|
| 1 |
|
| ໃນວັນທີໜຶ່ງຂອງເດືອນທີສິບສອງ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ມະນຸດເອີຍ ຈົ່ງຕັກເຕືອນກະສັດແຫ່ງເອຢິບຢ່າງໜັກແໜ້ນ. ຈົ່ງມອບຖ້ອຍຄຳຂອງເຮົານີ້ໃຫ້ລາວວ່າ, ‘ເຈົ້າປະພຶດຕົນດັ່ງສິງໂຕໜຶ່ງໃນທ່າມກາງຊົນຊາດທັງຫລາຍ. ແຕ່ເຈົ້າກໍເປັນດັ່ງແຂ້ທີ່ກຳລັງຟາດຫາງໃສ່ແມ່ນໍ້າ. ເຈົ້າໃຊ້ຕີນກວນນໍ້າໃຫ້ຂຸ່ນ ແລະເຮັດໃຫ້ແມ່ນໍ້າຕ່າງໆເປິເປື້ອນ. |
|
| 3 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເມື່ອຫລາຍຊົນຊາດມາເຕົ້າໂຮມກັນ ເຮົາຈະໃຊ້ຕາໜ່າງຈັບເຈົ້າໄວ້ແລະໃຫ້ພວກເຂົາລາກເຈົ້າຂຶ້ນມາເທິງຫາດ. |
|
| 4 |
|
| ເຮົາຈະໂຍນເຈົ້າລົງເທິງພື້ນດິນ ແລະນຳຝູງນົກກັບຝູງສັດທັງໝົດໃນໂລກມາກັດກິນເຈົ້າ. |
|
| 5 |
|
| ເຮົາຈະໃຫ້ຊາກສົບອັນເປື່ອຍເນົ່າຂອງເຈົ້າປົກຄຸມພູກັບຮ່ອມພູທັງຫລາຍ. |
|
| 6 |
|
| ເຮົາຈະເທເລືອດຂອງເຈົ້າອອກໃຫ້ແຜ່ໄປຖ້ວມພູແລະໃຫ້ລົ້ນລຳນໍ້າ. |
|
| 7 |
|
| ເມື່ອເຮົາທຳລາຍເຈົ້ານັ້ນ ເຮົາຈະອັດຟ້າສະຫວັນໄວ້ແລະໃຫ້ດວງດາວມືດມົວໄປ. ຕາເວັນຈະລີ້ຢູ່ຫລັງກ້ອນເມກແລະດວງຈັນຈະບໍ່ສ່ອງແສງ. |
|
| 8 |
|
| ເຮົາຈະໃຫ້ແສງທັງໝົດໃນຟ້າສະຫວັນດັບໄປ ແລະໃຫ້ປະເທດຂອງເຈົ້າມືດມົນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 9 |
|
| ຫລາຍຊົນຊາດຈະເດືອດຮ້ອນ ເມື່ອເຮົາແຜ່ຂ່າວການທຳລາຍເຈົ້າ ໄປທົ່ວບັນດາປະເທດທີ່ເຈົ້າບໍ່ເຄີຍໄດ້ຍິນ. |
|
| 10 |
|
| ສິ່ງທີ່ເຮົາກະທຳກັບເຈົ້ານັ້ນ ຈະເຮັດໃຫ້ຫລາຍຊົນຊາດສະດຸ້ງຕົກໃຈ. ເມື່ອເຮົາແກວ່ງດາບຂອງເຮົາກວາດໄປມາ ກະສັດທັງຫລາຍຈະຢ້ານກົວຈົນຕົວສັ່ນ. ໃນມື້ທີ່ເຈົ້າລົ້ມລົງນັ້ນ ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານເພາະຫ່ວງຊີວິດຕົນເອງ. |
|
| 11 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຈົ້າຈະປະເຊີນກັບດາບຂອງກະສັດແຫ່ງບາບີໂລນ. |
|
| 12 |
|
| ເຮົາຈະປ່ອຍໃຫ້ທະຫານຈາກຊາດຕ່າງໆທີ່ໂຫດຫ້ຽມ ຊັກດາບຂອງພວກເຂົາອອກມາຂ້າປະຊາຊົນຂອງເຈົ້າ. ປະຊາຊົນທັງໝົດແລະທຸກສິ່ງທີ່ເຈົ້າພູມໃຈນຳນັ້ນຈະຖືກທຳລາຍ. |
|
| 13 |
|
| ເຮົາຈະຂ້າຝູງງົວຂອງເຈົ້າຕາມບ່ອນທີ່ມີນໍ້າທຸກແຫ່ງ. ຈະບໍ່ມີຄົນຫລືສັດໃດໆກວນນໍ້າໃຫ້ຂຸ່ນອີກຕໍ່ໄປ. |
|
| 14 |
|
| ເຮົາຈະເຮັດໃຫ້ນໍ້າຂອງເຈົ້ານອນລົງຈົນໄສ ແລະໃຫ້ແມ່ນໍ້າທັງຫລາຍໄຫລຢ່າງສະຫງົບງຽບ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 15 |
