Lao ພຣະຄຳພີສັກສິ 2012
|
| 1 |
| ຊາວເຢຣູຊາເລັມເອີຍ ຈົ່ງແລ່ນຜ່ານຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນຕ່າງໆ ຕາມຕະຫລາດເບິ່ງດຸ ເຈົ້າພົບຜູ້ໜຶ່ງຜູ້ໃດບໍທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະສະແຫວງຫາຄວາມຈິງຕໍ່ພຣະເຈົ້າ? ຖ້າພົບ ອົງພຣະຜູ້ເປັນເຈົ້າຈະຍົກໂທດໃຫ້ຄົນເມືອງນີ້. |
| 2 |
| ເຖິງປານນັ້ນ ເຈົ້າກໍຍັງອ້າງວ່ານະມັດສະການພຣະເຈົ້າຢາເວອົງຊົງພຣະຊົນຢູ່. ພວກເຈົ້າບໍ່ໄດ້ເຮັດຕາມຄຳສາບານທີ່ພວກເຈົ້າກ່າວນັ້ນ. |
| 3 |
| ແມ່ນແທ້ ພຣະເຈົ້າຢາເວຊອກຫາຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານທັງບໍ່ຍອມຫັນໜີຈາກການບາບ. |
| 4 |
| ແລ້ວຂ້ານ້ອຍກໍຄິດວ່າ, “ພວກເຂົາຂີ້ທຸກ ແລະໂງ່ກັນໝົດ ພວກເຂົາພາກັນປະພຶດຕົວຢ່າງໂງ່ຈ້າແທ້ໆ; ພວກເຂົາບໍ່ຮູ້ຈັກທາງຂອງພຣະເຈົ້າຢາເວ ທັງບໍ່ຮູ້ວ່າພຣະເຈົ້າຂອງພວກເຂົາຢາກໃຫ້ເຮັດຫຍັງຊໍ້າ. |
| 5 |
| ຂ້ານ້ອຍຈະໄປຫາຄົນທີ່ມີອຳນາດ ແລະຈະໄປເວົ້າຈາປາໄສກັບພວກເຂົາເບິ່ງ ແນ່ນອນພວກເຂົາຕ້ອງຮູ້ຈັກທາງຂອງພຣະເຈົ້າຢາເວ ແລະຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ.” ແຕ່ພວກເຂົາບໍ່ຮັບເອົາຣິດເດດອຳນາດຂອງພຣະອົງຈັກຄົນ ແລະປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ. |
| 6 |
| ສະນັ້ນ ຝູງໂຕສິງຈາກປ່າຈະກັດກິນພວກເຂົາ ໝາປ່າແຕ່ຖິ່ນແຫ້ງແລ້ງກັນດານຈະຈີກພວກເຂົາເປັນຕ່ອນ ແລະເສືອດາວຈະດັກສະກັດຢູ່ຕາມເມືອງຂອງພວກເຂົາ ຖ້າອອກໄປ ພວກເຂົາຈະຖືກພວກມັນຈີກເປັນຕ່ອນໆ; ເພາະການບາບທີ່ພວກເຂົາກະທຳມີຢ່າງຫລວງຫລາຍ ພວກເຂົາໄດ້ຫັນໜີຈາກພຣະເຈົ້າເທື່ອແລ້ວເທື່ອອີກ. |
| 7 |
| ພຣະເຈົ້າຢາເວຖາມວ່າ, “ເປັນຫຍັງເຮົາຈຶ່ງຍົກໂທດໃຫ້ປະຊາຊົນຂອງເຮົານໍ? ພວກເຂົາປະຖິ້ມເຮົາໄປຂາບໄຫວ້ພະທີ່ບໍ່ແມ່ນພຣະເຈົ້າ. ເຮົາລ້ຽງພວກເຂົາຈົນອີ່ມ ແຕ່ກໍນອກໃຈເຮົາ ແລະມົ້ວສຸມຢູ່ກັບພວກຍິງແມ່ຈ້າງ. |
| 8 |
| ພວກເຂົາເປັນຄືມ້າເຖິກທີ່ເຮົາລ້ຽງດີມີຕັນຫາຫລາຍ ແຕ່ລະຄົນກໍຢາກໄດ້ເມຍຂອງເພື່ອນບ້ານ. |
| 9 |
