|
| 1 |
|
| ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຣິດເດດຂອງພຣະເຈົ້າຢາເວ ແລະວິນຍານຂອງພຣະເຈົ້າຢາເວໄດ້ນຳຂ້າພະເຈົ້າລົງໄປໃນຮ່ອມພູແຫ່ງໜຶ່ງ ຊຶ່ງມີກະດູກເຕັມໄປໝົດ. |
|
| 2 |
|
| ພຣະອົງໄດ້ນຳຂ້າພະເຈົ້າໄປທົ່ວບໍລິເວນຮ່ອມພູ ແລະຂ້າພະເຈົ້າໄດ້ເຫັນວ່າຢູ່ໃນທີ່ນັ້ນມີກະດູກຢ່າງຫລວງຫລາຍ ເປັນກະດູກຫລ້ອນທີ່ແຫ້ງຫຼາຍ. |
|
| 3 |
|
| ພຣະອົງໄດ້ຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ກະດູກເຫຼົ່ານີ້ຄືນມີຊີວິດໄດ້ອີກບໍ?” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງເທົ່ານັ້ນທີ່ຕອບຄຳຖາມນີ້ໄດ້.” |
|
| 4 |
|
| ພຣະອົງໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງປະກາດພຣະທຳໃຫ້ກະດູກແຫ້ງທັງຫລາຍນີ້ ແລະກ່າວຕໍ່ພວກເຂົາວ່າ: ໂອ ກະດູກແຫ້ງທັງຫຼາຍເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. |
|
| 5 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກກະດູກນີ້ວ່າ, ‘ເຮົາຈະເອົາລົມຫາຍໃຈເຂົ້າໄປໃນພວກເຈົ້າ ແລະນຳພວກເຈົ້າໃຫ້ຄືນມີຊີວິດອີກ. |
|
| 6 |
|
| ເຮົາຈະໃຫ້ພວກເຈົ້າມີເສັ້ນເອັນກັບກ້ອນຊີ້ນ ແລະມີໜັງຫຸ້ມຫໍ່ພວກເຈົ້າໄວ້. ເຮົາຈະເອົາລົມຫາຍໃຈເຂົ້າໄປໃນພວກເຈົ້າ ແລະນຳພວກເຈົ້າໃຫ້ຄືນມີຊີວິດອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’ |
|
| 7 |
|
| ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ປະກາດພຣະທຳຕາມຄຳສັ່ງນັ້ນ. ໃນຂະນະທີ່ກຳລັງກ່າວຢູ່ນັ້ນ ຂ້າພະເຈົ້າໄດ້ຍິນສຽງດັງກຸກກິກ ແລະກະດູກທັງຫລາຍກໍເລີ່ມເຊື່ອມເຂົ້າກັນ. |
|
| 8 |
|
| ໃນຂະນະທີ່ຂ້າພະເຈົ້າໄດ້ເຝົ້າເບິ່ງຢູ່ນັ້ນ ເສັ້ນເອັນແລະກ້ອນຊີ້ນກໍຕິດເຂົ້າກັບກະດູກ ແລະມີໜັງຫຸ້ມໄວ້. ແຕ່ຮ່າງກາຍຍັງບໍ່ທັນມີລົມຫາຍໃຈເທື່ອ. |
|
| 9 |
|
| ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງປະກາດພຣະທຳຕໍ່ລົມ. ຈົ່ງບອກລົມວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າສັ່ງວ່າ ຈົ່ງມາຈາກທິດທັງສີ່ ແລະຈົ່ງພັດເຂົ້າໄປເປັນລົມຫາຍໃຈຢູ່ໃນຄົນທີ່ຖືກຂ້າເຫຼົ່ານີ້ ເພື່ອໃຫ້ພວກເຂົາມີຊີວິດຢູ່.”’ |
|
| 10 |
|
| ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ປະກາດພຣະທຳຕາມທີ່ພຣະອົງໄດ້ບອກ. ລົມຫາຍໃຈໄດ້ເຂົ້າໄປໃນພວກເຂົາ ແລະພວກເຂົາໄດ້ມີຊີວິດຢູ່ ແລະໄດ້ພ້ອມກັນຢືນຂຶ້ນ. ພວກເຂົາມີຫລວງຫລາຍທີ່ສຸດ ຈົນລວມກັນເປັນກອງທັບໜຶ່ງໄດ້. |
|
| 11 |
|
| ແລ້ວພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ປະຊາຊົນອິດສະຣາເອນກໍເປັນດັ່ງກະດູກເຫຼົ່ານີ້ແຫຼະ. ພວກເຂົາເວົ້າວ່າ, ຕົນເອງແຫ້ງແລ້ງ, ໄຮ້ຄວາມຫວັງ ແລະບໍ່ມີອະນາຄົດ. |
|
| 12 |
|
| ສະນັ້ນ ເຈົ້າຈົ່ງປະກາດພຣະທຳໃຫ້ແກ່ປະຊາຊົນອິດສະຣາເອນຂອງເຮົາ ແລະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາກຳລັງໄຂຂຸມຝັງສົບຂອງພວກເຂົາອອກ. ເຮົາກຳລັງຈະເອົາພວກເຂົາອອກມາ ແລະນຳກັບຄືນໄປສູ່ດິນແດນຂອງຊາດອິດສະຣາເອນ. |
|
| 13 |
|
| ເມື່ອເຮົາໄຂຂຸມບ່ອນທີ່ປະຊາຊົນຂອງເຮົາຖືກຝັງໄວ້ນັ້ນ ແລະນຳພວກເຂົາອອກມາແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. |
|
| 14 |
|
