|
| 1 |
|
| ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້: |
|
| 2 |
|
| ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ເມື່ອຜູ້ໃດຜູ້ໜຶ່ງມີນໍ້າໜອງໄຫລອອກມາຈາກຮ່າງກາຍ ສິ່ງທີ່ໄຫລອອກມານັ້ນກໍເປັນມົນທິນ |
|
| 3 |
|
| ບໍ່ວ່າໄຫລອອກມາຈາກອະໄວຍະວະລັບຫລືໄຫລອອກມາຄ້າງຢູ່ທາງໃນກໍຕາມ. |
|
| 4 |
|
| ຕຽງຂອງຄົນນັ້ນທີ່ໃຊ້ນອນຫລືໃຊ້ນັ່ງຕ້ອງຖືວ່າເປັນມົນທິນ. |
|
| 5 |
|
| ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 6 |
|
| ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 7 |
|
| ຜູ້ໃດກໍຕາມທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 8 |
|
| ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນໍ້າລາຍຖືກຜູ້ທີ່ບໍ່ເປັນມົນທິນຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 9 |
|
| ອານໃສ່ຫລັງສັດຫລືບ່ອນນັ່ງໃດໆທີ່ຄົນມີສິ່ງໄຫລອອກນັ່ງ ຕ້ອງໃຫ້ຖືວ່າເປັນມົນທິນ. |
|
| 10 |
|
| ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ; ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 11 |
|
| ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 12 |
|
| ຜູ້ມີສິ່ງໄຫລອອກມາແຕະຕ້ອງໝໍ້ດິນທຸກໜ່ວຍນັ້ນຕ້ອງໃຫ້ທັບຖິ້ມໝົດ ແລະເຄື່ອງຄົວກິນທີ່ເຮັດດ້ວຍໄມ້ຕ້ອງໃຫ້ລ້າງດ້ວຍນໍ້າ. |
|
| 13 |
|
| ຫລັງຈາກຊາຍຄົນນັ້ນດີຈາກອາການມີສິ່ງທີ່ໄຫລອອກມາແລ້ວ ລາວຕ້ອງລໍຖ້າອີກເຈັດວັນຈຶ່ງຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຮ່າງກາຍຢູ່ໃຕ້ບໍ່ທີ່ມີນໍ້າໄຫລ ແລ້ວລາວກໍຈະໝົດມົນທິນຕາມກົດບັນຍັດ. |
|
| 14 |
|
| ໃນວັນທີແປດ ລາວຈະຕ້ອງເອົານົກເຂົາຫລືນົກກາງແກສອງໂຕ ໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະມອບນົກນັ້ນໃຫ້ປະໂຣຫິດ. |
|
| 15 |
|
| ຝ່າຍປະໂຣຫິດຈະຖວາຍນົກໂຕໜຶ່ງໃນສອງໂຕນັ້ນ ເພື່ອເປັນການລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວສຳລັບຊາຍຄົນນັ້ນ. ປະໂຣຫິດຈະເຮັດພິທີຊຳລະລາວໃຫ້ໝົດມົນທິນຕາມກົດບັນຍັດ ຍ້ອນມີສິ່ງໄຫຼອອກນັ້ນ. |
|
| 16 |
|
| ເມື່ອຊາຍຜູ້ໜຶ່ງມີນໍ້າກາມໄຫລອອກ ລາວຕ້ອງອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 17 |
|
| ສິ່ງໃດສິ່ງໜຶ່ງທີ່ເຮັດດ້ວຍຜ້າຫລືດ້ວຍໜັງທີ່ນໍ້າກາມເຮ່ຍໃສ່ນັ້ນ ຕ້ອງລ້າງດ້ວຍນໍ້າແລະຍັງເປັນມົນທິນຈົນຮອດຄໍ່າ. |
|
| 18 |
|
| ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍແລະຜູ້ຍິງຕ້ອງອາບນໍ້າ ແລະທັງສອງຍັງເປັນມົນທິນຈົນຮອດຄໍ່າ. |
|
| 19 |
|
