|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 2 |
|
| ໃຫ້ບອກຊາວອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ໄດ້ເຮັດບາບ ແລະຝ່າຝືນກົດບັນຍັດຂອງພຣະເຈົ້າຢາເວໂດຍບໍ່ຕັ້ງໃຈ ຕ້ອງໃຫ້ຜູ້ນັ້ນປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: |
|
| 3 |
|
| ຖ້າປະໂຣຫິດຜູ້ໄດ້ຮັບການເຈີມເຮັດບາບ ແລະໄດ້ນຳຄວາມຜິດມາສູ່ປະຊາຊົນ; ເພື່ອລຶບລ້າງບາບຂອງຕົນ ເພິ່ນຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາຖວາຍແກ່ພຣະເຈົ້າຢາເວ. |
|
| 4 |
|
| ເພິ່ນຈະຕ້ອງນຳງົວເຖິກໂຕນັ້ນໄປທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ໃນທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວ. |
|
| 5 |
|
| ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມກໍຈະເອົາເລືອດບາງສ່ວນຂອງງົວເຖິກໂຕນັ້ນ ຖືເຂົ້າໄປໃນຫໍເຕັນບ່ອນຊຸມນຸມ. |
|
| 6 |
|
| ເມື່ອຈຸ່ມນິ້ວມືລົງໃນເລືອດແລ້ວ ເພິ່ນກໍຈະຊິດໃສ່ທາງໜ້າຜ້າກັ້ງສັກສິດເຈັດເທື່ອຕໍ່ໜ້າພຣະເຈົ້າຢາເວ. |
|
| 7 |
|
| ແລ້ວເພິ່ນກໍຈະເອົາເລືອດບາງສ່ວນ ທາໃສ່ເຂົາຂອງແຈແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ. ສ່ວນເລືອດທີ່ເຫຼືອນັ້ນ ເພິ່ນຈະຖອກໃສ່ຕີນແທ່ນທີ່ໃຊ້ເຜົາຖວາຍບູຊາ ແທ່ນນີ້ຢູ່ໃກ້ປະຕູເຂົ້າຫໍເຕັນບ່ອນຊຸມນຸມ. |
|
| 8 |
|
| ແລ້ວເພິ່ນກໍຈະເອົາໄຂມັນຂອງງົວທັງໝົດ, ໄຂມັນຂອງເຄື່ອງໃນ, |
|
| 9 |
|
| ຂອງໝາກໄຂ່ຫລັງທັງສອງກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບຈະເອົາອອກພ້ອມກັບໝາກໄຂ່ຫຼັງ. |
|
| 10 |
|
| ປະໂຣຫິດຈະຕ້ອງເອົາໄຂມັນເຫຼົ່ານັ້ນ ເຜົາເທິງແທ່ນເປັນເຄື່ອງບູຊາດ້ວຍໄຟ ໂດຍໃຫ້ເຮັດຢ່າງດຽວກັນກັບໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ. |
|
| 11 |
|
| ສ່ວນໜັງ, ຊີ້ນ, ຫົວ, ຂາ ແລະເຄື່ອງໃນໄສ້ພຸງນັ້ນ |
|
| 12 |
|
| ໃຫ້ຫາມອອກໄປນອກຄ້າຍ ບ່ອນທີ່ທຳຄວາມສະອາດຄືບ່ອນຖິ້ມຂີ້ເຖົ່າ ແລ້ວໃຊ້ຟືນເຜົາສິ່ງເຫຼົ່ານັ້ນເສຍ. |
|
| 13 |
|
| ຖ້າຊຸມຊົນອິດສະຣາເອນທັງໝົດເຮັດບາບ ແລະມີຄວາມຜິດໂດຍຝ່າຝືນລະບຽບການຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ |
|
| 14 |
|
| ແລະຕໍ່ມາ ເມື່ອບາບນັ້ນໄດ້ເປັນທີ່ຮູ້ຈັກກັນແລ້ວ ຊຸມຊົນອິດສະຣາເອນຈະຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ມາຖວາຍເພື່ອເປັນການລຶບລ້າງບາບ. ພວກເຂົາຈະຕ້ອງນຳງົວນັ້ນມາຕໍ່ໜ້າຫໍເຕັນບ່ອນຊຸມນຸມ. |
|
| 15 |
|
| ບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະຂ້າປາດຄໍຢູ່ຕໍ່ໜ້າພຣະເຈົ້າຢາເວ. |
|
| 16 |
|
| ປະໂຣຫິດຜູ້ໄດ້ຮັບການເຈີມຈະເອົາເລືອດບາງສ່ວນເຂົ້າໄປທາງໃນຫໍເຕັນບ່ອນຊຸມນຸມ; |
|
| 17 |
|
| ເພິ່ນຈະໃຊ້ນິ້ວມືຈຸ່ມລົງໃນເລືອດ ແລະຊິດເລືອດນັ້ນໃສ່ທາງໜ້າຜ້າກັ້ງສັກສິດເຈັດເທື່ອຕໍ່ໜ້າພຣະເຈົ້າຢາເວ. |
|
| 18 |
|
