|
| 1 |
|
| ເມື່ອເຈົ້າເນບູກາດເນັດຊາເປັນກະສັດໄດ້ສອງປີແລ້ວ ເພິ່ນກໍຝັນຢ່າງໜຶ່ງ. ຄວາມຝັນນີ້ເຮັດໃຫ້ເພິ່ນເປັນທຸກໃຈຈົນນອນບໍ່ຫລັບ. |
|
| 2 |
|
| ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກໝໍມໍ, ໝໍມົນ, ໝໍວິຊາອາຄົມ ແລະໝໍຜີມາແກ້ຄວາມຝັນນັ້ນໃຫ້ແກ່ເພິ່ນ. ເມື່ອພວກເຂົາເຂົ້າມາຢືນຢູ່ຕໍ່ໜ້າກະສັດແລ້ວ |
|
| 3 |
|
| ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ, “ເຮົາເປັນທຸກໃຈຫລາຍຍ້ອນຝັນບໍ່ດີ. ເຮົາຢາກຮູ້ວ່າຄວາມຝັນນັ້ນໝາຍເຖິງຫຍັງ?” |
|
| 4 |
|
| ພວກເຂົາໄດ້ຕອບກະສັດເປັນພາສາອາຣາມິກວ່າ, “ຂໍໃຫ້ພະຣາຊາຂອງພວກຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຂໍເລົ່າຄວາມຝັນໃຫ້ພວກຂ້ານ້ອຍຟັງເບິ່ງດູ ແລະພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໃຫ້.” |
|
| 5 |
|
| ກະສັດຈຶ່ງກ່າວຕໍ່ພວກເຂົາວ່າ, “ເຮົາຕັດສິນໃຈແລ້ວວ່າ ຖ້າພວກເຈົ້າບອກຄວາມຝັນແລະແກ້ຄວາມຝັນໃຫ້ເຮົາບໍ່ໄດ້ ເຮົາຈະຕ້ອງຕັດພວກເຈົ້າເປັນຕ່ອນໆ ແລະທຳລາຍເຮືອນຂອງພວກເຈົ້າຖິ້ມໃຫ້ເປັນກອງສິ່ງຮົກຮ້າງເພພັງ. |
|
| 6 |
|
| ແຕ່ຖ້າພວກເຈົ້າບອກແລະແກ້ຄວາມຝັນໃຫ້ເຮົາໄດ້ ເຮົາຈະໃຫ້ບຳເໜັດແລະກຽດຕິຍົດອັນຍິ່ງໃຫຍ່ແກ່ພວກເຈົ້າ. ດັ່ງນັ້ນ ຈົ່ງບອກຄວາມຝັນແລະແກ້ຄວາມຝັນໃຫ້ເຮົາໃນບັດນີ້.” |
|
| 7 |
|
| ພວກເຂົາໄດ້ຕອບກະສັດອີກວ່າ, “ຖ້າພະຣາຊາເລົ່າຄວາມຝັນໃຫ້ພວກຂ້ານ້ອຍຮູ້ ພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໄດ້.” |
|
| 8 |
|
| ພໍໄດ້ຍິນດັ່ງນັ້ນ ກະສັດຈຶ່ງຮ້ອງຂຶ້ນວ່າ, “ເຮົາຄິດແລ້ວວ່າ ພວກເຈົ້າກຳລັງຫາທາງຖ່ວງເວລາໄວ້ ຍ້ອນຮູ້ວ່າເຮົາໄດ້ຕັດສິນໃຈ |
|
| 9 |
|