| ເມື່ອຜູ້ຍິງເປັນປະຈຳເດືອນ ນາງຍັງເປັນມົນທິນຢູ່ເຈັດວັນ. ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງນາງ ກໍຈະເປັນມົນທິນຈົນຮອດຄໍ່າ. |
|
| 20 |
|
| ສິ່ງໃດກໍຕາມທີ່ນາງໃຊ້ນັ່ງຫລືໃຊ້ນອນໃນໄລຍະເປັນປະຈຳເດືອນນັ້ນ ແມ່ນເປັນມົນທິນ. |
|
| 21 |
|
| ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຕຽງນອນຂອງນາງຫລືສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. |
|
| 22 |
|
|
|
| 23 |
|
|
|
| 24 |
|
| ຖ້າຊາຍຄົນໃດສົມສູ່ກັບນາງໃນໄລຍະທີ່ເປັນປະຈຳເດືອນ ຊາຍຄົນນັ້ນກໍຕິດແປດກັບຄວາມບໍ່ສະອາດຂອງນາງ ແລະເປັນມົນທິນຢູ່ເຈັດວັນ ແລະຕຽງທີ່ລາວໃຊ້ນອນກໍເປັນມົນທິນດ້ວຍ. |
|
| 25 |
|
| ຖ້າຍິງຄົນໜຶ່ງມີເລືອດໄຫລອອກຫລາຍວັນ ນອກຈາກໄລຍະທີ່ນາງເປັນປະຈຳເດືອນ ຫລືຖ້າເລືອດນັ້ນຍັງໄຫລ ກາຍໄລຍະເປັນປະຈຳເດືອນຕາມປົກກະຕິ; ຍິງຄົນນັ້ນກໍເປັນມົນທິນຕາບໃດທີ່ເລືອດຍັງໄຫລອອກມາ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ. |
|
| 26 |
|
| ຕຽງທຸກໜ່ວຍທີ່ນາງໃຊ້ນອນ ແລະທຸກສິ່ງທີ່ນາງໃຊ້ນັ່ງໃນໄລຍະນັ້ນ ແມ່ນເປັນມົນທິນໝົດ. |
|
| 27 |
|
| ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງສິ່ງເຫຼົ່ານັ້ນ ກໍເປັນມົນທິນ. ລາວຕ້ອງຊັກເຄື່ອງນຸ່ງຂອງຕົນພ້ອມທັງອາບນໍ້າຊຳລະຮ່າງກາຍດ້ວຍ ແລະລາວກໍຍັງເປັນມົນທິນຈົນຮອດຄໍ່າ. |
|
| 28 |
|
| ຫລັງຈາກເລືອດເຊົາໄຫລແລ້ວ ນາງຕ້ອງລໍຖ້າອີກເຈັດວັນ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ. |
|
| 29 |
|
| ໃນວັນທີແປດ ນາງຈະຕ້ອງນຳນົກເຂົາຫລືນົກກາງແກສອງໂຕມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. |
|
| 30 |
|
| ປະໂຣຫິດຈະຖວາຍນົກໂຕໜຶ່ງເພື່ອລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟ. ປະໂຣຫິດຈະເຮັດພິທີຊຳລະນາງໃຫ້ໝົດມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ. |
|
| 31 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ເຕືອນປະຊາຊົນອິດສະຣາເອນ ກ່ຽວກັບການເປັນມົນທິນຂອງພວກເຂົາ; ເພື່ອພວກເຂົາຈະບໍ່ໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະອົງ ທີ່ຕັ້ງຢູ່ກາງຄ້າຍດ່າງພອຍ. ຖ້າພວກເຂົາເຮັດໃຫ້ຫໍເຕັນດ່າງພອຍ ພວກເຂົາຈະຕ້ອງຖືກຂ້າ. |
|
| 32 |
|
| ອັນນີ້ແມ່ນລະບຽບການກ່ຽວກັບຜູ້ຊາຍທີ່ມີນໍ້າໜອງໄຫຼອອກຈາກຮ່າງກາຍ ຫລືມີນໍ້າກາມໄຫລອອກ, ກ່ຽວກັບຜູ້ຍິງເມື່ອເປັນປະຈຳເດືອນ ຫລືຜູ້ຊາຍທີ່ສົມສູ່ກັບຜູ້ຍິງທີ່ເປັນມົນທິນຕາມກົດບັນຍັດ. |
|
| 33 |
|
|
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | | 33 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/leviticus/015.mp3
27
15