|
| 1 |
|
| ພຣະເຈົ້າຢາເວໄດ້ມອບລະບຽບການຕ່າງໆ ດັ່ງຕໍ່ໄປນີ້ໃຫ້ໂມເຊແລະອາໂຣນ. |
|
| 2 |
|
| ຖ້າຜູ້ໃດຜູ້ໜຶ່ງມີອາການເຈັບປວດຕາມຜິວໜັງ ຫລືໂພງຂຶ້ນ ຫລືບວມທີ່ອາດຈະກາຍເປັນພະຍາດຂີ້ທູດ ຜູ້ນັ້ນຕ້ອງຖືກນຳຕົວໄປຫາປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. |
|
| 3 |
|
| ປະໂຣຫິດຈະກວດເບິ່ງອາການເຈັບປວດນັ້ນ ແລະຖ້າຂົນທີ່ຜິວໜັງຫງອກ ແລະພະຍາດກໍຢູ່ເລິກກວ່າຜິວໜັງລົງໄປ ໃຫ້ນັບຜູ້ນັ້ນວ່າເປັນພະຍາດຂີ້ທູດ ແລະປະໂຣຫິດຕ້ອງປະກາດວ່າຄົນນັ້ນເປັນມົນທິນ. |
|
| 4 |
|
| ແຕ່ຖ້າຜິວໜັງຊື່ບ່ອນທີ່ເຈັບປວດນັ້ນຂາວ ແລະພະຍາດບໍ່ກິນເລິກລົງໄປກວ່າຜິວໜັງ ພ້ອມທັງຂົນໃນບໍລິເວນນັ້ນກໍບໍ່ຫງອກ ປະໂຣຫິດຈະຕ້ອງກັກຕົວຜູ້ນັ້ນໄວ້ຢູ່ຕ່າງຫາກເຈັດວັນ. |
|
| 5 |
|
| ປະໂຣຫິດຈະຕ້ອງກວດເບິ່ງລາວອີກໃນວັນທີເຈັດ ແລະຖ້າປະໂຣຫິດເຫັນວ່າອາການເຈັບປວດຍັງຄືເກົ່າ ແລະບໍ່ໄດ້ຂະຫຍາຍອອກໄປ ຜູ້ນັ້ນຈະຕ້ອງຖືກກັກຕົວໄວ້ຢູ່ຕ່າງຫາກອີກເຈັດວັນ. |
|
| 6 |
|
| ປະໂຣຫິດຈະຕ້ອງກວດເບິ່ງຜູ້ນັ້ນອີກໃນມື້ທີເຈັດ ແລະຖ້າອາການເຈັບປວດເບົາບາງລົງ ແລະພະຍາດນັ້ນບໍ່ໄດ້ແຜ່ລາມອອກໄປ; ປະໂຣຫິດຕ້ອງປະກາດວ່າ ຜູ້ນັ້ນບໍ່ໄດ້ເປັນມົນທິນຕາມກົດບັນຍັດ. ມັນເປັນພຽງອາການເຈັບປວດເທົ່ານັ້ນ. |
|
| 7 |
|
| ແຕ່ຖ້າອາການເຈັບປວດນັ້ນແຜ່ລາມອອກໄປ ຫລັງຈາກທີ່ປະໂຣຫິດໄດ້ກວດເບິ່ງ ແລະປະກາດວ່າຜູ້ນັ້ນສະອາດດີແລ້ວ ລາວຕ້ອງກັບຄືນມາຫາປະໂຣຫິດອີກ. |
|
| 8 |
|
| ປະໂຣຫິດຈະກວດເບິ່ງລາວຕື່ມອີກ ແລະຖ້າພະຍາດນັ້ນແຜ່ລາມອອກໄປແທ້ ປະໂຣຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ ຍ້ອນພະຍາດຂີ້ທູດຂອງຜູ້ກ່ຽວ. |
|
| 9 |
|
