|
| 1 |
|
| ມື້ທີສິບຂອງເດືອນທີສິບໃນປີທີເກົ້າ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ມະນຸດເອີຍ ຈົ່ງຂຽນວັນທີຂອງວັນນີ້ໄວ້ ເພາະແມ່ນມື້ທີ່ກະສັດແຫ່ງບາບີໂລນ ເລີ່ມຕົ້ນປິດລ້ອມນະຄອນເຢຣູຊາເລັມ. |
|
| 3 |
|
| ຈົ່ງບອກເລື່ອງປຽບທຽບນີ້ແກ່ປະຊາຊົນຂອງເຮົາຜູ້ມັກກະບົດວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ພວກເຂົາດັ່ງນີ້: ຈົ່ງຕັ້ງໝໍ້ຂາງໃສ່ທີ່ເທິງເຕົາໄຟ ແລະຖອກນໍ້າລົງໃສ່ເຕັມໝໍ້ຂາງນັ້ນ. |
|
| 4 |
|
| ຈົ່ງເອົາຊີ້ນດີທີ່ສຸດໃສ່ລົງໃນໝໍ້ຂາງ ຊີ້ນຂາໂຕ້ ຊີ້ນສັນຂາ ເລືອກກະດູກແນວດີໆດ້ວຍ. |
|
| 5 |
|
| ຈົ່ງໃຊ້ຕ່ອນຊີ້ນຂອງແກະໂຕດີທີ່ສຸດ ແລະກອງຟືນ ໃສ່ລຸ່ມໝໍ້ຂາງນັ້ນ. ຈົ່ງປະໃຫ້ນໍ້າຟົດເດືອດຂຶ້ນມາ ຕົ້ມກະດູກແລະຕ່ອນຊີ້ນດ້ວຍ.” |
|
| 6 |
|
| ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ວິບັດເປັນຂອງເມືອງແຫ່ງພວກຄາດຕະກອນສາແລ້ວ ມັນເປັນດັ່ງໝໍ້ຂາງຂີ້ໝ້ຽງທີ່ລ້າງໃຫ້ສະອາດບໍ່ໄດ້. ພວກເຂົາໄດ້ຢິບເອົາຊີ້ນອອກເທື່ອແລ້ວເທື່ອອີກ ຈົນມັນບໍ່ມີເຫຼືອຢູ່ເລີຍ. |
|
| 7 |
|
| ໃນເມືອງກໍມີແຕ່ຄາດຕະກຳ; ສ່ວນເລືອດນັ້ນ ພວກເຂົາກໍບໍ່ໄດ້ປ່ອຍໃຫ້ໄຫລລົງໃສ່ພື້ນດິນ ຊຶ່ງຂີ້ຝຸ່ນດິນສາມາດຈະປິດບັງມັນໄດ້; ແຕ່ຊໍ້າພັດປ່ອຍໃຫ້ມັນຢົດລົງເທິງຫີນດານ. |
|
| 8 |
|
| ເຮົາໄດ້ປະເລືອດໄວ້ຢູ່ທີ່ນັ້ນ ຊຶ່ງເປັນບ່ອນທີ່ບໍ່ມີຜູ້ໃດຈະເຊື່ອງໄວ້ໄດ້ ຄືບ່ອນທີ່ມັນຮ້ອງຂໍແກ້ແຄ້ນຄືນຢ່າງຮ້າຍກາດ.” |
|
| 9 |
|
| ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ວິບັດເປັນຂອງເມືອງແຫ່ງພວກຄາດຕະກອນສາແລ້ວ ເຮົາເອງຈະກອງຟືນຂຶ້ນ. |
|
| 10 |
|
| ເອົາຟືນມາຕື່ມ ເປົ່າໄຟຂຶ້ນ ເອົາຊີ້ນມາຕົ້ມ ຕົ້ມໃຫ້ເປື່ອຍ ຈົນນໍ້າຕົ້ມແຫ້ງ |
|
| 11 |
|
| ບັດນີ້ ຈົ່ງຕັ້ງໝໍ້ຂາງທອງສຳຣິດໃສ່ເທິງຖ່ານໄຟ ແລະໃຫ້ໝໍ້ຂາງຮ້ອນຈົນມັນແດງ. ແລ້ວໝໍ້ນັ້ນກໍຈະສະອາດອີກ ຫລັງຈາກທີ່ຂີ້ໝ້ຽງໄດ້ໄໝ້ໝົດແລ້ວ |
|
| 12 |
|
| ເຖິງແມ່ນວ່າຂີ້ໝ້ຽງຈະບໍ່ສູນຫາຍໄປໃນໄຟໝົດກໍດີ. |
|
| 13 |
|
| ນະຄອນເຢຣູຊາເລັມເອີຍ ການກະທຳອັນຜິດສິນທຳຕ່າງໆຂອງເຈົ້ານັ້ນ ໄດ້ເຮັດໃຫ້ເຈົ້າເປັນມົນທິນ. ແມ່ນວ່າເຮົາພະຍາຍາມຊຳລະເຈົ້າໃຫ້ບໍຣິສຸດກໍດີ ເຈົ້າກໍຍັງມີມົນທິນຢູ່. ເຈົ້າຈະບໍ່ສະອາດແທ້ ຈົນກວ່າເຈົ້າໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ. |
|
| 14 |
|
| ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ເວລາທີ່ເຮົາຈະລົງມືດຳເນີນການນັ້ນມາເຖິງແລ້ວ. ເຮົາຈະບໍ່ເມີນເສີຍຕໍ່ບາບນາໆປະການຂອງເຈົ້າ ຫລືສະແດງຄວາມເມດຕາຕໍ່ເຈົ້າ. ເຈົ້າຈະຖືກລົງໂທດເພາະສິ່ງທີ່ເຈົ້າໄດ້ເຮັດນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 15 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 16 |
|
| “ມະນຸດເອີຍ ພຽງແຕ່ອືດລົມຫາຍໃຈດຽວເທົ່ານັ້ນ ເຮົາກໍຈະພັດຄົນທີ່ເຈົ້າຮັກທີ່ສຸດໃຫ້ໜີໄປ. ເຈົ້າບໍ່ຕ້ອງຈົ່ມ ຫລືຮ້ອງໄຫ້ຮໍ່າໄຮ ຫລືຫລັ່ງນໍ້າຕານຳດອກ. |
|
| 17 |
|
| ຢ່າໃຫ້ຜູ້ໃດໄດ້ຍິນສຽງເຈົ້າສະອຶກສະອື້ນ. ຢ່າໄວ້ທຸກໂດຍໄປມາບໍ່ມີຜ້າປົກຫົວ ຫລືຍ່າງຕີນເປົ່າ. ຢ່າປົກໜ້າ ຫລືກິນອາຫານທີ່ຄົນໄວ້ທຸກກິນ.” |
|
| 18 |
|
| ແຕ່ເຊົ້າໆຂອງວັນນັ້ນ ຂ້າພະເຈົ້າກຳລັງໂອ້ລົມຢູ່ກັບຄົນ. ໃນແລງຂອງວັນນັ້ນເມຍຂອງຂ້າພະເຈົ້າກໍຕາຍ ແລະໃນວັນຕໍ່ມາ ຂ້າພະເຈົ້າກໍເຮັດຕາມທີ່ພຣະເຈົ້າໄດ້ບອກ. |
|
| 19 |
|
| ປະຊາຊົນໄດ້ຖາມຂ້າພະເຈົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?” |
|
| 20 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າໃຫ້ກ່າວ |
|
| 21 |
|
| ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ. |
|
| 22 |
|
| ແລ້ວພວກເຈົ້າກໍຈະເຮັດຕາມທີ່ຂ້ອຍໄດ້ເຮັດ. ພວກເຈົ້າຈະບໍ່ປົກໜ້າ ຫລືບໍ່ກິນຂອງທີ່ຄົນໄວ້ທຸກກິນ. |
|
| 23 |
|
| ພວກເຈົ້າຈະບໍ່ໄປມາໂດຍບໍ່ມີຜ້າປົກຫົວ ແລະຈະບໍ່ຍ່າງຕີນເປົ່າ ຫລືໄວ້ທຸກ ຫລືຮ້ອງໄຫ້. ພວກເຈົ້າຈະຈ່ອຍຜອມຍ້ອນການບາບຂອງພວກເຈົ້າ ແລະພວກເຈົ້າຈະຄໍ່າຄວນຕໍ່ກັນແລະກັນ. |
|
| 24 |
|
| ແລ້ວເອເຊກຽນກໍຈະເປັນໝາຍສຳຄັນໃຫ້ແກ່ພວກເຈົ້າ; ພວກເຈົ້າຈະເຮັດຕາມທຸກສິ່ງທີ່ລາວໄດ້ເຮັດ. ເມື່ອເຫດການນີ້ເກີດຂຶ້ນ ພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”’ |
|
| 25 |
|
| “ບັດນີ້ມະນຸດເອີຍ ເຮົາຈະເອົາພຣະວິຫານອັນໝັ້ນຄົງແຂງແຮງ ທີ່ພວກເຂົາພາກພູມໃຈແລະຍິນດີນຳນັ້ນໜີໄປຈາກພວກເຂົາ ຄືພຣະວິຫານທີ່ພວກເຂົາມັກແນມເບິ່ງແລະມັກໄປຢ້ຽມຢາມ. ເຮົາຈະເອົາລູກຊາຍຍິງຂອງພວກເຂົາໜີໄປດ້ວຍ. |
|
| 26 |
|
| ໃນມື້ທີ່ເຮົາລົງມາດຳເນີນການນັ້ນ ຄົນໜຶ່ງທີ່ປົບໜີຈາກການທຳລາຍໄດ້ ຈະມາບອກເລື່ອງນີ້ສູ່ເຈົ້າຟັງ. |
|
| 27 |
|
| ໃນວັນດຽວກັນນັ້ນເອງ ເຈົ້າຈະໄດ້ຣິດແຫ່ງການປາກເວົ້າຊຶ່ງເຈົ້າໄດ້ເສຍໄປນັ້ນຄືນມາ ແລະເຈົ້າຈະເວົ້າກັບພວກເຂົາດ້ວຍວິທີດັ່ງກ່າວນີ້ ເຈົ້າຈະເປັນໝາຍສຳຄັນໃຫ້ແກ່ປະຊາຊົນ ແລະພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
|
|
|
|