|
| 1 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 2 |
|
| “ມະນຸດເອີຍ ຈົ່ງປະນາມບັນດາພວກຜູ້ລ້ຽງແກະຂອງຊາດອິດສະຣາເອນ. ຈົ່ງປະກາດສູ່ພວກເຂົາຟັງ ແລະບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກເຂົາດັ່ງນີ້: ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ລ້ຽງແກະຂອງຊາດອິດສະຣາເອນເອີຍ ພວກເຈົ້າດູແລຕົນເອງແຕ່ບໍ່ໄດ້ດູແລຝູງແກະເລີຍ. |
|
| 3 |
|
| ພວກເຈົ້າດື່ມນໍ້ານົມ, ນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຂົນແກະ ແລະຂ້າແກະໂຕດີທີ່ສຸດກິນ, ແຕ່ພວກເຈົ້າບໍ່ເຄີຍລ້ຽງຝູງແກະເລີຍ. |
|
| 4 |
|
| ພວກເຈົ້າບໍ່ໄດ້ດູແລແກະໂຕທີ່ຈ່ອຍຜອມ, ບໍ່ໄດ້ປິ່ນປົວໂຕທີ່ເຈັບໂຊ, ບໍ່ໄດ້ພັນບາດແຜໃຫ້ໂຕທີ່ຖືກທຳຮ້າຍ, ບໍ່ໄດ້ນຳໂຕທີ່ຫລົງຝູງກັບຄືນມາ, ຫລືບໍ່ໄດ້ຊອກຫາໂຕທີ່ຫລົງເສຍໄປ. ແຕ່ພວກເຈົ້າພັດເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ. |
|
| 5 |
|
| ຍ້ອນຝູງແກະບໍ່ມີຜູ້ລ້ຽງ ແກະຈຶ່ງໄດ້ກະຈັດກະຈາຍໄປ ແລະຝູງສັດປ່າກໍມາກັດກິນເສຍ. |
|
| 6 |
|
| ສະນັ້ນ ແກະຂອງເຮົາຈຶ່ງຊັດເຊພະເນຈອນໄປ ຕາມເນີນພູແລະຕາມເທິງພູເຂົາຕ່າງໆ. ຝູງແກະໄດ້ກະຈັດກະຈາຍໄປທົ່ວໂລກ ແລະບໍ່ມີຜູ້ໃດຊອກຄົ້ນຫາຫລືສະແຫວງຫາເລີຍ. |
|
| 7 |
|
| ເພາະສະນັ້ນ ພວກເຈົ້າຜູ້ລ້ຽງແກະເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເທີ້ນ |
|
| 8 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ພວກເຈົ້າຄວນເຊື່ອຟັງເຮົາສັນນັ້ນ. ແກະຂອງເຮົາໄດ້ຖືກສັດປ່າກັດກິນເພາະບໍ່ມີຜູ້ລ້ຽງ. ບັນດາຜູ້ລ້ຽງຂອງເຮົາບໍ່ໄດ້ພະຍາຍາມຊອກຫາແກະ. ພວກເຂົາລ້ຽງດູຕົນເອງແຕ່ບໍ່ໄດ້ລ້ຽງດູແກະ. |
|
| 9 |
|
| ດັ່ງນັ້ນ ພວກເຈົ້າຜູ້ລ້ຽງແກະເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວເທີ້ນ. |
|
| 10 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ, ເຮົາເປັນສັດຕູຂອງພວກເຈົ້າ. ເຮົາຈະເອົາຝູງແກະຂອງເຮົາໜີໄປຈາກພວກເຈົ້າ ແລະຈະບໍ່ຍອມໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາອີກຈັກເທື່ອ; ເຮົາຈະບໍ່ໃຫ້ພວກເຈົ້າລ້ຽງພວກເຈົ້າເອງອີກຕໍ່ໄປ. ເຮົາຈະຊ່ວຍກູ້ເອົາແກະຂອງເຮົາໜີໄປຈາກພວກເຈົ້າ ແລະບໍ່ໃຫ້ພວກເຈົ້າກິນພວກເຂົາອີກ. |