| ຖ້າຜູ້ໃດຜູ້ໜຶ່ງເປັນພະຍາດຂີ້ທູດ ຜູ້ນັ້ນຈະຕ້ອງຖືກນຳຕົວໄປຫາປະໂຣຫິດໃຫ້ກວດເບິ່ງ. ຖ້າບໍລິເວນເຈັບປວດນັ້ນບວບມີສີຂາວ ຊຶ່ງເຮັດໃຫ້ຂົນໜັງຫງອກແລະມີໜອງໃນແຜ |
|
| 10 |
|
|
|
| 11 |
|
| ກໍສະແດງວ່າເປັນພະຍາດຜິວໜັງຊໍ້າເຮື້ອ. ປະໂຣຫິດຈະຕ້ອງປະກາດວ່າຜູ້ນັ້ນເປັນມົນທິນ; ບໍ່ຈຳເປັນຕ້ອງກັກລາວໄວ້ຢູ່ຕ່າງຫາກອີກຕໍ່ໄປ ເພາະຮູ້ໄດ້ຢ່າງຄັກແນ່ແລ້ວວ່າລາວເປັນມົນທິນ. |
|
| 12 |
|
| ຖ້າພະຍາດຜິວໜັງລາມໄປທົ່ວຮ່າງກາຍແຕ່ຫົວຫາຕີນ |
|
| 13 |
|
| ປະໂຣຫິດຈະຕ້ອງກວດເບິ່ງລາວຄືນໃໝ່. ຖ້າປະໂຣຫິດພົບວ່າ ໂຣກນັ້ນໄດ້ແຜ່ລາມອອກໄປທົ່ວຮ່າງກາຍແທ້ ເພິ່ນຈະປະກາດວ່າຜູ້ນັ້ນບໍ່ເປັນມົນທິນຕາມກົດບັນຍັດ. ຖ້າໝົດທັງຕົວຂອງລາວຂາວດັ່ງຊ້າງເຜືອກ ລາວກໍບໍ່ເປັນມົນທິນຕາມກົດບັນຍັດ. |
|
| 14 |
|
| ແຕ່ຖ້າອາການເຈັບປວດຕາມຜິວໜັງປາກົດໃຫ້ເຫັນເມື່ອໃດ ຕ້ອງໃຫ້ຖືວ່າລາວເປັນມົນທິນເມື່ອນັ້ນ. |
|
| 15 |
|
| ປະໂຣຫິດຈະຕ້ອງກວດເບິ່ງອີກໃໝ່ ແລະຖ້າເພິ່ນເຫັນແຜໃໝ່ປາກົດຂຶ້ນມາ ເພິ່ນກໍຈະປະກາດວ່າຊາຍຜູ້ນັ້ນເປັນມົນທິນ. ແຜໃໝ່ນັ້ນເປັນມົນທິນເພາະມັນແມ່ນພະຍາດຂີ້ທູດ. |
|
| 16 |
|
| ແຕ່ເມື່ອແຜໃໝ່ນັ້ນດີ ປ່ຽນເປັນສີຂາວອີກ ຕ້ອງໃຫ້ລາວໄປຫາປະໂຣຫິດ |
|
| 17 |
|
| ເພື່ອຈະກວດເບິ່ງລາວຄືນອີກ. ຖ້າພະຍາດນັ້ນເປັນພະຍາດຜິວໜັງສີຂາວເທົ່ານັ້ນ ລາວກໍບໍ່ເປັນມົນທິນ ແລະປະໂຣຫິດຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ. |
|
| 18 |
|
| ຖ້າຜູ້ໃດຜູ້ໜຶ່ງເປັນຝີໃນຜິວໜັງແຕ່ດີແລ້ວ |
|
| 19 |
|
| ແລະຫລັງຈາກນັ້ນ ຖ້າມີສີຂາວບວມຂຶ້ນມາ ຫລືຮອຍສີແດງປົນສີຂາວປາກົດຂຶ້ນໃນບໍລິເວນນັ້ນ ລາວຈະຕ້ອງໄປຫາປະໂຣຫິດ. |
|
| 20 |
|