| ເຮົາຈະເປົ່າລົມຫາຍໃຈເຂົ້າໄປໃນພວກເຂົາ ເພື່ອຈະນຳພວກເຂົາໃຫ້ຄືນມີຊີວິດອີກ ແລະເຮົາຈະໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງຕົນເອງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ເຮົາຈະເຮັດຕາມທີ່ເຮົາໄດ້ສັນຍາໄວ້ນັ້ນແທ້ໆ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.” |
|
| 15 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, |
|
| 16 |
|
| “ມະນຸດເອີຍ ຈົ່ງເອົາໄມ້ທ່ອນໜຶ່ງມາ ແລະຂຽນໃສ່ນັ້ນວ່າ, ‘ອານາຈັກຢູດາຍ.’ ແລ້ວເອົາໄມ້ອີກທ່ອນໜຶ່ງມາ ແລະຂຽນໃສ່ນັ້ນວ່າ, ‘ອານາຈັກອິດສະຣາເອນ.’ |
|
| 17 |
|
| ແລ້ວຈົ່ງກຳໄມ້ທັງສອງທ່ອນນັ້ນຕໍ່ໃສ່ກັນໃຫ້ເບິ່ງເປັນຄືໄມ້ທ່ອນດຽວ. |
|
| 18 |
|
| ເມື່ອປະຊາຊົນຂອງເຈົ້າຖາມ ໃຫ້ເຈົ້າບອກຄວາມໝາຍໃຫ້ພວກເຂົາໄດ້ຮູ້. |
|
| 19 |
|
| ໃຫ້ເຈົ້າບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ເຮົາຈະເອົາໄມ້ທ່ອນ ທີ່ແທນອິດສະຣາເອນໃສ່ເຂົ້າກັບໄມ້ທ່ອນທີ່ແທນຢູດາຍ. ເຮົາຈະລວມມັນເຂົ້າກັນ ແລະຖືມັນໄວ້ໃນກຳມືຂອງເຮົາໃຫ້ເປັນໄມ້ທ່ອນດຽວ.’ |
|
| 20 |
|
| ຈົ່ງຖືໄມ້ສອງທ່ອນນີ້ໄວ້ແລະໃຫ້ປະຊາຊົນເຫັນ. |
|
| 21 |
|
| ແລ້ວຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ເຮົາຈະເອົາປະຊາຊົນຂອງເຮົາອອກມາຈາກຊົນຊາດທັງຫລາຍ ບ່ອນທີ່ພວກເຂົາໄດ້ຖືກຈັບໄປ, ຈະທ້ອນໂຮມພວກເຂົາເຂົ້າກັນ ແລະຈະນຳພວກເຂົາກັບຄືນມາສູ່ດິນແດນຂອງພວກເຂົາເອງ. |
|
| 22 |
|
| ເຮົາຈະທ້ອນໂຮມພວກເຂົາໃຫ້ເປັນຊາດໜຶ່ງໃນດິນແດນນີ້ ຄືຕາມເທິງພູເຂົາຕ່າງໆຂອງຊາດອິດສະຣາເອນ. ພວກເຂົາຈະມີກະສັດຜູ້ດຽວປົກຄອງ ແລະພວກເຂົາຈະບໍ່ຖືກແບ່ງໃຫ້ເປັນສອງຊົນຊາດ ຫລືແຍກອອກເປັນສອງອານາຈັກອີກຕໍ່ໄປ. |
|
| 23 |
|
| ພວກເຂົາຈະບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ ຫລືປະພຶດຕົນເອງໃຫ້ເສື່ອມເສຍຍ້ອນການບາບອີກ. ເຮົາຈະໃຫ້ພວກເຂົາພົ້ນຈາກການເຮັດຊົ່ວ ແລະການທໍລະຍົດທຸກຢ່າງທີ່ຕໍ່ສູ້ເຮົາ. ເຮົາຈະຊຳລະພວກເຂົາໃຫ້ບໍຣິສຸດ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ. |
|
| 24 |
|
| ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດຂອງພວກເຂົາ. ພວກເຂົາທັງໝົດຈະຖືກລວມເຂົ້າກັນຢູ່ພາຍໃຕ້ຜູ້ປົກຄອງຄົນດຽວ ແລະຈະເຮັດຕາມກົດບັນຍັດຕ່າງໆຂອງເຮົາຢ່າງສັດຊື່. |
|
| 25 |
|
| ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ. |
|
| 26 |
|
| ເຮົາຈະຕັ້ງພັນທະສັນຍາຢ່າງໜຶ່ງກັບພວກເຂົາ ທີ່ຮັບຮອງຄວາມປອດໄພຕະຫລອດໄປ. ເຮົາຈະໃຫ້ພວກເຂົາຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ ແລະເຮົາຈະໃຫ້ປະຊາຊົນຂອງພວກເຂົາເພີ່ມຂຶ້ນ; ເຮົາຈະຕັ້ງພຣະວິຫານຂອງເຮົາຢູ່ທ່າມກາງພວກເຂົາຕະຫລອດໄປ. |
|
| 27 |
|
| ເຮົາຈະຢູ່ໃນທີ່ນັ້ນກັບພວກເຂົາ; ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ. |
|
| 28 |
|
| ແລ້ວຕໍ່ໄປຊົນຊາດທັງໝົດຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ຜູ້ໄດ້ເຮັດໃຫ້ຊາດອິດສະຣາເອນເປັນປະຊາຊົນບໍຣິສຸດ, ເມື່ອພຣະວິຫານຂອງເຮົາຕັ້ງຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນຕະຫລອດໄປ.”’ |
|
|
|
|