| ທີ່ຈະລົງໂທດພວກເຈົ້າຢ່າງດຽວກັນ ຖ້າບໍ່ບອກຄວາມຝັນໃຫ້ເຮົາຮູ້ຈັກ. ພວກເຈົ້າຕົກລົງກັນຕົວະເຮົາ ໂດຍຫວັງວ່າສິ່ງຕ່າງໆຈະປ່ຽນໄປຕາມກາລະເວລາ. ຈົ່ງເລົ່າຄວາມຝັນໃຫ້ເຮົາຮູ້ສາ ແລ້ວເຮົາກໍຈະຮູ້ວ່າພວກເຈົ້າແກ້ຄວາມຝັນນັ້ນໄດ້.” |
|
| 10 |
|
| ພວກການເດອານໄດ້ຕອບຄືນວ່າ, “ບໍ່ມີຜູ້ໃດດອກ ໃນໂລກນີ້ ທີ່ສາມາດບອກສິ່ງທີ່ພະຣາຊາຢາກຮູ້ນັ້ນໄດ້. ບໍ່ມີກະສັດອົງໃດ ແມ່ນແຕ່ຜູ້ໃຫຍ່ ແລະຜູ້ມີອຳນາດທີ່ສຸດ ເຄີຍໄດ້ຖາມເຊັ່ນນີ້ກັບພວກໝໍມໍ, ໝໍມົນ ແລະໝໍຜີ. |
|
| 11 |
|
| ສິ່ງທີ່ທ່ານກຳລັງຖາມນັ້ນ ຍາກເກີນກວ່າທີ່ໃຜໆສາມາດໃຫ້ຄຳຕອບແກ່ທ່ານໄດ້ ນອກຈາກເທບພະເຈົ້າຜູ້ທີ່ບໍ່ໄດ້ຢູ່ໃນທ່າມກາງມະນຸດເຮົາ.” |
|
| 12 |
|
| ຍ້ອນຄຳເວົ້ານັ້ນກະສັດຈຶ່ງຮ້າຍໃຫຍ່ ແລະສັ່ງໃຫ້ປະຫານຊີວິດພວກທີ່ປຶກສາ ປະຈຳກະສັດໃນນະຄອນບາບີໂລນ. |
|
| 13 |
|
| ດັ່ງນັ້ນ ຈຶ່ງມີຄຳສັ່ງປະກາດອອກໄປໃຫ້ຂ້າພວກເຂົາ ພ້ອມທັງດານີເອນ ແລະໝູ່ຂອງລາວດ້ວຍ. |
|
| 14 |
|
| ຕໍ່ມາ ດານີເອນໄດ້ໄປຫາອາຣີໂອກ ຜູ້ບັນຊາການທະຫານຍາມປະຈຳກະສັດ ຄືຜູ້ທີ່ຮັບສັ່ງໃຫ້ດຳເນີນການປະຫານ. ດານີເອນໄດ້ໃຊ້ຄຳເວົ້າຢ່າງລະມັດລະວັງ |
|
| 15 |
|
| ໂດຍຖາມອາຣີໂອກວ່າ, “ເປັນຫຍັງກະສັດຈຶ່ງອອກຄຳສັ່ງຮຸນແຮງຢ່າງນີ້.” ສະນັ້ນ ອາຣີໂອກຈຶ່ງໄດ້ບອກດານີເອນໃຫ້ຮູ້ຕາມເຫດການທີ່ໄດ້ເກີດຂຶ້ນ. |
|
| 16 |
|
| ດານີເອນຈຶ່ງເຂົ້າໄປພົບກະສັດໃນທັນທີ ແລະໄດ້ຮັບອະນຸຍາດເລື່ອນກຳນົດເວລາປະຫານ ເພື່ອວ່າລາວຈະແກ້ຄວາມຝັນໃຫ້ເພິ່ນ. |
|
| 17 |
|
| ແລ້ວດານີເອນກໍກັບຄືນເມືອເຮືອນຂອງຕົນ ແລະບອກເລື່ອງທີ່ເກີດຂຶ້ນນັ້ນ ໃຫ້ຮານານີຢາ, ມີຊາເອນ ແລະອາຊາຣີຢາ ເພື່ອນຂອງຕົນຮູ້ນຳ. |
|
| 18 |
|
| ລາວບອກພວກໝູ່ໃຫ້ພາວັນນາອະທິຖານ ຂໍຄວາມເມດຕາຈາກພຣະເຈົ້າທີ່ຢູ່ເທິງສະຫວັນ ແລະຂໍໃຫ້ພຣະອົງອະທິບາຍເລື່ອງເລິກລັບນີ້ໃຫ້ແກ່ພວກຕົນ ເພື່ອວ່າພວກຕົນຈະບໍ່ຖືກຂ້າຮ່ວມກັບພວກທີ່ປຶກສາຄົນອື່ນໆໃນນະຄອນບາບີໂລນ. |
