|
| 1 |
|
| ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ກ່ຽວກັບນະຄອນບາບີໂລນແລະຊາວນະຄອນວ່າ, |
|
| 2 |
|
| “ຈົ່ງປະກາດຂ່າວໃຫ້ຊົນຊາດທັງຫລາຍ ຈົ່ງຖະແຫລງຂ່າວນັ້ນສາເຖີດ ຈົ່ງແຈ້ງຂ່າວນັ້ນແລະໃຫ້ບອກເປັນສັນຍານ ຢ່າຮັກສາຂ່າວໄວ້ເປັນຄວາມລັບ ນະຄອນບາບີໂລນຫຼົ້ມຈົມແລ້ວ, ພະມັກດຸກຂອງນະຄອນບາບີໂລນແຕກກະຈັດກະຈາຍແລ້ວ, ບັນດາຮູບເຄົາຣົບຕ່າງກໍໄດ້ຖືກອັບອາຍ; ຮູບພະໜ້າກຽດຊັງຖືກທຳລາຍຈົນໝຸ່ນ. |
|
| 3 |
|
| ມີຊົນຊາດໜຶ່ງຈາກທາງທິດເໜືອໄດ້ມາໂຈມຕີບາບີໂລນ ແລະຈະເຮັດໃຫ້ເປັນຖິ່ນແຫ້ງແລ້ງກັນດານ. ມະນຸດແລະຝູງສັດຈະແລ່ນໜີໄປ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນເລີຍ.” |
|
| 4 |
|
| ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ທັງອິດສະຣາເອນ ແລະຢູດາຈະຮ້ອງໄຫ້ ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. |
|
| 5 |
|
| ພວກເຂົາຈະຖາມຫາຫົນທາງໄປສູ່ພູເຂົາຊີໂອນ ແລະຈະເດີນໄປຕາມຫົນທາງນັ້ນ. ພວກເຂົາຈະເຮັດພັນທະສັນຍາອັນຕະຫລອດໄປກັບພຣະເຈົ້າຢາເວ ແລະພວກເຂົາຈະບໍ່ຝ່າຝືນພັນທະສັນຍານັ້ນຈັກເທື່ອ. |
|
| 6 |
|
| ປະຊາຊົນຂອງເຮົາເປັນດັ່ງຝູງແກະທີ່ຜູ້ລ້ຽງໄດ້ປະປ່ອຍໃຫ້ເສຍໄປຕາມພູ. ພວກເຂົາເປັນດັ່ງແກະທີ່ເລາະໄປເລາະມາຈາກພູໜ່ວຍນີ້ຫາພູໜ່ວຍອື່ນ ແລະພວກເຂົາກໍລືມວ່າບ້ານຂອງພວກເຂົານັ້ນຢູ່ໃສ. |
|
| 7 |
|
| ພວກເຂົາຖືກທຳລາຍຈາກທຸກໆຄົນທີ່ໄດ້ພົບເຫັນພວກເຂົາ. ເຫຼົ່າສັດຕູຂອງພວກເຂົາເວົ້າວ່າ, ‘ສິ່ງທີ່ພວກເຮົາໄດ້ເຮັດບໍ່ຜິດ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ອົງເປັນທີ່ຢູ່ອັນແທ້ຈິງ; ຕໍ່ສູ້ພຣະເຈົ້າຢາເວ ອົງເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ.’ |
|
| 8 |
|
| ປະຊາຊົນອິດສະຣາເອນເອີຍ ຈົ່ງແລ່ນໜີຈາກບາບີໂລນສາ ຈົ່ງໜີອອກມາຈາກປະເທດສາ ຈົ່ງໜີໄປເປັນຜູ້ທຳອິດເຖີດ |
|
| 9 |
|
| ເຮົາຈະປຸກປັ່ນໝວດໜຶ່ງໃນບັນດາຊົນຊາດທີ່ເຂັ້ມແຂງທາງທິດເໜືອໃຫ້ມາໂຈມຕີບາບີໂລນ. ພວກເຂົາຈະລຽນແຖວກັນເຮັດເສິກ ແລະຕີເອົາປະເທດນີ້. ພວກເຂົາເປັນນັກໂຫ່ເນື້ອທີ່ຊຳນິຊຳນານ ໂດຍຍິງລູກທະນູບໍ່ຜິດພາດເປົ້າໝາຍຈັກເທື່ອ. |
