|
| 1 |
|
| ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວເຖິງດິນແດນໂມອາບວ່າ, “ຊາວເມືອງເນໂບຊ່າງໜ້າສົງສານແທ້ເດ ເມືອງຂອງພວກເຂົາຖືກທຳລາຍຈິບຫາຍສາແລ້ວ ເມືອງກີຣິອາດທາອິມກໍຖືກຢຶດໄດ້ແລ້ວຄືກັນ ເມືອງທີ່ມີປ້ອມປ້ອງກັນແໜ້ນໜາກໍຖືກທັບມ້າງ. ຊາວເມືອງທຸກຄົນຕ່າງກໍຕົກໃຈຢ້ານກົວ ແລະພວກເຂົາກໍຖືກອັບອາຍຂາຍໜ້າ; |
|
| 2 |
|
| ຄວາມຍິ່ງໃຫຍ່ຂອງໂມອາບສິ້ນສຸດລົງແລ້ວເດ ເຫຼົ່າສັດຕູຢຶດເມືອງເຮັດຊະໂບນໄດ້ແລ້ວ ແລະວາງອຸບາຍທຳລາຍເມືອງເຮັດຊະໂບນ ແລະຊົນຊາດໂມອາບໃຫ້ໝົດສິ້ນ. ເມືອງມັດເມນກໍຈະກາຍເປັນເມືອງມິດງຽບໄປ ເພາະກອງທັບທັງຫລາຍຍົກໄປຕໍ່ສູ້ເມືອງນີ້. |
|
| 3 |
|
| ຊາວເມືອງໂຮໂຣນາອິມຕ່າງກໍຮ້ອງອອກມາວ່າ, ‘ຈິບຫາຍ ຈິບຫາຍກັນໃຫຍ່ແລ້ວ.’ |
|
| 4 |
|
| ໂມອາບກໍໄດ້ຖືກທຳລາຍລົງໝົດໃດ ຈົ່ງຟັງເດັກນ້ອຍກຳລັງຮ້ອງໄຫ້ຢູ່ຍົ່ວໆ. |
|
| 5 |
|
| ໄດ້ຍິນບໍສຽງຮ້ອງໄຫ້ສະອຶກສະອື້ນຂອງພວກເຂົາ ຕາມຫົນທາງຂຶ້ນໄປສູ່ເມືອງລູຮິດພຸ້ນ ເປັນສຽງຮ້ອງໄຫ້ຍ້ອນໂສກເສົ້າເສຍໃຈ ຕາມຫົນທາງລົງສູ່ເມືອງໂຮໂຣນາອິມພຸ້ນ. |
|
| 6 |
|
| ພວກເຂົາເວົ້າວ່າ, ຈົ່ງຮິບແລ່ນໜີເອົາຊີວິດລອດ ຈົ່ງແລ່ນໜີດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານນັ້ນ. |
|
| 7 |
|
| ໂມອາບ ເຈົ້າວາງໃຈໃນກຳລັງກັບຊັບສົມບັດນໍ ແຕ່ບັດນີ້ເຈົ້າພັດຈະຖືກຕີໃຫ້ພ່າຍແພ້; ພະເຄໂມດຂອງເຈົ້າຈະຖືກກວາດໄປເປັນຊະເລີຍ ລວມທັງເຈົ້າຊາຍ ແລະປະໂຣຫິດດ້ວຍ. |
|
| 8 |
|
| ບໍ່ມີແມ່ນແຕ່ເມືອງໜຶ່ງຈະຫວິດອັນຕະລາຍ ບໍ່ມີເມືອງໃດຈະພົ້ນຖືກທຳລາຍໄດ້. ຮ່ອມພູ ແລະທົ່ງພຽງຈະຖືກຮົກຮ້າງຫວ່າງເປົ່າ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້. |
|
| 9 |
|
| ຈົ່ງຕຽມອຸບມຸງຝັງສົບໄວ້ສຳລັບໂມອາບສາ ເພາະຈະຖືກທຳລາຍໃນເວລາໄວໆນີ້. ເມືອງກໍຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກ.” ( |
|
| 10 |
|
| ຈົ່ງສາບແຊ່ງຜູ້ທີ່ບໍ່ເຮັດວຽກງານຂອງພຣະເຈົ້າຢາເວດ້ວຍໝົດຈິດໝົດໃຈ ຈົ່ງສາບແຊ່ງຜູ້ທີ່ບໍ່ໃຊ້ດາບຂອງຕົນເພື່ອຟັນແລະເຂັ່ນຂ້າ). |
|
| 11 |
|
