|
| 1 |
|
| “ໃນເວລານັ້ນ ມີຄາເອນເທວະດາຕົນໃຫຍ່ ຜູ້ທີ່ຮັກສາປະຊາຊົນຂອງພຣະອົງຈະມາປາກົດ. ແລ້ວກໍຈະມີການລຳບາກໜັກເກີດຂື້ນຢ່າງບໍ່ເຄີຍມີມານັບຕັ້ງແຕ່ມີຊົນຊາດທັງຫລາຍ. ເມື່ອເຖິງເວລານັ້ນ ປະຊາຊົນທັງປວງຂອງເຈົ້າທີ່ມີຊື່ໃນໜັງສືຂອງພຣະເຈົ້າຈະໄດ້ພົ້ນ. |
|
| 2 |
|
| ຫລາຍຄົນໃນພວກເຫຼົ່ານີ້ທີ່ຕາຍໄປແລ້ວ ຈະມີຊີວິດອີກ ຄືບາງຄົນຈະມີຄວາມພໍອົກພໍໃຈກັບຊີວິດອັນຕະຫລອດໄປເປັນນິດ; ບາງຄົນຈະທົນທຸກຢ່າງອັບອາຍຕະຫລອດໄປ. |
|
| 3 |
|
| ພວກຜູ້ທີ່ມີປັນຍາຈະຮຸ່ງເຮືອງເໝືອນດວງດາວສະຫວ່າງສະໄຫວທີ່ເທິງທ້ອງຟ້າ. ຜູ້ທີ່ສັ່ງສອນຄົນທັງຫລາຍໃຫ້ເຮັດໃນສິ່ງທີ່ຖືກຕ້ອງກໍຈະຮຸ່ງເຮືອງຕະຫລອດໄປເໝືອນດວງດາວ. |
|
| 4 |
|
| ແຕ່ເຈົ້າດານີເອນເອີຍ ໃຫ້ເຈົ້າຮຳໜັງສືມ້ວນນັ້ນ ແລະຕີຕາປະທັບໃສ່ໄວ້ ຈົນເວລາແຫ່ງການສິ້ນສຸດຂອງໂລກມາເຖິງ. ໃນເວລານັ້ນ ຄົນຈຳນວນຫລວງຫລາຍຈະແລ່ນໄປແລ່ນມາ ແລະຄວາມຮູ້ຈະເພີ່ມທະວີຂື້ນ.” |
|
| 5 |
|
| ແລ້ວຂ້າພະເຈົ້າກໍໄດ້ເຫັນສອງຄົນຢືນຢູ່ແຄມແມ່ນໍ້າ ຄົນລະເບື້ອງ. |
|
| 6 |
|
| ຄົນໜຶ່ງໃນສອງຄົນນີ້ ໄດ້ຖາມຜູ້ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າຂຶ້ນໄປນັ້ນວ່າ, “ຍັງອີກດົນປານໃດ ສິ່ງອັດສະຈັນເຫຼົ່ານີ້ຈະໝົດສິ້ນໄປ?” |
|
| 7 |
|
| ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.” |
|
| 8 |
|
| ຂ້າພະເຈົ້າໄດ້ຍິນສິ່ງທີ່ເພິ່ນກ່າວ ແຕ່ບໍ່ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າຈຶ່ງຖາມວ່າ, “ນາຍເອີຍ ສິ່ງນີ້ຈະສິ້ນສຸດລົງໄດ້ຢ່າງໃດ?” |
|
| 9 |
|
| ເພິ່ນຕອບວ່າ, “ດານີເອນເອີຍ ເຈົ້າຕ້ອງໄປດຽວນີ້ ເພາະຄຳເວົ້າເຫຼົ່ານີ້ ຈະຖືກປົກປິດໄວ້ເປັນຄວາມລັບ ຈົນເວລາແຫ່ງການສິ້ນສຸດນັ້ນໄດ້ມາເຖິງ. |
|
| 10 |
|
| ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ. |
|
| 11 |
|
| ຕັ້ງແຕ່ການຖວາຍເຄື່ອງເຜົາບູຊາປະຈຳວັນຖືກຍົກເລີກໄປ ໝາຍຄວາມວ່າ ແຕ່ເວລາຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ ໜຶ່ງພັນສອງຮ້ອຍເກົ້າສິບວັນ ຈະຜ່ານພົ້ນໄປ. |
|
| 12 |
|
| ຜູ້ທີ່ຍັງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອເປັນເວລາໜຶ່ງພັນສາມຮ້ອຍສາມສິບຫ້າວັນ ກໍເປັນສຸກ. |
|
| 13 |
|
| ດານີເອນເອີຍ ເຈົ້າຈົ່ງສັດຊື່ຕໍ່ໄປຈົນເຖິງທີ່ສຸດ. ແລ້ວເຈົ້າກໍຈະຕາຍໄປ; ແຕ່ເຈົ້າຈະລຸກຂຶ້ນມາເພື່ອຮັບເອົາບຳເໜັດຂອງເຈົ້າໃນເວລາສິ້ນສຸດໂລກ.” |
|
|
|
|