|
| ເມື່ອເຮົາໄດ້ກະທຳໃຫ້ປະເທດເອຢິບເປັນດິນແດນຮົກຮ້າງຫວ່າງເປົ່າ ແລະທຳລາຍທຸກຄົນທີ່ຢູ່ໃນທີ່ນັ້ນແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. |
|
| 16 |
|
| ຄຳຕັກເຕືອນອັນໜັກແໜ້ນນີ້ຈະກາຍເປັນເພງອາໄລອາວອນ. ພວກຜູ້ຍິງຂອງຊົນຊາດທັງຫລາຍຕ່າງກໍຈະຮ້ອງເພງນີ້ ໄວ້ທຸກໃຫ້ແກ່ປະເທດເອຢິບແລະປະຊາຊົນທັງໝົດໃນປະເທດ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.” |
|
| 17 |
|
| ໃນວັນທີສິບຫ້າຂອງເດືອນທີໜຶ່ງ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 18 |
|
| “ມະນຸດເອີຍ ຈົ່ງໄວ້ທຸກໃຫ້ປະຊາຊົນທັງໝົດຂອງປະເທດເອຢິບ. ຈົ່ງສົ່ງພວກເຂົາລົງໄປກັບຊົນຊາດອື່ນໆທີ່ມີອຳນາດສູ່ແດນມໍຣະນາ. |
|
| 19 |
|
| ຈົ່ງກ່າວຕໍ່ພວກເຂົາວ່າ, ‘ເຈົ້າຄິດວ່າເຈົ້ານັ້ນງາມຫລາຍຊັ້ນບໍ? ງາມລື່ນກວ່າຄົນອື່ນໆຫລືນີ້? ເຈົ້າຈະລົງໄປຍັງແດນມໍຣະນາ ນອນຢູ່ຫັ້ນໃນທ່າມກາງຄົນບໍ່ນັບຖືພຣະເຈົ້າ.’ |
|
| 20 |
|
| ປະຊາຊົນເອຢິບຈະລົ້ມລົງນຳພວກທີ່ໄດ້ຖືກຂ້າໃນສະໜາມຮົບ. ດາບມີຕຽມພ້ອມໄວ້ແລ້ວເພື່ອຈະຂ້າພວກເຂົາຖິ້ມໝົດ. |
|
| 21 |
|
| ບັນດາວິລະບູລຸດຜູ້ຍິ່ງໃຫຍ່ ແລະພວກທີ່ໄດ້ສູ້ຮົບໃຫ້ຝ່າຍເອຢິບ ຍິນດີຕ້ອນຮັບຊາວເອຢິບລົງໄປສູ່ແດນມໍຣະນາ. ພວກເຂົາຮ້ອງຂຶ້ນວ່າ, ‘ພວກບໍ່ນັບຖືພຣະເຈົ້າທີ່ໄດ້ຖືກຂ້າໃນສະໜາມຮົບລົງມາທີ່ນີ້ແລ້ວ ແລະພວກເຂົາກໍນອນຕາຍຢູ່ທີ່ນີ້.’ |
|
| 22 |
|
| ອັດຊີເຣຍຢູ່ໃນທີ່ນັ້ນ ພ້ອມທັງມີຂຸມຝັງສົບຂອງບັນດາທະຫານຂອງຕົນອ້ອມຮອບຢູ່. ພວກເຂົາລ້ວນແຕ່ຖືກຂ້າໃນສະໜາມຮົບ |
|
| 23 |
|
| ແລະຂຸມຝັງສົບຂອງພວກເຂົາແມ່ນຢູ່ບ່ອນເລິກທີ່ສຸດຂອງແດນມໍຣະນາ. ບັນດາທະຫານຂອງຕົນກໍລົ້ມຕາຍໃນສະໜາມຮົບ ແລະຂຸມຝັງສົບຂອງພວກເຂົາກໍອ້ອມຮອບຂຸມຝັງສົບຂອງອັດຊີເຣຍ. ຄັ້ງໜຶ່ງ ພວກເຂົາເປັນທີ່ສະທ້ານຢ້ານກົວຂອງໂລກຄົນເປັນ. |
|
| 24 |
|
| ເອລາມກໍຢູ່ທີ່ນັ້ນ ພ້ອມທັງມີຂຸມຝັງສົບພວກທະຫານຂອງຕົນອ້ອມຮອບຢູ່. ພວກເຂົາລ້ວນແຕ່ຖືກຂ້າໃນສະໜາມຮົບ ແລະພວກເຂົາໄດ້ລົງໄປສູ່ແດນມໍຣະນາໂດຍບໍ່ໄດ້ຮັບພິທີຕັດ. ເມື່ອຍັງມີຊີວິດຢູ່ ພວກເຂົາເຄີຍກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາກໍຕາຍແລະຖືກຫຍໍ້ຫຍັນ. |
|
| 25 |
|
