|
| 1 |
|
| ຊາຍແດນທາງດ້ານເໜືອຂອງດິນແດນ ແມ່ນນັບແຕ່ທິດຕາເວັນອອກ ຈາກທະເລເມດີແຕຣາເນ ເຖິງເມືອງເຮດໂລນ, ຊ່ອງແຄບຮາມັດ, ເມືອງຮາຊາເອໂນນ ແລະຊາຍແດນລະຫວ່າງອານາຈັກດາມັສກັດແລະຮາມັດ. ຈົ່ງໃຫ້ແຕ່ລະເຜົ່າໄດ້ຮັບສ່ວນໜຶ່ງຂອງດິນແດນ ທີ່ຕໍ່ອອກໄປແຕ່ຊາຍແດນທາງທິດຕາເວັນອອກ ຫາທິດຕາເວັນຕົກ ເຖິງທະເລເມດີແຕຣາເນ ຕາມລຳດັບແຕ່ເໜືອສູ່ໃຕ້ມີດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ |
|
| 2 |
|
|
|
| 3 |
|
|
|
| 4 |
|
|
|
| 5 |
|
|
|
| 6 |
|
|
|
| 7 |
|
|
|
| 8 |
|
| ສ່ວນຕໍ່ໄປຂອງດິນແດນນັ້ນ ຈົ່ງແຍກໄວ້ເພື່ອໃຊ້ເປັນພິເສດ. ດິນແດນນັ້ນໃຫ້ກວ້າງສິບສອງກິໂລແມັດເຄິ່ງ ແຕ່ທິດໃຕ້ຫາທິດເໜືອ ແລະມີລວງຍາວເທົ່າກັບສ່ວນທັງຫລາຍ ຊຶ່ງໄດ້ມອບໃຫ້ເຜົ່າຕ່າງໆ ແຕ່ທິດຕາເວັນອອກຫາທິດຕາເວັນຕົກ. ພຣະວິຫານຈະຖືກຕັ້ງຂຶ້ນພາຍໃນສ່ວນນີ້. |
|
| 9 |
|
| ໃນໃຈກາງຂອງສ່ວນນີ້ ບໍລິເວນພິເສດຍາວສິບສອງກິໂລແມັດເຄິ່ງ ແລະກວ້າງສິບກິໂລແມັດ ຈະຕ້ອງຖວາຍແກ່ພຣະເຈົ້າຢາເວ. |
|
| 10 |
|
| ພວກປະໂຣຫິດຈະໄດ້ຮັບບໍລິເວນອັນສັກສິດສ່ວນນີ້. ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ ສ່ວນຂອງພວກເຂົາມີຢູ່ສິບສອງກິໂລແມັດເຄິ່ງ ແລະແຕ່ດ້ານເໜືອຫາດ້ານໃຕ້ມີຢູ່ຫ້າກິໂລແມັດ. ພຣະວິຫານຂອງພຣະເຈົ້າຢາເວຈະຕ້ອງຖືກຕັ້ງຂຶ້ນຢູ່ໃນໃຈກາງຂອງບໍລິເວນນີ້. |
|
| 11 |
|
| ບໍລິເວນອັນສັກສິດນີ້ ໃຫ້ເປັນຂອງພວກປະໂຣຫິດທີ່ເປັນເຊື້ອສາຍຂອງຊາດົກ. ພວກເຂົາໄດ້ບົວລະບັດຮັບໃຊ້ເຮົາຢ່າງສັດຊື່ ແລະບໍ່ໄດ້ຮ່ວມເຮັດຜິດກັບຊາວອິດສະຣາເອນອື່ນໆ ດັ່ງສະມາຊິກຄົນອື່ນໆໃນເຜົ່າເລວີໄດ້ເຮັດ. |
|
| 12 |
|
| ສະນັ້ນ ພວກເຂົາຈຶ່ງຈະໄດ້ຮັບບໍລິເວນໜຶ່ງເປັນພິເສດ ຢູ່ໃກ້ກັບບໍລິເວນທີ່ເປັນຂອງພວກເລວີ ແລະຈະເປັນບໍລິເວນທີ່ສັກສິດທີ່ສຸດ. |
|
| 13 |
|