|
| 11 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາຈະຊອກຫາແລະເບິ່ງແຍງລ້ຽງດູແກະຂອງເຮົາເອງ |
|
| 12 |
|
| ດັ່ງຜູ້ລ້ຽງເອົາໃຈໃສ່ເຕົ້າໂຮມແກະທີ່ໄດ້ແຕກຝູງໄປນັ້ນ ມາໂຮມເຂົ້າກັນອີກສັນໃດ; ເຮົາກໍຈະນຳເອົາແກະທີ່ໄດ້ແຕກຝູງໄປ ໃນຍາມອັນຕະລາຍແລະໃນຍາມອັນມືດມົນກັບຄືນມາຈາກທຸກບ່ອນສັນນັ້ນ. |
|
| 13 |
|
| ເຮົາຈະນຳເອົາພວກເຂົາອອກມາຈາກຕ່າງປະເທດ, ເຕົ້າໂຮມເຂົ້າກັນ ແລະນຳກັບຄືນໄປສູ່ດິນແດນຂອງພວກເຂົາເອງ. ເຮົາຈະນຳພວກເຂົາກັບຄືນມາສູ່ໜ່ວຍພູແລະລຳນໍ້າຂອງຊາດອິດສະຣາເອນ ແລະຈະລ້ຽງດູພວກເຂົາຢູ່ຕາມທົ່ງຫຍ້າອັນຂຽວສົດ. |
|
| 14 |
|
| ເຮົາຈະປ່ອຍໃຫ້ພວກເຂົາກິນຫຍ້າຕາມຮ່ອມພູທັງຫລາຍ ແລະຕາມທົ່ງຫຍ້າຂຽວສົດຕ່າງໆໃນດິນແດນອິດສະຣາເອນ. |
|
| 15 |
|
| ເຮົາຈະເປັນຜູ້ລ້ຽງແກະຂອງເຮົາເອງ ແລະເຮົາຈະຊອກຫາບ່ອນໃຫ້ພວກເຂົາພັກຜ່ອນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 16 |
|
| ເຮົາຈະຊອກຫາແກະໂຕທີ່ຫລົງເສຍໄປ, ຈະນຳແກະໂຕທີ່ຊັດເຊພະເນຈອນໄປນັ້ນກັບຄືນມາ, ຈະພັນບາດແຜໂຕທີ່ໄດ້ຖືກທຳຮ້າຍ ແລະຈະປິ່ນປົວໂຕທີ່ເຈັບໂຊ, ແຕ່ໂຕໃດທີ່ຕຸ້ຍພີດີ ແລະແຂງແຮງ ເຮົາຈະທຳລາຍ ເພາະເຮົາເປັນຜູ້ລ້ຽງທີ່ເຮັດໃນສິ່ງທີ່ຖືກຕ້ອງ. |
|
| 17 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ຝູງແກະຂອງເຮົາເອີຍ ບັດນີ້ ເຮົາຈະຕັດສິນພວກເຈົ້າແຕ່ລະຄົນ ແລະຈະແຍກໂຕດີ ແລະໂຕບໍ່ດີອອກຈາກກັນ ແຍກໂຕແກະອອກຈາກຝູງແບ້. |
|
| 18 |
|
| ມີບາງໂຕໃນພວກເຈົ້າຈະບໍ່ພໍໃຈກິນຫຍ້າຢ່າງດີທີ່ສຸດ; ພວກເຈົ້າຢຽບຢໍ່າຫຍ້າທີ່ຕົນບໍ່ກິນ ພວກເຈົ້າດື່ມນໍ້າໄສ ແລ້ວກໍກວນນໍ້າທີ່ຍັງເຫລືອໃຫ້ຂຸ່ນ |
|
| 19 |
|
| ແກະໂຕອື່ນຂອງເຮົາຕ້ອງກິນຫຍ້າທີ່ພວກເຈົ້າຢຽບຢໍ່າ ແລະດື່ມນໍ້າທີ່ພວກເຈົ້າເຮັດໃຫ້ຂຸ່ນ. |
|
| 20 |
|
| ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງບອກພວກເຈົ້າວ່າ, ເຮົາຈະຕັດສິນພວກເຈົ້າ ຄືລະຫວ່າງແກະໂຕແຂງແຮງ ແລະໂຕອ່ອນແຮງ. |
|
| 21 |
|
| ພວກເຈົ້າໄດ້ຊົນແກະໂຕທີ່ເຈັບໂຊອອກໄປ ແລະໄລ່ພວກເຂົາໃຫ້ອອກໄປຈາກຝູງ. |
|
| 22 |
