|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 2 |
|
| ໃຫ້ບອກອາໂຣນກັບພວກລູກຊາຍຂອງລາວວ່າ, “ພວກເຈົ້າບໍ່ຕ້ອງນຳຄວາມອັບອາຍຂາຍໜ້າມາສູ່ນາມຊື່ອັນບໍຣິສຸດຂອງເຮົາ; ສະນັ້ນ ຈົ່ງພາກັນແຍກອອກຈາກເຄື່ອງຖວາຍອັນສັກສິດ ທີ່ປະຊາຊົນອິດສະຣາເອນໄດ້ນຳມາຖວາຍແກ່ເຮົານີ້ດ້ວຍຄວາມຢຳເກງ. ເຮົາແມ່ນພຣະເຈົ້າຢາເວ. |
|
| 3 |
|
| ຖ້າເຊື້ອສາຍຂອງພວກເຈົ້າຜູ້ໃດເປັນມົນທິນຕາມກົດບັນຍັດ ເຂົ້າມາໃກ້ເຄື່ອງຖວາຍອັນສັກສິດ ທີ່ປະຊາຊົນອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ຜູ້ນັ້ນຈະບໍ່ໄດ້ເຂົ້າມາຮັບໃຊ້ເຮົາທີ່ແທ່ນບູຊາຈັກເທື່ອ. ຂໍ້ຄຳສັ່ງທັງໝົດນີ້ໃຫ້ປະຕິບັດສືບຕໍ່ກັນໄປ. ເຮົາແມ່ນພຣະເຈົ້າຢາເວ. |
|
| 4 |
|
| ບໍ່ໃຫ້ເຊື້ອສາຍຂອງອາໂຣນຄົນໃດຄົນໜຶ່ງ ທີ່ເປັນພະຍາດຂີ້ທູດ ຫລືຜູ້ທີ່ມີສິ່ງໄຫລອອກຈາກຮ່າງກາຍກິນເຄື່ອງຖວາຍອັນສັກສິດ ຈົນກວ່າລາວຈະບໍ່ເປັນມົນທິນຕາມກົດບັນຍັດ. ປະໂຣຫິດທຸກຄົນກໍເປັນມົນທິນ ຖ້າແຕະຕ້ອງສິ່ງທີ່ເປັນມົນທິນເຊັ່ນ: ແຕະຕ້ອງຊາກສົບ, ມີນໍ້າກາມທີ່ໄຫລອອກ, |
|
| 5 |
|
| ແຕະຕ້ອງສັດຫລືຄົນທີ່ເປັນມົນທິນ. |
|
| 6 |
|
| ປະໂຣຫິດທຸກຄົນທີ່ເປັນມົນທິນກໍຍັງເປັນມົນທິນຈົນຮອດຄໍ່າ ແລະເຂົາຍັງກິນຂອງຖວາຍອັນສັກສິດບໍ່ໄດ້ ຈົນກ່ວາໄດ້ອາບນໍ້າຊຳລະຮ່າງກາຍແລ້ວ. |
|
| 7 |
|
| ຫລັງຈາກຕາເວັນຕົກດິນແລ້ວ ລາວກໍບໍ່ເປັນມົນທິນ ແລະລາວອາດກິນຂອງຖວາຍອັນສັກສິດ ຊຶ່ງເປັນອາຫານຂອງລາວໄດ້. |
|
| 8 |
|
| ລາວຈະຕ້ອງບໍ່ກິນຊີ້ນສັດໃດໆທີ່ຕາຍເອງ ຫລືຖືກສັດປ່າກັດຕາຍ; ອາຫານນັ້ນຈະເຮັດໃຫ້ລາວເປັນມົນທິນ. ເຮົາແມ່ນພຣະເຈົ້າຢາເວ. |
|
| 9 |
|
| ປະໂຣຫິດທຸກຄົນຈະຕ້ອງປະຕິບັດຕາມລະບຽບການຕ່າງໆ ທີ່ເຮົາໄດ້ມອບໃຫ້ນີ້. ຖ້າບໍ່ດັ່ງນັ້ນ ພວກເຂົາຈະເຮັດຜິດແລະຕາຍ ເພາະໄດ້ຝ່າຝືນລະບຽບການອັນສັກສິດ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາໄດ້ເຮັດໃຫ້ພວກເຂົາບໍຣິສຸດ. |
|
| 10 |
|
| ຄົນທີ່ສືບເຊື້ອສາຍມາຈາກຄອບຄົວຂອງປະໂຣຫິດເທົ່ານັ້ນ ທີ່ຈະກິນຂອງຖວາຍອັນສັກສິດໄດ້; ນອກນັ້ນບໍ່ມີຜູ້ໃດສາມາດຈະກິນໄດ້ ແມ່ນແຕ່ຄົນທີ່ອາໄສຢູ່ນຳປະໂຣຫິດ ຫລືຄົນທີ່ປະໂຣຫິດຈ້າງມາຊ່ວຍວຽກກໍກິນບໍ່ໄດ້. |
|
| 11 |
|
| ແຕ່ພວກຄົນຮັບໃຊ້ທີ່ປະໂຣຫິດຊື້ມາດ້ວຍເງິນຂອງຕົນເອງ ຫລືທີ່ເກີດໃນຄອບຄົວ ອາດກິນອາຫານທີ່ປະໂຣຫິດໄດ້ນຳມານັ້ນ. |