| ປະໂຣຫິດຈະກວດເບິ່ງລາວ ແລະຖ້າບໍລິເວນນັ້ນປາກົດວ່າ ເລິກກວ່າຜິວໜັງແລະຂົນທີ່ບໍລິເວນນັ້ນຫງອກ ປະໂຣຫິດຕ້ອງປະກາດວ່າລາວເປັນມົນທິນ. ອັນນີ້ແມ່ນພະຍາດຂີ້ທູດ ທີ່ໄດ້ເລີ່ມຟູຂຶ້ນຈາກແປ້ວຝີ. |
|
| 21 |
|
| ແຕ່ຖ້າປະໂຣຫິດກວດເບິ່ງໂຣກນັ້ນແລ້ວແລະພົບວ່າ ຂົນໃນບໍລິເວນນັ້ນບໍ່ຫງອກ ແລະບໍລິເວນເຈັບປວດນັ້ນບໍ່ໄດ້ເລິກກວ່າຜິວໜັງແຕ່ມີສີຊີດໆ; ປະໂຣຫິດຈະຕ້ອງກັກຕົວຄົນນັ້ນໄວ້ຢູ່ຕ່າງຫາກເຈັດວັນ. |
|
| 22 |
|
| ຖ້າພະຍາດແຜ່ລາມອອກໄປຕາມຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າຜູ້ນັ້ນເປັນມົນທິນ; ລາວໄດ້ເປັນພະຍາດຜິວໜັງແລ້ວ. |
|
| 23 |
|
| ແຕ່ຖ້າບໍລິເວນນັ້ນຍັງຄືເກົ່າແລະບໍ່ໄດ້ແຜ່ລາມອອກໄປ ກໍເປັນພຽງບາດແຜທີ່ສືບມາຈາກຕຸ່ມຝີເທົ່ານັ້ນ ແລະປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ. |
|
| 24 |
|
| ໃນກໍລະນີຂອງຄົນໜຶ່ງທີ່ຖືກໄຟໄໝ້ ຖ້າເນື້ອໃນບາດສົດທີ່ຊື່ກັບບໍລິເວນນັ້ນເປັນສີຂາວຊໍ້າ |
|
| 25 |
|
| ປະໂຣຫິດຈະຕ້ອງກວດເບິ່ງລາວ. ຖ້າຂົນທີ່ບໍລິເວນນັ້ນຫງອກ ແລະບໍລິເວນນັ້ນກໍປາກົດວ່າເລິກກວ່າຜິວໜັງ ພະຍາດນີ້ແມ່ນພະຍາດຂີ້ທູດ ຊຶ່ງໄດ້ເລີ່ມໃຄ່ຂຶ້ນຕາມບໍລິເວນບ່ອນໄຟໄໝ້ນັ້ນ ແລະປະໂຣຫິດຈະຕ້ອງປະກາດວ່າ ລາວເປັນມົນທິນ. |
|
| 26 |
|
| ແຕ່ຖ້າຂົນເຫຼົ່ານັ້ນບໍ່ຫງອກແລະບໍລິເວນນັ້ນບໍ່ເລິກກວ່າຜິວໜັງແຕ່ມັນເປັນສີຈາງໆ ປະໂຣຫິດຈະຕ້ອງກັກຄົນນັ້ນໄວ້ຢູ່ຕ່າງຫາກເປັນເວລາເຈັດວັນ. |
|
| 27 |
|
| ປະໂຣຫິດຈະຕ້ອງກວດເບິ່ງລາວຄືນໃໝ່ໃນວັນທີເຈັດ ແລະຖ້າພະຍາດນັ້ນແຜ່ລາມອອກໄປ ກໍສະແດງວ່າລາວເປັນພະຍາດຂີ້ທູດ ແລະປະໂຣຫິດຈະຕ້ອງປະກາດວ່າລາວເປັນມົນທິນ. |
|
| 28 |
|
| ແຕ່ຖ້າບໍລິເວນນັ້ນຍັງຄືເກົ່າ ແລະບໍ່ໄດ້ແຜ່ລາມອອກໄປ ພ້ອມທັງເປັນສີຊີດໆ ນັ້ນກໍບໍ່ແມ່ນພະຍາດຂີ້ທູດ. ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ ເພາະວ່າມັນເປັນພຽງແຕ່ແປ້ວຈາກໄຟ້ໄໝ້ເທົ່ານັ້ນ. |