| ພຣະເຈົ້າຢາເວກ່າວວ່າ, “ໂມອາບເຄີຍຢູ່ຢ່າງປອດໄພ ແລະບໍ່ເຄີຍຖືກຈັບໄປເປັນຊະເລີຍຈັກເທື່ອ. ໂມອາບເປັນດັ່ງເຫຼົ້າອະງຸ່ນທີ່ຖືກປະໄວ້ບໍ່ມີຜູ້ໃດລົບກວນ ແລະບໍ່ເຄີຍຖືກຖອກຈາກໄຫໜຶ່ງໃສ່ອີກໄຫໜຶ່ງຈັກເທື່ອ. ຣົດຊາດບໍ່ເຄີຍເສື່ອມເສຍ ແລະຊີມຣົດເທື່ອໃດກໍດີເທື່ອນັ້ນ. |
|
| 12 |
|
| ສະນັ້ນ ບັດນີ້ ເມື່ອເວລານັ້ນມາເຖິງ ເຮົາຈະສົ່ງຄົນໄປເທໂມອາບອອກດັ່ງເທເຫຼົ້າອະງຸ່ນ. ພວກເຂົາຈະເທເຫຼົ້າອະງຸ່ນອອກຈົນໄຫເປົ່າ ແລະທັງທັບໃຫ້ແຕກເປັນປ່ຽງໆ. |
|
| 13 |
|
| ແລ້ວຊາວໂມອາບກໍຈະຮັບຄວາມອັບອາຍຕໍ່ພະເຄໂມດຂອງພວກເຂົາ ດັ່ງທີ່ພວກອິດສະຣາເອນໄດ້ຮັບຄວາມອັບອາຍຕໍ່ພະເບັດເອນທີ່ພວກເຂົາໄດ້ໄວ້ວາງໃຈນັ້ນ. |
|
| 14 |
|
| ຊາຍໂມອາບ ເປັນຫຍັງຈຶ່ງວ່າເປັນຊ່ຽວຊານການລົບ ເປັນຜູ້ອົງອາດກ້າຫານທີ່ຜ່ານເສິກມາແລ້ວ? |
|
| 15 |
|
| ໂມອາບແລະເມືອງໄດ້ຖືກທຳລາຍຈົນໝົດ ຊາຍໜຸ່ມຜູ້ເກັ່ງກ້າທີ່ສຸດກໍຖືກຂ້າຖິ້ມ.” ອົງມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ທັງເປັນກະສັດໄດ້ກ່າວດັ່ງນີ້ແຫຼະ. |
|
| 16 |
|
| “ວິບັດຂອງໂມອາບໄດ້ເຂົ້າມາໃກ້ທຸກທີ ດິນແດນຈະຖືກຮົກຮ້າງເພພັງໃນໄວໆນີ້. |
|
| 17 |
|
| ພວກເຈົ້າທີ່ຢູ່ແຖບນີ້ເອີຍ ຈົ່ງໄວ້ທຸກໃຫ້ຊົນຊາດນັ້ນ ຄືທຸກໆຄົນທີ່ຮູ້ຊື່ສຽງຂອງດິນແດນນັ້ນ. ຈົ່ງເວົ້າວ່າ, ‘ການປົກຄອງເດັ່ນຖືກທັບມ້າງລົງ ຄວາມຍິ່ງໃຫຍ່ແລະໂດ່ງດັງບໍ່ມີຕໍ່ໄປແລ້ວ.’ |
|
| 18 |
|
| ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ. |
|
| 19 |
|
| ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງອາໂຣເອເອີຍ ຈົ່ງຢືນລໍຢູ່ຕາມແຄມຖະໜົນຫົນທາງເຖີດ ຈົ່ງສອບຖາມພວກທີ່ກຳລັງແລ່ນປົບໜີໄປ ຈົ່ງສືບຖາມນຳພວກເຂົາວ່າມີຫຍັງໄດ້ເກີດຂຶ້ນ. |
|
| 20 |
|
| ພວກເຂົາຈະຕອບວ່າ, ‘ໂມອາບແຕກແລ້ວເດ ເປັນໜ້າອັບອາຍຫລາຍ ແລະທຸກໃຈແທ້ໆ. ຈົ່ງໄປປະກາດຕາມແຄມແມ່ນໍ້າອາກໂນນວ່າ ດິນແດນໂມອາບໄດ້ເຖິງທີ່ປະລາໄຊແລ້ວ.’ |
|
| 21 |
|
| ການຕັດສິນໄດ້ມາຮອດເມືອງຕ່າງໆຕາມພູພຽງແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ, |
|
| 22 |
|
| ດີໂບນ, ເນໂບ, ເບັດດິບລາທາອິມ, |
|
| 23 |
|
| ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ, |
|
| 24 |
|
| ເກຣິໂອດ ແລະໂບຊະຣາ. ການຕັດສິນໄດ້ແຜ່ໄປເຖິງທຸກເມືອງຂອງໂມອາບບໍ່ວ່າໃກ້ຫລືໄກ. |
|
| 25 |
|
