|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 2 |
|
| ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ. |
|
| 3 |
|
| ເຈົ້າແຕ່ລະຄົນຕ້ອງນັບຖືພໍ່ແມ່ຂອງຕົນ ແລະຢຶດຖືວັນຊະບາໂຕຕາມທີ່ເຮົາໄດ້ສັ່ງໄວ້. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 4 |
|
| ຢ່າປະຖິ້ມເຮົາແລະຂາບໄຫວ້ຮູບເຄົາຣົບ; ຢ່າເອົາໂລຫະມາເຮັດຮູບພະ ແລະຂາບໄຫວ້ຮູບນັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 5 |
|
| ເມື່ອພວກເຈົ້າຂ້າສັດຖວາຍບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຈົ່ງປະຕິບັດຕາມລະບຽບການທີ່ເຮົາໄດ້ມອບໃຫ້; ແລ້ວເຮົາກໍຈະຮັບການຖວາຍນັ້ນ. |
|
| 6 |
|
| ຊີ້ນສັດນັ້ນໃຫ້ກິນໝົດໃນມື້ທີ່ຂ້າສັດ ຫລືໃນມື້ຕໍ່ມາ. ຊີ້ນທີ່ເຫຼືອໃນມື້ທີສາມໃຫ້ເຜົາໄຟຖິ້ມ |
|
| 7 |
|
| ເພາະແມ່ນຊີ້ນທີ່ເປັນມົນທິນຕາມກົດບັນຍັດ ແລະຖ້າຜູ້ໃດຜູ້ໜຶ່ງກິນຊີ້ນນັ້ນ ເຮົາຈະບໍ່ຮັບເຄື່ອງຖວາຍຂອງຜູ້ນັ້ນ. |
|
| 8 |
|
| ຜູ້ໃດຜູ້ໜຶ່ງທີ່ກິນຊີ້ນນັ້ນ ຈະມີຄວາມຜິດເພາະເຂົາໄດ້ເຮັດໃຫ້ສິ່ງຖວາຍແກ່ພຣະເຈົ້າຢາເວເປັນມົນທິນ ແລະເຮົາຈະບໍ່ຖືຄົນນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ. |
|
| 9 |
|
| ເມື່ອພວກເຈົ້າເກັບກ່ຽວເຂົ້າໃນໄຮ່ນາ ຢ່າກ່ຽວຕາມແຄມນາ ແລະຢ່າຄືນມາກ່ຽວເຂົ້າທີ່ເຫຼືອຢູ່. |
|
| 10 |
|
| ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 11 |
|
| ຢ່າລັກ, ຢ່າຕົວະ, ຢ່າຫລອກລວງກັນແລະກັນ. |
|
| 12 |
|
| ຢ່າສາບານອອກນາມຊື່ຂອງເຮົາເພື່ອຕົວະ ຊຶ່ງເປັນການນຳຄວາມເສື່ອມເສຍມາສູ່ນາມຊື່ຂອງພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ. |
|
| 13 |
|
| ຢ່າເອົາລັດເອົາປຽບຜູ້ໜຶ່ງຜູ້ໃດ ຫລືປຸ້ນຈີ້ເຂົາ. ຢ່າກັກຄ່າແຮງງານຂອງລູກຈ້າງໄວ້ ແມ່ນແຕ່ຄືນດຽວກໍຕາມ. |
|
| 14 |
|
| ຢ່າປ້ອຍດ່າຄົນຫູໜວກ ຫລືເອົາຂອງຂວາງທາງຄົນຕາບອດເພື່ອໃຫ້ລາວຕຳສະດຸດ. ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ; ເຮົາແມ່ນພຣະເຈົ້າຢາເວ. |
|
| 15 |
|