|
| 12 |
|
| ລູກສາວຂອງປະໂຣຫິດທີ່ແຕ່ງງານກັບຄົນທີ່ບໍ່ເປັນປະໂຣຫິດ ບໍ່ອາດກິນເຄື່ອງຖວາຍອັນສັກສິດໄດ້. |
|
| 13 |
|
| ແຕ່ລູກສາວຂອງປະໂຣຫິດທີ່ເປັນແມ່ໝ້າຍ ຫລືແມ່ຮ້າງທີ່ຍັງບໍ່ມີລູກ ແລະຜູ້ທີ່ກັບຄືນມາຢູ່ໃນຄອບຄົວພໍ່ທີ່ຢູ່ໃຕ້ຄວາມດູແລຂອງເພິ່ນ ອາດກິນອາຫານທີ່ພໍ່ຂອງຕົນໄດ້ຮັບໃນຖານະເປັນປະໂຣຫິດໄດ້. ຄົນໃນຄອບຄົວຂອງປະໂຣຫິດເທົ່ານັ້ນ ທີ່ກິນເຄື່ອງຖວາຍອັນສັກສິດໄດ້. |
|
| 14 |
|
| ຖ້າບຸກຄົນໃດທີ່ບໍ່ແມ່ນຄົນໃນຄອບຄົວຂອງປະໂຣຫິດ ກິນເຄື່ອງຖວາຍອັນສັກສິດໂດຍບໍ່ໄດ້ຕັ້ງໃຈ ລາວຕ້ອງຈ່າຍເງິນຄືນໃຫ້ປະໂຣຫິດ ເຕັມລາຄາພ້ອມກັບເພີ່ມອີກຊາວເປີເຊັນ. |
|
| 15 |
|
| ຝ່າຍປະໂຣຫິດຈະຕ້ອງບໍ່ໝິ່ນປະໝາດຄວາມສັກສິດຂອງເຄື່ອງຖວາຍຕໍ່ພຣະເຈົ້າຢາເວ |
|
| 16 |
|
| ໂດຍປະໃຫ້ຄົນທີ່ບໍ່ໄດ້ຮັບອະນຸຍາດກິນເຄື່ອງຖວາຍອັນສັກສິດ; ເພາະອັນນີ້ເປັນການນຳຄວາມຜິດກັບການລົງໂທດມາໃຫ້ຜູ້ນັ້ນ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາເປັນຜູ້ເຮັດໃຫ້ເຄື່ອງຖວາຍສັກສິດ.” |
|
| 17 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 18 |
|
| ໃຫ້ມອບລະບຽບການທັງໝົດນີ້ ແກ່ອາໂຣນແລະພວກລູກຊາຍຂອງລາວກັບປະຊາຊົນອິດສະຣາເອນ ດັ່ງຕໍ່ໄປນີ້: “ເມື່ອຄົນອິດສະຣາເອນຫລືຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນອິດສະຣາເອນ ນຳເຄື່ອງມາເພື່ອເຜົາຖວາຍບໍ່ວ່າເພື່ອແກ້ບະບົນ ຫລືດ້ວຍໃຈສັດທາແກ່ພຣະເຈົ້າຢາເວ ສັດທີ່ຈະຖວາຍນັ້ນຕ້ອງເປັນໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ. |
|
| 19 |
|
| ເຄື່ອງຖວາຍຈະເປັນທີ່ຍອມຮັບໄດ້ນັ້ນ ກໍຕໍ່ເມື່ອຖວາຍສັດໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ. |
|
| 20 |
|
| ຢ່າເອົາສັດມີຕຳໜິມາຖວາຍ ເພາະວ່າຈະບໍ່ເປັນທີ່ຖືກຍອມຮັບໄດ້. |
|
| 21 |
|
| ເມື່ອຜູ້ໃດຜູ້ໜຶ່ງນຳເຄື່ອງມາຖວາຍ ເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ບໍ່ວ່າຈະເປັນເຄື່ອງຖວາຍເພື່ອແກ້ບະບົນ ຫລືດ້ວຍໃຈສັດທາກໍດີ ສັດທີ່ຈະຖວາຍນັ້ນຕ້ອງເປັນໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ ຈຶ່ງຈະເປັນທີ່ຍອມຮັບເອົາໄດ້. |
|
| 22 |
|
