|
| 1 |
|
| ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາດອິດສະຣາເອນເອີຍ ຖ້າພວກເຈົ້າຢາກຈະກັບຄືນມາ ກໍຈົ່ງກັບຄືນມາຫາເຮົາເທີ້ນ. ຖ້າພວກເຈົ້າໂຍນຮູບເຄົາຣົບທີ່ເຮົາກຽດຊັງຖິ້ມ ແລະສັດຊື່ຕໍ່ເຮົາ |
|
| 2 |
|
| ການທີ່ພວກເຈົ້າຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ກໍເປັນການຖືກຕ້ອງແລ້ວ ທຸກໆຊົນຊາດກໍຈະຂໍເຮົາອວຍພອນພວກເຂົາ ແລະພວກເຂົາກໍຈະສັນລະເສີນເຮົາ.” |
|
| 3 |
|
| ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ, “ຈົ່ງໄຖນາເຮື້ອຂອງພວກເຈົ້າສາ; ຢ່າຫວ່ານເມັດເຂົ້າລົງໃນກໍໜາມ. |
|
| 4 |
|
| ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.” |
|
| 5 |
|
| ຈົ່ງເປົ່າແກສັນຍານໄພໄປທົ່ວດິນແດນຢູດາຍ ຈົ່ງຮ້ອງສຽງດັງໆ ອອກມາໃຫ້ຊັດແຈ້ງ ຈົ່ງບອກຊາວຢູດາ ແລະຊາວນະຄອນເຢຣູຊາເລັມ ໃຫ້ແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນໄວ້. |
|
| 6 |
|
| ຈົ່ງໃຫ້ສັນຍານໄພແກ່ບ່ອນໃກ້ໆພູເຂົາຊີໂອນ ຈົ່ງແລ່ນໜີໄປໃຫ້ປອດໄພ ຢ່າຊັກຊ້າ, ເຮົາກຳລັງນຳໄພພິບັດມາ ການທຳລາຍອັນໃຫຍ່ມາແຕ່ທິດເໜືອ. |
|
| 7 |
|
| ດັ່ງໂຕສິງກຳລັງອອກມາແຕ່ບ່ອນລີ້ຂອງມັນ ຜູ້ທຳລາຍຊົນຊາດທັງຫລາຍອອກມາສາແລ້ວ. ມັນກຳລັງອອກມາຈາກບ່ອນຫລົບລີ້ຂອງມັນ ເພື່ອຮຸກຮານຢູດາຍ ແລະທຳລາຍດິນແດນໃຫ້ກ້ຽງ ເມືອງຂອງຢູດາຍຈະຖືກປະໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຄົນອາໄສຢູ່ໃນເມືອງເຫຼົ່ານັ້ນ. |
|
| 8 |
|
| ສະນັ້ນ ຈົ່ງໃສ່ຜ້າກະສອບເຂົ້າ ແລະໄວ້ທຸກ ຈົ່ງຮ້ອງໄຫ້ຮໍ່າໄຮ ແລະຄໍ່າຄວນສາເຖີດ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງຫລາຍ ຄວາມໂກດຮ້າຍຂອງພຣະອົງບໍ່ໄດ້ຫັນໜີໄປຈາກພວກເຮົາ. |
|
| 9 |
|
| ພຣະເຈົ້າຢາເວໄດ້ກ່າວວ່າ, “ໃນວັນນັ້ນ ບັນດາກະສັດ ແລະພວກຂ້າຣາຊການຈະສູນເສຍຄວາມກ້າຫານ; ພວກປະໂຣຫິດຈະສະທ້ານຕົກໃຈກົວ ແລະພວກຜູ້ທຳນວາຍກໍຈະແປກໃຈຍິ່ງ.” |
|
| 10 |
|
| ແລ້ວຂ້າພະເຈົ້າກໍເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງຫລອກລວງຊາວນະຄອນເຢຣູຊາເລັມຢ່າງໝົດສິ້ນສາແລ້ວ ພຣະອົງໄດ້ບອກວ່າ ຈະມີສັນຕິສຸກ ແຕ່ກັບມີດາບຈີ້ຢູ່ທີ່ຄໍຫອຍຂອງພວກຂ້ານ້ອຍ.” |
|
| 11 |
