×

Lao ພຣະຄຳພີສັກສິ 2012

ເອເຊກຽນ 36

1
ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ວ່າ, “ມະນຸດ​ເອີຍ ເຈົ້າ​ຈົ່ງ​ກ່າວ​ແກ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ແລະ​ບອກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ
2
ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຫຼົ່າ​ສັດຕູ​ໄດ້​ສົມນໍ້າໜ້າ​ຊາດ​ອິດສະຣາເອນ​ໂດຍ​ເວົ້າ​ວ່າ, ‘ບັດນີ້ ທີ່ສູງ​ອັນເກົ່າແກ່​ຕ່າງໆ​ນັ້ນ​ເປັນ​ຂອງ​ພວກເຮົາ​ສາ​ແລ້ວ.’
3
ແລ້ວ​ເຈົ້າ​ຈົ່ງ​ປະກາດ ແລະ​ບອກ​ໃນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເມື່ອ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ໄດ້​ຢຶດ ແລະ​ປຸ້ນຈີ້​ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ທຸກຄົນ​ໄດ້​ຫົວ​ເຍາະເຍີ້ຍ​ຊາດ​ອິດສະຣາເອນ.
4
ດັ່ງນັ້ນ ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ພູເຂົາ​ຕ່າງໆ ແລະ​ເນີນພູ​ຕ່າງໆ, ຫ້ວຍນໍ້າ​ແລະ​ຮ່ອມພູ​ທັງຫຼາຍ ບ່ອນ​ທີ່​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເປົ່າປ່ຽວ ແລະ​ເມືອງ​ຮົກຮ້າງ​ຫວ່າງເປົ່າ​ທີ່​ຖືກ​ປຸ້ນ ແລະ​ຖືກ​ຫຍໍ້ຫຍັນ​ຈາກ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ.
5
ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ອອກ​ໄປ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຕໍ່ສູ້​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ ແລະ​ສະເພາະ​ຢ່າງຍິ່ງ​ແລ້ວ​ຕໍ່ສູ້​ເອໂດມ. ດ້ວຍ​ຄວາມ​ຍິນດີ ແລະ​ການ​ຫຍໍ້ຫຍັນ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ແລະ​ໄດ້​ຄອບຄອງ​ທົ່ງຫຍ້າ​ໃນ​ດິນແດນ​ນັ້ນ.
6
ສະນັ້ນ ເຈົ້າ​ຈົ່ງ​ທຳນວາຍ​ແກ່​ດິນແດນ​ອິດສະຣາເອນ; ຈົ່ງ​ບອກ​ພູເຂົາ​ຕ່າງໆ, ເນີນພູ​ຕ່າງໆ, ຫ້ວຍນໍ້າ ແລະ​ຮ່ອມພູ​ທັງຫຼາຍ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຫວງແຫນ ຍ້ອນ​ວິທີ​ທີ່​ຊົນຊາດ​ທັງຫລາຍ​ໄດ້​ດູໝິ່ນ​ປະໝາດ ແລະ​ເຮັດ​ໃຫ້​ພວກເຂົາ​ອັບອາຍ​ຂາຍໜ້າ.
7
ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ ຊົນຊາດ​ທີ່​ອ້ອມແອ້ມ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.
8
ແຕ່​ຕາມ​ເທິງ​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຕົ້ນໄມ້​ທັງຫລາຍ​ຈະ​ມີ​ໃບ​ອີກ ແລະ​ຈະ​ເກີດ​ໝາກ​ໃຫ້​ພວກເຈົ້າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ເອີຍ. ພວກເຈົ້າ​ຈະ​ໄດ້​ກັບຄືນ​ມາ​ສູ່​ເຮືອນ​ໃນ​ບໍ່​ຊ້າ​ນີ້.
9
ເຮົາ​ຢູ່​ຝ່າຍ​ເຈົ້າ​ແລະ​ເຮົາ​ຈະ​ເຮັດ​ໃຫ້​ແນ່ໃຈ​ວ່າ ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ການ​ຄາດ​ໄຖ ແລະ​ການ​ປູກຝັງ​ອີກ.
10
ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງເຈົ້າ​ເພີ່ມ​ຂຶ້ນ. ເຈົ້າ​ຈະ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ແລະ​ສ້າງ​ທຸກສິ່ງ​ທີ່​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນໃໝ່.
11
ເຮົາ​ຈະ​ໃຫ້​ປະຊາຊົນ ແລະ​ຝູງສັດ​ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ. ພວກເຈົ້າ​ຈະ​ມີ​ຄົນ​ຫລາຍກວ່າ​ແຕ່​ກ່ອນ ແລະ​ພວກເຈົ້າ​ກໍ​ຈະ​ມີ​ລູກ​ຫລາຍ​ຄົນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ທີ່​ນັ້ນ ດັ່ງ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຢູ່​ມາ​ກ່ອນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ຫລາຍກວ່າ​ເກົ່າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.