|
| 10 |
|
| ບາບີໂລນຈະຖືກປຸ້ນ ແລະພວກທີ່ປຸ້ນນັ້ນຈະຢຶດເອົາທຸກໆສິ່ງທີ່ພວກເຂົາຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 11 |
|
| ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນແຫ່ງບາບີໂລນເອີຍ ພວກເຈົ້າໄດ້ປຸ້ນສະດົມຊົນຊາດຂອງເຮົາ. ພວກເຈົ້າມີຄວາມສຸກ ແລະມ່ວນຊື່ນເບີກບານ ດັ່ງງົວແມ່ທີ່ກຳລັງຢຽບເຂົ້າຫລືດັ່ງມ້າທີ່ກຳລັງຮ້ອງ |
|
| 12 |
|
| ແຕ່ເມືອງອັນໃຫຍ່ໂຕຂອງພວກເຈົ້ານັ້ນຈະຖືກລົດກຽດ ແລະຖືກອັບອາຍຂາຍໜ້າ. ບາບີໂລນຈະເປັນຊົນຊາດໜຶ່ງ ທີ່ມີຄວາມສຳຄັນໜ້ອຍທີ່ສຸດໃນບັນດາຊົນຊາດທັງໝົດ ຄືຈະກາຍເປັນຖິ່ນແຫ້ງແລ້ງກັນດານທີ່ເຫືອດແຫ້ງແລະຂາດນໍ້າ. |
|
| 13 |
|
| ດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຢາເວໃນນະຄອນບາບີໂລນຈະບໍ່ມີຜູ້ໃດອາໄສຢູ່; ມັນຈະຖືກປະປ່ອຍໃຫ້ເປັນທີ່ຮົກຮ້າງເພພັງ ແລະທຸກຄົນທີ່ໄດ້ຜ່ານໄປມາທີ່ນັ້ນ ຈະສະດຸ້ງຕົກໃຈແລະໜ້າງຶດງໍ້. |
|
| 14 |
|
| ພວກນັກຍິງທະນູເອີຍ ຈົ່ງລຽນແຖວເຂົ້າເຮັດເສິກຕໍ່ສູ້ນະຄອນບາບີໂລນແລະອ້ອມໄວ້. ຈົ່ງຍິງລູກທະນູທັງໝົດຂອງພວກເຈົ້າສຸມໃສ່ນະຄອນບາບີໂລນຍ້ອນເມືອງນີ້ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ. |
|
| 15 |
|
| ຈົ່ງເປັ່ງສຽງສູ້ຮົບອ້ອມເມືອງເຖີດ ບັດນີ້ນະຄອນບາບີໂລນໄດ້ຍອມຈຳນົນແລ້ວ. ກຳແພງເມືອງຖືກພັງລົງ. ອົງພຣະຜູ້ເປັນເຈົ້າກຳລັງແກ້ແຄ້ນຊາວບາບີໂລນ. ສະນັ້ນ ຈົ່ງແກ້ແຄ້ນ ແລະເຮັດຕໍ່ພວກເຂົາດັ່ງທີ່ພວກເຂົາໄດ້ເຮັດກັບຄົນອື່ນນັ້ນສາ. |
|
| 16 |
|
| ຢ່າໃຫ້ມີການເພາະປູກ ຫລືການເກັບກ່ຽວໃນປະເທດນີ້. ຊາວຕ່າງດ້າວທຸກໆຄົນທີ່ກຳລັງອາໄສຢູ່ໃນທີ່ນັ້ນຈະຢ້ານກອງທັບໂຈມຕີ ແລະຈະກັບຄືນເມືອບ້ານເກີດເມືອງນອນຂອງໃຜລາວ.” |
|
| 17 |
|
| “ປະຊາຊົນອິດສະຣາເອນປຽບດັ່ງຝູງແກະ ທີ່ຖືກໂຕສິງໄລ່ໃຫ້ກະຈັດກະຈາຍໄປ. ທຳອິດ ພວກເຂົາຖືກຈັກກະພັດອັດຊີເຣຍໂຈມຕີ; ຕໍ່ມາ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຫັກກະດູກພວກເຂົາ.” |
|
| 18 |
|
