|
| 1 |
|
| ພຣະເຈົ້າໄດ້ກ່າວວ່າ, “ມະນຸດເອີຍ ຈົ່ງເອົາດິນຈີ່ກ້ອນໜຶ່ງມາວາງໄວ້ຢູ່ຕໍ່ໜ້າເຈົ້າ ແລະແກະຮູບເມືອງໜຶ່ງທີ່ສະແດງເຖິງນະຄອນເຢຣູຊາເລັມໃສ່ເທິງດິນຈີ່ກ້ອນນັ້ນ. |
|
| 2 |
|
| ແລ້ວເພື່ອສະແດງວ່ານະຄອນເຢຣູຊາເລັມຖືກປິດລ້ອມ ໃຫ້ຂຸດຮ່ອງ, ປ້ານດິນເຮັດຄັນຄູ, ເຮັດຄ້າຍ ແລະເຮັດອາວຸດຍິງຕໍ່ສູ້ເພື່ອປິດລ້ອມເມືອງໄວ້. |
|
| 3 |
|
| ຈົ່ງເອົາເຫຼັກແຜ່ນໜຶ່ງມາຕັ້ງເປັນກຳແພງກັ້ນລະຫວ່າງເຈົ້າກັບເມືອງໄວ້. ຈົ່ງປິ່ນໜ້າໃສ່ເມືອງ. ເມືອງຖືກປິດລ້ອມ ແລະແມ່ນເຈົ້າເອງທີ່ເປັນຜູ້ປິດລ້ອມເມືອງ. ອັນນີ້ຈະເປັນໝາຍສຳຄັນເພື່ອເຕືອນຊົນຊາດອິດສະຣາເອນ. |
|
| 4 |
|
| ແລ້ວເຈົ້າຈົ່ງນອນຕະແຄງຂ້າງຊ້າຍ ແລະເຮົາ ກໍຈະວາງຄວາມຜິດຂອງຊົນຊາດອິດສະຣາເອນໄວ້ເທິງເຈົ້າ. ເຈົ້າຈະທົນທຸກຢູ່ທີ່ນັ້ນ ສາມຮ້ອຍເກົ້າສິບວັນ ເພາະຄວາມຜິດຂອງພວກເຂົາ. ເຮົາລົງໂທດເຈົ້າໜຶ່ງວັນສຳລັບໂທດຂອງພວກເຂົາໜຶ່ງປີ. |
|
| 5 |
|
|
|
| 6 |
|
| ເມື່ອໝົດໂທດນັ້ນແລ້ວ ຈົ່ງປິ່ນເບື້ອງນອນຕະແຄງຂ້າງຂວາ ແລະທົນທຸກສຳລັບຄວາມຜິດຂອງຢູດາຍອີກເປັນເວລາສີ່ສິບວັນ ຄືວັນໜຶ່ງຕໍ່ປີໜຶ່ງສຳລັບໂທດຂອງພວກເຂົາ. |
|
| 7 |
|
| ຈົ່ງຈ້ອງຕາເບິ່ງນະຄອນເຢຣູຊາເລັມຖືກປິດລ້ອມ. ຈົ່ງຍົກກຳປັ້ນໃສ່ເມືອງນີ້ ແລະປະກາດພຣະທຳຕໍ່ສູ້ມັນ. |
|
| 8 |
|
| ເຮົາຈະມັດເຈົ້າໄວ້ໃຫ້ແໜ້ນເພື່ອວ່າເຈົ້າຈະປິ່ນໄປມາບໍ່ໄດ້ ຈົນກວ່າການປິດລ້ອມນັ້ນສິ້ນສຸດລົງ. |
|
| 9 |
|
| ບັດນີ້ ເຈົ້າຈົ່ງເອົາສິ່ງເຫຼົ່ານີ້ມາ: ເຂົ້າບາເລ, ເຂົ້າເດືອຍ, ໝາກຖົ່ວຂຽວ, ໝາກຖົ່ວແດງ, ເຂົ້າຟາງ ແລະເຂົ້າບາເລແຂງ. ຈົ່ງປັ້ນສິ່ງທັງໝົດເຂົ້າກັນ ແລະເຮັດເຂົ້າຈີ່. ເຈົ້າຈະກິນເຂົ້າຈີ່ນີ້ແຫຼະ ຕະຫລອດສາມຮ້ອຍເກົ້າສິບວັນ ທີ່ເຈົ້ານອນຕະແຄງຂ້າງຊ້າຍ. |
