|
| 1 |
|
| ແລ້ວພຣະອົງກໍກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກິນໜັງສືມ້ວນນີ້ ແລະໄປກ່າວແກ່ປະຊາຊົນອິດສະຣາເອນເຖີດ.” |
|
| 2 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງອ້າປາກ ແລະພຣະອົງກໍປ້ອນໜັງສືມ້ວນໃສ່ປາກຂ້າພະເຈົ້າ. |
|
| 3 |
|
| ພຣະອົງກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກິນໜັງສືມ້ວນທີ່ເຮົາໃຫ້ເຈົ້າຈົນອີ່ມເຖີດ.” ຂ້າພະເຈົ້າກິນໜັງສືມ້ວນນັ້ນ ແລະມີຣົດຫວານເໝືອນດັ່ງນໍ້າເຜິ້ງ. |
|
| 4 |
|
| ແລ້ວພຣະອົງບອກຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງໄປຫາປະຊາຊົນອິດສະຣາເອນ ແລະກ່າວແກ່ພວກເຂົາເຖິງສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ. |
|
| 5 |
|
| ເຮົາບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດທີ່ຍາກ ແຕ່ໄປຫາຊາວອິດສະຣາເອນ. |
|
| 6 |
|
| ຖ້າເຮົາສົ່ງເຈົ້າໄປຫາປະເທດທີ່ມີປະຊາຊົນຫລາຍ ທັງເວົ້າພາສາຍາກທີ່ເຈົ້າບໍ່ເຂົ້າໃຈ ພວກເຂົາກໍຈະຟັງເຈົ້າເປັນແນ່. |
|
| 7 |
|
| ແຕ່ຈະບໍ່ມີປະຊາຊົນອິດສະຣາເອນຄົນໃດມີນໍ້າໃຈຢາກຟັງເຈົ້າ; ແມ່ນແຕ່ເຮົາ ພວກເຂົາກໍຍັງບໍ່ຟັງ. ພວກເຂົາທັງໝົດດື້ດ້ານ ແລະໃຈແຂງ. |
|
| 8 |
|
| ບັດນີ້ເຮົາຈະເຮັດໃຫ້ເຈົ້າເປັນຄົນດື້ດ້ານ ແລະໃຈແຂງດັ່ງພວກເຂົາ. |
|
| 9 |
|
| ເຮົາຈະເຮັດໃຫ້ເຈົ້າໜັກແໜ້ນດັ່ງຫີນ ແຂງແກ່ນດັ່ງເພັດ; ສະນັ້ນ ເຈົ້າຢ່າສູ່ຢ້ານຄົນກະບົດເຫຼົ່ານີ້ເລີຍ.” |
|
| 10 |
|
| ພຣະອົງໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງຈົດຈຳແລະເອົາໃຈໃສ່ຢ່າງແທ້ຈິງໃນສິ່ງທີ່ເຮົາບອກເຈົ້າ. |
|
| 11 |
|
| ຈົ່ງໄປຫາເພື່ອນຮ່ວມຊາດຂອງເຈົ້າທີ່ຕົກເປັນຊະເລີຍໃນຕ່າງຖິ່ນ ແລະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ ບໍ່ວ່າພວກເຂົາຈະຟັງເຈົ້າຫລືບໍ່ກໍຕາມ.” |
|
| 12 |
|
| ຕໍ່ມາ ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ ແລະຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງດັງກ້ອງຂຶ້ນທາງຫລັງຂອງຂ້າພະເຈົ້າວ່າ, “ຈົ່ງສັນລະເສີນສະຫງ່າຣາສີຂອງພຣະເຈົ້າຢາເວທີ່ເທິງຟ້າສະຫວັນ.” |
|
| 13 |
|
| ຂ້າພະເຈົ້າໄດ້ຍິນສຽງປີກຂອງສິ່ງທີ່ມີຊີວິດດັງກະທົບກັນໃນອາກາດ ແລະສຽງຂອງລໍ້ກໍດັງກ້ອງເໝືອນດັ່ງແຜ່ນດິນໄຫວ. |
|
| 14 |
|
| ຣິດອຳນາດຂອງພຣະເຈົ້າຢາເວໄດ້ລົງມາສູ່ຂ້າພະເຈົ້າເຕັມກຳລັງ ແລະຂະນະທີ່ພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນນັ້ນ ຂ້າພະເຈົ້າກໍຮູ້ສຶກວ່າຂົມຂື່ນ ແລະຄຽດແຄ້ນຫລາຍ. |
|
| 15 |
|
