|
| 1 |
|
| ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນເພື່ອຄວາມສາມັກຄີທຳ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລືງົວແມ່ ໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ. |
|
| 2 |
|
| ຊາຍຄົນນັ້ນຈະຕ້ອງວາງມືໃສ່ເທິງຫົວສັດ ແລະຂ້າປາດຄໍສັດທີ່ທາງເຂົ້າປະຕູຂອງຫໍເຕັນບ່ອນຊຸມນຸມ. ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະຖອກເລືອດງົວໃສ່ຂ້າງແທ່ນບູຊາທັງສີ່ຂ້າງ. |
|
| 3 |
|
| ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ |
|
| 4 |
|
| ໝາກໄຂ່ຫລັງສອງໜ່ວຍກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. |
|
| 5 |
|
| ພວກປະໂຣຫິດຈະຕ້ອງເຜົາສ່ວນເຫຼົ່ານີ້ທັງໝົດ ເທິງແທ່ນບູຊາແລະເຄື່ອງຖວາຍອື່ນໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
|
| 6 |
|
| ຖ້າເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວນັ້ນ ເປັນແກະຫລືແບ້ ຈະເປັນໂຕເຖິກຫລືໂຕແມ່ກໍດີ ຕ້ອງໃຫ້ເປັນສັດໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ. |
|
| 7 |
|
| ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. |
|
| 8 |
|
| ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະຂ້າປາດຄໍສັດນັ້ນທີ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ |
|
| 9 |
|
| ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ |
|
| 10 |
|
| ແລະໄຂມັນທັງໝົດທີ່ຫຸ້ມຫໍ່ເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. |
|
| 11 |
|
| ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. |
|
| 12 |
|
| ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. |
|
| 13 |
|
| ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ພວກປະໂຣຫິດຈະຕ້ອງຖອກເລືອດແບ້ນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ |
|
| 14 |
|
| ຈາກເຄື່ອງຖວາຍບູຊານັ້ນ ຈົ່ງເອົາສ່ວນໜຶ່ງມາຖວາຍບູຊາດ້ວຍໄຟ ເພື່ອເປັນການຖວາຍອາຫານແກ່ພຣະເຈົ້າຢາເວຄື: ໄຂມັນທັງໝົດທີ່ຫຸ້ມຫໍ່ຢູ່ໃນເຄື່ອງໃນ, |
|
| 15 |
|
| ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນທີ່ຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. |
|
| 16 |
|
| ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ. |
|
| 17 |
|
| ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ. |
|
|
|
|