| ໂມອາບຖືກຍໍ່າຍີ່ໃຫ້ໝຸ່ນ; ອຳນາດກໍຖືກທຳລາຍສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
|
| 26 |
|
| ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ. |
|
| 27 |
|
| ໂມອາບເອີຍ ຈື່ບໍວ່າເຈົ້າໄດ້ຫົວຂວັນໃສ່ປະຊາຊົນອິດສະຣາເອນຢ່າງໃດ? ເຈົ້າເຮັດຕໍ່ພວກເຂົາເໝືອນກັບວ່າພວກເຂົາຖືກຈັບໄດ້ໃນພວກນັກປຸ້ນ. |
|
| 28 |
|
| ປະຊາຊົນທີ່ອາໄສຢູ່ໃນໂມອາບເອີຍ ຈົ່ງໜີອອກຈາກເມືອງຂອງພວກເຈົ້າເຖີດ ຈົ່ງໄປອາໄສຢູ່ຕາມໜ້າຜາສາ ຈົ່ງເຮັດຄືນົກກາງແກທີ່ເຮັດຮັງຂອງຕົນຢູ່ກາງພູບ່ອນທີ່ມີເງີບຜາ. |
|
| 29 |
|
| ໂມອາບຈອງຫອງຫລາຍ ເຮົາໄດ້ຍິນວ່າປະຊາຊົນກໍອວດດີ, ຂີ້ສະຫາວ ແລະຄຸຍໂມ້ສໍ່າໃດ; ພວກເຂົາຄິດເຫັນແຕ່ຜົນປະໂຫຍດຕົນເອງສໍ່າໃດ. |
|
| 30 |
|
| ພຣະເຈົ້າຢາເວກ່າວວ່າ ເຮົາຮູ້ຈັກເຖິງຄວາມອວດດີຂອງພວກເຂົາ. ພວກເຂົາຄຸຍໂມ້ໄປບໍ່ຮອດໃສ ແລະສິ່ງທີ່ພວກເຂົາເຮັດນັ້ນກໍບໍ່ຍືນຍົງດອກ. |
|
| 31 |
|
| ເພາະສະນັ້ນ ເຮົາຈຶ່ງຮ້ອງໄຫ້ສຳລັບທຸກຄົນໃນໂມອາບ ແລະສຳລັບປະຊາຊົນກີຣະເຮເຣັດ. |
|
| 32 |
|
| ເຮົາຈະຮ້ອງໄຫ້ໃຫ້ປະຊາຊົນສິບມາ ຫລາຍກວ່າປະຊາຊົນຢາເຊອີກ. ເມືອງສິບມາເອີຍ ເຈົ້າເປັນດັ່ງຕົ້ນອະງຸ່ນຊຶ່ງງ່າໄປຈຸຮອດທະເລຕາຍ ແລະໄປໄກຈົນຮອດເມືອງຢາເຊ, ແຕ່ບັດນີ້ໝາກໄມ້ລະດູຮ້ອນ ແລະໝາກອະງຸ່ນຂອງພວກເຈົ້າຖືກທຳລາຍສາແລ້ວ. |
|
| 33 |
|
| ຄວາມສຸກ ແລະຄວາມຊົມຊື່ນຍິນດີໄດ້ຖືກນຳເອົາໜີໄປຈາກທີ່ດິນອັນອຸດົມສົມບູນຂອງໂມອາບ. ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫຼົ້າອະງຸ່ນອີກແລ້ວ ແລະບໍ່ມີສຽງໂຮຮ້ອງຊົມຊື່ນຍິນດີ. |
|
| 34 |
|
| ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ. |
|
| 35 |
|
| ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ປະຊາຊົນໂມອາບເຊົາເຜົາຖວາຍບູຊາ ໃນບ່ອນນະມັດສະການຕ່າງໆຂອງພວກເຂົາ ແລະເຊົາຖວາຍເຄື່ອງບູຊາຕ່າງໆແກ່ພະຂອງພວກເຂົາ. |
|
| 36 |
|
| ສະນັ້ນ ຈິດໃຈຂອງເຮົາຈຶ່ງໄວ້ທຸກໃຫ້ແກ່ໂມອາບ ແລະໄວ້ທຸກໃຫ້ປະຊາຊົນເມືອງກີຣະເຮເຣັດດັ່ງຜູ້ທີ່ເປົ່າຂຸ່ຍໃນງານສົບ ຍ້ອນພວກເຂົາໄດ້ສູນເສຍທຸກໆສິ່ງທີ່ພວກຕົນມີນັ້ນ. |
|
| 37 |
|
| ພວກເຂົາທຸກຄົນໄດ້ແຖຫົວ ແລະຕັດໜວດ. ພວກເຂົາທຸກຄົນໄດ້ປາດມືຂອງຕົນເອງ ແລະໄດ້ນຸ່ງຜ້າກະສອບເຂົ້າ. |