| ພວກເລວີຈະໄດ້ຮັບບໍລິເວນພິເສດຄືກັນ ຢູ່ທາງຕອນໃຕ້ຂອງພວກປະໂຣຫິດ. ດິນແດນນັ້ນໃຫ້ຍາວສິບສອງກິໂລແມັດເຄິ່ງ ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ ແລະໃຫ້ກວ້າງຫ້າກິໂລແມັດຈາກດ້ານເໜືອຫາດ້ານໃຕ້. |
|
| 14 |
|
| ບໍລິເວນທີ່ໄດ້ຖືກອຸທິດຖວາຍແກ່ພຣະເຈົ້າຢາເວແລ້ວ ແມ່ນສ່ວນທີ່ສັກສິດໃນດິນແດນທັງໝົດ; ບໍ່ໃຫ້ຂາຍ ຫລືແລກປ່ຽນ, ຫລືປ່ຽນກຳມະສິດໃຫ້ຜູ້ໜຶ່ງຜູ້ໃດເປັນເດັດຂາດ. |
|
| 15 |
|
| ບໍລິເວນສ່ວນພິເສດທີ່ຍັງເຫລືອຢູ່ ຍາວສິບສອງກິໂລແມັດເຄິ່ງ ກວ້າງສອງກິໂລແມັດເຄິ່ງນັ້ນ ບໍ່ສັກສິດ, ແຕ່ຕ້ອງໃຫ້ໃຊ້ທົ່ວໄປສຳລັບປະຊາຊົນ. ພວກເຂົາອາດຈະຢູ່ແລະໃຊ້ດິນແດນທີ່ນັ້ນກໍໄດ້. ຕົວເມືອງຈະຕ້ອງຕັ້ງຢູ່ໃຈກາງຂອງບໍລິເວນນີ້ |
|
| 16 |
|
| ແລະຈະຕ້ອງເປັນຮູບສີ່ຫລ່ຽມມົນທົນໂດຍແຕ່ລະຂ້າງມີຂະໜາດ ສອງພັນສອງຮ້ອຍຫ້າສິບ ແມັດ. |
|
| 17 |
|
| ອ້ອມເມືອງແຕ່ລະດ້ານນັ້ນໃຫ້ມີບ່ອນເປົ່າຫວ່າງແທກໄດ້ ໜຶ່ງຮ້ອຍຊາວຫ້າ ແມັດ ທາງຂວາງ. |
|
| 18 |
|
| ຫລັງຈາກສ້າງເມືອງແລ້ວ ໃນບໍລິເວນດິນທີ່ຍັງເຫລືອທາງດ້ານໃຕ້ຂອງບໍລິເວນສັກສິດ ທີ່ຍາວຫ້າກິໂລແມັດ ແລະກວ້າງສອງກິໂລແມັດເຄິ່ງທາງດ້ານຕາເວັນອອກ ແລະທາງດ້ານຕາເວັນຕົກເທົ່າກັນນັ້ນ ໃຫ້ໃຊ້ເປັນດິນປູກຝັງຂອງປະຊາຊົນທີ່ຢູ່ໃນເມືອງ. |
|
| 19 |
|
| ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງບໍ່ວ່າມາຈາກເຜົ່າໃດກໍດີ ໃຫ້ປູກຝັງກິນໃນທີ່ດິນນັ້ນໄດ້. |
|
| 20 |
|
| ດັ່ງນັ້ນ ບໍລິເວນທັງໝົດໃນໃຈກາງຂອງທີ່ດິນສ່ວນນີ້ ຊຶ່ງໄດ້ຖືກແຍກໄວ້ຈຶ່ງເປັນຮູບສີ່ຫລ່ຽມມົນທົນ ແລະແຕ່ລະຂ້າງແທກໄດ້ສິບສອງກິໂລແມັດເຄິ່ງ ລວມບໍລິເວນທີ່ຈະເປັນຕົວເມືອງ. |
|
| 21 |
|
| ທາງດ້ານຕາເວັນອອກແລະດ້ານຕາເວັນຕົກຂອງບໍລິເວນນີ້ ທີ່ພຣະວິຫານຕັ້ງຢູ່ນັ້ນ ມີທີ່ດິນຂອງພວກປະໂຣຫິດ, ທີ່ດິນຂອງພວກເລວີ, ຕົວເມືອງ, ທີ່ດິນຊຶ່ງເຫຼືອໄວ້ໃຫ້ເປັນກຳມະສິດຂອງເຈົ້າຊາຍຜູ້ປົກຄອງ. ດິນແດນນີ້ຂະຫຍາຍອອກໄປສູ່ທາງທິດຕາເວັນອອກ ຈຶ່ງຮອດຊາຍແດນທາງຕາເວັນອອກ ແລະທາງຕາເວັນຕົກຮອດທະເລເມດີແຕຣາເນ ແລະໄປສຸດທາງເໜືອ ຊຶ່ງເປັນສ່ວນຂອງເຜົ່າຢູດາ ແລະໄປສຸດທາງໃຕ້ ຊຶ່ງເປັນສ່ວນຂອງເຜົ່າເບັນຢາມິນ. |