| ເພາະເລື່ອງນີ້ ເຮົາຈະບໍ່ຄວນລົງໂທດພວກເຂົາບໍ? ຊົນຊາດບາບດັ່ງນີ້ ຄວນຈະຖືກແກ້ແຄ້ນຫລືບໍ່? |
| 10 |
| ເຮົາຈະໃຊ້ສັດຕູມາຕັດຕົ້ນອະງຸ່ນຂອງພວກເຂົາລົງ ແຕ່ບໍ່ແມ່ນຈະທຳລາຍພວກເຂົາໃຫ້ໝົດຈົນສິ້ນ. ເຮົາຈະບອກເຫຼົ່າສັດຕູໃຫ້ລິງ່າຂອງມັນອອກສາ ເພາະງ່າເຫຼົ່ານັ້ນທັງໝົດບໍ່ໄດ້ເປັນຂອງພຣະເຈົ້າຢາເວ. |
| 11 |
| ຊາວອິດສະຣາເອນທັງຢູດາໄດ້ທໍລະຍົດຕໍ່ເຮົາໝົດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. |
| 12 |
| ປະຊາຊົນຂອງພຣະເຈົ້າຢາເວຕ່າງກໍປະຕິເສດພຣະອົງ ໂດຍເວົ້າວ່າ, “ພຣະອົງບໍ່ມີຣິດອຳນາດຫຍັງດອກ. ພວກເຮົາຈະບໍ່ມີຄວາມຍາກລຳບາກ; ພວກເຮົາຈະບໍ່ມີເສິກ ແລະຄວາມອຶດຢາກ.” |
| 13 |
| ພວກເຂົາເວົ້າວ່າ, “ພວກຜູ້ທຳນວາຍບໍ່ມີຫຍັງດອກ ເປັນພຽງແຕ່ຖົງລົມເທົ່ານັ້ນ. ພວກເຂົາບໍ່ມີຖ້ອຍຄຳຫຍັງທີ່ມາຈາກອົງພຣະຜູ້ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເພາະປະຊາຊົນເຫຼົ່ານີ້ໄດ້ເວົ້າເຊັ່ນນັ້ນ ເຮົາຈະກະທຳໃຫ້ຖ້ອຍຄຳຂອງເຮົາເປັນດັ່ງໄຟທີ່ປາກຂອງເຈົ້າ. ປະຊາຊົນຈະເປັນດັ່ງຟືນ ແລະໄຟຈະໄໝ້ເຜົາຜານພວກເຂົາຖິ້ມ.” |
| 14 |
| 15 |
| ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາກຳລັງນຳເອົາຊົນຊາດໜຶ່ງຈາກທີ່ຫ່າງໄກມາໂຈມຕີພວກເຈົ້າ. ເປັນຊົນຊາດທີ່ເຂັ້ມແຂງ ແລະແຕ່ດຶກດຳບັນ ເປັນຊົນຊາດໜຶ່ງທີ່ພວກເຈົ້າບໍ່ຮູ້ຈັກພາສາ. |
| 16 |
| ບັນດານັກຍິງໜ້າທະນູຂອງພວກເຂົາເປັນທະຫານທີ່ເກັ່ງກ້າ ແລະຂ້າຄົນໂດຍບໍ່ມີຄວາມເມດຕາ. |
| 17 |
| ພວກເຂົາຈະກິນຜົນລະປູກ ແລະອາຫານຂອງພວກເຈົ້າຈົນໝົດກ້ຽງ; ພວກເຂົາຈະຂ້າລູກຊາຍຍິງທັງຫລາຍຂອງພວກເຈົ້າ. ພວກເຂົາຈະຂ້າຝູງແກະແລະຝູງງົວ ທັງຈະທຳລາຍຕົ້ນອະງຸ່ນ ແລະກົກໝາກເດື່ອເທດຂອງພວກເຈົ້າດ້ວຍ. ເມືອງທີ່ມີປ້ອມປ້ອງກັນຊຶ່ງພວກເຈົ້າໄວ້ວາງໃຈນັ້ນ ກໍຈະຖືກທຳລາຍໂດຍກອງທັບຂອງພວກເຂົາ.” |
| 18 |
| ພຣະເຈົ້າຢາເວກ່າວວ່າ, “ເຖິງແມ່ນເຮົາຈະລົງໂທດພວກເຈົ້າ ໃນວັນເຫຼົ່ານັ້ນກໍຕາມ; ແຕ່ເຮົາກໍຈະບໍ່ທຳລາຍປະຊາຊົນຂອງເຮົາຢ່າງໝົດສິ້ນ. |
| 19 |
