|
| 1 |
|
| ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າໄປທີ່ປະຕູຂອງພຣະວິຫານ ບ່ອນທີ່ປະຊາຊົນຢູດາໄປນະມັດສະການ. |
|
| 2 |
|
| ພຣະອົງໄດ້ບອກຂ້າພະເຈົ້າໃຫ້ຢືນຢູ່ທີ່ປະຕູວິຫານຂອງພຣະເຈົ້າຢາເວ ແລະທີ່ນັ້ນໃຫ້ປະກາດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພວກເຈົ້າຊາວຢູດາທັງໝົດທີ່ເຂົ້າມາທາງປະຕູນີ້ເພື່ອນະມັດສະການພຣະເຈົ້າຢາເວ |
|
| 3 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, ຈົ່ງປ່ຽນທາງດຳເນີນຊີວິດ ແລະການກະທຳຂອງພວກເຈົ້າສາ ແລະເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນບ່ອນນີ້. |
|
| 4 |
|
| ຢ່າເຊື່ອຄຳຫລອກລວງທີ່ວ່າ, ‘ພວກເຮົາປອດໄພ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ.’ |
|
| 5 |
|
| ຈົ່ງປ່ຽນທາງດຳເນີນຊີວິດ ແລະການກະທຳຂອງພວກເຈົ້າສາ. ຈົ່ງປະຕິບັດຕໍ່ກັນແລະກັນຢ່າງຍຸດຕິທຳ. |
|
| 6 |
|
| ຈົ່ງເຊົາເອົາລັດເອົາປຽບຄົນຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ. ຈົ່ງເຊົາປະຫັດປະຫານຄົນທີ່ບໍ່ມີຄວາມຜິດຢູ່ໃນດິນແດນນີ້. ຈົ່ງເຊົາຂາບໄຫວ້ພະອື່ນສາ ເພາະການກະທຳເຊັ່ນນັ້ນຈະເປັນການທຳລາຍພວກເຈົ້າເອງ. |
|
| 7 |
|
| ຖ້າພວກເຈົ້າປ່ຽນແປງ ເຮົາກໍຈະໃຫ້ພວກເຈົ້າອາໄສຢູ່ໃນດິນແດນນີ້ ຊຶ່ງເຮົາໄດ້ມອບໃຫ້ເປັນກຳມະສິດອັນຖາວອນສຳລັບບັນພະບຸລຸດຂອງພວກເຈົ້າ. |
|
| 8 |
|
| ເບິ່ງດູ ພວກເຈົ້າໄວ້ວາງໃຈໃນຄຳຫລອກລວງຕ່າງໆ. |
|
| 9 |
|
| ພວກເຈົ້າລັກ, ຂ້າເຈົ້າເອົາຂອງ, ລ່ວງເກີນຜົວເມຍຄົນອື່ນ, ສາບານດ້ວຍຄວາມບໍ່ຈິງ, ຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະຕ່າງໆທີ່ພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ. |
|
| 10 |
|
| ເຮົາກຽດຊັງການກະທຳເຫຼົ່ານີ້ຂອງພວກເຈົ້າ ແລະພວກເຈົ້າກໍມາຢືນຢູ່ຊ້ອງໜ້າເຮົາໃນພຣະວິຫານໂດຍເວົ້າວ່າ, ‘ພວກເຮົາປອດໄພ.’ |
|
| 11 |
|
| ວິຫານນີ້ມີຊື່ ຕາມນາມຊື່ຂອງເຮົາ, ພວກເຈົ້າເຮັດໃຫ້ເປັນຖໍ້າຂອງໂຈນຊັ້ນບໍ? ເຮົາເຫັນສິ່ງທີ່ພວກເຈົ້າກຳລັງເຮັດຢູ່. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 12 |