|
| ແຕ່ເຮົາຈະຊ່ວຍກູ້ເອົາແກະຂອງເຮົາ ແລະຈະບໍ່ໃຫ້ພວກເຂົາຖືກຂົ່ມເຫັງອີກຕໍ່ໄປ. ເຮົາຈະຕັດສິນແກະແຕ່ລະໂຕຂອງເຮົາ ແລະແຍກໂຕດີອອກຈາກໂຕບໍ່ດີ. |
|
| 23 |
|
| ເຮົາຈະມອບກະສັດຜູ້ໜຶ່ງໃຫ້ພວກເຂົາ ຄືດາວິດຜູ້ເປັນຜູ້ຮັບໃຊ້ຂອງເຮົາ ໃຫ້ເປັນຜູ້ລ້ຽງແຕ່ຜູ້ດຽວຂອງພວກເຂົາ ແລະລາວຈະເປັນຜູ້ລ້ຽງຂອງພວກເຂົາ. |
|
| 24 |
|
| ເຮົາຄືພຣະເຈົ້າຢາເວຈະເປັນພຣະເຈົ້າຂອງພວກເຂົາ ແລະກະສັດດາວິດຜູ້ເປັນຜູ້ຮັບໃຊ້ຂອງເຮົາຈະເປັນຜູ້ປົກຄອງຂອງພວກເຂົາ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. |
|
| 25 |
|
| ເຮົາຈະເຮັດພັນທະສັນຍາປະກັນຄວາມປອດໄພໃຫ້ແກ່ພວກເຂົາ. ເຮົາຈະກຳຈັດສັດຮ້າຍທັງໝົດອອກໄປຈາກດິນແດນ ເພື່ອແກະຂອງເຮົາຈະໄດ້ຢູ່ຢ່າງປອດໄພຕາມທົ່ງນາຫລືໃນປ່າ. |
|
| 26 |
|
| ເຮົາຈະອວຍພອນພວກເຂົາແລະອະນຸຍາດໃຫ້ພວກເຂົາ ຢູ່ອ້ອມຮອບເນີນພູສັກສິດຂອງເຮົາ. ໃນທີ່ນັ້ນ ເຮົາຈະອວຍພອນໃຫ້ມີນໍ້າຝົນຕາມທີ່ພວກເຂົາຕ້ອງການ. |
|
| 27 |
|
| ຕົ້ນໄມ້ຈະເກີດໝາກ, ທົ່ງນາຈະໃຫ້ຜົນລະປູກ ແລະທຸກຄົນຈະຢູ່ຢ່າງປອດໄພໃນດິນແດນຂອງຕົນ. ເມື່ອເຮົາໄດ້ປົດໂສ້ກັບປົດປ່ອຍປະຊາຊົນຂອງເຮົາອອກຈາກການເປັນທາດແລ້ວ ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. |
|
| 28 |
|
| ຊາດອື່ນໆທັງຫລາຍຈະບໍ່ມາປຸ້ນຈີ້ພວກເຂົາອີກຕໍ່ໄປ ແລະສັດປ່າທັງຫລາຍຈະບໍ່ກັດກິນພວກເຂົາອີກ. ພວກເຂົາຈະຢູ່ຢ່າງປອດໄພ ແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາສະທ້ານຢ້ານກົວ. |
|
| 29 |
|
| ເຮົາຈະມອບທົ່ງນາອັນອຸດົມສົມບູນທັງຫລາຍໃຫ້ພວກເຂົາ ແລະຈະໃຫ້ການອຶດຢາກໃນດິນແດນສິ້ນສຸດໄປ. ຊົນຊາດອື່ນໆຈະບໍ່ດູໝິ່ນປະໝາດພວກເຂົາອີກຕໍ່ໄປ. |
|
| 30 |
|
| ທຸກຄົນຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສະຖິດກັບພວກເຂົາ ແລະພວກເຂົາຄືຄອບຄົວຊາດອິດສະຣາເອນເປັນປະຊາຊົນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
| 31 |
|
| ພວກເຈົ້າຜູ້ເປັນຝູງແກະຂອງເຮົາເອີຍ ພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາເປັນພຣະເຈົ້າຂອງພວກເຈົ້າ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
|
|
|
|