| ເຢເຣມີຢາເອີຍ ເມື່ອພວກເຂົາຖາມວ່າ, ດ້ວຍເຫດໃດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງເຮັດສິ່ງເຫຼົ່ານີ້ທັງໝົດ; ຈົ່ງບອກພວກເຂົາວ່າ ເມື່ອພວກເຂົາໄດ້ຫັນໜີຈາກເຮົາໄປຮັບໃຊ້ບັນດາພະຕ່າງຊາດ ໃນດິນແດນຂອງພວກເຂົາເອງສັນໃດ ພວກເຂົາກໍຈະໄດ້ຮັບໃຊ້ຄົນຕ່າງຊາດໃນດິນແດນໜຶ່ງທີ່ບໍ່ເປັນຂອງພວກເຂົາເອງສັນນັ້ນ.” |
| 20 |
| ພຣະເຈົ້າຢາເວກ່າວວ່າ, “ຈົ່ງປະກາດຄວາມນີ້ໃຫ້ບັນດາເຊື້ອສາຍຂອງຢາໂຄບ ແລະຄົນຂອງຢູດາວ່າ: |
| 21 |
| ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ. |
| 22 |
| ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້. |
| 23 |
| ແຕ່ສຳລັບປະຊາຊົນດັ່ງພວກເຈົ້າແລ້ວ ພວກເຈົ້າດື້ດຶງ ແລະເປັນກະບົດ ໂດຍຫັນໜີ ແລະປະຖິ້ມເຮົາໄປ. |
| 24 |
| ພວກເຈົ້າບໍ່ເຄີຍຄິດເລີຍທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຖິງແມ່ນວ່າເຮົາໄດ້ສົ່ງຝົນຍາມລະດູໃບໄມ້ຫລົ່ນ ແລະຝົນຍາມລະດູໃບໄມ້ປົ່ງມາໃຫ້ ແລະໃຫ້ພວກເຈົ້າມີລະດູເກັບກ່ຽວປະຈຳປີກໍຕາມ. |
| 25 |
| ແຕ່ບາບກຳຂອງພວກເຈົ້າຕ່າງຫາກທີ່ກີດກັ້ນສິ່ງດີເຫຼົ່ານີ້ຈາກພວກເຈົ້າ. |
| 26 |
| ບັນດາຄົນຊົ່ວຊ້າໄດ້ອາໄສຢູ່ທ່າມກາງປະຊາຊົນຂອງເຮົາ; ພວກເຂົານອນຄອຍຖ້າ ດັ່ງຄົນຜູ້ໜຶ່ງວາງຕາໜ່າງໄວ້ຈັບນົກ ແຕ່ພວກເຂົາພັດວາງຕາໜ່າງໄວ້ຈັບຄົນ. |
| 27 |
| ນາຍພານຈັບນົກໄດ້ເຕັມກົງຂັງສັນໃດ ພວກເຂົາກໍໄດ້ເຄື່ອງປຸ້ນມາໄວ້ເຕັມເຮືອນສັນນັ້ນ. ເພາະສະນັ້ນ ພວກເຂົາຈຶ່ງມີອຳນາດແລະຮັ່ງມີເປັນດີ |
| 28 |
| ຈຶ່ງຕຸ້ຍພີແລະມີອາຫານກິນຢ່າງອຸດົມສົມບູນ. ການເຮັດຊົ່ວຂອງພວກເຂົາບໍ່ມີຂອບເຂດ. ພວກເຂົາບໍ່ຍອມໃຫ້ລູກກຳພ້າມີສິດທິ ຫລືບໍ່ຍອມໃຫ້ຄວາມຍຸດຕິທຳແກ່ຜູ້ທີ່ຖືກກົດຂີ່.” |
| 29 |
| ພຣະເຈົ້າຢາເວກ່າວວ່າ, “ເຮົາຈະລົງໂທດພວກເຂົາຕໍ່ສິ່ງເຫຼົ່ານັ້ນ; ເຮົາຈະແກ້ແຄ້ນຊົນຊາດນີ້. |
| 30 |
| ເຫດການທີ່ໜ້າຢ້ານ ແລະຕົກໃຈໄດ້ເກີດຂຶ້ນໃນດິນແດນນີ້ແລ້ວ |
| 31 |
| ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/jeremiah/005.mp3
52
5