|
| 22 |
|
|
|
| 23 |
|
| ທາງໃຕ້ຂອງສ່ວນພິເສດ ແຕ່ລະເຜົ່າຊຶ່ງຍັງເຫລືອຢູ່ນັ້ນ ຈະຕ້ອງໄດ້ຮັບສ່ວນໜຶ່ງຂອງດິນແດນ ໂດຍນັບຈາກຊາຍແດນທາງດ້ານຕາເວັນອອກ ຈົນເຖິງທະເລເມດີແຕຣາເນທາງດ້ານຕາເວັນຕົກ ຕາມລະດັບແຕ່ທິດເໜືອສູ່ທິດໃຕ້ດັ່ງນີ້: ເບັນຢາມິນ ຊີເມໂອນ ອິດຊາຄາ ເຊບູໂລນ ກາດ |
|
| 24 |
|
|
|
| 25 |
|
|
|
| 26 |
|
|
|
| 27 |
|
|
|
| 28 |
|
| ທາງດ້ານໃຕ້ຂອງສ່ວນທີ່ໄດ້ມອບໃຫ້ແກ່ເຜົ່າກາດນັ້ນ ຊາຍແດນນັບຈາກທິດຕາເວັນຕົກສ່ຽງໃຕ້ ມີດັ່ງນີ້: ຕັ້ງແຕ່ຕາມາເຖິງບໍ່ນໍ້າກາເດັດ ແລະທາງດ້ານທິດຕາເວັນຕົກສ່ຽງເໜືອ ຕາມຊາຍແດນຂອງເອຢິບເລີຍເຖິງທະເລເມດີແຕຣາເນ. |
|
| 29 |
|
| ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ດິນແດນທີ່ໄດ້ຖືກແບ່ງປັນເປັນສ່ວນໃຫ້ເຜົ່າຕ່າງໆຂອງຊາດອິດສະຣາເອນ ເປັນກຳມະສິດນັ້ນແມ່ນຕ້ອງດຳເນີນດ້ວຍວິທີນີ້ແຫຼະ.” |
|
| 30 |
|
| ນະຄອນເຢຣູຊາເລັມມີປະຕູເຂົ້າສິບສອງປ່ອງ. ກຳແພງແຕ່ລະດ້ານໃນສີ່ດ້ານນັ້ນແທກໄດ້ສອງພັນສອງຮ້ອຍຫ້າສິບແມັດ ແລະມີປະຕູສາມປ່ອງໃນກຳແພງດ້ານໜຶ່ງ ແຕ່ລະປະຕູໃສ່ຊື່ຂອງເຜົ່າໜຶ່ງ. ປະຕູຂອງກຳແພງດ້ານເໜືອໃສ່ຊື່: ຣູເບັນ, ຢູດາ ແລະເລວີ; ປະຕູຂອງກຳແພງດ້ານຕາເວັນອອກໃສ່ຊື່: ໂຢເຊັບ, ເບັນຢາມິນ ແລະດານ; ປະຕູຂອງກຳແພງດ້ານໃຕ້ໃສ່ຊື່: ຊີເມໂອນ, ອິດຊາຄາ ແລະເຊບູໂລນ; ແລະປະຕູຂອງກຳແພງດ້ານຕາເວັນຕົກໃສ່ຊື່: ກາດ, ອາເຊ ແລະເນັບທາລີ. |
|
| 31 |
|
|
|
| 32 |
|
|
|
| 33 |
|
|
|
| 34 |
|
|
|
| 35 |
|
| ລວງຍາວທັງໝົດຂອງກຳແພງທັງສີ່ດ້ານຂອງນະຄອນ ມີເກົ້າພັນແມັດ. ຕັ້ງແຕ່ນີ້ຕໍ່ໄປຊື່ຂອງນະຄອນນີ້ແມ່ນ, “ພຣະເຈົ້າຢາເວສະຖິດຢູ່ທີ່ນີ້.” |
|
|
|
|