| ຈົ່ງສັດຊື່ແລະທ່ຽງທຳ ເມື່ອພວກເຈົ້າຕັດສິນຄະດີທາງກົດໝາຍ; ຢ່າສະແດງຄວາມເຫັນອົກເຫັນໃຈຄົນຍາກຈົນ ແລະຢ່າສະແດງຄວາມຢ້ານກົວຕໍ່ຄົນຮັ່ງມີ. |
|
| 16 |
|
| ຢ່າທຽວໄປທຽວມາໃສ່ຮ້າຍປ້າຍສີຄົນອື່ນ ຢ່າປອງຮ້າຍຕໍ່ຊີວິດເພື່ອນບ້ານ. ເຮົາແມ່ນພຣະເຈົ້າຢາເວ. |
|
| 17 |
|
| ຢ່າຮັກສາຄວາມກຽດຊັງພີ່ນ້ອງໄວ້ໃນໃຈ ແຕ່ຈົ່ງສະສາງຄວາມຂັດແຍ້ງກັນກັບຜູ້ນັ້ນ ເພື່ອວ່າເຈົ້າຈະບໍ່ເຂົ້າສ່ວນໃນໂທດຂອງລາວ. |
|
| 18 |
|
| ຢ່າແກ້ແຄ້ນຫລືຜູກພະຍາບາດກັບຜູ້ໃດຜູ້ໜຶ່ງ ແຕ່ຈົ່ງຮັກເພື່ອນມະນຸດເໝືອນຮັກຕົນເອງ. ເຮົາແມ່ນພຣະເຈົ້າຢາເວ. |
|
| 19 |
|
| ຈົ່ງຍອມຟັງຂໍ້ຄຳສັ່ງຂອງເຮົາ. ຢ່າປະສົມພັນສັດປະເພດຕ່າງກັນ. ຢ່າຫວ່ານແນວປູກສອງຊະນິດໃສ່ນາໄຮ່ດຽວກັນ. ຢ່ານຸ່ງເຄື່ອງເຮັດດ້ວຍຜ້າສອງຊະນິດປົນກັນ. |
|
| 20 |
|
| ຖ້າຊາຍຜູ້ໃດຜູ້ໜຶ່ງນອນນຳທາດຍິງຄົນໜຶ່ງ ທີ່ປະຕິຍານໄວ້ຈະແຕ່ງງານກັບຊາຍອື່ນ ແຕ່ທາດຍິງນັ້ນບໍ່ທັນຖືກຮັບການໄຖ່ ເຂົາທັງສອງຕ້ອງຖືກໂທດ ແຕ່ບໍ່ແມ່ນໂທດເຖິງປະຫານຊີວິດ ເຫດວ່າຍິງນັ້ນບໍ່ທັນໄດ້ຖືກໄຖ່ໃຫ້ເປັນອິດສະຫລະ ຍັງເປັນທາດຢູ່. |
|
| 21 |
|
| ສ່ວນຝ່າຍຊາຍຈະຕ້ອງນຳແກະເຖິກໂຕໜຶ່ງ ມາທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ ເພື່ອຊົດໃຊ້ແທນຄືນ |
|
| 22 |
|
| ແລະໂດຍແກະນັ້ນ ປະໂຣຫິດຈະເຮັດພິທີຊຳລະຕໍ່ໜ້າພຣະເຈົ້າຢາເວ ເພື່ອລຶບລ້າງບາບໂທດຂອງຜູ້ນັ້ນ ແລະບາບທີ່ຜູ້ນັ້ນໄດ້ເຮັດກໍຈະໄດ້ຮັບການຍົກໂທດໃຫ້. |
|
| 23 |
|
| ເມື່ອພວກເຈົ້າເຂົ້າໄປຢູ່ໃນດິນແດນການາອານ ແລະປູກຕົ້ນໄມ້ຊະນິດກິນໝາກ ຈົ່ງລະນຶກວ່າໃນເວລາສາມປີທຳອິດໝາກໄມ້ໃນຕົ້ນນັ້ນເປັນມົນທິນ. ໃນໄລຍະເວລານັ້ນ ພວກເຈົ້າຢ່າສູ່ກິນ. |
|
| 24 |
|
| ໃນປີທີສີ່ ໝາກໄມ້ທຸກໜ່ວຍຈະຕ້ອງຖືກນຳມາຖວາຍແກ່ເຮົາຕາມພິທີ ເພື່ອສະແດງເຖິງການຮູ້ພຣະຄຸນຕໍ່ພຣະເຈົ້າຢາເວ |
|
| 25 |
|
| ແຕ່ໃນປີທີຫ້າ ພວກເຈົ້າກິນໝາກໄມ້ນັ້ນໄດ້. ຖ້າພວກເຈົ້າປະຕິບັດຕາມສິ່ງທັງໝົດນີ້ ຕົ້ນໄມ້ຂອງພວກເຈົ້າກໍຈະເກີດໝາກຢ່າງຫລວງຫລາຍ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 26 |
|
| ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ. ຢ່າຝຶກເວດມົນຄາຖາຊະນິດໃດໆທັງສິ້ນ. |
|
| 27 |
|
| ຢ່າກຽນຜົມກາຍຫູຂຶ້ນໄປ ຫລືກຽນຮິມໜວດຂອງພວກເຈົ້າ |
|
| 28 |
|
| ຫລືປາດເນື້ອເຖືອໜັງຂອງພວກເຈົ້າເອງ ເພື່ອໄວ້ທຸກໃຫ້ແກ່ຄົນຕາຍ. ເຮົາແມ່ນພຣະເຈົ້າຢາເວ. |
|
| 29 |
|
| ຢ່າເຮັດໃຫ້ລູກສາວຂອງພວກເຈົ້າອັບອາຍຂາຍໜ້າ ໂດຍຊຸກຍູ້ໃຫ້ເຂົາເປັນໂສເພນີຢູ່ຕາມວັດ. ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍຫັນໄປຫາພະອື່ນສາແລ້ວ ແລະດິນແດນຂອງພວກເຈົ້າກໍຈະເຕັມໄປດ້ວຍການຜິດສິນທຳ. |
|
| 30 |
|
| ຈົ່ງຢຶດຖືວັນຊະບາໂຕ ແລະຈົ່ງເຄົາຣົບນັບຖືບ່ອນທີ່ຄົນນະມັດສະການເຮົາ. ເຮົາແມ່ນພຣະເຈົ້າຢາເວ. |
|
| 31 |
|
| ຢ່າໄປຂໍຄຳແນະນຳຈາກໝໍຜີ ທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍເປັນມົນທິນຕາມກົດບັນຍັດ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 32 |
|
| ຈົ່ງສະແດງຄວາມເຄົາຣົບນັບຖືແກ່ຄົນເຖົ້າແກ່ຊະຣາ ແລະໃຫ້ກຽດແກ່ເພິ່ນ. ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ. |
|
| 33 |
|
| ຢ່າຂົ່ມເຫັງຄົນຕ່າງດ້າວ ທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ. |
|
| 34 |
|
| ຈົ່ງເຮັດກັບພວກເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນຄົນອື່ນໆ ແລະຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ. ຈົ່ງຈຳໄວ້ວ່າ ພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນດິນແດນຂອງຊາວເອຢິບມາຄັ້ງໜຶ່ງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
|
| 35 |
|
| ຢ່າສໍ້ໂກງຜູ້ໃດຜູ້ໜຶ່ງໂດຍໃຊ້ເຄື່ອງວັດແທກປອມ ເຊັ່ນ: ແທກຄວາມຍາວ, ຊັ່ງນໍ້າໜັກ ຫລືນັບຈຳນວນ. |
|
| 36 |
|
| ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງ ແລະເຄື່ອງວັດແທກອັນຖືກຕ້ອງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. |
|
| 37 |
|
| ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະຄຳສັ່ງທຸກຂໍ້ຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.” |
|
|
|
|