຍມ້ວນນີ້.” |
|
| 19 |
|
| ແລ້ວພວກເຂົາກໍບອກລາວວ່າ, “ເຈົ້າກັບເຢເຣມີຢາຕ້ອງປົບໜີໄປລີ້ສາ. ຢ່າໃຫ້ຜູ້ໃດຜູ້ໜຶ່ງຮູ້ບ່ອນທີ່ພວກເຈົ້າລີ້.” |
|
| 20 |
|
| ຫຼັງຈາກພວກເຂົາໄດ້ມ້ຽນໜັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາ ຜູ້ເປັນເລຂາທິການຂອງກະສັດ ແລ້ວພວກເຂົາກໍໄປທີ່ພຣະຣາຊສຳນັກ ບ່ອນທີ່ພວກເຂົາລາຍງານທຸກໆສິ່ງສູ່ກະສັດຟັງ. |
|
| 21 |
|
| ແລ້ວກະສັດກໍໄດ້ໃຊ້ເຢຮູດີໄປເອົາໜັງສືມ້ວນນັ້ນມາ. ລາວຈຶ່ງໄປເອົາໜັງສືມ້ວນນັ້ນມາຈາກຫ້ອງຂອງເອລີຊາມາ ແລະອ່ານໃຫ້ກະສັດຟັງພ້ອມທັງຂ້າຣາຊການທັງໝົດ ທີ່ຢືນອ້ອມເພິ່ນຢູ່ນັ້ນ. |
|
| 22 |
|
| ກະສັດກຳລັງນັ່ງຝີງໄຟຢູ່ໃນວັງລະດູໜາວຂອງຕົນ ເພາະແມ່ນລະດູໜາວ. |
|
| 23 |
|
| ພໍເຢຮູດີອ່ານສຸດສາມສີ່ຕອນເທົ່ານັ້ນ ກະສັດກໍໃຊ້ມີດນ້ອຍຕັດຕອນນັ້ນຖິ້ມໃສ່ໄຟ. ເພິ່ນສືບຕໍ່ເຮັດເຊັ່ນນີ້ຈົນໜັງສືມ້ວນນັ້ນຖືກຈູດທັງໝົດ. |
|
| 24 |
|
| ແຕ່ບໍ່ເຫັນກະສັດຫລືຂ້າຣາຊການຂອງເພິ່ນຜູ້ໜຶ່ງຜູ້ໃດ ທີ່ໄດ້ຍິນຖ້ອຍຄຳທັງໝົດນັ້ນແລ້ວເກີດຢ້ານກົວ ຫລືສະແດງຄວາມເສຍໃຈແຕ່ຢ່າງໃດ. |
|
| 25 |
|
| ເຖິງແມ່ນວ່າເອນນາທານ, ເດລາອີຢາ ແລະເກມາຣີຢາ ໄດ້ຮ້ອງຂໍກະສັດບໍ່ໃຫ້ຈູດໜັງສືມ້ວນນັ້ນກໍຕາມ ເພິ່ນກໍບໍ່ຍອມຟັງ. |
|
| 26 |
|
| ແລ້ວເພິ່ນກໍສັ່ງເຈົ້າຊາຍເຢຣາເມເອນ, ເສຣາອີຢາລູກຊາຍຂອງອາຊະຣິເອນ ແລະເຊເລມີຢາລູກຊາຍຂອງອັບເດເອນ, ໃຫ້ໄປຈັບຂ້າພະເຈົ້າ ແລະບາຣຸກ ເລຂາທິການຂອງຂ້າພະເຈົ້າ. ແຕ່ພຣະເຈົ້າຢາເວໄດ້ເຊື່ອງພວກເຮົາໄວ້. |
|
| 27 |
|
| ຫລັງຈາກທີ່ກະສັດເຢໂຮຍອາກິມໄດ້ຈູດໜັງສືມ້ວນ ທີ່ຂ້າພະເຈົ້າໄດ້ບອກຖ້ອຍຄຳໃຫ້ບາຣຸກຂຽນນັ້ນແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, |
|
| 28 |
|
| “ໃຫ້ເອົາເຈ້ຍມ້ວນອື່ນມາຂຽນຖ້ອຍຄຳ ທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດທີ່ເຢໂຮຍອາກິມກະສັດແຫ່ງຢູດາຍໄດ້ຈູດນັ້ນໃສ່. |
|
| 29 |
|
| ຈົ່ງບອກເຢໂຮຍອາກິມກະສັດແຫ່ງຢູດາວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ເຈົ້າໄດ້ຈູດໜັງສືມ້ວນ ແລະຖາມວ່າ ເປັນຫຍັງເຈົ້າຈຶ່ງຂຽນວ່າກະສັດແຫ່ງບາບີໂລນຈະມາທຳລາຍດິນແດນນີ້ພ້ອມທັງຂ້າປະຊາຊົນແລະຝູງສັດດ້ວຍ.’ |
|
| 30 |
|
| ສະນັ້ນ ບັດນີ້ ພຣະເຈົ້າຢາເວຈຶ່ງກ່າວແກ່ເຢໂຮຍອາກິມວ່າ ເຈົ້າຈະບໍ່ມີເຊື້ອສາຍຄົນໃດຂອງເຈົ້າໄດ້ປົກຄອງຣາຊອານາຈັກຂອງດາວິດຈັກເທື່ອ. ຊາກສົບຂອງເຈົ້າຈະຖືກໂຍນອອກໄປ ແລະປະໃຫ້ຕາກແດດຍາມກາງເວັນ ແລະຕາກໝອກຍາມກາງຄືນ. |
|
| 31 |
|
| ເຮົາຈະລົງໂທດເຈົ້າ, ເຊື້ອສາຍຂອງເຈົ້າ ແລະບັນດາຂ້າຣາຊການຂອງເຈົ້າ ຍ້ອນການບາບທີ່ພວກເຈົ້າທັງໝົດໄດ້ເຮັດ. ເຈົ້າເອງລວມທັງຊາວນະຄອນເຢຣູຊາເລັມແລະຢູດາ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງເຮົາ; ສະນັ້ນ ເຮົາຈຶ່ງຈະນຳໄພພິບັດຊຶ່ງເຮົາໄດ້ຂູ່ໄວ້ນັ້ນມາສູ່ພວກເຈົ້າທຸກຄົນ.” |
|
| 32 |
|
| ແລ້ວຂ້າພະເຈົ້າກໍເອົາເຈ້ຍມ້ວນໜຶ່ງອີກມອບໃຫ້ບາຣຸກລູກຊາຍຂອງເນຣີຢາ ເລຂາທິການຂອງຂ້າພະເຈົ້າ ຂຽນທຸກຖ້ອຍຄຳຕາມຄຳບອກຂອງຂ້າພະເຈົ້າ. ລາວໄດ້ຂຽນຖ້ອຍຄຳທັງໝົດທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດ ແລະຍັງຕື່ມຂໍ້ຄວາມອີກຫລາຍຢ່າງ ທີ່ຄືກັນກັບທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນ. |
|
|
|
|