| ດ້ວຍເຫດນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, “ເຮົາຈະລົງໂທດກະສັດເນບູກາດເນັດຊາ ແລະດິນແດນຂອງລາວດັ່ງທີ່ເຮົາໄດ້ລົງໂທດກະສັດແຫ່ງອັດຊີເຣຍ. |
|
| 19 |
|
| ເຮົາຈະປົວແປງປະຊາຊົນອິດສະຣາເອນຂຶ້ນໃໝ່ໃນດິນແດນຂອງພວກເຂົາ. ພວກເຂົາຈະມີອາຫານການກິນເກີດຂຶ້ນທີ່ເທິງພູກາເມນ ແລະໃນຂົງເຂດບາຊານ ແລະພວກເຂົາຈະກິນຜົນລະປູກທີ່ເກີດຂຶ້ນໃນເຂດແດນຂອງເອຟຣາອິມກັບກີເລອາດ ຕາມຄວາມຕ້ອງການ. |
|
| 20 |
|
| ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 21 |
|
| “ຈົ່ງໂຈມຕີປະຊາຊົນໃນຂົງເຂດ ມາຣາທາອິມ ແລະເປໂກດ. ຈົ່ງຂ້າ ແລະທຳລາຍພວກເຂົາ. ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 22 |
|
| “ສຽງສູ້ຮົບໄດ້ດັງຂຶ້ນໃນດິນແດນ ແລະການທຳລາຍກໍໜັກໜ່ວງຫລາຍ. |
|
| 23 |
|
| ບາບີໂລນໄດ້ໃຊ້ຄ້ອນຕີໂລກທັງໝົດແຕກເປັນປ່ຽງສັນໃດ; ບັດນີ້ ຄ້ອນຕີນັ້ນກໍໄດ້ແຕກເປັນປ່ຽງສັນນັ້ນ ບັນດາຊົນຊາດທັງໝົດສະດຸ້ງຕົກໃຈ ຕໍ່ສິ່ງທີ່ໄດ້ເກີດຂຶ້ນໃນປະເທດນັ້ນ. |
|
| 24 |
|
| ບາບີໂລນເອີຍ ເຈົ້າໄດ້ຖືກແຮ້ວດັກຈັບ ຊຶ່ງເຮົາໄດ້ວາງໃສ່ເຈົ້າແລ້ວ ເຖິງແມ່ນເຈົ້າບໍ່ຮູ້ກໍຕາມ ເພາະເຈົ້າໄດ້ສູ້ຮົບພຣະເຈົ້າຢາເວ. |
|
| 25 |
|
| ພຣະເຈົ້າຢາເວໄດ້ໄຂສາງອາວຸດຂອງພຣະອົງອອກ ແລະດ້ວຍຄວາມໂກດຮ້າຍພຣະອົງໄດ້ເອົາອາວຸດນັ້ນອອກມາ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ມີພາລະກິດທີ່ຈະເຮັດໃນບາບີໂລນ. |
|
| 26 |
|
| ຈົ່ງໂຈມຕີປະເທດນີ້ຮອບດ້ານທັງເປີດສາງທີ່ໄດ້ສະສົມເຂົ້າໄວ້ ຈົ່ງກອງເຄື່ອງທີ່ປຸ້ນມານັ້ນດັ່ງທີ່ໄດ້ກອງເຂົ້າໄວ້ ຈົ່ງທຳລາຍປະເທດຖິ້ມ ຢ່າປະປ່ອຍຫຍັງໄວ້ເລີຍ |
|
| 27 |
|
| ຈົ່ງຂ້າທະຫານທັງໝົດສາ ຈົ່ງສັງຫານພວກເຂົາໃຫ້ກ້ຽງ ເຄາະກຳເປັນຂອງປະຊາຊົນແຫ່ງບາບີໂລນສາແລ້ວ ເວລາທີ່ພວກເຂົາໄດ້ຖືກລົງໂທດກໍມາເຖິງແລ້ວ.” ( |
|
| 28 |
|
| ພວກອົບພະຍົບປົບໜີຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ແລະພວກເຂົາບອກວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແກ້ແຄ້ນຊາວບາບີໂລນໃນສິ່ງທີ່ພວກເຂົາໄດ້ເຮັດຕໍ່ພຣະວິຫານຂອງພຣະອົງ.) |
|
| 29 |
|
