|
| 1 |
|
| ຖ້ອຍຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ມະນຸດເອີຍ ໃນຄັ້ງໜຶ່ງນັ້ນມີເອື້ອຍນ້ອງຢູ່ສອງຄົນ. |
|
| 3 |
|
| ເມື່ອພວກເຂົາຍັງເປັນສາວຢູ່ໃນເອຢິບນັ້ນ ພວກເຂົາໄດ້ເສຍຕົວຈົນກາຍເປັນຍິງໂສເພນີ. |
|
| 4 |
|
| ເອື້ອຍກົກຊື່ວ່າ ໂອໂຮລາ (ນາງເປັນຕົວແທນໃຫ້ຊາມາເຣຍ) ແລະນ້ອງສາວຊື່ວ່າໂອໂຮລີບາ (ນາງເປັນຕົວແທນໃຫ້ນະຄອນເຢຣູຊາເລັມ). ເຮົາໄດ້ແຕ່ງງານກັບພວກເຂົາທັງສອງ ແລະພວກເຂົາກໍໄດ້ເກີດລູກໃຫ້ແກ່ເຮົາ. |
|
| 5 |
|
| ເຖິງແມ່ນວ່າ ໂອໂຮລາເປັນຂອງເຮົາກໍຕາມ ແຕ່ນາງຍັງໄດ້ສືບຕໍ່ເປັນຍິງໂສເພນີ ບ້າຕັນຫາ ໄຝ່ຫາແຕ່ບັນດາຄູ່ຮັກຂອງນາງທີ່ມາຈາກປະເທດອັດຊີເຣຍ. |
|
| 6 |
|
| ພວກເຂົານຸ່ງເຄື່ອງແບບສີມ່ວງ ເປັນພວກເຈົ້ານາຍຂຸນນາງ ແລະນາຍທະຫານຊັ້ນຜູ້ໃຫຍ່; ພວກເຂົາລ້ວນແຕ່ເປັນຊາຍໜຸ່ມທີ່ໜຸ່ມແໜ້ນຮູບຮ່າງງາມຂີ່ມ້າ. |
|
| 7 |
|
| ນາງຫຼິ້ນຊູ້ກັບຄົນເຫຼົ່ານີ້ ຊຶ່ງເປັນບຸກຄົນທີ່ຄັດເລືອກແລ້ວຂອງອັດຊີເຣຍທຸກຄົນ ແລະນາງກໍໄດ້ເຮັດໃຫ້ນາງເປັນມົນທິນ ໂດຍຂາບໄຫວ້ບັນດາຮູບເຄົາຣົບຂອງຊາວອັດຊີເຣຍ. |
|
| 8 |
|
| ນາງຍັງບໍ່ເລີກການຫຼິ້ນຊູ້ທີ່ນາງເຄີຍເປັນມາແລ້ວໃນປະເທດເອຢິບ ບ່ອນທີ່ນາງໄດ້ເສຍຕົວນັ້ນ. ນັບຕັ້ງແຕ່ນາງໄດ້ເປັນສາວ ຜູ້ຊາຍໄດ້ຫລັບນອນນຳນາງທັງເຮັດກັບນາງດັ່ງຍິງໂສເພນີຜູ້ໜຶ່ງ. |
|
| 9 |
|
| ສະນັ້ນ ເຮົາຈຶ່ງມອບນາງໃຫ້ແກ່ຄູ່ຮັກຂອງນາງ ຄືຊາວອັດຊີເຣຍ ທີ່ນາງຕ້ອງການຫລາຍທີ່ສຸດນັ້ນ. |
|
| 10 |
|
| ພວກເຂົາໄດ້ແກ້ເຄື່ອງນຸ່ງຂອງນາງອອກ, ຈັບເອົາລູກຊາຍຍິງຂອງນາງໄປ ແລະໃຊ້ດາບຂ້ານາງຖິ້ມ. ພວກຜູ້ຍິງທົ່ວໄປຊຸບຊິບກັນເຖິງຊາຕາກຳຂອງນາງ. |
|
| 11 |
|
| ເຖິງແມ່ນວ່າ ໂອໂຮລີບາ ຜູ້ເປັນນ້ອງສາວໄດ້ເຫັນເຫດການນີ້ແລ້ວ ນາງກໍຍິ່ງຊົ່ວຊ້າແລະຫຼິ້ນຊູ້ຫລາຍກວ່າເອື້ອຍຂອງນາງອີກ. |
|
| 12 |
|