|
| ຈົ່ງໄປທີ່ເມືອງຊີໂລ ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ເປັນບ່ອນນະມັດສະການເຮົາເທື່ອທຳອິດ ແລະຈົ່ງເບິ່ງສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງນັ້ນ ເພາະບາບຂອງຊາວອິດສະຣາເອນ ປະຊາຊົນຂອງເຮົາ. |
|
| 13 |
|
| ພວກເຈົ້າເອງກໍໄດ້ເຮັດບາບເຫຼົ່ານີ້ທັງໝົດຄືກັນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ເຖິງແມ່ນວ່າເຮົາໄດ້ບອກພວກເຈົ້າຫລາຍເທື່ອແລ້ວກໍຕາມ; ແຕ່ພວກເຈົ້າກໍບໍ່ຍອມຟັງເຮົາ. ພວກເຈົ້າບໍ່ຂານຕອບເມື່ອເຮົາເອີ້ນຫາພວກເຈົ້າ. |
|
| 14 |
|
| ສະນັ້ນ ສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລນັ້ນ ເຮົາກໍຈະເຮັດຕໍ່ພຣະວິຫານຂອງເຮົາເຊັ່ນກັນ ຄືບ່ອນທີ່ພວກເຈົ້າໄວ້ວາງໃຈນັ້ນ. ໃນບ່ອນນີ້ເອງທີ່ເຮົາໄດ້ຍົກໃຫ້ບັນພະບຸລຸດຂອງພວກເຈົ້າແລະພວກເຈົ້າ; ແຕ່ເຮົາຈະເຮັດເໝືອນກັນກັບທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລ. |
|
| 15 |
|
| ເຮົາຈະຂັບໄລ່ພວກເຈົ້າອອກໄປໃຫ້ຫ່າງຈາກສາຍຕາຂອງເຮົາ ດັ່ງທີ່ໄດ້ເຮັດກັບຊາວເອຟຣາອິມ ພີ່ນ້ອງຂອງເຈົ້າ.” |
|
| 16 |
|
| ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຢເຣມີຢາເອີຍ ຢ່າພາວັນນາອະທິຖານສຳລັບປະຊາຊົນເຫຼົ່ານີ້ເລີຍ. ຢ່າຮ້ອງໄຫ້ຫລືພາວັນນາອະທິຖານເພື່ອພວກເຂົາ; ຢ່າຂໍຮ້ອງເຮົາເພາະເຮົາຈະບໍ່ຟັງເຈົ້າ. |
|
| 17 |
|
| ເຈົ້າບໍ່ເຫັນສິ່ງທີ່ພວກເຂົາກຳລັງເຮັດໃນເມືອງຂອງຢູດາຍ ແລະທີ່ທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມບໍ? |
|
| 18 |
|
| ພວກເດັກນ້ອຍຊອກຫາຟືນມາ, ພວກຜູ້ຊາຍດັງໄຟຂຶ້ນ ແລະພວກຜູ້ຍິງນັ້ນນວດແປ້ງເຮັດເຂົ້າໜົມຫວານເພື່ອຖວາຍໃຫ້ເຈົ້າແມ່ ທີ່ພວກເຂົາເອີ້ນວ່າ, ເຈົ້າຍິງແຫ່ງສະຫວັນ. ພວກເຂົາເທເຫຼົ້າອະງຸ່ນຖວາຍແກ່ບັນດາພະອື່ນ ເພື່ອເຮັດໃຫ້ເຮົາເຈັບຊໍ້າໜຳໃຈ. |
|
| 19 |
|
| ແຕ່ແມ່ນເຮົາແທ້ບໍ ທີ່ພວກເຂົາກຳລັງເຮັດໃຫ້ເຈັບຊໍ້າໜຳໃຈ? ບໍ່ແມ່ນເຮົາດອກ ແຕ່ແມ່ນພວກເຂົາເຮັດໃຫ້ພວກເຂົາເອງເຈັບຊໍ້າໜຳໃຈ ແລະນຳເອົາຄວາມອັບອາຍຂາຍໜ້າມາສູ່ພວກເຂົາເອງ. |