12
ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ເອີຍ ເຮົາ​ຈະ​ນຳ​ພວກເຈົ້າ​ກັບ​ມາ​ສູ່​ດິນແດນ​ອີກ. ດິນແດນ​ນີ້​ຈະ​ເປັນ​ຂອງ​ພວກເຈົ້າ​ເອງ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຂອງ​ພວກເຈົ້າ​ອຶດ​ຕາຍ​ອີກ​ຈັກເທື່ອ.
13
ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ມັນ​ເປັນ​ຄວາມຈິງ​ທີ່​ປະຊາຊົນ​ເອີ້ນ​ດິນແດນ​ນັ້ນ​ເປັນ​ມະນຸດ​ກິນ​ຄົນ ແລະ​ພວກເຂົາ​ເວົ້າ​ວ່າ, ມັນ​ປຸ້ນ​ກິນ​ຊາດ​ທີ່​ເປັນ​ຂອງ​ລູກ​ພວກຕົນ.
14
ແຕ່​ຕໍ່​ນີ້​ໄປ ດິນແດນ​ຈະ​ບໍ່​ກິນ​ພົນລະເມືອງ​ຂອງຕົນ​ອີກ​ຕໍ່ໄປ ຄື​ຜູ້​ທີ່​ປຸ້ນ​ເອົາ​ບັນດາ​ເດັກນ້ອຍ​ໄປ​ຈາກ​ຊາດ​ຂອງຕົນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.
15
ດິນແດນ​ຈະ​ບໍ່​ຟັງ​ສຽງ​ຊົນຊາດ​ທັງຫລາຍ​ທີ່​ຫຍໍ້ຫຍັນ ຫລື​ເຫັນ​ປະຊາຊົນ​ທັງປວງ​ຫົວ​ເຍາະເຍີ້ຍ​ໃສ່​ຕົນ​ອີກ​ຕໍ່ໄປ. ດິນແດນ​ຈະ​ບໍ່​ສັງຫານ​ພວກ​ເດັກນ້ອຍ​ຂອງຕົນ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.
16
ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,
17
“ມະນຸດ​ເອີຍ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ແລ້ວ ຄວາມ​ປະພຶດ ແລະ​ການກະທຳ​ຂອງ​ພວກເຂົາ​ກໍ​ຍັງ​ເປັນ​ມົນທິນ​ຢູ່. ສຳລັບ​ເຮົາ​ແລ້ວ ຄວາມ​ປະພຶດ​ຂອງ​ພວກເຂົາ​ຍັງ​ເປັນ​ມົນທິນ ເໝືອນ​ຜູ້ຍິງ​ເປັນ​ປະຈຳເດືອນ.
18
ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ໂດຍ​ການ​ຄາດຕະກຳ​ຕ່າງໆ ຊຶ່ງ​ພວກເຂົາ​ໄດ້​ກໍ່​ຂຶ້ນ ແລະ​ໂດຍ​ການຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ.
19
ເຮົາ​ໄດ້​ກ່າວໂທດ​ພວກເຂົາ ເຖິງ​ການ​ດຳເນີນ​ຊີວິດ ແລະ​ຄວາມ​ປະພຶດ​ຂອງ​ພວກເຂົາ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊາວ​ຕ່າງຊາດ​ທັງຫລາຍ.
20
ເມື່ອ​ພວກເຂົາ​ໄດ້​ໄປ​ຢູ່​ທີ່ໃດ ພວກເຂົາ​ກໍໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ທີ່ນັ້ນ ຍ້ອນ​ຄົນ​ໄດ້​ເວົ້າ​ວ່າ, ‘ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ເຫຼົ່ານີ້​ຕ້ອງ​ປົບໜີ​ແຕ່​ດິນແດນ ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ເອງ​ໄດ້​ມອບ​ໃຫ້.’
21
ການ​ເວົ້າ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ເຮົາ​ເປັນຫ່ວງ​ນຳ​ນາມ​ອັນ​ບໍຣິສຸດ​ຂອງເຮົາ ເນື່ອງ​ຈາກ​ວ່າ​ຊາວ​ອິດສະຣາເອນ​ໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ຂອງເຮົາ ໃນ​ທຸກບ່ອນ​ທີ່​ພວກເຂົາ​ໄດ້​ໄປ.
22
ເພາະສະນັ້ນ ເຈົ້າ​ຈົ່ງ​ມອບ​ຖ້ອຍຄຳ​ໃຫ້​ຊາວ​ອິດສະຣາເອນ​ວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ, ‘ຊາວ​ອິດສະຣາເອນ​ເອີຍ ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ນີ້​ບໍ່ແມ່ນ​ເຫັນ​ແກ່​ພວກເຈົ້າ; ແຕ່​ເພື່ອ​ເຫັນ​ແກ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ ຊຶ່ງ​ພວກເຈົ້າ​ໄດ້​ດູຖູກ​ໃນ​ທຸກ​ປະເທດ​ທີ່​ພວກເຈົ້າ​ໄດ້​ໄປ​ນັ້ນ.