|
| 19 |
|
| ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ເຜີຍເລື່ອງເລິກລັບໃຫ້ດານີເອນຮູ້ທາງນິມິດ ແລະລາວຈຶ່ງສັນລະເສີນພຣະເຈົ້າແຫ່ງສະຫວັນວ່າ, |
|
| 20 |
|
| “ພຣະອົງຊົງພຣະປັນຍາ ແລະຊົງເດຊານຸພາບ ຂໍສັນລະເສີນພຣະນາມຂອງພຣະເຈົ້າຕະຫລອດໄປເປັນນິດ |
|
| 21 |
|
| ພຣະອົງບັງຄັບເວລາແລະລະດູການ ພຣະອົງແຕ່ງຕັ້ງກະສັດແລະປົດກະສັດລົງ; ແມ່ນພຣະອົງທີ່ເປັນຜູ້ໂຜດປະທານ ປັນຍາແລະຄວາມເຂົ້າໃຈໃຫ້ແກ່ມະນຸດ. |
|
| 22 |
|
| ພຣະອົງເປີດເຜີຍສິ່ງເລິກລັບທັງຫລາຍ ຮູ້ທຸກຢ່າງທຸກແນວທີ່ຖືກປິດບັງໄວ້ ແມ່ນແຕ່ສິ່ງນີ້ຖືກປິດບັງໄວ້ໃນທີ່ມືດກໍຕາມ ແສງແຈ້ງໃສກໍອ້ອມຮອບພຣະອົງໄວ້ທຸກດ້ານ. |
|
| 23 |
|
| ຂ້າແດ່ພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ານ້ອຍເອີຍ ຂໍສັນລະເສີນແລະຍ້ອງຍໍໃຫ້ກຽດພຣະອົງ. ພຣະອົງໄດ້ປະທານໃຫ້ຂ້ານ້ອຍມີປັນຍາ ພ້ອມທັງໃຫ້ກຳລັງແກ່ຂ້ານ້ອຍດ້ວຍ; ພຣະອົງຕອບສິ່ງທີ່ຂ້ານ້ອຍພາວັນນາອະທິຖານຂໍ ບອກຄຳຕອບແກ່ພວກຂ້ານ້ອຍໃຫ້ກະສັດໄດ້ຮູ້.” |
|
| 24 |
|
| ສະນັ້ນ ດານີເອນຈຶ່ງເຂົ້າໄປຫາອາຣີໂອກ ຜູ້ທີ່ກະສັດໄດ້ສັ່ງໃຫ້ຂ້າພວກທີ່ປຶກສາປະຈຳກະສັດ. ລາວເວົ້າວ່າ, “ຂໍຢ່າໄດ້ຂ້າພວກທີ່ປຶກສາທ້ອນ. ຂໍໃຫ້ເຈົ້າພາຂ້ອຍເຂົ້າໄປພົບກະສັດ ແລະຂ້ອຍຈະບອກຄວາມຝັນໃຫ້ເພິ່ນຮູ້.” |
|
| 25 |
|
| ແລ້ວອາຣີໂອກກໍຟ້າວນຳຕົວດານີເອນເຂົ້າໄປພົບກະສັດເນບູກາດເນັດຊາ ແລະບອກເພິ່ນວ່າ, “ຂ້ານ້ອຍພົບຜູ້ໜຶ່ງໃນໝູ່ພວກຊາວຢິວພັດຖິ່ນ ທີ່ແກ້ຄວາມຝັນໃຫ້ແກ່ພະຣາຊາໄດ້.” |
|
| 26 |
|
| ກະສັດກ່າວແກ່ດານີເອນ (ຜູ້ມີຊື່ອີກວ່າເບັນເຕຊັດຊາເຣ) ວ່າ, “ເຈົ້າບອກຄວາມຝັນ ແລະແກ້ຄວາມຝັນຂອງເຮົາໄດ້ບໍ?” |
|
| 27 |
|
