|
| 1 |
|
| ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ. |
|
| 2 |
|
| ການຖວາຍບູຊານັ້ນໃຫ້ໃຊ້ບັງຄັບໃນກໍລະນີດັ່ງຕໍ່ໄປນີ້: ຖ້າຄົນໜຶ່ງຄົນໃດເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍບໍ່ຍອມຄືນສິ່ງຂອງທີ່ພີ່ນ້ອງອິດສະຣາເອນນຳມາຝາກ ຫລືໂດຍລັກເອົາສິ່ງໃດສິ່ງໜຶ່ງຈາກລາວ ຫລືສໍ້ໂກງລາວ |
|
| 3 |
|
| ຫລືໂດຍເວົ້າຕົວະ ແລະສາບານເຖິງສິ່ງທີ່ເສຍໄປນັ້ນວ່າຕົນບໍ່ເຫັນ. |
|
| 4 |
|
| ເມື່ອຊາຍຄົນໜຶ່ງໄດ້ເຮັດບາບ ບໍ່ວ່າກໍລະນີໃດໆທີ່ໄດ້ກ່າວມານີ້ ລາວຕ້ອງຈ່າຍຄ່າຊົດໃຊ້ແທນຄືນທຸກສິ່ງທີ່ຕົນໄດ້ມາໃນທາງທີ່ບໍ່ຖືກຕ້ອງນັ້ນ. ລາວຕ້ອງຈ່າຍແທນຄືນໃຫ້ເຈົ້າຂອງເຕັມຈຳນວນ ໃນມື້ທີ່ເຫັນວ່າຕົນເປັນຜູ້ຜິດແລະຕື່ມອີກຊາວເປີເຊັນ. |
|
| 5 |
|
|
|
| 6 |
|
| ລາວຈະຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາໃຫ້ປະໂຣຫິດເປັນການຖວາຍຊົດໃຊ້ແທນຄືນແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. |
|
| 7 |
|
| ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. |
|
| 8 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 9 |
|
| ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ. |
|
| 10 |
|
| ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ. |
|
| 11 |
|
| ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ. |
|
| 12 |
|
| ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ລຸກຢູ່ສະເໝີ ແລະຢ່າໃຫ້ມອດ. ທຸກໆເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະເຜົາໄຂມັນຖວາຍເພື່ອຄວາມສາມັກຄີທຳ. |
|
| 13 |
|
| ສ່ວນໄຟນັ້ນຕ້ອງໃຫ້ລຸກໄໝ້ທີ່ເທິງແທ່ນບູຊາຢູ່ສະເໝີ ແລະຢ່າປະໃຫ້ມອດເປັນເດັດຂາດ. |
|
| 14 |
|
| ລະບຽບການດັ່ງຕໍ່ໄປນີ້ ແມ່ນສຳລັບຖວາຍພືດຜົນເປັນເມັດ. ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະເປັນຜູ້ເຮັດພິທີຖວາຍພືດຜົນເປັນເມັດຕໍ່ໜ້າພຣະເຈົ້າຢາເວ ທາງດ້ານໜ້າຂອງແທ່ນບູຊາ. |
|
| 15 |
|
| ແລ້ວເພິ່ນກໍຈະເອົາແປ້ງກຳໜຶ່ງແລະນໍ້າມັນໝາກກອກເທດພ້ອມທັງເຄື່ອງຫອມ ໄປເຜົາທີ່ເທິງແທ່ນບູຊາເພື່ອເປັນເຄື່ອງໝາຍສະແດງວ່າ ທັງໝົດນັ້ນໄດ້ຖວາຍແລ້ວ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
|
| 16 |
|
| ພວກປະໂຣຫິດຈະກິນຂອງທີ່ເຫຼືອນັ້ນກໍໄດ້, |
|
| 17 |
|
| ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດຄື: ທີ່ເດີ່ນຂອງຫໍເຕັນບ່ອນຊຸມນຸມ. ເຮົາໄດ້ໃຫ້ເຄື່ອງທີ່ເຫຼືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ. |