|
| 38 |
|
| ເທິງດາດຟ້າເຮືອນຂອງຊາວໂມອາບທຸກຫລັງ ແລະຕາມທີ່ສາທາລະນະທັງໝົດ ບໍ່ມີຫຍັງເລີຍນອກຈາກການໄວ້ທຸກເທົ່ານັ້ນ ຍ້ອນເຮົາໄດ້ຕີໂມອາບໃຫ້ແຕກດັ່ງຕີໝໍ້ທີ່ບໍ່ມີຜູ້ໃດຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 39 |
|
| ໂມອາບໄດ້ຖືກຕີໃຫ້ກະຈັດກະຈາຍໄປສາແລ້ວ ຈົ່ງຮ້ອງໄຫ້ ໂມອາບໄດ້ຖືກອັບອາຍສາແລ້ວ. ເປັນເມືອງທີ່ຮົກຮ້າງເພພັງ ແລະຊົນຊາດທັງໝົດທີ່ຢູ່ອ້ອມແອ້ມນັ້ນກໍຫົວເຍາະເຍີ້ຍ. |
|
| 40 |
|
| ພຣະເຈົ້າຢາເວໄດ້ສັນຍາວ່າຈະມີຊົນຊາດໜຶ່ງບິນລົງມາ ເທິງໂມອາບດັ່ງນົກອິນຊີພືປີກອອກກວມ |
|
| 41 |
|
| ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ. |
|
| 42 |
|
| ໂມອາບຈະຖືກທຳລາຍແລະຈະບໍ່ເປັນຊົນຊາດໜຶ່ງອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ. |
|
| 43 |
|
| ພຣະເຈົ້າຢາເວກ່າວວ່າ, ຄວາມຢ້ານກົວອັນໃຫຍ່, ຫລຸມ ແລະບ້ວງແຮ້ວ ກຳລັງລໍຄອຍປະຊາຊົນໂມອາບຢູ່. |
|
| 44 |
|
| ຜູ້ໃດກໍຕາມທີ່ພະຍາຍາມປົບໜີຈາກການຢ້ານກົວອັນໃຫຍ່ນັ້ນ ຈະຕົກລົງໃນຫລຸມ ແລະຜູ້ໃດກໍຕາມທີ່ປິນຂຶ້ນຈາກຫລຸມໄດ້ກໍຈະຖືກບ້ວງແຮ້ວ, ເພາະອົງພຣະຜູ້ເປັນເຈົ້າໄດ້ຈັດເວລາໄວ້ສຳລັບໂມອາບໃຫ້ຖືກທຳລາຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 45 |
|
| ພວກອົບພະຍົບຫລົບໄພທີ່ໝົດຊ່ອງທາງ ພະຍາຍາມຫາທີ່ປົກປ້ອງຄຸ້ມຄອງຢູ່ໃນເຮັດຊະໂບນ ຄືນະຄອນຊຶ່ງຄັ້ງໜຶ່ງກະສັດສີໂຫນໄດ້ປົກຄອງ ແຕ່ເມືອງນີ້ກໍຖືກເຜົາຜານ. ໄຟໄດ້ໄໝ້ເຂດແດນ ແລະພູສູງຂອງປະຊາຊົນໂມອາບຜູ້ມັກສົງຄາມ. |
|
| 46 |
|
| ສົງສານປະຊາຊົນໂມອາບເດ ປະຊາຊົນຜູ້ຂາບໄຫວ້ພະເຄໂມດໄດ້ຖືກທຳລາຍແລ້ວ ແລະລູກຊາຍຍິງຂອງພວກເຂົາກໍໄດ້ຖືກຈັບໄປເປັນຊະເລີຍເສິກສາແລ້ວ. |
|
| 47 |
|
| ແຕ່ໃນເວລາຂ້າງໜ້າ ຈະເຮັດໃຫ້ໂມອາບຈະເລີນຮຸ່ງເຮືອງຂຶ້ນໃໝ່. ສິ່ງທັງໝົດນີ້ແມ່ນເຫດການທີ່ພຣະເຈົ້າຢາເວກ່າວວ່າ ຈະເກີດຂຶ້ນກັບໂມອາບ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | | 33 | | 34 | | 35 | | 36 | | 37 | | 38 | | 39 | | 40 | | 41 | | 42 | | 43 | | 44 | | 45 | | 46 | | 47 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/jeremiah/048.mp3
52
48