|
| 1 |
|
| ປະຊາຊົນອິດສະຣາເອນເອີຍ ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຊູນສະດຸດແລະລົ້ມລົງ. |
|
| 2 |
|
| ຈົ່ງກັບຄືນມາຫາພຣະເຈົ້າຢາເວສາ ແລະພາວັນນາອະທິຖານຫາພຣະອົງດັ່ງນີ້: “ຂໍໂຜດອະໄພການບາບທຸກຢ່າງຂອງພວກຂ້ານ້ອຍ ແລະຮັບເອົາຄຳພາວັນນາອະທິຖານຂອງພວກຂ້ານ້ອຍດ້ວຍ ແລ້ວພວກຂ້ານ້ອຍກໍຈະສັນລະເສີນພຣະອົງຕາມທີ່ໄດ້ສັນຍາໄວ້. |
|
| 3 |
|
| ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.” |
|
| 4 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳປະຊາຊົນຂອງເຮົາຄືນມາ ເຮົາຈະຮັກພວກເຂົາດ້ວຍສຸດໃຈແລະເຊົາໂກດຮ້າຍ. |
|
| 5 |
|
| ເຮົາຈະເຮັດຕໍ່ຊາດອິດສະຣາເອນດັ່ງສາຍຝົນ ທີ່ຕົກລິນມາໃນດິນແດນທີ່ແຫ້ງແລ້ງ. ພວກເຂົາຈະເບີກບານເໝືອນໝູ່ມວນມາລີ ຢັ່ງຮາກໝັ້ນຄົງດັ່ງຕົ້ນໄມ້ທີ່ເລບານອນນັ້ນ. |
|
| 6 |
|
| ພວກເຂົາຈະມີຊີວິດຈະເລີນແບບໃໝ່ຂຶ້ນມາ ຈະສວຍງາມດັ່ງກົກໝາກກອກເທດ. ພວກເຂົາຈະມີກິ່ນຫອມຫວນຊວນໃຈ ດັ່ງຕົ້ນສົນສີດາໃນເລບານອນພຸ້ນ. |
|
| 7 |
|
| ໃນອີກເທື່ອໜຶ່ງ ພວກເຂົາຈະມີຊີວິດຢູ່ໃດ ຄືມີຊີວິດຢູ່ໃຕ້ການຄຸ້ມຄອງຂອງເຮົານັ້ນ. ພວກເຂົາຈະປູກເຂົ້າ ແລະຮັບຜົນຫລາຍດັ່ງສວນອະງຸ່ນ ພວກເຂົາຈະມີຊື່ສຽງດັ່ງເຫຼົ້າອະງຸ່ນທີ່ເລບານອນນັ້ນ. |
|
| 8 |
|
| ເອຟຣາອິມເອີຍ ເຮົາຈະບໍ່ກ່ຽວກັບຮູບເຄົາຣົບຕໍ່ໄປ; ເຮົາຈະຕອບຄຳພາວັນນາອະທິຖານແລະດູແລພວກເຂົາ; ເຮົາຈະເປັນທີ່ເພິ່ງໃຫ້ພວກເຂົາ ດັ່ງຕົ້ນໄມ້ໃບຂຽວສົດ ເຮົາເປັນບໍ່ເກີດແຫ່ງພຣະພອນຂອງພວກເຂົາທັງສິ້ນ.” |
|
| 9 |
|
| ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້. |
|
|
|
|