| ດານີເອນຕອບວ່າ, “ຂ້າແດ່ພະຣາຊາ ບໍ່ມີໝໍຜີ, ໝໍມົນ, ໝໍມໍ, ຫລືໝໍໂຫນຜູ້ໃດດອກ ທີ່ບອກຄວາມເລິກລັບນີ້ໄດ້. |
|
| 28 |
|
| ແຕ່ມີພຣະເຈົ້າອົງໜຶ່ງ ເທິງສະຫວັນ ທີ່ເປີດເຜີຍຄວາມເລິກລັບທັງຫລາຍ. ພຣະອົງໄດ້ບອກພະຣາຊາຂອງຂ້ານ້ອຍໃຫ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ບັດນີ້ ຂ້ານ້ອຍຈະບອກຄວາມຝັນ ແລະນິມິດທີ່ທ່ານມີຂະນະທີ່ທ່ານໄດ້ນອນຫລັບຢູ່ນັ້ນ. |
|
| 29 |
|
| ໃນຂະນະທີ່ພະຣາຊາກຳລັງນອນຫລັບຢູ່ນັ້ນ ທ່ານໄດ້ຝັນເຖິງເລື່ອງທີ່ຈະເກີດຂຶ້ນໃນອະນາຄົດ; ພຣະເຈົ້າຜູ້ເປີດເຜີຍຄວາມເລິກລັບ ໄດ້ສຳແດງໃຫ້ທ່ານຮູ້ເຖິງສິ່ງທີ່ຈະເກີດຂຶ້ນ. |
|
| 30 |
|
| ເລື່ອງເລິກລັບນີ້ຖືກເປີດເຜີຍໃຫ້ຂ້ານ້ອຍຮູ້ ບໍ່ແມ່ນຍ້ອນຂ້ານ້ອຍເປັນຄົນສະຫລາດກວ່າຄົນອື່ນດອກ, ແຕ່ເພື່ອໃຫ້ພະຣາຊາຮູ້ຄວາມໝາຍຂອງຄວາມຝັນນັ້ນ ແລະເຂົ້າໃຈສິ່ງທີ່ລົບກວນຈິດໃຈທ່ານ. |
|
| 31 |
|
| ຂ້າແດ່ພະຣາຊາ ໃນນິມິດຂອງທ່ານນັ້ນ ທ່ານໄດ້ເຫັນຮູບປັ້ນຂະໜາດໃຫຍ່ຢືນຢູ່ຕໍ່ໜ້າທ່ານ; ຮູບນີ້ສ່ອງແສງໃສເຫຼື້ອມ ແລະເບິ່ງເປັນຕາໜ້າຢ້ານ. |
|
| 32 |
|
| ຫົວຮູບນີ້ເປັນຄຳຢ່າງດີທີ່ສຸດ ເອິກແລະແຂນເປັນເງິນ; ແອວແລະກະໂພກເປັນທອງສຳຣິດ |
|
| 33 |
|
| ຂາເປັນເຫຼັກ, ຕີນສ່ວນໜຶ່ງເປັນເຫຼັກ ແລະອີກສ່ວນໜຶ່ງເປັນດິນໜຽວ. |
|
| 34 |
|
| ຂະນະທີ່ທ່ານຫລຽວເບິ່ງຢູ່ນັ້ນ ມີຫີນໃຫຍ່ກ້ອນໜຶ່ງແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດ; ຫີນນີ້ໄດ້ກະທົບໃສ່ຕີນເຫຼັກແລະດິນໜຽວຂອງຮູບນັ້ນ ຈົນແຕກໝຸ່ນໄປ. |
|
| 35 |
|
| ແລ້ວໃນທັນໃດນັ້ນ ສ່ວນທີ່ເປັນເຫຼັກ, ເປັນດິນໜຽວ, ເປັນທອງສຳຣິດ, ເປັນເງິນແລະເປັນຄຳ ກໍໄດ້ແຕກຄືແກບທີ່ລານໃນລະດູຟາດເຂົ້າ. ລົມໄດ້ພັດເອົາສິ່ງທັງໝົດນັ້ນໄປໄກ ໂດຍບໍ່ມີຮ່ອງຮອຍໃຫ້ພົບເຫັນອີກເລີຍ. ແຕ່ກ້ອນຫີນນັ້ນໄດ້ໃຫຍ່ຂຶ້ນກາຍເປັນພູເຂົາເຕັມໝົດແຜ່ນດິນໂລກ. |
