|
| 1 |
|
| ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ |
|
| 2 |
|
| ແລະໃຫ້ລາວນຳສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກຳໜຶ່ງ ພ້ອມນໍ້າມັນແລະເຄື່ອງຫອມ ມາເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
|
| 3 |
|
| ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ. |
|
| 4 |
|
| ຖ້າເຄື່ອງຖວາຍນັ້ນເປັນເຂົ້າຈີ່ທີ່ອົບໃສ່ເຕົາແລ້ວ ຕ້ອງໃຫ້ເປັນເຂົ້າຈີ່ບໍ່ມີເຊື້ອແປ້ງ; ມັນອາດເຮັດເປັນກ້ອນປົນນໍ້າມັນໝາກກອກເທດ ຫລືເປັນເຂົ້າໜົມແຜ່ນບາງໆທາກັບນໍ້າມັນໝາກກອກເທດກໍໄດ້. |
|
| 5 |
|
| ຖ້າເຄື່ອງຖວາຍເປັນເຂົ້າຈີ່ປີ້ງທີ່ເທິງເຫຼັກປີ້ງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແຕ່ບໍ່ໃຫ້ມີເຊື້ອແປ້ງ. |
|
| 6 |
|
| ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ. |
|
| 7 |
|
| ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂາງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແລ້ວຈຶ່ງຈືນ. |
|
| 8 |
|
| ຈົ່ງນຳເຂົ້າໜົມຈືນນັ້ນມາຖວາຍແກ່ພຣະເຈົ້າຢາເວ ໂດຍມອບໃຫ້ປະໂຣຫິດຜູ້ຈະນຳໄປວາງເທິງແທ່ນບູຊາ. |
|
| 9 |
|
| ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
|
| 10 |
|
| ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ. |
|
| 11 |
|
| ພືດຜົນເປັນເມັດໃດໆຊຶ່ງນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າຖວາຍອາຫານໃດໆທີ່ມີເຊື້ອແປ້ງ ຫລືນໍ້າເຜິ້ງແກ່ພຣະເຈົ້າຢາເວເປັນເດັດຂາດ. |
|
| 12 |
|
| ພືດຜົນເປັນເມັດຫົວປີທີ່ພວກເຈົ້າເກັບກ່ຽວໄດ້ແຕ່ລະປີນັ້ນ ຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວ ແລະເຄື່ອງຖວາຍເຊັ່ນນີ້ຢ່າໄດ້ເຜົາເທິງແທ່ນບູຊາດ້ວຍໄຟ. |
|
| 13 |
|
| ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກໆຊະນິດທີ່ນຳມາຖວາຍນັ້ນ ເພາະວ່າເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ). |
|
| 14 |
|
| ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ. |
|
| 15 |
|
| ຈົ່ງຖອກນໍ້າມັນໝາກກອກເທດໃສ່ ແລະເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ. |
|
| 16 |
|
| ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນໍ້າມັນ ແລະເຄື່ອງຫອມທັງໝົດ ຖວາຍແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ. |
|
|
|
|