|
| 29 |
|
| ເມື່ອຊາຍຫລືຍິງຜູ້ໜຶ່ງເປັນພະຍາດທີ່ຫົວຫລືທີ່ຄາງ |
|
| 30 |
|
| ປະໂຣຫິດຈະຕ້ອງກວດເບິ່ງພະຍາດນັ້ນ. ຖ້າບໍລິເວນນັ້ນປາກົດວ່າເລິກກວ່າຜິວໜັງ ທັງຜົມຊື່ບໍລິເວນນັ້ນເຫລືອງ ແລະບາງກໍສະແດງວ່າອາການເຊັ່ນນັ້ນແມ່ນພະຍາດຜິວໜັງ. ປະໂຣຫິດຈະຕ້ອງປະກາດວ່າຄົນນັ້ນເປັນມົນທິນ. |
|
| 31 |
|
| ຫລັງຈາກປະໂຣຫິດກວດເບິ່ງລາວແລ້ວ ຖ້າບໍລິເວນບ່ອນເຈັບປວດນັ້ນບໍ່ປາກົດວ່າ ເລິກກວ່າຜິວໜັງທັງຜົມຍັງບໍ່ດຳຂຶ້ນຄືນ ປະໂຣຫິດຈະຕ້ອງກັກຜູ້ນັ້ນໄວ້ຢູ່ຕ່າງຫາກເປັນເວລາເຈັດວັນ. |
|
| 32 |
|
| ປະໂຣຫິດຈະກວດເບິ່ງພະຍາດຄືນໃໝ່ໃນວັນທີເຈັດ ແລະຖ້າພະຍາດນັ້ນບໍ່ແຜ່ລາມອອກໄປ ແລະບໍ່ມີຂົນເຫລືອງແລະບໍ່ປາກົດເຫັນວ່າ ທີ່ບໍລິເວນນັ້ນເລິກກວ່າຜິວໜັງ |
|
| 33 |
|
| ຕ້ອງໃຫ້ແຖຜົມຄົນນັ້ນອ້ອມບ່ອນທີ່ລາວເຈັບປວດ. ແຕ່ປະໂຣຫິດຈະຕ້ອງກັກຕົວລາວໄວ້ຢູ່ຕ່າງຫາກເຈັດວັນ. |
|
| 34 |
|
| ໃນວັນທີເຈັດ ປະໂຣຫິດຈະຕ້ອງກວດເບິ່ງຄືນໃໝ່ ແລະຖ້າມັນບໍ່ແຜ່ລາມອອກໄປ ທັງບໍ່ປາກົດໃຫ້ເຫັນວ່າເລິກກວ່າຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ. ລາວຈະຕ້ອງຊັກເຄື່ອງນຸ່ງ ແລະລາວກໍຈະໝົດເປັນມົນທິນ. |
|
| 35 |
|
| ແຕ່ຖ້າພະຍາດນັ້ນແຜ່ລາມອອກໄປ ຫລັງຈາກທີ່ລາວໄດ້ຖືກປະກາດວ່າບໍ່ເປັນມົນທິນ |
|
| 36 |
|
| ປະໂຣຫິດຈະຕ້ອງກວດເບິ່ງຄືນອີກ. ຖ້າອາການເຈັບປວດນັ້ນແຜ່ລາມອອກໄປ ບໍ່ຈຳເປັນຕ້ອງເບິ່ງຜົມຂອງລາວວ່າເຫລືອງຫລືບໍ່; ຄົນນັ້ນເປັນມົນທິນຢ່າງຈະແຈ້ງແລ້ວ. |
|
| 37 |
|
| ແຕ່ຖ້າປະໂຣຫິດເຫັນວ່າ ຄວາມເຈັບປວດນັ້ນບໍ່ໄດ້ແຜ່ລາມອອກໄປ ແລະມີຜົມດຳປົ່ງຂຶ້ນມາໃນບໍລິເວນນັ້ນ ກໍສະແດງວ່າພະຍາດນັ້ນໄດ້ດີແລ້ວ. ປະໂຣຫິດຈະຕ້ອງປະກາດວ່າ ຄົນນັ້ນບໍ່ເປັນມົນທິນຕາມກົດບັນຍັດ. |