| ສະນັ້ນ ຂ້າພະເຈົ້າຈຶ່ງໄປທີ່ເທນ-ອາບີບ ທີ່ແຄມແມ່ນໍ້າເກບາກ ບ່ອນທີ່ພວກຊະເລີຍອາໄສຢູ່ນັ້ນ ແລະພັກຢູ່ທີ່ນັ້ນຢ່າງຕົກຕະລຶງເປັນເວລາເຈັດວັນ. |
|
| 16 |
|
| ພໍຄົບເຈັດວັນແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, |
|
| 17 |
|
| “ມະນຸດເອີຍ ເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຈະຖ່າຍທອດຄຳຕັກເຕືອນທີ່ເຮົາໃຫ້ເຈົ້າສູ່ພວກເຂົາຟັງ. |
|
| 18 |
|
| ຖ້າເຮົາປະກາດວ່າຄົນຊົ່ວຜູ້ໜຶ່ງຈະຕ້ອງຕາຍ, ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນຈາກທາງຊົ່ວຂອງລາວເພື່ອຈະໄດ້ຊີວິດ, ລາວກໍຈະຕາຍໄປຍ້ອນບາບກຳຂອງລາວ ແລະເຮົາຈະຖືວ່າເຈົ້າເປັນຜູ້ຮັບຜິດຊອບຕໍ່ການຕາຍຂອງຄົນນັ້ນ. |
|
| 19 |
|
| ຖ້າເຈົ້າຕັກເຕືອນຄົນຊົ່ວແລ້ວ ແລະລາວບໍ່ເຊົາເຮັດບາບ ລາວກໍຈະຕາຍຍ້ອນການບາບຂອງລາວເອງ, ແຕ່ເຈົ້າຈະຊ່ວຍຊີວິດຂອງເຈົ້າໄວ້ໄດ້. |
|
| 20 |
|
| ຖ້າຄົນດີມີສິນທຳຜູ້ໜຶ່ງເລີ່ມເຮັດຊົ່ວ ແລະເຮົາໄດ້ໃຫ້ລາວຕົກໃນສະພາບອັນຕະລາຍ ລາວກໍຈະຕາຍຍ້ອນການເຮັດບາບນັ້ນ ຖ້າເຈົ້າບໍ່ຕັກເຕືອນລາວ; ເຮົາຈະບໍ່ລະນຶກເຖິງຄຸນງາມຄວາມດີທີ່ລາວໄດ້ເຮັດມານັ້ນ ແລະເຮົາຈະຖືວ່າເຈົ້າເປັນຜູ້ຮັບຜິດຊອບຕໍ່ການຕາຍຂອງຄົນນັ້ນ. |
|
| 21 |
|
| ຖ້າເຈົ້າຕັກເຕືອນຄົນດີມີສິນທຳຜູ້ໜຶ່ງບໍ່ໃຫ້ເຮັດບາບ ແລະລາວເຊື່ອຟັງເຈົ້າໂດຍບໍ່ເຮັດບາບນັ້ນ ລາວຈະມີຊີວິດຢູ່ ແລະເຈົ້າກໍໄດ້ຊ່ວຍຊີວິດຂອງເຈົ້າໄວ້.” |
|
| 22 |
|
| ແລ້ວຣິດອຳນາດຂອງພຣະເຈົ້າຢາເວກໍມາຄວບຄຸມຂ້າພະເຈົ້າອີກ. ພຣະອົງກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ ແລະອອກໄປທີ່ຮ່ອມພູ. ເຮົາຈະກ່າວແກ່ເຈົ້າຢູ່ທີ່ນັ້ນ.” |
|
| 23 |
|
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງອອກໄປທີ່ຮ່ອມພູ ແລະຢູ່ໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວ ດັ່ງທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ. ຂ້າພະເຈົ້າໝູບໜ້າລົງກັບພື້ນດິນ |
|
| 24 |
|
| ແຕ່ພຣະວິນຍານຂອງພຣະເຈົ້າໄດ້ລົງມາສະຖິດຂ້າພະເຈົ້າ ແລະເຮັດໃຫ້ຂ້າພະເຈົ້າຢືນຂຶ້ນ. ພຣະອົງກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກັບເມືອ ແລະລີ້ຢູ່ໃນເຮືອນສາ. |
|
| 25 |
|
| ເຈົ້າຈະຖືກມັດດ້ວຍເຊືອກ ແລະເຈົ້າຈະອອກໄປຂ້າງນອກບໍ່ໄດ້. |
|
| 26 |
|
| ເຮົາຈະເຮັດໃຫ້ລີ້ນຂອງເຈົ້າແຂງ ເພື່ອວ່າເຈົ້າຈະບໍ່ສາມາດຕັກເຕືອນຄົນກະບົດເຫຼົ່ານີ້ໄດ້. |
|
| 27 |
|
| ຄັນເມື່ອເຮົາກ່າວແກ່ເຈົ້າອີກ ເຮົາຈຶ່ງຈະໃຫ້ເຈົ້າສາມາດເວົ້າໄດ້ອີກ. ເຈົ້າຈະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ ບາງຄົນໃນພວກເຂົາຈະຟັງແຕ່ບາງຄົນຈະເມີນເສີຍຕໍ່ເຈົ້າ ເພາະພວກເຂົາເປັນຊົນຊາດຂອງຄົນກະບົດ.” |
|
|
|
|