| ຢ່າຖວາຍສັດດັ່ງຕໍ່ໄປນີ້ໃຫ້ພຣະເຈົ້າຢາເວ ຄື: ສັດຕາບອດ ຫລືຂາພິການ ຫລືມີແປ້ວ ຫລືມີສິ່ງໄຫລອອກ ຫລືເປັນຂີ້ກາກຂີ້ຫິດ. ຢ່າຖວາຍສັດເຫຼົ່ານີ້ເທິງແທ່ນບູຊາເປັນເຄື່ອງບູຊາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ. |
|
| 23 |
|
| ສ່ວນການຖວາຍຕາມໃຈສັດທານັ້ນ ພວກເຈົ້າຖວາຍສັດທີ່ເປັນໝັນ ຫລືຕົນໂຕທີ່ບໍ່ສົມບູນໄດ້, ແຕ່ສຳລັບການຖວາຍເພື່ອແກ້ບະບົນນັ້ນຈະບໍ່ເປັນທີ່ຍອມຮັບໄດ້. |
|
| 24 |
|
| ຢ່າຖວາຍສັດໂຕໃດທີ່ໝາກໄຂ່ຫຳຖືກບີບແຕກ, ຖືກຕັດ, ຖືກຕອນ ຫລືຖືກລອກອອກແກ່ພຣະເຈົ້າຢາເວ ສິ່ງນີ້ບໍ່ເປັນທີ່ອະນຸຍາດໃຫ້ເຮັດໃນດິນແດນຂອງພວກເຈົ້າຢ່າງເດັດຂາດ, |
|
| 25 |
|
| ຢ່າເອົາສັດທີ່ໄດ້ຈາກຊາວຕ່າງດ້າວ ມາເຮັດພິທີຖວາຍອາຫານແກ່ພຣະເຈົ້າຂອງເຈົ້າ. ສັດເຫຼົ່ານັ້ນຈະຖືວ່າ ເປັນສັດທີ່ບໍ່ປົກກະຕິແລະຈະເປັນທີ່ຍອມຮັບເອົາບໍ່ໄດ້.” |
|
| 26 |
|
| ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ເມື່ອລູກງົວ ຫລືລູກແກະ ຫລືລູກແບ້ເກີດມາ ຈົ່ງປະໄວ້ຢູ່ກັບແມ່ຂອງມັນເຈັດວັນ; ຕັ້ງແຕ່ວັນທີແປດເປັນຕົ້ນໄປການຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ຈຶ່ງຈະເປັນທີ່ຍອມຮັບ. |
|
| 27 |
|
|
|
| 28 |
|
| ຢ່າເອົາງົວກັບລູກ ຫລືແກະກັບລູກ ຫລືແບ້ກັບລູກຂອງມັນ ຖວາຍບູຊາໃນວັນດຽວກັນ. |
|
| 29 |
|
| ເມື່ອພວກເຈົ້າຖວາຍບູຊາໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວນັ້ນ ຈົ່ງເຮັດຕາມລະບຽບການນີ້ ເພື່ອການຖວາຍນັ້ນຈະເປັນທີ່ຍອມຮັບເອົາໄດ້; |
|
| 30 |
|
| ຈົ່ງກິນເຄື່ອງບູຊາໃນມື້ນັ້ນໂລດ ແລະຢ່າປະໄວ້ຈົນຮອດມື້ອື່ນເຊົ້າ. ເຮົາແມ່ນພຣະເຈົ້າຢາເວ. |
|
| 31 |
|
| ຈົ່ງເຊື່ອຟັງແລະປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ຝ່າຍເຮົາແມ່ນພຣະເຈົ້າຢາເວ. |
|
| 32 |
|
| ຢ່ານຳຄວາມອັບອາຍຂາຍໜ້າມາສູ່ນາມຊື່ອັນບໍຣິສຸດຂອງເຮົາ; ເຮົາຕ້ອງເປັນທີ່ບໍຣິສຸດໃນທ່າມກາງປະຊາຊົນອິດສະຣາເອນ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາເປັນຜູ້ເຮັດໃຫ້ພວກເຈົ້າບໍຣິສຸດ; |
|
| 33 |
|
| ແລະເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ກໍເພື່ອເປັນພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | | 33 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/leviticus/022.mp3
27
22