|
| 38 |
|
| ເມື່ອຊາຍຫລືຍິງຜູ້ໜຶ່ງມີຮອຍສີຂາວໆທີ່ຜິວໜັງ |
|
| 39 |
|
| ປະໂຣຫິດຈະຕ້ອງກວດເບິ່ງຜູ້ນັ້ນ. ຖ້າຮອຍຂາວທີ່ຜິວໜັງນັ້ນເປັນສີຂາວໝົ່ນ ຮອຍນັ້ນກໍເປັນແຕ່ພຽງຂີ້ກ້ຽນທີ່ຟູຂຶ້ນຕາມຜິວໜັງເທົ່ານັ້ນ; ຄົນນັ້ນບໍ່ໄດ້ເປັນມົນທິນຕາມກົດບັນຍັດ. |
|
| 40 |
|
| ຖ້າຊາຍຄົນໃດຜົມຫລົ່ນ ບໍ່ວ່າທາງດ້ານໜ້າຫລືດ້ານຫລັງກໍຕາມ ຄົນນັ້ນບໍ່ໄດ້ເປັນມົນທິນ |
|
| 41 |
|
|
|
| 42 |
|
| ແຕ່ຖ້າບໍລິເວນຊື່ຫົວລ້ານນັ້ນ ປາກົດມີອາການບວມແດງປົນຂາວແລະເຈັບປວດ ອັນນີ້ກໍສະແດງວ່າແມ່ນພະຍາດຂີ້ທູດ. |
|
| 43 |
|
| ປະໂຣຫິດຈະຕ້ອງກວດເບິ່ງລາວ ແລະຖ້າບໍລິເວນນັ້ນມີອາການບວມແດງຊໍ້າປົນຂາວແລະເຈັບປວດ |
|
| 44 |
|
| ປະໂຣຫິດຈະຕ້ອງປະກາດວ່າຜູ້ນັ້ນເປັນມົນທິນ ເພາະພະຍາດຂີ້ທູດທີ່ຫົວຂອງລາວ. |
|
| 45 |
|
| ບຸກຄົນໜຶ່ງທີ່ເປັນພະຍາດຂີ້ທູດ ຕ້ອງໃສ່ເຄື່ອງນຸ່ງຂາດ, ປ່ອຍຜົມໃຫ້ຫຍຸ້ງ, ອັດຮີມສົບດ້ານເທິງໄວ້ ແລະຮ້ອງໄປວ່າ, “ເປັນມົນທິນ! ເປັນມົນທິນ!” |
|
| 46 |
|
| ຄົນນັ້ນຈະເປັນມົນທິນຕາບໃດທີ່ລາວຍັງເປັນພະຍາດນີ້ຢູ່ ແລະລາວຕ້ອງຢູ່ນອກຄ້າຍພັກຫ່າງຈາກຄົນອື່ນໆ. |
|
| 47 |
|
| ເມື່ອໃດມີຂີ້ເຮື້ອນ ຕິດຢູ່ຕາມເຄື່ອງນຸ່ງຫົ່ມ ບໍ່ວ່າຈະເປັນເຄື່ອງນຸ່ງຫົ່ມທີ່ເປັນຂົນສັດຫລືເປັນຜ້າປ່ານ |
|
| 48 |
|
| ຫລືຕິດຢູ່ຕາມຜ້າປ່ານຕ່ອນໃດຕ່ອນໜຶ່ງ ຫລືຜ້າຂົນສັດ ຫລືໜັງສັດ ຫລືສິ່ງໃດໆທີ່ເຮັດດ້ວຍໜັງສັດ; |
|
| 49 |
|
| ຖ້າພະຍາດນັ້ນເຮັດໃຫ້ເຄື່ອງນຸ່ງຫົ່ມມີສີຂຽວຫລືສີແດງ ກໍສະແດງວ່າແມ່ນຂີ້ເຮື້ອນທີ່ກຳລັງແຜ່ລາມອອກໄປ ແລະຕ້ອງນຳສິ່ງຂອງນັ້ນໄປສະແດງຕໍ່ປະໂຣຫິດ. |
|
| 50 |
|