|
| 36 |
|
| ຄວາມຝັນເປັນດັ່ງນີ້ແຫຼະ ບັດນີ້ຂ້ານ້ອຍຂໍແກ້ຄວາມຝັນໃຫ້ພະຣາຊາຮູ້. |
|
| 37 |
|
| ຂ້າແດ່ພະຣາຊາ ທ່ານເປັນກະສັດຜູ້ຍິ່ງໃຫຍ່ກວ່າກະສັດທັງຫລາຍ. ພຣະເຈົ້າແຫ່ງສະຫວັນໄດ້ແຕ່ງຕັ້ງທ່ານໃຫ້ເປັນຈັກກະພັດ, ມີອຳນາດໃຫຍ່ໂຕ, ມີກຳລັງວັງຊາແລະມີກຽດຕິຍົດ. |
|
| 38 |
|
| ພຣະເຈົ້າໄດ້ແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງຄົນຕະຫລອດທັງສັດ ແລະນົກທັງປວງທີ່ອາໄສຢູ່ໃນໂລກ. ຫົວຄຳນັ້ນແມ່ນທ່ານເອງ. |
|
| 39 |
|
| ຕໍ່ຈາກທ່ານໄປຈະມີອານາຈັກໜຶ່ງອີກ ເປັນອານາຈັກທີ່ນ້ອຍກວ່າຂອງທ່ານ ແລະຫລັງຈາກນັ້ນ ແມ່ນອານາຈັກທີສາມ ເປັນອານາຈັກທອງສຳຣິດ ຊຶ່ງຈະມີອຳນາດແຜ່ອອກໄປທົ່ວໂລກ. |
|
| 40 |
|
| ແລ້ວຈະມີອານາຈັກທີສີ່ ເປັນອານາຈັກທີ່ມີອຳນາດ ແລະແຂງດັ່ງເຫຼັກ ຊຶ່ງສາມາດຕີສິ່ງທັງຫລາຍໃຫ້ຫັກ ແລະແຕກໝຸ່ນໄດ້. ເຫຼັກນີ້ຕີສິ່ງທັງຫລາຍໃຫ້ຫັກ ແລະແຕກໝຸ່ນໄດ້ສັນໃດ ອານາຈັກນີ້ກໍຈະຕີອານາຈັກທັງຫລາຍທີ່ເກີດຂຶ້ນມາກ່ອນ ໃຫ້ແຕກໝຸ່ນທະລາຍໄປໄດ້ສັນນັ້ນ. |
|
| 41 |
|
| ທ່ານຍັງເຫັນອີກວ່າ ຕີນແລະນີ້ວຕີນສ່ວນໜຶ່ງເປັນດິນໜຽວ ແລະອີກສ່ວນໜຶ່ງເປັນເຫຼັກ. ນີ້ໝາຍຄວາມວ່າຈະເປັນອານາຈັກທີ່ແຕກແຍກ. ມັນຈະມີຄວາມແຂງຂອງເຫຼັກປົນຢູ່ ເພາະມີເຫຼັກປະສົມຢູ່ກັບດິນໜຽວ. |
|
| 42 |
|
| ນີ້ວຕີນສ່ວນໜຶ່ງເປັນເຫຼັກ ແລະສ່ວນໜຶ່ງອີກເປັນດິນໜຽວນັ້ນ ໝາຍຄວາມວ່າອານາຈັກຈະມີບາງສ່ວນທີ່ແຂງແຮງ ແລະບາງສ່ວນທີ່ອ່ອນແອ. |
|
| 43 |
|
| ທ່ານຍັງເຫັນເຫຼັກປະສົມດິນໜຽວ. ນີ້ໝາຍຄວາມວ່າພວກຜູ້ປົກຄອງອານາຈັກນັ້ນ ຈະຫາທາງລວບລວມຄອບຄົວທັງໝົດຂອງພວກເຂົາເຂົ້າກັນດ້ວຍການແຕ່ງງານ; ແຕ່ພວກເຂົາບໍ່ສາມາດເຮັດໄດ້ ເໝືອນກັນກັບເຫຼັກບໍ່ສາມາດປະສົມກັບດິນໜຽວໄດ້. |
|
