|
| 1 |
|
| ຕໍ່ໄປນີ້ແມ່ນຄຳທຳນວາຍຂອງໂອບາດີຢາ ຄືສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖິງຊົນຊາດເອໂດມ. ແລະສົ່ງຜູ້ນຳຂ່າວໄປຍັງຊົນຊາດທັງຫລາຍ ພວກເຮົາກໍໄດ້ຍິນຖ້ອຍຄຳຂອງພຣະອົງດັ່ງນີ້: ພວກເຂົາກ່າວແກ່ກັນແລະກັນວ່າ, “ຈົ່ງຕຽມພ້ອມ ໃຫ້ພວກເຮົາໄປເຮັດເສິກຕໍ່ສູ້ເອໂດມເທາະ.” |
|
| 2 |
|
| “ເຮົາຈະເຮັດໃຫ້ເຈົ້າອ່ອນກຳລັງ ທຸກໆຄົນຈະດູໝິ່ນປະໝາດເຈົ້າ. |
|
| 3 |
|
| ຄວາມອວດອົ່ງຂອງເຈົ້າໄດ້ລໍ້ລວງເຈົ້າເອງ ເມືອງເອກມີປ້ອມກຳແພງສ້າງດ້ວຍຫີນດານ; ເຮືອນຂອງເຈົ້າກໍຖືກສ້າງທີ່ເທິງພູເຂົາສູງທັງຫລາຍ ສະນັ້ນ ເຈົ້າຈຶ່ງຄິດວ່າ, ‘ໃຜຈະດຶງຂ້ອຍລົງໄດ້?’ |
|
| 4 |
|
| ເຖິງວ່າເຈົ້ານັ້ນສ້າງເຮືອນຂອງເຈົ້າຂຶ້ນມາ ສູງເທົ່າກັບຮັງຂອງນົກອິນຊີກໍຕາມ ເພື່ອໃຫ້ປາກົດເຫັນຄືວ່າຢູ່ທ່າມກາງດວງດາວ ເຖິງຢ່າງນັ້ນກໍຕາມ ເຮົາຈະດືງເຈົ້າລົງໃຫ້ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
|
| 5 |
|
| “ເມື່ອພວກຂີ້ລັກມາໃນຕອນກາງຄືນ ພວກເຂົາກໍລັກເອົາສິ່ງທີ່ພວກເຂົາຕ້ອງການເທົ່ານັ້ນ. ເມື່ອເກັບໝາກອະງຸ່ນຄົນກໍປະໄວ້ພຽງໜ້ອຍດຽວ ແຕ່ສັດຕູຂອງເຈົ້າ ໄດ້ກຳຈັດເຈົ້າໃຫ້ໝົດກ້ຽງ. |
|
| 6 |
|
| ພວກເຈົ້າຜູ້ທີ່ເປັນເຊື້ອສາຍຂອງເອຊາວເອີຍ ຊັບສົມບັດຂອງພວກເຈົ້າຖືກປຸ້ນໄປເສຍແລ້ວ. |
|
| 7 |
|
| ພັນທະມິດຂອງພວກເຈົ້າໄດ້ຫລອກລວງພວກເຈົ້າສາແລ້ວ; ພວກເຂົາໄດ້ໄລ່ໃຫ້ໜີຈາກດິນແດນຂອງພວກເຈົ້າເອງແລ້ວ. ປະຊາຊົນທີ່ເຄີຍຢູ່ຢ່າງສະຫງົບສຸກກັບພວກເຈົ້າ ມາບັດນີ້ ພວກເຂົາກໍໄດ້ຕີຊະນະພວກເຈົ້າສາແລ້ວ. ພວກເພື່ອນເຫຼົ່ານັ້ນທີ່ໄດ້ກິນເຂົ້າຮ່ວມກັນ ຕ່າງກໍໄດ້ຫ້າງແຮ້ວດັກຈັບພວກເຈົ້າ; ພວກເຂົາຕ່າງກໍໄດ້ເວົ້າກ່ຽວກັບເຈົ້າວ່າ, ‘ຄວາມຫລັກແຫລມທີ່ລາວມີນັ້ນໄປໃສໝົດ?’ |
|
| 8 |
|
| ພຣະເຈົ້າຢາເວກ່າວວ່າ ໃນມື້ນັ້ນ ເຮົາຈະລົງໂທດທັນຄົນຫລັກແຫລມ ໃນເອໂດມໃຫ້ໝົດສິ້ນຕາມເທິງພູຂອງພວກເຂົາ ແລະກຳຈັດສະຕິປັນຍາທັງໝົດຂອງພວກເຂົາ. |
|
| 9 |
|
| ພວກນັກຮົບຂອງເຕມານຈະສະທ້ານຢ້ານກົວ ແລະທະຫານທຸກຄົນໃນເອໂດມຈະຖືກຂ້າກ້ຽງ. |