| ເພິ່ນຈະຕ້ອງເອົາເລືອດບາງສ່ວນ ທາໃສ່ເຂົາທັງຫລາຍຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະຖອກເລືອດທີ່ເຫຼືອນັ້ນໃສ່ຕີນແທ່ນທີ່ໃຊ້ເຜົາບູຊາ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນບ່ອນຊຸມນຸມ. |
|
| 19 |
|
| ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມກໍຈະເອົາໄຂມັນທັງໝົດອອກ ໄປເຜົາເທິງແທ່ນບູຊາ. |
|
| 20 |
|
| ເພິ່ນຈະເຮັດຢ່າງດຽວກັນກັບງົວ ທີ່ຖວາຍເພື່ອລຶບລ້າງບາບຂອງຕົນ ແລະໂດຍພິທີນີ້ ເພິ່ນຈະຕ້ອງຖວາຍບູຊາລຶບລ້າງບາບແກ່ປະຊາຊົນ ແລະປະຊາຊົນກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 21 |
|
| ຕໍ່ມາ ເພິ່ນຈະເອົາງົວທີ່ໄດ້ຄົວແລ້ວທັງໂຕນັ້ນ ຫາມອອກໄປເຜົານອກຄ້າຍ ເໝືອນດັ່ງເຜົາງົວທີ່ໄດ້ຖວາຍເພື່ອລຶບລ້າງບາບຂອງຕົນ. ອັນນີ້ແມ່ນການຖວາຍ ເພື່ອລຶບລ້າງບາບຂອງຊຸມຊົນ. |
|
| 22 |
|
| ຖ້າຜູ້ປົກຄອງຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ |
|
| 23 |
|
| ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. |
|
| 24 |
|
| ລາວຈະຕ້ອງວາງມືລົງເທິງຫົວສັດ ແລະປາດຄໍສັດນັ້ນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວ. |
|
| 25 |
|
| ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດນັ້ນ ແລະທາມັນໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ສ່ວນເລືອດທີ່ເຫຼືອ ໃຫ້ເພິ່ນຖອກໃສ່ຕີນແທ່ນນັ້ນ. |
|
| 26 |
|
| ແລ້ວເພິ່ນກໍຈະເຜົາໄຂມັນທັງໝົດ ດັ່ງເຜົາໄຂມັນສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງຜູ້ປົກຄອງ ແລະຜູ້ປົກຄອງນັ້ນກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 27 |
|
| ຖ້າຄົນສາມັນທຳມະດາຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ |
|
| 28 |
|
| ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ແມ່ໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. |
|
| 29 |
|
| ລາວຈະຕ້ອງວາງມືລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເຜົາຖວາຍບູຊາດ້ວຍໄຟ. |
|
| 30 |
|
| ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດສັດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອໃສ່ຕີນຂອງແທ່ນນັ້ນ. |
|
| 31 |
|
| ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 32 |
|
| ຖ້າຊາຍຄົນໜຶ່ງນຳແກະມາຖວາຍເປັນພິທີລຶບລ້າງບາບ ຕ້ອງໃຫ້ເປັນແກະແມ່ທີ່ມີສຸຂະພາບດີແລະບໍ່ມີຕຳໜິ. |
|
| 33 |
|
| ລາວຈະຕ້ອງວາງມືລົງເທິງຫົວສັດນັ້ນ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາດ້ວຍໄຟ. |
|
| 34 |
|
| ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນນັ້ນ. |
|
| 35 |
|
| ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງແກະທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະປະໂຣຫິດກໍຈະເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາດ້ວຍໄຟ ເປັນການຖວາຍອາຫານແກ່ພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
|
|
|