|
| 1 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ມະນຸດເອີຍ ຈົ່ງທຳນວາຍ ແລະປະກາດສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າຈົ່ງໂຮຮ້ອງຂຶ້ນດ້ວຍຖ້ອຍຄຳເຫຼົ່ານີ້ສາ ວ່າມື້ຢ້ານກົວອັນໃຫຍ່ຫລວງກຳລັງມາຮອດ |
|
| 3 |
|
| ມາໃກ້ແລ້ວຄືມື້ທີ່ພຣະເຈົ້າຢາເວຈະກະທຳການ ມື້ໜຶ່ງທີ່ມີເມກໝອກໜາ ແລະນາໆຊາດເດືອດຮ້ອນ. |
|
| 4 |
|
| ເສິກສົງຄາມຈະເກີດຂຶ້ນໃນປະເທດເອຢິບ ແລະເອທີໂອເປຍກໍຈະເກີດລຳບາກໃຫຍ່. ມີຫລາຍຄົນຈະຖືກຂ້າຢູ່ໃນປະເທດເອຢິບ ຖືກປຸ້ນຈີ້ ແລະປະໃຫ້ຮົກຮ້າງຫວ່າງເປົ່າ. |
|
| 5 |
|
| ສົງຄາມນັ້ນຈະຂ້າທະຫານຮັບຈ້າງຈາກເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະແມ່ນແຕ່ທະຫານທີ່ມາຈາກປະຊາຊົນຂອງເຮົາເອງດ້ວຍ.” |
|
| 6 |
|
| ພຣະເຈົ້າຢາເວຊົງກ່າວວ່າ, “ຈາກເມືອງມິກໂດນທາງທິດເໜືອ ເຖິງເມືອງອາຊວານທາງທິດໃຕ້ ທະຫານໜ່ວຍປ້ອງກັນທັງໝົດຂອງປະເທດເອຢິບຈະຖືກຂ້າໃນສະໜາມຮົບ. ກອງທັບອັນອວດອົ່ງທະນົງຕົວຂອງປະເທດເອຢິບຈະຖືກທຳລາຍກ້ຽງ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 7 |
|
| ດິນແດນຈະຖືກປະປ່ອຍໃຫ້ຮົກຮ້າງຫວ່າງເປົ່າທີ່ສຸດໃນໂລກ ແລະເມືອງຕ່າງໆກໍຈະຖືກປະປ່ອຍໃຫ້ຮົກຮ້າງເພພັງລົງ. |
|
| 8 |
|
| ເມື່ອເຮົາໄດ້ຈູດໄຟເຜົາປະເທດເອຢິບ ແລະໜ່ວຍປ້ອງກັນຂອງປະເທດຖືກທຳລາຍໝົດສິ້ນແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. |
|
| 9 |
|
| ເມື່ອວັນນັ້ນມາເຖິງ ແລະເມື່ອປະເທດເອຢິບຖືກທຳລາຍແລ້ວ ເຮົາຈະສົ່ງຄະນະຜູ້ນຳຂ່າວລົງເຮືອໄປປຸກປັ່ນປະຊາຊົນເອທີໂອເປຍ ໃຫ້ມີຄວາມປອດໄພອັນຈອມປອມ ແລະພວກເຂົາກໍຈະສະທ້ານຢ້ານກົວໃຫຍ່. ວັນນັ້ນໃກ້ເຂົ້າມາສາແລ້ວ.” |
|
| 10 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາຈະໃຊ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ມາເຮັດໃຫ້ຊັບສົມບັດຂອງເອຢິບສູນສິ້ນໄປ. |
|
| 11 |
|
| ລາວຕະຫລອດທັງກອງທັບອັນໂຫດຫ້ຽມຂອງລາວ ຈະທຳລາຍລ້າງຜານດິນແດນ. ພວກເຂົາຈະໃຊ້ດາບບຸກໂຈມຕີປະເທດເອຢິບ ແລະດິນແດນກໍຈະເຕັມໄປດ້ວຍຊາກສົບ. |
|
| 12 |
|
| ເຮົາຈະເຮັດໃຫ້ແມ່ນໍ້ານິນແຫ້ງ ແລະຈະມອບເອຢິບໃຫ້ຢູ່ໃຕ້ອຳນາດຂອງຄົນຊົ່ວຮ້າຍ. ຊາວຕ່າງດ້າວຈະທຳລາຍລ້າງຜານທັງໝົດປະເທດ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.” |
|
| 13 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະພຣະປອມທັງຫລາຍທີ່ເມືອງມຳຟິດ ບໍ່ມີຜູ້ໃດຈະຂຶ້ນປົກຄອງເອຢິບ ແລະເຮົາຈະເຮັດໃຫ້ປະຊາຊົນທັງໝົດສະທ້ານຢ້ານກົວ. |
|
| 14 |
|