|
| 18 |
|
| ທຸກຍຸກທຸກສະໄໝສືບໄປ ເຊື້ອສາຍອາໂຣນຜູ້ທີ່ເປັນເພດຊາຍຈະກິນສິ່ງນີ້ໄດ້ ຊຶ່ງເປັນສ່ວນໜຶ່ງຂອງອາຫານທີ່ຖວາຍແກ່ພຣະເຈົ້າຢາເວ. ຄົນອື່ນທີ່ແຕະຕ້ອງອາຫານທີ່ໄດ້ຖວາຍນັ້ນ ຈະໄດ້ຮັບອັນຕະລາຍຈາກຣິດອຳນາດແຫ່ງຄວາມສັກສິດ. |
|
| 19 |
|
| ພຣະເຈົ້າຢາເວໄດ້ມອບກົດບັນຍັດດັ່ງຕໍ່ໄປນີ້ໃຫ້ໂມເຊ |
|
| 20 |
|
| ສຳລັບການສະຖາປະນາປະໂຣຫິດຜູ້ທີ່ຖືກເຈີມສືບເຊື້ອສາຍມາຈາກອາໂຣນ. ໃນມື້ທີ່ລາວໄດ້ຮັບສະຖາປະນານັ້ນ ລາວຈະຕ້ອງຖວາຍແປ້ງເຂົ້າສອງກິໂລກຼາມແກ່ພຣະເຈົ້າຢາເວ (ຈຳນວນເທົ່າກັບການຖວາຍພືດຜົນເປັນເມັດປະຈຳວັນ) ຄື: ເຄິ່ງໜຶ່ງໃນຕອນເຊົ້າແລະອີກເຄິ່ງໜຶ່ງໃນຕອນແລງ. |
|
| 21 |
|
| ໃຫ້ປົນແປ້ງກັບນໍ້າມັນແລະປີ້ງເທິງເຫຼັກປີ້ງ ແລະຫັກເປັນຕ່ອນນ້ອຍໆ ຖວາຍເປັນເຄື່ອງບູຊາພືດຜົນເປັນເມັດ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
|
| 22 |
|
| ທຸກຍຸກທຸກສະໄໝສືບໄປ ການຖວາຍນີ້ໃຫ້ເປັນທີ່ຢຶດຖືໂດຍໃຫ້ທຸກໆຄົນໃນເຊື້ອສາຍຂອງອາໂຣນ ຜູ້ທີ່ຖືກເຈີມເປັນມະຫາປະໂຣຫິດ. ໃຫ້ເຜົາພືດຜົນເປັນເມັດທັງໝົດ ຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ. |
|
| 23 |
|
| ຢ່າໄດ້ກິນພືດຜົນເປັນເມັດສ່ວນໃດສ່ວນໜຶ່ງ ທີ່ປະໂຣຫິດໄດ້ເຮັດຖວາຍນັ້ນ; ໃຫ້ເຜົາສິ່ງເຫຼົ່ານັ້ນທັງໝົດ. |
|
| 24 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ |
|
| 25 |
|
| ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການນີ້ ສຳລັບຖວາຍເພື່ອລຶບລ້າງບາບ: ສັດທີ່ຈະຖວາຍເພື່ອລຶບລ້າງບາບນັ້ນ ຈະຕ້ອງຂ້າປາດຄໍຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດສຳລັບເຜົາບູຊາ. ອັນນີ້ແມ່ນເຄື່ອງຖວາຍທີ່ບໍຣິສຸດທີ່ສຸດ. |
|
| 26 |
|
| ປະໂຣຫິດຜູ້ເຮັດພິທີຖວາຍບູຊາ ຈະກິນຊີ້ນສັດນັ້ນໄດ້ໃນບ່ອນສັກສິດ ຄືໃນເດີ່ນຂອງຫໍເຕັນບ່ອນຊຸມນຸມ. |
|
| 27 |
|
| ຜູ້ໃດຜູ້ໜຶ່ງຫລືສິ່ງໃດສິ່ງໜຶ່ງທີ່ແຕະຕ້ອງຊີ້ນສັດ ຈະເປັນບໍຣິສຸດຈາກຣິດອຳນາດແຫ່ງຄວາມບໍຣິສຸດ. ຖ້າເຄື່ອງນຸ່ງຜືນໃດຖືກເລືອດສັດ ຕ້ອງໃຊ້ນໍ້າລ້າງເຄື່ອງນຸ່ງຜືນນັ້ນໃນບ່ອນບໍຣິສຸດ. |
|
| 28 |
|
| ໝໍ້ໜ່ວຍໃດທີ່ໃຊ້ຕົ້ມຊີ້ນແລ້ວຕ້ອງໃຫ້ທັບຖິ້ມ ແລະຖ້າໃຊ້ໝໍ້ໂລຫະຕົ້ມໃຫ້ຜັດຖູແລ້ວຈຶ່ງໃຊ້ນໍ້າລ້າງ. |
|
| 29 |
|
| ຜູ້ຊາຍທຸກໆຄົນທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ກິນຊີ້ນທີ່ໄດ້ຖວາຍແລ້ວນີ້ໄດ້; |
|
| 30 |
|
| ແຕ່ເຄື່ອງບູຊາໄຖ່ບາບທີ່ໄດ້ນຳເອົາເລືອດເຂົ້າໄປໃນຫໍເຕັນບ່ອນຊຸມນຸມໃນສະຖານທີ່ສັກສິດແລ້ວ ຢ່າໄດ້ກິນຊີ້ນສັດນັ້ນແຕ່ໃຫ້ເຜົາໄຟເສຍ. |
|
|
|
|