| “ຈົ່ງບອກພວກນັກຍິງທະນູໃຫ້ໂຈມຕີນະຄອນບາບີໂລນ. ຈົ່ງສົ່ງທຸກຄົນທີ່ຮູ້ຈັກຍິງໜ້າທະນູອອກໄປ. ຈົ່ງອ້ອມເມືອງໄວ້ ແລະຢ່າໃຫ້ຜູ້ໃດປົບໜີໄປໄດ້. ຈົ່ງແກ້ແຄ້ນໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຍ້ອນເມືອງນັ້ນໄດ້ອວດດີກັບພຣະເຈົ້າຢາເວ ອົງບໍຣິສຸດຂອງຊາດອິດສະຣາເອນ. |
|
| 30 |
|
| ສະນັ້ນ ພວກຊາວໜຸ່ມໃນເມືອງນີ້ຈຶ່ງຈະຖືກຂ້າຕາມທ້ອງຖະໜົນຫົນທາງ ພວກທະຫານທັງໝົດກໍຈະຖືກທຳລາຍໃນມື້ນັ້ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 31 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ບາບີໂລນເອີຍ ເຈົ້ານັ້ນຈອງຫອງຫລາຍ; ສະນັ້ນ ເຮົາຈຶ່ງຕໍ່ສູ້ເຈົ້າ ເວລາທີ່ເຮົາຈະລົງໂທດເຈົ້າມາເຖິງແລ້ວ. |
|
| 32 |
|
| ຊົນຊາດທີ່ຈອງຫອງຂອງເຈົ້ານັ້ນຈະຕຳສະດຸດ ແລະລົ້ມລົງ ທັງຈະບໍ່ມີຜູ້ໃດຊ່ວຍຍົກພວກເຈົ້າຂຶ້ນ. ເຮົາຈະຈູດໄຟເຜົາເມືອງຕ່າງໆຂອງພວກເຈົ້າ; ແລະທຸກໆສິ່ງທີ່ອ້ອມເມືອງນັ້ນຈະຖືກທຳລາຍໝົດ.” |
|
| 33 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ປະຊາຊົນອິດສະຣາເອນ ແລະຢູດາໄດ້ຖືກກົດຂີ່. ຄົນທັງໝົດທີ່ໄດ້ຈັບພວກເຂົາໄປນັ້ນ ກຳລັງເຝົ້າເບິ່ງພວກເຂົາຢ່າງໃກ້ຊິດ ແລະບໍ່ຍອມປ່ອຍໃຫ້ພວກເຂົາໜີໄປ. |
|
| 34 |
|
| ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງຫລາຍ ແລະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ພຣະອົງຈະຍົກຄະດີຂອງພວກເຂົາຂຶ້ນພິຈາລະນາ ທັງຈະນຳສັນຕິສຸກມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນແຫ່ງບາບີໂລນຈະເດືອດຮ້ອນ.” |
|
| 35 |
|
| ພຣະເຈົ້າຢາເວກ່າວວ່າ, “ບາບີໂລນຕາຍ ປະຊາຊົນຕາຍ ນັກປົກຄອງ ແລະນັກປາດດ້ວຍ. |
|
| 36 |
|
| ໃຫ້ຄວາມຕາຍມາສູ່ຜູ້ທຳນວາຍຂີ້ຕົວະ ພວກເຂົາຊ່າງພາກັນໂງ່ຈ້າແທ້ໆ ຈົ່ງໃຫ້ຄວາມຕາຍມາສູ່ທະຫານທຸກຄົນສາ ພວກເຂົາຊ່າງຢ້ານກົວຫລາຍແທ້ໆ |
|
| 37 |
|
| ຈົ່ງທຳລາຍຝູງມ້າ ແລະລົດຮົບປະເທດນີ້ສາ ຈົ່ງໃຫ້ຄວາມຕາຍມາສູ່ພວກທະຫານຮັບຈ້າງ. ພວກເຂົາຊ່າງອິດອ່ອນເມື່ອຍຫລາຍແທ້ໆນໍ ຈົ່ງທຳລາຍຂຸມຊັບໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ. |