| ນາງກໍເໝືອນກັນ ນາງເປັນບ້າຕັນຫານຳພວກເຈົ້ານາຍຂຸນນາງຊາວອັດຊີເຣຍ ແລະພວກນາຍທະຫານ ຄືພວກທີ່ໃສ່ເຄື່ອງແບບອັນສະຫງ່າງາມ ແລະນຳບັນດານາຍທະຫານມ້າ ຕະຫລອດທັງຊາຍໜຸ່ມທີ່ມີຮູບຮ່າງສະຫງ່າງາມທຸກຄົນ. |
|
| 13 |
|
| ເຮົາໄດ້ເຫັນວ່ານາງບໍ່ມີສິນທຳໝົດສິ້ນ ແລະນ້ອງສາວຂອງນາງກໍຊົ່ວຊ້າພໍໆກັນກັບເອື້ອຍ. |
|
| 14 |
|
| ແຕ່ນາງໄດ້ເຮັດຜິດສິນທຳເລິກລົງໄປທຸກເທື່ອ. ນາງຫລົງໄຫລໄປນຳຮູບຊົງຂອງບັນດາຂ້າຣາຊການຊັ້ນສູງຊາວບາບີໂລນ ທີ່ໄດ້ແກະສະຫລັກໄວ້ຕາມຝາແລະທາສີແດງແຈດ |
|
| 15 |
|
| ທັງມີສາຍຮັດແອວແລະຜ້າຄຽນຫົວແບບແປກໆດ້ວຍ. |
|
| 16 |
|
| ພໍແຕ່ໄດ້ເຫັນພວກເຂົາ ນາງກໍເຕັມໄປດ້ວຍຕັນຫາ ແລະໄດ້ສົ່ງພວກນຳຂ່າວໄປຫາພວກເຂົາໃນບາບີໂລນ. |
|
| 17 |
|
| ຊາວບາບີໂລນໄດ້ອອກມາສົມສູ່ກັບນາງ. ພວກເຂົາໄດ້ໃຊ້ນາງແລະເຮັດໃຫ້ນາງເປັນມົນທິນ ຈົນໃນທີ່ສຸດ ນາງຈຶ່ງເກີດເບື່ອໜ່າຍພວກເຂົາ. |
|
| 18 |
|
| ນາງເປືອຍກາຍໃນທີ່ສາທາລະນະ ໃຫ້ທຸກຄົນຮູ້ວ່ານາງເປັນຍິງໂສເພນີ. ເຮົາກຽດຊັງນາງເຊັ່ນດຽວກັບເອື້ອຍຂອງນາງ. |
|
| 19 |
|
| ນາງໄດ້ກາຍເປັນຍິງໂສເພນີຫລາຍກວ່າແຕ່ກ່ອນ ໂດຍປະພຶດຕົນດັ່ງສະໄໝຍັງເປັນສາວຢູ່ ຄືເມື່ອຄາວທີ່ນາງໄດ້ເປັນຍິງໂສເພນີຢູ່ໃນປະເທດເອຢິບນັ້ນ. |
|
| 20 |
|
| ນາງຢາກສົມສູ່ກັບຜູ້ຊາຍທີ່ມີຣາຄະຕັນຫາຫລາຍ ຄືຜູ້ຊາຍທີ່ມີຣາຄະຕັນຫາດັ່ງລໍແລະມ້າເຖິກ.” ( |
|
| 21 |
|
| ນາງໂອໂຮລີບາເອີຍ ເຈົ້າຢາກເຮັດຜິດສິນທຳຊໍ້າແລ້ວຊໍ້າອີກ ດັ່ງຄາວທີ່ເຈົ້າເປັນສາວໃນປະເທດເອຢິບບ່ອນທີ່ພວກຜູ້ຊາຍຄັ້ນນົມເຈົ້າ ຈົນເຈົ້າສູນເສຍຄວາມເປັນສາວ.) |
|
| 22 |
|
| ບັດນີ້ໂອໂຮລີບາເອີຍ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຈົ້າໄດ້ເບື່ອໜ່າຍຕໍ່ຄູ່ຮັກເຫຼົ່ານີ້ຂອງເຈົ້າ ແຕ່ເຮົາຈະເຮັດໃຫ້ພວກເຂົາໂກດຮ້າຍເຈົ້າ ແລະນຳພວກເຂົາໄປປິດລ້ອມເຈົ້າໄວ້. |
|
| 23 |
|