23
ເມື່ອ​ເຮົາ​ສຳແດງ​ໃຫ້​ຊົນຊາດ​ທັງຫລາຍ ເຫັນ​ຄວາມ​ສັກສິດ​ຂອງ​ນາມ​ອັນ​ຍິ່ງໃຫຍ່​ຂອງເຮົາ​ແລ້ວ ຄື​ນາມ​ທີ່​ພວກເຈົ້າ​ໄດ້​ດູຖູກ​ໃນ​ທ່າມກາງ​ພວກເຂົາ; ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ໃຊ້​ພວກເຈົ້າ​ເພື່ອ​ສະແດງ​ຕໍ່ໜ້າ​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ບໍຣິສຸດ.
24
ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.
25
ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.
26
ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.
27
ເຮົາ​ຈະ​ເອົາ​ຈິດວິນຍານ​ຂອງເຮົາ​ໃສ່​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຕ່າງໆ ພ້ອມທັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ.
28
ແລ້ວ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.
29
ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມົນທິນ​ທັງໝົດ​ຂອງ​ພວກເຈົ້າ. ເຮົາ​ຈະ​ສັ່ງ​ໃຫ້​ມີ​ເຂົ້າ​ຢ່າງ​ອຸດົມສົມບູນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ອຶດຢາກ​ອີກ​ຈັກເທື່ອ.
30
ເຮົາ​ຈະ​ເຮັດ​ໃຫ້​ຕົ້ນໄມ້ ແລະ​ທົ່ງນາ​ຂອງ​ພວກເຈົ້າ​ເກີດຜົນ​ຫລາຍ ເພື່ອ​ວ່າ​ການອຶດຢາກ​ຈະ​ບໍ່​ເກີດຂຶ້ນ​ອີກ​ຕໍ່ໄປ ອັນ​ເປັນ​ການ​ອັບອາຍ​ຂາຍໜ້າ​ໃຫ້​ແກ່​ພວກເຈົ້າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ.
31
ພວກເຈົ້າ​ຈະ​ຈົດຈຳ​ຄວາມ​ປະພຶດ​ຊົ່ວ ແລະ​ການ​ເຮັດ​ຜິດ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ກະທຳ ແລະ​ພວກເຈົ້າ​ຈະ​ເບື່ອໜ່າຍ​ຕົນເອງ ເພາະ​ການບາບ​ແລະ​ການ​ອະທຳ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.
32
ຊາດ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ວ່າ​ເຮົາ​ບໍ່ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຫັນ​ແກ່​ພວກເຈົ້າ. ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.
33
ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເມື່ອ​ເຮົາ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ​ຈາກ​ທຸກ​ການບາບ​ຂອງ​ພວກເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ ແລະ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່.
34
ສ່ວນ​ທົ່ງນາ​ຂອງ​ພວກເຈົ້າ​ທີ່​ທຸກຄົນ​ເຄີຍ​ຍ່າງ​ຜ່ານ​ໄປມາ ແລະ​ເຫັນ​ມັນ​ຮົກ​ເຕັມ​ໄປ​ດ້ວຍ​ຫຍ້າ ແລະ​ເປັນ​ປ່າ​ນັ້ນ ເຮົາ​ຈະ​ໃຫ້​ພວກເຈົ້າ​ປູກຝັງ​ໃສ່​ທີ່​ນັ້ນ​ອີກ.
35
ທຸກໆຄົນ​ຈະ​ເວົ້າ​ເຖິງ​ດິນແດນ​ນີ້ ຊຶ່ງ​ຄັ້ງໜຶ່ງ ເຄີຍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ແຕ່​ບັດນີ້ ກາຍເປັນ​ດັ່ງ​ສວນ​ເອເດນ; ສ່ວນ​ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ພັງ​ທະລາຍ, ຖືກ​ປຸ້ນຈີ້ ແລະ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ ບັດນີ້ ກໍ​ມີ​ຄົນ​ຢູ່​ອາໄສ​ແລະ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.
36
ແລ້ວ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ສ້າງ​ເມືອງ​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່ ແລະ​ປູກ​ພືດ​ໃສ່​ທົ່ງນາ​ອັນ​ຮົກຮ້າງ​ເຫຼົ່ານີ້. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ເຮົາ​ຈະ​ເຮັດ​ສິ່ງ​ນີ້ ແລະ​ເຮົາ​ຈະ​ເຮັດ​ແທ້.’
37
ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.
38
ເມືອງ​ຕ່າງໆ​ທີ່​ຮົກຮ້າງ​ເພພັງ​ໃນ​ປັດຈຸບັນ​ນີ້ ກໍ​ຈະ​ມີ​ຄົນ​ຢູ່​ເຕັມ​ດັ່ງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ຄັ້ງໜຶ່ງ ມີ​ແກະ​ຢ່າງ​ຫລວງຫລາຍ ເພື່ອ​ໃຊ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ຍາມ​ເທດສະການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