Lao ພຣະຄຳພີສັກສິ 2012
|
| 1 |
| ພຣະອົງກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງລຸກຂຶ້ນ ເຮົາຕ້ອງການເວົ້າກັບເຈົ້າ.” |
| 2 |
| ໃນຂະນະທີ່ສຽງນັ້ນກຳລັງກ່າວຢູ່ ພຣະວິນຍານຂອງພຣະເຈົ້າກໍລົງມາສະຖິດ ແລະຍົກຂ້າພະເຈົ້າຂຶ້ນ ແລະຂ້າພະເຈົ້າກໍໄດ້ຍິນສຽງພຣະອົງກ່າວຕໍ່ໄປວ່າ, |
| 3 |
| “ມະນຸດເອີຍ ເຮົາຈະສົ່ງເຈົ້າໄປຫາປະຊາຊົນອິດສະຣາເອນ. ພວກເຂົາກະບົດຕໍ່ສູ້ເຮົາ ແລະຍັງສືບຕໍ່ກະບົດຢູ່ດັ່ງບັນພະບຸລຸດຂອງພວກເຂົາ. |
| 4 |
| ພວກເຂົາດື້ດ້ານແລະບໍ່ນັບຖືເຮົາ; ສະນັ້ນ ເຮົາຈະສົ່ງເຈົ້າໄປບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ |
| 5 |
| ເຖິງແມ່ນວ່າຄົນກະບົດເຫຼົ່ານັ້ນຈະຟັງເຈົ້າຫລືບໍ່ກໍຕາມ ພວກເຂົາກໍຈະຮູ້ວ່າຍັງມີຜູ້ທຳນວາຍຄົນໜຶ່ງໃນທ່າມກາງພວກເຂົາ. |
| 6 |
| ແຕ່ມະນຸດເອີຍ ເຈົ້າບໍ່ຕ້ອງຢ້ານພວກເຂົາ ຫລືຢ້ານສິ່ງທີ່ພວກເຂົາເວົ້ານັ້ນເລີຍ. ພວກເຂົາຈະທ້າທາຍ ແລະດູຖູກຢຽບຫຍາມເຈົ້າ ດັ່ງກັບວ່າເຈົ້າຢູ່ທ່າມກາງແມງງອດ. ເຖິງປານນັ້ນກໍຕາມ ຢ່າສູ່ຢ້ານຄົນກະບົດເຫຼົ່ານັ້ນ ຫລືຢ້ານສິ່ງທີ່ພວກເຂົາເວົ້າເລີຍ. |
| 7 |
| ເຖິງແມ່ນວ່າພວກເຂົາຈະຟັງເຈົ້າຫລືບໍ່ກໍຕາມ ເຈົ້າຈະຕ້ອງບອກສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ. ຈົ່ງຈຳໄວ້ວ່າພວກເຂົາກະບົດຕໍ່ສູ້ເຮົາ. |
| 8 |
| ມະນຸດເອີຍ ຈົ່ງຟັງສິ່ງທີ່ເຮົາບອກເຈົ້າ. ຢ່າເປັນຄົນກະບົດເໝືອນດັ່ງພວກເຂົາ. ຈົ່ງອ້າປາກ ແລະກິນສິ່ງທີ່ເຮົາຈະໃຫ້ເຈົ້າ.” |
| 9 |
| ແລ້ວຂ້າພະເຈົ້າກໍເຫັນມືເບື້ອງໜຶ່ງ ຖືໜັງສືມ້ວນເດ່ອອກມາທາງຂ້າພະເຈົ້າ. |
| 10 |
| ມືນັ້ນພືໜັງສືມ້ວນອອກ ແລະຂ້າພະເຈົ້າກໍໄດ້ເຫັນຄຳຂຽນໄວ້ທັງສອງໜ້າ ເປັນບົດຮ້ອງໄຫ້ອາໄລອາວອນ ແລະຄໍ່າຄວນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/ezekiel/002.mp3
48
2