| ເຮົາຈະນຳຊາວບາບີໂລນແລະຊາວກັນດາທັງໝົດມາ ຄືບັນດາຜູ້ຊາຍຈາກເມືອງເປໂກດ, ໂຊອາ, ໂກອາ ແລະອັດຊີເຣຍທັງໝົດ. ເຮົາຈະເຕົ້າໂຮມພວກເຈົ້ານາຍຂຸນນາງທີ່ໜຸ່ມແໜ້ນ ແລະຮູບຮ່າງສະຫງ່າງາມມາ ພ້ອມພວກນາຍທະຫານ, ບັນດາຂ້າຣາຊການຜູ້ສຳຄັນ ແລະນາຍທະຫານມ້າຊັ້ນຜູ້ໃຫຍ່ທັງໝົດ. |
|
| 24 |
|
| ພວກເຂົາຈະໂຈມຕີເຈົ້າຈາກທາງທິດເໜືອ ໂດຍນຳກອງທັບໃຫຍ່ ພ້ອມທັງລົດຮົບກັບກອງກວຽນສະບຽງອາຫານມາດ້ວຍ. ທະຫານເຫຼົ່ານີ້ມີທັງໂລ້ແລະໝວກເຫຼັກປ້ອງກັນ ພວກເຂົາຈະປິດລ້ອມເຈົ້າໄວ້. ເຮົາຈະມອບເຈົ້າໃຫ້ແກ່ພວກເຂົາ ແລະພວກເຂົາຈະຕັດສິນເຈົ້າຕາມກົດໝາຍຂອງພວກເຂົາເອງ. |
|
| 25 |
|
| ຍ້ອນເຮົາໂກດຮ້າຍເຈົ້າ ເຮົາຈະປ່ອຍໃຫ້ພວກເຂົາຈັດການກັບເຈົ້າຕາມຄວາມໂກດຮ້າຍຂອງພວກເຂົາ. ພວກເຂົາຈະຕັດດັງແລະຫູເຈົ້າຖິ້ມ ແລະສັງຫານພວກລູກຂອງເຈົ້າ. ແມ່ນແລ້ວ ພວກເຂົາຈະເອົາບັນດາລູກຊາຍຍິງຂອງເຈົ້າໄປຈາກເຈົ້າ ແລະເຜົາພວກເຂົາທັງເປັນ. |
|
| 26 |
|
| ພວກເຂົາຈະຈີກເຄື່ອງນຸ່ງ ແລະຢຶດເຄື່ອງເພັດພອຍຂອງເຈົ້າໄປ. |
|
| 27 |
|
| ເຮົາຈະເຮັດໃຫ້ຣາຄະຕັນຫາກັບການຊົ່ວຊ້າຕ່າງໆທີ່ເຈົ້າໄດ້ເຮັດ ແຕ່ຄາວເຈົ້າຢູ່ປະເທດເອຢິບນັ້ນສິ້ນສຸດໄປ. ເຈົ້າຈະບໍ່ໄດ້ແນມເບິ່ງຮູບເຄົາຣົບ ຫລືຄິດເຖິງປະເທດເອຢິບອີກຕໍ່ໄປ.” |
|
| 28 |
|
| ອັນນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: “ເຮົາຈະມອບເຈົ້າໃຫ້ແກ່ຜູ້ທີ່ເຈົ້າກຽດຊັງແລະລັງກຽດ. |
|
| 29 |
|
| ຍ້ອນພວກເຂົາກຽດຊັງເຈົ້າ ພວກເຂົາຈະເອົາທຸກສິ່ງທີ່ເຈົ້າຫາມາໄດ້ນັ້ນໄປ ແລະປ່ອຍໃຫ້ເຈົ້າເປືອຍກາຍຢູ່ດັ່ງຍິງໂສເພນີ. |
|
| 30 |
|
| ຣາຄະຕັນຫາແລະການເປັນຍິງໂສເພນີຂອງເຈົ້ານັ້ນ ໄດ້ນຳສິ່ງເຫຼົ່ານີ້ມາສູ່ເຈົ້າ. ເຈົ້າເຄີຍເປັນຍິງໂສເພນີໃຫ້ຊົນຊາດທັງຫລາຍ ແລະເຈົ້າເອງປະພຶດໃຫ້ເປັນມົນທິນເພາະຮູບເຄົາຣົບຂອງພວກເຂົາ. |
|
| 31 |
|
