|
| 1 |
|
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 2 |
|
| “ໃຫ້ສັ່ງປະຊາຊົນນຳນໍ້າມັນໝາກກອກເທດສົດ ທີ່ມີຄຸນນະພາບດີສຳລັບໄຕ້ຕະກຽງມາຖວາຍໃນຫໍເຕັນ ເພື່ອວ່າຕະກຽງຈະຮຸ່ງແຈ້ງຢູ່ສະເໝີ. |
|
| 3 |
|
| ທຸກວັນເວລາຄໍ່າ ອາໂຣນຕ້ອງໄຕ້ຕະກຽງທີ່ຫໍເຕັນບ່ອນຊຸມນຸມ ແລະຮັກສາໃຫ້ມັນຮຸ່ງຢູ່ຈົນເຖິງແຈ້ງ ຕໍ່ໜ້າພຣະເຈົ້າຢາເວທີ່ຢູ່ນອກຜ້າກັ້ງຕໍ່ໜ້າຂອງຫີບພັນທະສັນຍາ. ໃຫ້ພາກັນຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ. |
|
| 4 |
|
| ອາໂຣນຈະຕ້ອງດູແລຮັກສາຕະກຽງເທິງຫລັກທີ່ເຮັດດ້ວຍຄຳສົດ ແລະກວດເບິ່ງໃຫ້ຮຸ່ງແຈ້ງຢູ່ຢ່າງສະໝໍ່າສະເໝີ ຢູ່ຊ້ອງໜ້າພຣະເຈົ້າຢາເວ. |
|
| 5 |
|
| ຈົ່ງເອົາແປ້ງສິບສອງກິໂລກຼາມມາ ແລະປັ້ນເຮັດເຂົ້າຈີ່ສິບສອງກ້ອນ. |
|
| 6 |
|
| ເມື່ອເຮັດແລ້ວ ຈົ່ງວາງເຂົ້າຈີ່ນັ້ນເປັນສອງແຖວຄື: ແຖວລະຫົກກ້ອນເທິງໂຕະທີ່ໂອບດ້ວຍຄຳສົດ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. |
|
| 7 |
|
| ເທິງແຕ່ລະແຖວນັ້ນ ໃຫ້ເອົາກຳຍານບໍຣິສຸດບາງສ່ວນໃສ່ ແລະກຳຍານນັ້ນກໍຈະເປັນເຄື່ອງໝາຍວ່າ ເຂົ້າຈີ່ນັ້ນໄດ້ອຸທິດຖວາຍເປັນອາຫານແກ່ພຣະເຈົ້າຢາເວແລ້ວ. |
|
| 8 |
|
| ທຸກວັນຊະບາໂຕ ຈົ່ງນຳເຂົ້າຈີ່ມາວາງຢູ່ຕໍ່ໜ້າພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ. ອັນນີ້ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ. |
|
| 9 |
|
| ສ່ວນເຂົ້າຈີ່ນັ້ນໃຫ້ເປັນຂອງອາໂຣນ ແລະເຊື້ອສາຍຂອງລາວ ແລະພວກເຂົາຈະຕ້ອງກິນເຂົ້າຈີ່ນັ້ນໃນບ່ອນສັກສິດ ເພາະແມ່ນອາຫານບໍຣິສຸດ ທີ່ໄດ້ຖວາຍແກ່ພຣະເຈົ້າຢາເວສຳລັບປະໂຣຫິດ.” |
|
| 10 |
|
| ມີຊາຍຄົນໜຶ່ງທີ່ພໍ່ເປັນຄົນເອຢິບ ແລະແມ່ເປັນຄົນອິດສະຣາເອນຊື່ວ່າ ເຊໂລມິດ ເປັນລູກສາວຂອງດີບະຣີ ທີ່ມາຈາກຕະກຸນດານ. ຊາຍຜູ້ນີ້ໄດ້ຜິດຖຽງກັນກັບຄົນອິດສະຣາເອນຜູ້ໜຶ່ງຢູ່ໃນຄ້າຍພັກ. ເວລາຜິດຖຽງກັນນັ້ນ ລາວໄດ້ສາບແຊ່ງພຣະນາມພຣະເຈົ້າ. ສະນັ້ນ ເຂົາຈຶ່ງນຳລາວມາຫາໂມເຊ; |
|
| 11 |
|
|
|
| 12 |
|
| ເພິ່ນໃຫ້ເຂົາກັກໂຕລາວໄວ້ ແລະລໍເບິ່ງວ່າ ພຣະເຈົ້າຢາເວຈະບອກໃຫ້ເຮັດຫຍັງໃນຂັ້ນຕໍ່ໄປ. |
|