|
| 10 |
|
| ເຈົ້າຈະໄດ້ຮັບອະນຸຍາດໃຫ້ກິນເຂົ້າຈີ່ ສອງຮ້ອຍສາມສິບກຼາມຕໍ່ມື້ ແລະໃຫ້ກຸ້ມຈົນຮອດມື້ໜ້າ. |
|
| 11 |
|
| ເຈົ້າຍັງຈະໄດ້ດື່ມນໍ້າໃນອັດຕາຈຳກັດ ຄືສອງຈອກຕໍ່ມື້. |
|
| 12 |
|
| ເຈົ້າຈະຕ້ອງດັງໄຟ ໂດຍໃຊ້ອາຈົມຂອງມະນຸດທີ່ແຫ້ງແລ້ວປີ້ງເຂົ້າຈີ່ ແລະກິນໃນບ່ອນທີ່ທຸກຄົນເຫັນເຈົ້າໄດ້.” |
|
| 13 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວວ່າ, “ປະຊາຊົນອິດສະຣາເອນຈະໄດ້ກິນອາຫານທີ່ເປັນມົນທິນ ເມື່ອເຮົາເຮັດໃຫ້ພວກເຂົາກະຈັດກະຈາຍໄປຢູ່ຕ່າງປະເທດ.” |
|
| 14 |
|
| ແຕ່ຂ້າພະເຈົ້າໄດ້ຕອບວ່າ, “ຢ່າເລີຍ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍບໍ່ເຄີຍປະພຶດຕົນໃຫ້ເປັນມົນທິນຈັກເທື່ອ. ຕັ້ງແຕ່ສະໄໝເປັນເດັກນ້ອຍ ຂ້ານ້ອຍບໍ່ເຄີຍກິນຊີ້ນສັດໃດໆເລີຍທີ່ຕາຍຢ່າງທຳມະດາ ຫລືຖືກສັດປ່າກັດຕາຍ. ຂ້ານ້ອຍບໍ່ເຄີຍກິນອາຫານໃດໆທີ່ຖືວ່າເປັນມົນທິນ.” |
|
| 15 |
|
| ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຂ້າພະເຈົ້າວ່າ, “ດີແລ້ວ ຖ້າດັ່ງນັ້ນ ເຮົາຈະໃຫ້ເຈົ້າໃຊ້ຂີ້ງົວແທນ ແລະໃຫ້ເຈົ້າເອົາຂີ້ງົວນັ້ນເຜົາເປັນຖ່ານປີ້ງເຂົ້າຈີ່.” |
|
| 16 |
|
| ແລ້ວພຣະອົງກໍກ່າວຕື່ມວ່າ, “ມະນຸດເອີຍ ເຮົາຈະຕັດສະບຽງອາຫານຢູ່ໃນນະຄອນເຢຣູຊາເລັມລົງ. ປະຊາຊົນໃນທີ່ນັ້ນຈະທຸກທໍລະມານໃຈ ແລະອຸກອັ່ງ ເມື່ອພວກເຂົາຕວງອັດຕາອາຫານທີ່ພວກເຂົາກິນ ແລະນໍ້າທີ່ພວກເຂົາດື່ມ. |
|
| 17 |
|
| ເຂົ້າຈີ່ແລະນໍ້າຂອງພວກເຂົາຈະໝົດໄປ ພວກເຂົາຈະສິ້ນຫວັງ ແລະພວກເຂົາຈະຊຸດໂຊມລົງເພາະການບາບຂອງພວກເຂົານັ້ນ.” |
|
|
|
|