| ເຈົ້າໄດ້ກະທຳຕາມແບບຢ່າງຂອງເອື້ອຍເຈົ້າ; ເພາະສະນັ້ນ ເຮົາຈຶ່ງຈະມອບຈອກແຫ່ງການລົງໂທດຢ່າງດຽວກັນນັ້ນໃຫ້ເຈົ້າໄດ້ດື່ມ.” |
|
| 32 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຈົ້າຈະດື່ມຈາກຈອກຂອງເອື້ອຍເຈົ້າຄືກັນໃດ ເປັນຈອກໃຫຍ່ທັງກົ້ນເລິກແລະໂກນດ້ວຍ. ທຸກໆຄົນຈະດູຖູກແລະເຍາະເຍີ້ຍເຈົ້າເດີ ເພາະຈອກນັ້ນເຕັມຈົນວ່າມັນລົ້ນອອກ. |
|
| 33 |
|
| ມັນຈະເຮັດໃຫ້ເຈົ້າທຸກໂສກແລະມືນເມົາ ເປັນຈອກຄວາມຢ້ານກົວແລະການຈິບຫາຍດ້ວຍ ແລະຈອກນັ້ນເປັນຈອກຂອງຊາມາເຣຍ ຄືຜູ້ທີ່ເປັນເອື້ອຍເຈົ້າເອງນັ້ນ. |
|
| 34 |
|
| ເຈົ້າຈະດື່ມຈາກຈອກຈົນກ້ຽງບໍ່ເຫຼືອຫຍັງ ແລະປ່ຽງແຕກຈະເຮັດໃຫ້ນົມເຈົ້າເປັນບາດ. ເພາະເຮົາໄດ້ກ່າວໄວ້ແລ້ວ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວດັ່ງນີ້ແຫຼະ.” |
|
| 35 |
|
| ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເພາະເຈົ້າໄດ້ລືມໄລເຮົາແລະຫັນຫລັງໃຫ້ເຮົາ ເຈົ້າຈະທົນທຸກຍ້ອນຣາຄະຕັນຫາແລະການເປັນແມ່ຈ້າງຂອງເຈົ້າ.” |
|
| 36 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າພ້ອມທີ່ຈະຕັດສິນໂອໂຮລາ ແລະໂອໂຮລີບາແລ້ວຫລື? ຈົ່ງກ່າວໂທດພວກເຂົາຍ້ອນສິ່ງອັນໜ້າກຽດຊັງທີ່ພວກເຂົາໄດ້ເຮັດນັ້ນ. |
|
| 37 |
|
| ພວກເຂົາໄດ້ຫລີ້ນຊູ້ແລະໄດ້ຂ້າຄົນ ຄືຫລີ້ນຊູ້ກັບບັນດາຮູບເຄົາຣົບ ແລະຂ້າລູກຊາຍທັງຫລາຍທີ່ພວກເຂົາໄດ້ເກີດໃຫ້ເຮົາ. ພວກເຂົາໄດ້ເຜົາບູຊາບັນດາລູກຊາຍຂອງເຮົາໃຫ້ບັນດາຮູບເຄົາຣົບ. |
|
| 38 |
|
| ບໍ່ແລ້ວເທົ່ານັ້ນ ພວກເຂົາຍັງໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ທັງໄດ້ຝ່າຝືນວັນຊະບາໂຕ ຊຶ່ງເຮົາໄດ້ຕັ້ງໄວ້ດ້ວຍ. |
|
| 39 |
|
| ໃນມື້ດຽວກັນທີ່ພວກເຂົາໄດ້ຂ້າພວກລູກຂອງເຮົາບູຊາໃຫ້ແກ່ບັນດາຮູບເຄົາຣົບນັ້ນ ພວກເຂົາໄດ້ເຂົ້າມາໃນພຣະວິຫານຂອງເຮົາ ແລະເຮັດໃຫ້ພຣະວິຫານເປັນມົນທິນ. |
|
| 40 |
|