| 44 |
|
| ໃນສະໄໝທີ່ກະສັດເຫຼົ່ານັ້ນປົກຄອງ ພຣະເຈົ້າແຫ່ງສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນ ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ. ອານາຈັກນີ້ຈະບໍ່ຖືກຕີໃຫ້ພ່າຍແພ້ຈັກເທື່ອ, ແຕ່ຈະທຳລາຍອານາຈັກອື່ນໆໃຫ້ໝົດສິ້ນໄປ ແລ້ວກໍຈະຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ. |
|
| 45 |
|
| ການທີ່ທ່ານເຫັນຫີນໃຫຍ່ກ້ອນໜຶ່ງ ແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດນັ້ນ ກ້ອນຫີນນັ້ນໄດ້ກະທົບໃສ່ກັບຮູບເຫຼັກ, ຮູບທອງສຳຣິດ, ຮູບດິນ, ຮູບເງິນແລະຄຳ. ອັນນີ້ແມ່ນພຣະເຈົ້າອົງຍິ່ງໃຫຍ່ກຳລັງບອກໃຫ້ພະຣາຊາຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຂ້ານ້ອຍໄດ້ບອກທ່ານຖືກຕ້ອງຕາມທີ່ທ່ານໄດ້ຝັນ ແລະແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.” |
|
| 46 |
|
| ແລ້ວກະສັດເນບູກາດເນັດຊາກໍຂາບລົງ ທັງສັ່ງໃຫ້ນຳເອົາເຄື່ອງບູຊາ ແລະເຄື່ອງຖວາຍມາມອບໃຫ້ແກ່ດານີເອນ. |
|
| 47 |
|
| ກະສັດກ່າວວ່າ, “ພຣະເຈົ້າຂອງເຈົ້າເປັນພຣະເຈົ້າອົງຍິ່ງໃຫຍ່ເໜືອພະທັງປວງ ແລະເປັນອົງພຣະຜູ້ເປັນເຈົ້າເໜືອກະສັດທັງຫລາຍ ແລະເປັນຜູ້ເປີດເຜີຍຄວາມເລິກລັບຕ່າງໆ. ເຮົາຮູ້ສິ່ງນີ້ກໍເພາະວ່າເຈົ້າອະທິບາຍຄວາມເລິກລັບນີ້ໄດ້.” |
|
| 48 |
|
| ແລ້ວກະສັດກໍໄດ້ມອບຕຳແໜ່ງສູງໃຫ້ດານີເອນຕຳແໜ່ງໜຶ່ງ ທັງມອບຂອງຂວັນທີ່ສະຫງ່າງາມຫລາຍຢ່າງໃຫ້ແກ່ລາວ ແລະແຕ່ງຕັ້ງລາວໃຫ້ເປັນຜູ້ປົກຄອງແຂວງບາບີໂລນ ແລະເປັນຫົວໜ້າພວກທີ່ປຶກສາທັງໝົດປະຈຳກະສັດ. |
|
| 49 |
|
| ຕາມຄຳຮ້ອງຂໍຂອງດານີເອນ ກະສັດໄດ້ແຕ່ງຕັ້ງຊັດຣາກ, ເມຊາກ ແລະອາເບັດເນໂກໃຫ້ຮັບຣາຊການຢູ່ໃນແຂວງບາບີໂລນ, ແຕ່ດານີເອນຍັງໄດ້ຮັບຕຳແໜ່ງຢູ່ໃນຣາຊສຳນັກຕໍ່ໄປ. |
|
|
|
|