|
| 20 |
|
| ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງຈະເທຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງໃສ່ພຣະວິຫານນີ້. ເຮົາຈະເທລົງໃສ່ທັງຄົນ ແລະສັດເດຍລະສານ ຕະຫລອດທັງກົກໄມ້ ແລະເຄື່ອງປູກຂອງຝັງດ້ວຍ. ຄວາມໂກດຮ້າຍຂອງເຮົາຈະລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້.” |
|
| 21 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, “ປະຊາຊົນຂອງເຮົາເອີຍ ເຄື່ອງບູຊາບາງຢ່າງ ພວກເຈົ້າຕ້ອງເຜົາໝົດເທິງແທ່ນບູຊາ ແລະເຄື່ອງບູຊາບາງຢ່າງ ພວກເຈົ້າໄດ້ຮັບອະນຸຍາດໃຫ້ກິນໄດ້, ແຕ່ສິ່ງທີ່ເຮົາບອກແມ່ນໃຫ້ພວກເຈົ້າກິນໄດ້ທັງໝົດ. |
|
| 22 |
|
| ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຈົ້າອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ໃຫ້ຄຳສັ່ງກ່ຽວກັບເຄື່ອງເຜົາບູຊາ ຫລືເຄື່ອງບູຊາຊະນິດໃດໆແກ່ພວກເຂົາເລີຍ. |
|
| 23 |
|
| ແຕ່ໄດ້ສັ່ງພວກເຂົາໃຫ້ເຊື່ອຟັງເຮົາ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ. ແລະເຮົາກໍໄດ້ບອກພວກເຂົາໃຫ້ດຳເນີນຊີວິດຕາມທີ່ເຮົາໄດ້ສັ່ງນັ້ນ ເພື່ອພວກເຂົາຈະໄດ້ຢູ່ເຢັນເປັນສຸກ. |
|
| 24 |
|
| ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເອົາໃຈໃສ່ເລີຍ. ພວກເຂົາຕ່າງກໍໄດ້ປະພຶດຕົນໄປຕາມຄວາມດື້ດ້ານ ແລະໃຈຊົ່ວຂອງພວກເຂົາເອງ; ສະນັ້ນ ພວກເຂົາຈຶ່ງຊົ່ວໜັກລົງແທນທີ່ຈະດີຂຶ້ນ. |
|
| 25 |
|
| ຕັ້ງແຕ່ມື້ທີ່ບັນພະບຸລຸດຂອງພວກເຈົ້າໄດ້ອອກຈາກປະເທດເອຢິບ ມາຈົນເຖິງທຸກວັນນີ້; ເຮົາກໍໄດ້ໃຊ້ບັນດາຜູ້ທຳນວາຍ ຜູ້ຮັບໃຊ້ຂອງເຮົາໄປຫາພວກເຈົ້າສະເໝີ. |
|
| 26 |
|
| ພວກເຈົ້າບໍ່ໄດ້ເຊື່ອຟັງ ຫລືເອົາໃຈໃສ່ເລີຍ, ແຕ່ພວກເຈົ້າແຮ່ງເປັນຄົນຫົວດື້ດ້ານ ແລະກະບົດຫລາຍກວ່າບັນພະບຸລຸດຂອງພວກເຈົ້າອີກ. |
|
| 27 |
|
| ສະນັ້ນ ເຢເຣມີຢາເອີຍ ເຈົ້າຈະກ່າວຖ້ອຍຄຳເຫຼົ່ານີ້ສູ່ປະຊາຊົນຂອງເຮົາຟັງ ແຕ່ພວກເຂົາຈະບໍ່ຟັງເຈົ້າ; ເຈົ້າຈະເອີ້ນຫາພວກເຂົາ ແຕ່ພວກເຂົາຈະບໍ່ຂານຕອບ. |