| ຊໍ້າແລ້ວຊໍ້າອີກ ພວກເຂົາໄດ້ສົ່ງບັນດາຜູ້ນຳຂ່າວໄປເຊີນຜູ້ຊາຍມາຈາກແດນໄກແສນໄກ ແລະພວກເຂົາກໍມາ. ສອງເອື້ອຍນ້ອງຈະອາບນໍ້າ, ທາຂົນຕາ ແລະໃສ່ເຄື່ອງເອ້. |
|
| 41 |
|
| ພວກເຂົາເຄີຍນັ່ງຕັ່ງອີ້ນວມອັນສວຍງາມ ແລະເທິງໂຕະຕໍ່ໜ້າພວກເຂົາກໍມີແຕ່ສິ່ງທີ່ດີໆ ລວມທັງເຄື່ອງຫອມແລະນໍ້າມັນໝາກກອກເທດທີ່ເຮົາໄດ້ມອບໃຫ້ພວກເຂົາ. |
|
| 42 |
|
| ສຽງຜູ້ຄົນທີ່ປ່ອຍຕົວກໍດັງຢູ່ກັບພວກເຂົາ ເປັນສຽງຂອງຊາຍໝວດໜຶ່ງທີ່ຖືກນຳມາແຕ່ຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ໃສ່ປອກແຂນໃຫ້ພວກຜູ້ຍິງ ແລະສວມມົງກຸດໃສ່ຫົວຂອງພວກເຂົາ. |
|
| 43 |
|
| ແລະເຮົາກໍຄິດໃນໃຈວ່າພວກເຂົາກຳລັງສວຍໃຊ້ຍິງທີ່ມັກຫລີ້ນຊູ້ໃຫ້ເປັນແມ່ຈ້າງ. |
|
| 44 |
|
| ພວກເຂົາໄດ້ກັບຄືນມາຫາແມ່ຈ້າງເຫຼົ່ານີ້ເທື່ອແລ້ວເທື່ອອີກ. ພວກເຂົາໄດ້ກັບຄືນມາຫາໂອໂຮລາ ແລະ ໂອໂຮລີບາ ຍິງບໍ່ມີສິນທຳເຫຼົ່ານັ້ນ. |
|
| 45 |
|
| ບັນດາຄົນຊອບທຳຈະກ່າວໂທດພວກເຂົາ ຖານຫລີ້ນຊູ້ແລະຖານເປັນຄາດຕະກອນຍ້ອນພວກເຂົາຫລີ້ນຊູ້ ແລະມືພວກເຂົາກໍເປິເປື້ອນໄປດ້ວຍເລືອດ.” |
|
| 46 |
|
| ນີ້ແຫຼະແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: “ຈົ່ງນຳປະຊາຊົນມາເຮັດໃຫ້ພວກເຂົາສະທ້ານຢ້ານກົວແລະປຸ້ນພວກເຂົາສາ. |
|
| 47 |
|
| ຈົ່ງໃຫ້ປະຊາຊົນເອົາກ້ອນຫີນແກວ່ງໃສ່ພວກເຂົາແລະໃຊ້ດາບຟັນພວກເຂົາ, ຂ້າບັນດາລູກຊາຍຍິງຂອງພວກເຂົາ ແລະຈູດເຮືອນຂອງພວກເຂົາຖິ້ມ. |
|
| 48 |
|
| ເຮົາຈະເຮັດໃຫ້ການຜິດສິນທຳນີ້ສິ້ນສຸດຢູ່ໃນທົ່ວດິນແດນ; ເປັນການເຕືອນຜູ້ຍິງທຸກຄົນບໍ່ໃຫ້ຫລີ້ນຊູ້ ແລະບໍ່ປະຕິບັດດັ່ງທີ່ພວກເຈົ້າໄດ້ເຮັດນັ້ນ. |
|
| 49 |
|
| ສ່ວນສອງເອື້ອຍນ້ອງພວກເຈົ້າ ເຮົາຈະລົງໂທດເນື່ອງຈາກພວກເຈົ້າໄດ້ເຮັດຜິດສິນທຳ ແລະເຮັດບາບໂດຍຂາບໄຫວ້ບັນດາຮູບເຄົາຣົບ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.” |
|
|
|
|