| 13 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, |
|
| 14 |
|
| “ໃຫ້ນຳຊາຍຜູ້ນີ້ອອກໄປນອກຄ້າຍ. ທຸກໆຄົນທີ່ໄດ້ຍິນລາວສາບແຊ່ງ ຈະຕ້ອງວາງມືໃສ່ເທິງຫົວຂອງລາວ ເພື່ອຢັ້ງຢືນວ່າຊາຍຄົນນີ້ໄດ້ກະທຳຜິດ ແລະຕໍ່ໄປຊຸມຊົນອິດສະຣາເອນຈະຕ້ອງຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ. |
|
| 15 |
|
| ແລ້ວໃຫ້ບອກປະຊາຊົນອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພຣະເຈົ້າ ຕ້ອງໄດ້ຮັບຜົນກຳ ແລະຕ້ອງຮັບໂທດເຖິງຕາຍ. |
|
| 16 |
|
| ຄົນອິດສະຣາເອນຜູ້ໃດ ຫລືຄົນຕ່າງດ້າວຜູ້ໃດກໍຕາມ ອາໄສຢູ່ໃນດິນແດນອິດສະຣາເອນທີ່ສາບແຊ່ງພຣະນາມຂອງພຣະເຈົ້າຢາເວ ຈະຕ້ອງຖືກປະຊາຊົນຄວ່າງກ້ອນຫີນໃສ່ໃຫ້ຕາຍ. |
|
| 17 |
|
| ຜູ້ໃດຜູ້ໜຶ່ງທີ່ຂ້າຄົນ ຈະຕ້ອງຖືກລົງໂທດເຖິງຕາຍ |
|
| 18 |
|
| ແລະຜູ້ໃດຜູ້ໜຶ່ງທີ່ຂ້າສັດຂອງຄົນອື່ນ ຈະຕ້ອງໃຊ້ສັດນັ້ນຄືນໃຫ້ເຈົ້າຂອງ. ຫລັກການມີຢູ່ວ່າ ຊີວິດແທນຊີວິດ. |
|
| 19 |
|
| ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍຮ່າງກາຍຂອງຜູ້ອື່ນ ບໍ່ວ່າລາວຈະເຮັດໃຫ້ຄົນອື່ນນັ້ນຢ່າງໃດ ເຂົາກໍຈະເຮັດໃຫ້ລາວເໝືອນກັນຢ່າງນັ້ນ. |
|
| 20 |
|
| ຖ້າລາວເຮັດໃຫ້ກະດູກຊີກໜຶ່ງຂອງຄົນອື່ນຫັກ ກະດູກຊີກໜຶ່ງຂອງລາວກໍຈະຕ້ອງຫັກຄືກັນ; ຖ້າລາວເຮັດໃຫ້ຕາໜ່ວຍໜຶ່ງຂອງຄົນອື່ນບອດ ຕາໜ່ວຍໜຶ່ງຂອງລາວກໍຈະຕ້ອງບອດດ້ວຍ; ຖ້າລາວຕີແຂ້ວເຫຼັ້ມໜຶ່ງຂອງຄົນອື່ນຫັກ ແຂ້ວເຫຼັ້ມໜຶ່ງຂອງລາວກໍຈະຕ້ອງຫັກດ້ວຍ. ລາວທຳຮ້າຍຄົນອື່ນຢ່າງໃດ ຄົນອື່ນກໍຈະທຳຮ້າຍລາວຄືນຢ່າງນັ້ນ. |
|
| 21 |
|
| ຜູ້ໃດກໍຕາມທີ່ຂ້າສັດຂອງຄົນອື່ນ ຈະຕ້ອງຊົດໃຊ້ສັດນັ້ນແທນຄືນ, ແຕ່ຜູ້ໃດກໍຕາມທີ່ຂ້າຄົນ ຈະຕ້ອງຖືກລົງໂທດໃຫ້ເຖິງຕາຍ. |
|
| 22 |
|
| ກົດບັນຍັດນີ້ໃຫ້ໃຊ້ສຳລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” |
|
| 23 |
|
| ເມື່ອໂມເຊໄດ້ກ່າວເຊັ່ນນີ້ຕໍ່ປະຊາຊົນອິດສະຣາເອນແລ້ວ ພວກເຂົາໄດ້ນຳຊາຍຄົນນັ້ນອອກໄປນອກຄ້າຍພັກ ແລະຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ. ໃນທຳນອງນີ້ທີ່ປະຊາຊົນອິດສະຣາເອນໄດ້ປະຕິບັດ ຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງແກ່ໂມເຊ. |
|
|
|
|