| ປະໂຣຫິດຈະກວດເບິ່ງ ແລະເອົາສິ່ງຂອງທີ່ເປັນພະຍາດນັ້ນ ໄປໄວ້ຕ່າງຫາກເຈັດວັນ. |
|
| 51 |
|
| ໃນວັນທີເຈັດ ເພິ່ນຈະກວດເບິ່ງອີກ ແລະຖ້າໂຣກຂີ້ເຮື້ອນນັ້ນແຜ່ລາມອອກໄປ ສິ່ງຂອງນັ້ນກໍເປັນມົນທິນ. |
|
| 52 |
|
| ປະໂຣຫິດຈະຕ້ອງຈູດສິ່ງເຫຼົ່ານັ້ນ ເພາະມັນມີຂີ້ເຮື້ອນທີ່ກຳລັງແຜ່ລາມອອກໄປ ຈົ່ງໃຫ້ຈູດໄຟຖິ້ມເສຍ. |
|
| 53 |
|
| ແຕ່ເມື່ອກວດເບິ່ງແລ້ວ ຖ້າປະໂຣຫິດເຫັນວ່າ ຂີ້ເຮື້ອນບໍ່ໄດ້ແຜ່ລາມອອກໄປເຖິງສິ່ງຂອງ, |
|
| 54 |
|
| ເພິ່ນກໍຈະສັ່ງໃຫ້ເອົາໄປຊັກລ້າງແລະປະໄວ້ຕ່າງຫາກອີກເຈັດວັນ. |
|
| 55 |
|
| ເມື່ອຊັກແລ້ວປະໂຣຫິດຈະກວດເບິ່ງ ແລະຖ້າບໍລິເວນບ່ອນເປັນຂີ້ເຮື້ອນບໍ່ປ່ຽນສີ ແມ່ນວ່າບໍ່ແຜ່ລາມອອກໄປກໍຕາມ ມັນກໍຍັງເປັນມົນທິນຢູ່ ຈົ່ງຈູດສິ່ງຂອງນັ້ນເສຍ ບໍ່ວ່າຂີ້ເຮື້ອນນັ້ນຈະຕິດແປດຢູ່ຂ້າງໃນ ຫລືຢູ່ຂ້າງນອກສິ່ງຂອງກໍຕາມ. |
|
| 56 |
|
| ແຕ່ຫລັງຈາກທີ່ປະໂຣຫິດໄດ້ກວດເບິ່ງອີກແລ້ວ ຖ້າບໍລິເວນທີ່ເປັນຂີ້ເຮື້ອນມີສີຊີດໆລົງ ປະໂຣຫິດຕ້ອງຈີກບໍລິເວນທີ່ຕິດໂຣກນັ້ນອອກຈາກເຄື່ອງນຸ່ງ ຫລືອອກຈາກໜັງສັດ. |
|
| 57 |
|
| ຕໍ່ມາ ຖ້າຂີ້ເຮື້ອນປາກົດຂຶ້ນມາອີກ ແລະແຜ່ລາມອອກໄປຕາມສິ່ງຂອງເຫຼົ່ານັ້ນ. ຜູ້ເປັນເຈົ້າຂອງຈະຕ້ອງຈູດສິ່ງຂອງເຫຼົ່ານັ້ນເສຍ. |
|
| 58 |
|
| ຖ້າລາວຊັກສິ່ງຂອງເຫຼົ່ານັ້ນແລ້ວ ແລະຈຸດທີ່ປາກົດນັ້ນໝົດໄປ ຕ້ອງໃຫ້ລາວຊັກຕື່ມອີກ ແລ້ວຈຶ່ງໃຫ້ຖືວ່າເຄື່ອງນັ້ນບໍ່ເປັນມົນທິນຕາມກົດບັນຍັດ. |
|
| 59 |
|
| ອັນນີ້ ແມ່ນລະບຽບການກ່ຽວກັບຂີ້ເຮື້ອນ ບໍ່ວ່າເກີດນຳຂົນສັດ ຫລືຜ້າປ່ານ ຫລືໃນຜ້າປ່ານ ຫລືໃນເຄື່ອງນຸ່ງທີ່ເປັນຂົນສັດ ຫລືສິ່ງໃດໆກໍຕາມທີ່ເຮັດດ້ວຍໜັງສັດ; ອັນນີ້ແມ່ນລະບຽບເພື່ອຕັດສິນວ່າ ເປັນມົນທິນຫລືບໍ່ເປັນມົນທິນຕາມກົດບັນຍັດ. |
|
|
|
|