|
| 38 |
|
| ໃຫ້ຄວາມແຫ້ງແລ້ງມາສູ່ດິນແດນນີ້ສາ ໃຫ້ແມ່ນໍ້າໃນປະເທດນີ້ບົກແຫ້ງໝົດ. ບາບີໂລນມີຮູບເຄົາຣົບໜ້າຢ້ານຫລວງຫລາຍ ຊຶ່ງເຮັດໃຫ້ຄົນຫລົງໄຫລພາກັນເປັນບ້າຍ້ອນ. |
|
| 39 |
|
| ເພາະສະນັ້ນ ນະຄອນບາບີໂລນຈຶ່ງຈະຖືກຜີສາດ ແລະວິນຍານຊົ່ວຫລອກຫລອນ ແລະດ້ວຍຝູງນົກກະຈອກເທດທີ່ເປັນມົນທິນ. ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ. |
|
| 40 |
|
| ເຫດການນີ້ຈະເກີດຂຶ້ນແກ່ນະຄອນບາບີໂລນ ດັ່ງທີ່ໄດ້ເກີດຂຶ້ນກັບເມືອງໂຊໂດມ ແລະໂກໂມຣາ ເມື່ອເຮົາໄດ້ທຳລາຍສອງເມືອງນີ້ ແລະເມືອງທີ່ອ້ອມແອ້ມນັ້ນ. ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນອີກຕໍ່ໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 41 |
|
| “ປະຊາຊົນກຳລັງມາແຕ່ປະເທດທາງທິດເໜືອ ຄືຊົນຊາດໜຶ່ງທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍຕ່າງກໍໄດ້ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ. |
|
| 42 |
|
| ພວກເຂົາຢຶດໜ້າທະນູ ແລະດາບໄດ້ຫລວງຫລາຍ ພວກເຂົາໂຫດຮ້າຍຫລາຍໄຮ້ຄວາມເມດຕາທັງນັ້ນ. ພວກເຂົາຮ້ອງສຽງດັງກ້ອງດັ່ງຄື້ນທະເລ ເມື່ອພວກເຂົາຂີ່ມ້າຂອງຕົນແລ່ນຫອບໄປນັ້ນ. ພວກເຂົາຕ່າງກໍຕຽມພ້ອມເຂົ້າສູ່ສະໜາມ ຕຽມເຮັດສົງຄາມຕໍ່ສູ້ບາບີໂລນທັງນັ້ນ. |
|
| 43 |
|
| ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ. |
|
| 44 |
|
| ສິງກຳລັງອອກມາຈາກປ່າຕຶບຂອງແຄມແມ່ນໍ້າຈໍແດນ ສູ່ທົ່ງຫຍ້າຂຽວສັນໃດ; ເຮົາກໍກຳລັງອອກມາເຮັດໃຫ້ຊາວບາບີໂລນ ແລ່ນໜີຈາກເມືອງຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວພວກເຈົ້ານາຍທີ່ເຮົາເລືອກໄວ້ກໍຈະປົກຄອງປະເທດ. ຜູ້ໃດປຽບທຽບກັບເຮົາໄດ້ແດ່? ຜູ້ໃດທ້າທາຍກັບເຮົາໄດ້ແດ່? ມີຜູ້ປົກຄອງຄົນໃດຕ້ານທານເຮົາໄດ້? |
|
| 45 |
|
| ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່. |
|
| 46 |
|
| ເມື່ອນະຄອນບາບີໂລນຫຼົ້ມຈົມນັ້ນຈະມີສຽງດັງຂຶ້ນ ຈົນແຜ່ນດິນໂລກທັງໝົດສັ່ນສະເທືອນ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດຊົນຊາດທັງຫລາຍ.” |
|
|
|
|