|
| 1 |
|
| ການຖວາຍລຶບລ້າງບາບທີ່ຮຽກຮ້ອງເອົາເຄື່ອງບູຊານັ້ນ ແມ່ນຕາມກໍລະນີດັ່ງຕໍ່ໄປນີ້: ຖ້າຜູ້ໜຶ່ງຖືກສານເອີ້ນໄປໃຫ້ການ ແລະບໍ່ຍອມບອກເລື່ອງທີ່ຕົນໄດ້ຮູ້ ໄດ້ເຫັນ ແລະໄດ້ຍິນ, ລາວຕ້ອງໄດ້ຮັບໂທດໃນຖານຜູ້ກະທຳຜິດ. |
|
| 2 |
|
| ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນຊາກສັດຕາຍ; ລາວກໍເປັນມົນທິນແລະມີຄວາມຜິດ. |
|
| 3 |
|
| ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ. |
|
| 4 |
|
| ຖ້າຜູ້ໜຶ່ງເຜີຕົວກ່າວສາບານ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ. |
|
| 5 |
|
| ເມື່ອບຸກຄົນໜຶ່ງກະທຳຜິດ ລາວຕ້ອງສາລະພາບບາບຂອງຕົນ |
|
| 6 |
|
| ແລະເພື່ອເປັນການໄຖ່ໂທດສຳລັບບາບນັ້ນ ລາວຕ້ອງນຳແກະແມ່ຫລືແບ້ແມ່ໂຕໜຶ່ງ ມາຖວາຍແກ່ພຣະເຈົ້າຢາເວ. ປະໂຣຫິດຈະເປັນຜູ້ຖວາຍບູຊາເພື່ອລຶບລ້າງບາບຂອງລາວ. |
|
| 7 |
|
| ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍແກະຫລືແບ້ໂຕໜຶ່ງໄດ້ ຕ້ອງໃຫ້ລາວນຳນົກກາງແກຫລືນົກເຂົາສອງໂຕ ມາຖວາຍແກ່ພຣະເຈົ້າຢາເວ ເປັນຄ່າຊົດໃຊ້ບາບຂອງຕົນຄື: ໂຕໜຶ່ງຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງເພື່ອເຜົາຖວາຍບູຊາດ້ວຍໄຟ. |
|
| 8 |
|
| ລາວຈະຕ້ອງນຳນົກເຫຼົ່ານັ້ນມາໃຫ້ປະໂຣຫິດ ຜູ້ທີ່ຈະເຮັດພິທີລຶບລ້າງບາບກ່ອນ. ລາວຈະຫັກຄໍນົກບໍ່ໃຫ້ຂາດຈາກໂຕ, |
|
| 9 |
|
| ແລະຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາ. ສ່ວນເລືອດທີ່ເຫຼືອນັ້ນ ບີບໃຫ້ມັນໄຫລໃສ່ຕີນແທ່ນ. ອັນນີ້ ແມ່ນພິທີຖວາຍລຶບລ້າງບາບ. |
|
| 10 |
|
| ແລ້ວລາວກໍຈະເຜົານົກໂຕທີສອງຖວາຍບູຊາຕາມລະບຽບການ. ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 11 |
|
| ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍນົກກາງແກຫລືນົກເຂົາສອງໂຕໄດ້ ຕ້ອງໃຫ້ລາວນຳແປ້ງໜຶ່ງກິໂລກຼາມ ມາຖວາຍເປັນການລຶບລ້າງບາບ. ລາວບໍ່ຕ້ອງເອົານໍ້າມັນໝາກກອກເທດ ຫລືເຄື່ອງຫອມໃສ່ໃນແປ້ງນັ້ນ ເພາະວ່າແມ່ນການຖວາຍລຶບລ້າງບາບ ແລະບໍ່ແມ່ນການຖວາຍພືດຜົນເປັນເມັດ. |
|
| 12 |
|
| ລາວຕ້ອງນຳແປ້ງເຂົ້າມາໃຫ້ປະໂຣຫິດ ຜູ້ທີ່ຈະກຳເອົາແປ້ງເຕັມກຳ ອັນເປັນເຄື່ອງໝາຍສະແດງວ່າໄດ້ຖວາຍດ້ວຍໄຟແກ່ພຣະເຈົ້າຢາເວແລ້ວ ແລະປະໂຣຫິດກໍຈະເຜົາແປ້ງກຳນັ້ນ ເທິງແທ່ນບູຊາເປັນພິທີຖວາຍອາຫານ. |
|
| 13 |
|
| ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. ສ່ວນແປ້ງເຂົ້າທີ່ເຫຼືອຈະເປັນຂອງປະໂຣຫິດ ເໝືອນກັນກັບກໍລະນີຖວາຍພືດຜົນເປັນເມັດ. |
|
| 14 |
|
| ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ. |
|
| 15 |
|
| ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ຍ້ອນລືມຊຳລະສິ່ງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ ໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ແທນຄືນຫລັງໃຫ້ພຣະອົງ ລາວຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. |
|
| 16 |
|
| ລາວຕ້ອງຈ່າຍສິ່ງທີ່ຍັງຄ້າງຢູ່ນັ້ນກ່ອນ ແລະຈ່າຍເພີ່ມອີກໜຶ່ງສ່ວນຫ້າເປັນຄ່າທົດແທນການຫລົງລືມ. ລາວຈະຕ້ອງຈ່າຍສິ່ງເຫຼົ່ານີ້ໃຫ້ແກ່ປະໂຣຫິດ ແລະປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 17 |
|
| ຖ້າຜູ້ໃດຜູ້ໜຶ່ງກະທຳບາບໂດຍບໍ່ຕັ້ງໃຈ ຄືຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງ ລາວມີຄວາມຜິດແລະຕ້ອງຮັບໂທດ. |
|
| 18 |
|
| ລາວຕ້ອງນຳແກະ ຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 19 |
|
| ອັນນີ້ ແມ່ນການຖວາຍ ເພື່ອຊົດໃຊ້ແທນຄືນຕໍ່ໜ້າພຣະເຈົ້າຢາເວ. |
|
|
|
|