| ເຮົາຈະເຮັດໃຫ້ເອຢິບທາງພາກໃຕ້ຮົກຮ້າງຫວ່າງເປົ່າ ທັງຈະຈູດໄຟເຜົາເມືອງໂຊອານທາງທິດເໜືອດ້ວຍ. ເຮົາຈະລົງໂທດເມືອງເອກຂອງເທເບ. |
|
| 15 |
|
| ເຮົາຈະປ່ອຍໃຫ້ເປລູສີອຳ ເມືອງທີ່ມີປ້ອມປ້ອງກັນອັນໃຫຍ່ໂຕຂອງປະເທດເອຢິບ ໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງເຮົາ. ເຮົາຈະທຳລາຍຊັບສົມບັດຂອງເມືອງເທເບ. |
|
| 16 |
|
| ເຮົາຈະຈູດໄຟເຜົາເອຢິບແລະເມືອງເປລູສີອຳກໍຈະແຄ້ນໃຈ ກຳແພງເມືອງເທເບຈະພັງທະລາຍ ແລະນໍ້າກໍຈະໄຫລຖ້ວມເມືອງ. |
|
| 17 |
|
| ຊາວໜຸ່ມໃນເມືອງເຮລີໂອໂປລີກັບເມືອງບູບາຊະຕີ ຈະຕາຍໃນສົງຄາມ ແລະປະຊາຊົນອື່ນໆກໍຈະຖືກຈັບໄປເປັນຊະເລີຍ. |
|
| 18 |
|
| ຄວາມມືດຈະເຂົ້າປົກຄຸມເມືອງຕາປັນເຮັດ ເມື່ອເຮົາທັບມ້າງອຳນາດຂອງປະເທດເອຢິບ ແລະເຮັດໃຫ້ກຳລັງທີ່ເອຢິບໄດ້ອວດອ້າງຢ່າງໜັກໜານັ້ນສິ້ນສູນໄປ. ເມກໝອກຈະປົກຄຸມປະເທດເອຢິບ ແລະປະຊາຊົນຕາມເມືອງທັງຫລາຍກໍຈະຖືກຈັບໄປເປັນຊະເລີຍ. |
|
| 19 |
|
| ເມື່ອເຮົາລົງໂທດເອຢິບດັ່ງນີ້ແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
|
| 20 |
|
| ໃນວັນທີເຈັດຂອງເດືອນທີໜຶ່ງ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 21 |
|
| “ມະນຸດເອີຍ ເຮົາໄດ້ເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ. ບໍ່ມີຜູ້ໃດເອົາຜ້າພັນແຂນໃຫ້ຫລືເຮັດຫ່ວງຫ້ອຍຄໍໃຫ້ ເພື່ອວ່າແຂນນັ້ນຈະດີແລະແຂງແຮງແລະຈັບດາບໄດ້ອີກ. |
|
| 22 |
|
| ບັດນີ້ ຕໍ່ໄປແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຮົາເປັນສັດຕູຂອງກະສັດແຫ່ງເອຢິບ. ເຮົາກຳລັງຈະຫັກແຂນທັງສອງຂອງລາວ ຄືແຂນທີ່ຍັງດີແລະແຂນທີ່ໄດ້ຫັກແລ້ວນັ້ນດ້ວຍ ແລະດາບກໍຈະຕົກລົງຈາກມືລາວ. |
|
| 23 |
|
| ເຮົາຈະເຮັດໃຫ້ຊາວເອຢິບກະຈັດກະຈາຍໄປໃນທ່າມກາງບັນດາປະຊາຊາດ ແລະກະຈາຍພວກເຂົາໄປຕາມປະເທດຕ່າງໆ. |
|
| 24 |
|
| ແລ້ວເຮົາຈະເຮັດໃຫ້ແຂນກະສັດແຫ່ງບາບີໂລນແຂງແຮງ ແລະເອົາດາບຂອງເຮົາໃຫ້ລາວຖື. ແຕ່ເຮົາຈະເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ ແລະລາວຈະຄວນຄາງດ້ວຍຄວາມເຈັບປວດຢ່າງໜັກ ແລະຕາຍຕໍ່ໜ້າສັດຕູຂອງລາວ. |
|
| 25 |
|
| ເຮົາຈະເຮັດໃຫ້ລາວອ່ອນແຮງ ແລະໃຫ້ກະສັດແຫ່ງບາບີໂລນເຂັ້ມແຂງ. ເມື່ອເຮົາມອບດາບຂອງເຮົາໃຫ້ລາວແລະລາວຊີ້ດາບນັ້ນໄປສູ່ປະເທດເອຢິບ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. |
|
| 26 |
|
| ເຮົາຈະເຮັດໃຫ້ຊາວເອຢິບກະຈັດກະຈາຍໄປໃນທ່າມກາງບັນດາປະຊາຊາດ ແລະກະຈາຍພວກເຂົາໄປຕາມປະເທດຕ່າງໆ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
|
|
|
|