|
| 28 |
|
| ເຈົ້າຈະບອກພວກເຂົາວ່າ ຊົນຊາດຂອງພວກເຂົາບໍ່ຍອມເຊື່ອຟັງເຮົາ ຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືບໍ່ຍອມຖອດຖອນບົດຮຽນຈາກການທີ່ພວກເຂົາຖືກລົງໂທດ. ຄວາມສັດຊື່ໄດ້ສູນຫາຍໄປຈາກພວກເຂົາສາແລ້ວ. ບໍ່ມີຜູ້ໃດເລີຍຢາກເອີ່ຍເຖິງເລື່ອງນີ້ອີກຕໍ່ໄປ.” |
|
| 29 |
|
| ພຣະເຈົ້າຢາເວກ່າວວ່າ, “ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ທຸກສາເຖີດ ຈົ່ງແຖຜົມພວກເຈົ້າອອກ ແລະໂຍນມັນຖິ້ມສາ ຈົ່ງຮ້ອງເພງອາໄລອາວອນທີ່ເທິງຈອມພູພຸ້ນ ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍໃດ ແລະປະຖິ້ມປະຊາຊົນຂອງເຮົາສາແລ້ວ.” |
|
| 30 |
|
| ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຢູດາໄດ້ເຮັດສິ່ງທີ່ຊົ່ວຮ້າຍ. ພວກເຂົາໄດ້ເອົາຮູບພະຂອງພວກເຂົາທີ່ໜ້າກຽດຊັງນັ້ນ ມາວາງໄວ້ໃນວິຫານທີ່ມີຊື່ຕາມນາມຊື່ຂອງເຮົາ ແລະເຮັດໃຫ້ວິຫານນັ້ນເສື່ອມເສຍກຽດ. |
|
| 31 |
|
| ໃນຮ່ອມພູຮິນໂນມ ພວກເຂົາໄດ້ສ້າງແທ່ນບູຊາແທ່ນໜຶ່ງທີ່ຄົນເອີ້ນວ່າໂຕເຟັດ ເພື່ອວ່າພວກເຂົາຈະເອົາລູກຊາຍຍິງຂອງພວກເຂົາມາເຜົາບູຊາ. ເຮົາບໍ່ໄດ້ສັ່ງພວກເຂົາໃຫ້ເຮັດເຊັ່ນນີ້. ແມ່ນແຕ່ໃນຄວາມຄິດຂອງເຮົາກໍບໍ່ເຄີຍມີເຊັ່ນນັ້ນເລີຍ.” |
|
| 32 |
|
| ພຣະເຈົ້າຢາເວກ່າວວ່າ, “ດ້ວຍເຫດນີ້ ເວລາຈະຕ້ອງມາເຖິງຢ່າງແນ່ນອນ ແລະເມື່ອນັ້ນຄົນຈະບໍ່ເອີ້ນໂຕເຟັດ ຫລືຮ່ອມພູຮິນໂນມອີກຕໍ່ໄປ ແຕ່ຄົນຈະພາກັນເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ. ພວກເຂົາຈະຝັງຄົນໃນທີ່ນັ້ນຍ້ອນບໍ່ມີບ່ອນຝັງໃນທີ່ອື່ນ. |
|
| 33 |
|
| ຊາກສົບຕ່າງໆຈະກາຍເປັນອາຫານຂອງຝູງນົກ ແລະສັດປ່າທັງຫລາຍ ແລະຈະບໍ່ມີຜູ້ໃດໄລ່ມັນໜີໄປຈາກທີ່ນັ້ນ. |
|
| 34 |
|
| ດິນແດນຈະກາຍເປັນຖິ່ນແຫ້ງແລ້ງກັນດານ. ໃນເມືອງຂອງຢູດາຍ ແລະໃນທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ເຮົາຈະເຮັດໃຫ້ສຽງມ່ວນຊື່ນ ແລະສຽງເຈົ້າບ່າວເຈົ້າສາວທີ່ມີຄວາມສຸກໃນພິທີແຕ່ງງານມິດງຽບສິ້ນສຸດລົງ.” |
|
|
|
|