| ຊາວເອລາມນອນຕາຍຢູ່ທ່າມກາງພວກທີ່ຖືກຂ້າໃນສະໜາມຮົບ ແລະຂຸມຝັງສົບຂອງບັນດາທະຫານຂອງຕົນກໍອ້ອມຮອບຕົນຢູ່. ພວກເຂົາລ້ວນແຕ່ບໍ່ໄດ້ຮັບພິທີຕັດ ໄດ້ຖືກຂ້າໃນສະໜາມຮົບ. ເວລາຍັງມີຊີວິດຢູ່ນັ້ນ ພວກເຂົາໄດ້ແຜ່ຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ພວກເຂົາກໍນອນຕາຍແລະຖືກຫຍໍ້ຫຍັນ ໂດຍຮ່ວມຊາຕາກຳກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ. |
|
| 26 |
|
| ເມເຊັກກັບຕູບານກໍຢູ່ທີ່ນັ້ນ ພ້ອມທັງມີຂຸມຝັງສົບຂອງບັນດາທະຫານຂອງພວກເຂົາອ້ອມຮອບຢູ່. ພວກເຂົາລ້ວນແຕ່ບໍ່ໄດ້ຮັບພິທີຕັດ ໄດ້ຖືກຂ້າໃນສະໜາມຮົບ. ຄັ້ງໜຶ່ງ ພວກເຂົາໄດ້ເປັນທີ່ສະທ້ານຢ້ານກົວຂອງໂລກຄົນເປັນ. |
|
| 27 |
|
| ພວກເຂົາບໍ່ໄດ້ຖືກຝັງຢ່າງມີກຽດດັ່ງບັນດາວິລະບູລຸດຂອງພວກເຂົາໃນສະໄໝກ່ອນກີ້ ຜູ້ທີ່ໄດ້ລົງໄປສູ່ແດນມໍຣະນາໂດຍມີອາວຸດຕິດຕົວຄົບຊຸດ ຄືດາບຂອງພວກເຂົາຖືກວາງໄວ້ທີ່ກ້ອງຫົວ ແລະໂລ້ຂອງພວກເຂົາ ກໍຖືກວາງໄວ້ທີ່ເທິງຮ່າງກາຍ. ຄັ້ງໜຶ່ງ ວິລະບູລຸດເຫຼົ່ານີ້ໄດ້ມີອຳນາດ ພໍທີ່ຈະເຮັດໃຫ້ໂລກຄົນເປັນສະທ້ານຢ້ານກົວໄດ້. |
|
| 28 |
|
| ສະນັ້ນ ຊາວເອຢິບຈຶ່ງຈະນອນຢູ່ໃນທ່າມກາງພວກທີ່ບໍ່ໄດ້ຮັບພິທີຕັດ ຄືພວກທີ່ໄດ້ຖືກຂ້າໃນສະໜາມຮົບ. |
|
| 29 |
|
| ເອໂດມກໍຢູ່ທີ່ນັ້ນ ພ້ອມທັງບັນດາກະສັດກັບພວກຜູ້ປົກຄອງຂອງຕົນ. ພວກເຂົາເຄີຍເປັນທະຫານທີ່ມີອຳນາດ; ແຕ່ບັດນີ້ ພວກເຂົານອນຢູ່ໃນແດນມໍຣະນາກັບຄົນທີ່ບໍ່ໄດ້ຮັບພິທີຕັດ ຄືພວກທີ່ໄດ້ຖືກຂ້າໃນສະໜາມຮົບ. |
|
| 30 |
|
| ບັນດາກະສັດທັງໝົດທາງທິດເໜືອກໍຢູ່ທີ່ນັ້ນເຊັ່ນດຽວກັນກັບຊາວຊີໂດນ. ຄັ້ງໜຶ່ງ ອຳນາດຂອງພວກເຂົາໄດ້ກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາລົງໄປຢ່າງອັບອາຍຂາຍໜ້າກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ ແລະໄດ້ນອນພັກຜ່ອນໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາແບ່ງຄວາມອັບອາຍຂາຍໜ້າກັບພວກທີ່ລົງໄປສູ່ແດນມໍຣະນານັ້ນ. |
|
| 31 |
|
| ກະສັດແຫ່ງເອຢິບຈະເຫັນຄົນເຫຼົ່ານີ້ທີ່ໄດ້ຖືກຂ້າໃນສະໜາມຮົບ ແລ້ວລາວກໍຈະໄດ້ຮັບຄວາມບັນເທົາໃຈພ້ອມກັບກອງທັບຂອງລາວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 32 |
|
| ເຮົາໄດ້ບັນດານໃຫ້ກະສັດແຫ່ງເອຢິບ ເປັນທີ່ສະທ້ານຢ້ານກົວຂອງຜູ້ທີ່ມີຊີວິດຢູ່ ແຕ່ລາວພ້ອມທັງທະຫານຂອງລາວຈະຖືກຂ້າ ແລະນອນພັກຜ່ອນກັບຄົນທັງປວງທີ່ບໍ່ໄດ້ຮັບພິທີຕັດ ຄືຜູ້ທີ່ໄດ້ຖືກຂ້າຢູ່ໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
|
|
|