|
| ເວລານັ້ນກຳລັງມາເຖິງ ເມື່ອຈະມີຄົນມາບອກຊາວນະຄອນເຢຣູຊາເລັມວ່າ ລົມຮ້ອນຈາກເທິງພູຂອງຖິ່ນແຫ້ງແລ້ງກັນດານກຳລັງພັດມາສູ່ພວກເຂົາ. ມັນຈະບໍ່ແມ່ນລົມເບົາໆທີ່ພັດເອົາຂີ້ແກບໄປ |
|
| 12 |
|
| ແຕ່ແມ່ນລົມທີ່ພັດມາແຮງກວ່ານັ້ນຕັ້ງຫລາຍເທົ່າ ຕາມຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແມ່ນອົງພຣະຜູ້ເປັນເຈົ້າເອງທີ່ກຳລັງກ່າວຕັດສິນປະຊາຊົນຂອງພຣະອົງ. |
|
| 13 |
|
| ຈົ່ງເບິ່ງພຸ້ນດຸ ສັດຕູກຳລັງມາດັ່ງກ້ອນເມກ. ລົດຮົບຂອງພວກເຂົາແລ່ນມາດັ່ງລົມບ້າໝູ ແລະມ້າຂອງພວກເຂົາກໍແລ່ນໄວດັ່ງນົກອິນຊີ. ພວກເຮົາໄດ້ເສຍໄຊ ຄາວເຄາະກຳມາເຖິງສາແລ້ວ. |
|
| 14 |
|
| ນະຄອນເຢຣູຊາເລັມເອີຍ ຈົ່ງຊຳລະລ້າງຄວາມຊົ່ວຊ້າອອກຈາກຈິດໃຈຂອງເຈົ້າສາ ເພື່ອວ່າເຈົ້າຈະພົ້ນໄດ້. ເຈົ້າຈະຄິດບາບຢູ່ຢ່າງນີ້ອີກໄປດົນນານປານໃດ? |
|
| 15 |
|
| ຄົນທີ່ນຳຂ່າວມາຈາກເມືອງດານ ແລະຈາກເນີນພູຕ່າງໆຂອງເອຟຣາອິມກໍປະກາດຂ່າວຮ້າຍ. |
|
| 16 |
|
| ພວກເຂົາໄດ້ມາເຕືອນຊົນຊາດຕ່າງໆ ແລະບອກນະຄອນເຢຣູຊາເລັມວ່າ ເຫຼົ່າສັດຕູກຳລັງມາຈາກດິນແດນໄກ. ສັດຕູເຫຼົ່ານີ້ຈະຮ້ອງຕໍ່ສູ້ເມືອງຂອງຢູດາຍ |
|
| 17 |
|
| ແລະປິດລ້ອມນະຄອນເຢຣູຊາເລັມໄວ້ດັ່ງຄົນກຳລັງເຝົ້າທົ່ງນາ ເພາະປະຊາຊົນໃນດິນແດນໄດ້ກະບົດຕໍ່ສູ້ເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 18 |
|
| ຢູດາເອີຍ ເຈົ້າໄດ້ນຳເອົາສິ່ງເຫຼົ່ານີ້ມາສູ່ເຈົ້າເອງ ໂດຍວິທີດຳເນີນຊີວິດຂອງເຈົ້າ ແລະໂດຍສິ່ງຕ່າງໆທີ່ເຈົ້າໄດ້ປະພຶດ. ບາບຂອງເຈົ້າໄດ້ກໍ່ໃຫ້ເກີດຄວາມທຸກລຳບາກນີ້; ສະນັ້ນ ມັນຈຶ່ງແທງຈິດໃຈຂອງເຈົ້າໃຫ້ຊອດ. |
|
| 19 |
|
| ຄວາມເຈັບປວດ ຂ້ານ້ອຍທົນຕໍ່ໄປບໍ່ໄຫວ ຈິດໃຈຂອງຂ້ານ້ອຍເຕັ້ນແຮງກຳລັງຈະແຕກຢູ່ແລ້ວ ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກແລະສຽງຮ້ອງການສູ້ຮົບ. |
|
| 20 |
|
| ໄພພິບັດໜຶ່ງແລ້ວ ໄພພິບັດອື່ນຊໍ້າຕິດຕາມມາ ຈົນໝົດປະເທດຖືກປ່ອຍປະໃຫ້ຮົກຮ້າງເພພັງສິ້ນ. ຜ້າເຕັນຂອງພວກເຮົາກໍໄດ້ຖືກທຳລາຍຢ່າງໄວວາ ຜ້າກັ້ງຂອງເຕັນກໍຖືກຈີກໃຫ້ຂາດເປັນຕ່ອນໆ. |
|
| 21 |
|
| ຂ້ານ້ອຍຈະຕ້ອງເຫັນການສູ້ຮົບຢ່າງນີ້ດົນປານໃດ? ຍິນສຽງແກດັງກ້ອງຢູ່ດົນນານປານໃດອີກ? |
|
| 22 |
|
| ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.” |
|
| 23 |
|
| ຂ້ານ້ອຍຈ້ອງຕາເບິ່ງແຜ່ນດິນໂລກ ເຫັນເປັນທີ່ຮ້າງຫວ່າງເປົ່າທັງໝົດ ແລະແນມເບິ່ງຟ້າສະຫວັນກໍບໍ່ເຫັນ ແສງສະຫວ່າງໃດໆທັງສິ້ນ. |
|
| 24 |
|
| ຂ້ານ້ອຍແນມເບິ່ງພູເຂົາຕ່າງໆພຸ້ນ ມັນກໍສັ່ນສະເທືອນ ແລະເນີນພູທັງຫລາຍກໍໂຊເຊໄປມາດ້ວຍ. |
|
| 25 |
|
| ຂ້ານ້ອຍເຫັນວ່າໃນທີ່ນັ້ນບໍ່ມີຈັກຄົນເລີຍ ແມ່ນແຕ່ຝູງນົກກໍໄດ້ເຈີດບິນໜີໄປຈົນສິ້ນ. |
|
| 26 |
|
| ດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນ ກໍກາຍເປັນຖິ່ນແຫ້ງແລ້ງກັນດານໄປສິ້ນ; ເມືອງທັງຫລາຍກໍຖືກປະໃຫ້ຮົກຮ້າງເພພັງ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງແທ້ໆ. ( |
|
| 27 |
|
| ພຣະເຈົ້າຢາເວໄດ້ກ່າວວ່າ ແຜ່ນດິນໂລກທັງໝົດຈະກາຍເປັນບ່ອນຮົກຮ້າງຫວ່າງເປົ່າ ແຕ່ພຣະອົງຈະບໍ່ທຳລາຍແຜ່ນດິນໂລກໃຫ້ຈົນກ້ຽງ.) |
|
| 28 |
|
| ສະນັ້ນ ແຜ່ນດິນໂລກຈຶ່ງຈະໄວ້ທຸກກັນ ແລະໃນຟ້າສະຫວັນທົ່ວໄປກໍຈະມືດມົວໄປສິ້ນ. ເຮົາກ່າວໄປແລ້ວຈະບໍ່ມີການປ່ຽນໃຈ ເມື່ອເຮົາໄດ້ຕັດສິນໃຈຈະບໍ່ມີການປ່ຽນແປງອີກ. |
|
| 29 |
|
| ເມື່ອໄດ້ຍິນສຽງທະຫານຂີ່ມ້າແລະນັກຍິງທະນູ ທຸກໆຄົນກໍຈະພາກັນແລ່ນປົບໜີໄປທັງນັ້ນ. ບາງຄົນກໍຈະແລ່ນໄປສູ່ປ່າດົງພົງໄພ ບາງຄົນກໍຈະປີນຂຶ້ນຕາມໂງ່ນຫີນດ້ວຍ. ທຸກໆເມືອງກໍຈະຖືກປະໃຫ້ຮ້າງເປົ່າທັງໝົດ ແລະຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນຕໍ່ໄປອີກ. |
|
| 30 |
|
| ເຖິງຄາວເຄາະກຳສາແລ້ວ ນະຄອນເຢຣູຊາເລັມເອີຍ ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງສີແດງແຈດເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງໃສ່ເຄື່ອງເອ້ ແຕ້ມຄິ້ວແຕ້ມຕາ? ເຈົ້າຕົບແຕ່ງໃຫ້ງາມໂດຍບໍ່ມີປະໂຫຍດ ຄູ່ຮັກຂອງເຈົ້ານັ້ນໄດ້ປະຖິ້ມເຈົ້າໄປແລ້ວເດ ແລະລາວຍັງຢາກຈະຂ້າເຈົ້າຖິ້ມຊໍ້າ. |
|
| 31 |
|
| ຂ້ານ້ອຍໄດ້ຍິນສຽງຮ້ອງດັ່ງຜູ້ຍິງກຳລັງຄອດລູກ ຄວນຄາງເຈັບປວດທີ່ສຸດຄືກັບການເກີດລູກກົກ. ສຽງຮ້ອງເກືອບໃຈຈະຂາດຂອງນະຄອນເຢຣູຊາເລັມ ຊຶ່ງກຳລັງຄວນຄາງ ແລະວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະເວົ້າອອກມາວ່າ, “ເຄາະກຳຂ້ອຍນໍ ພວກເຂົາກຳລັງຈະມາຂ້າຂ້ອຍ.” |
|
|
|
|