|
| 10 |
|
| ຍ້ອນວ່າພວກເຈົ້າໄດ້ລັກແລະສັງຫານ ອ້າຍເອື້ອຍນ້ອງຂອງຕົນເອງ ຄືເຊື້ອສາຍຂອງຢາໂຄບ. ພວກເຈົ້າຈຶ່ງຈະຖືກທຳລາຍເຊັ່ນກັນ ຈະຖືກລົດກຽດສັກສີໃຫ້ສູນສິ້ນຕະຫລອດໄປ. |
|
| 11 |
|
| ພວກເຈົ້າຢືນຢູ່ຊື່ໆໃນມື້ທີ່ສັດຕູພັງປະຕູເມືອງຂອງພວກເຂົາ ຕ່າງກໍຊົ່ວກັນໝົດເທົ່າກັບຄົນຕ່າງຊາດເຫຼົ່ານັ້ນ ທີ່ໄດ້ຂົນຊັບສົມບັດໜີໄປຈາກນະຄອນເຢຣູຊາເລັມ ແລະໄດ້ແບ່ງປັນໃນທ່າມກາງພວກເຂົາເຈົ້າ. |
|
| 12 |
|
| ພວກເຈົ້າບໍ່ຄວນສົມນໍ້າໜ້າອ້າຍເອື້ອຍນ້ອງຂອງຕົນເອງ ຄືຊາວຢູດາທັງໝົດທີ່ໄດ້ຮັບເຄາະກຳນັ້ນ. ພວກເຈົ້າບໍ່ຄວນຊົມຊື່ນໃນມື້ທີ່ພວກເຂົາຫຼົ້ມຈົມ ພວກເຈົ້າບໍ່ຄວນຫຍໍ້ຫຍັນເມື່ອພວກເຂົາຖືກລຳບາກ. |
|
| 13 |
|
| ພວກເຈົ້າບໍ່ຄວນເຂົ້າໄປໃນເມືອງຄົນຂອງເຮົາ ເພື່ອສົມນໍ້າໜ້າຄວາມທົນທຸກຂອງພວກເຂົາເຈົ້າ ແລະພາກັນຢຶດເອົາຄວາມຮັ່ງມີຂອງພວກເຂົາໄປ ໃນມື້ທີ່ພວກເຂົາໄດ້ຮັບຄວາມພິນາດ. |
|
| 14 |
|
| ພວກເຈົ້າບໍ່ຄວນຢືນຢູ່ທີ່ສີ່ແຍກຖະໜົນຫົນທາງ ເພື່ອຈັບກຸມເອົາຜູ້ທີ່ພະຍາຍາມປົບໜີໄປນັ້ນ. ພວກເຈົ້າບໍ່ຄວນຈັບພວກເຂົາສົ່ງໄປໃຫ້ພວກສັດຕູ ໃນມື້ທີ່ພວກເຂົາໄດ້ຮັບຄວາມທົນທຸກ. |
|
| 15 |
|
| ວັນຂອງພຣະເຈົ້າຢາເວກໍຫຍັບເຂົ້າມາໃກ້ແລ້ວ ທີ່ຈະຕັດສິນໝົດທຸກຊົນຊາດ. ເອໂດມເອີຍ ສິ່ງທີ່ເຈົ້າໄດ້ເຮັດແກ່ພວກເຂົາສັນໃດ ກໍຈະຖືກເຮັດໃຫ້ຄືນແກ່ເຈົ້າສັນນັ້ນ. ເຈົ້າໄດ້ໃຫ້ແກ່ພວກເຂົາສິ່ງໃດ ພວກເຂົາກໍຈະໃຫ້ຄືນແກ່ເຈົ້າສິ່ງນັ້ນ. |
|
| 16 |
|
| ປະຊາຊົນຂອງເຮົາໄດ້ດື່ມ ທີ່ເນີນພູສັກສິດຂອງເຮົາ ຈາກຈອກແຫ່ງການລົງໂທດອັນຂົມຂື່ນ. ແຕ່ໝົດທຸກຊົນຊາດທີ່ຢູ່ອ້ອມແອ້ມພວກເຂົາຄືກັນ ກໍຈະໄດ້ດື່ມຈອກອັນຂົມຂື່ນນັ້ນໜັກກວ່າ; ພວກເຂົາຈະພາກັນດື່ມຈາກຈອກນັ້ນຈົນໝົດ ແລະຕ່າງກໍຈະສະຫລາຍໄປຈົນໝົດສິ້ນ. |
|
| 17 |
|
| ແຕ່ບາງຄົນເຫຼືອຢູ່ທີ່ພູເຂົາຊີໂອນຈະໄດ້ພົ້ນໄພ ທີ່ນັ້ນຈະໄດ້ເປັນສະຖານທີ່ສັກສິດທີ່ສຸດແທ້ໆ. ປະຊາຊົນຂອງຢາໂຄບຈະໄດ້ເປັນກຳມະສິດ ດິນແດນທີ່ເປັນຂອງພວກເຂົາຕາມສິດທິທີ່ພວກເຂົາມີຢູ່. |
|
| 18 |
|
| ຄົນຂອງຢາໂຄບແລະໂຢເຊັບຈະເປັນດັ່ງໄຟ ຈະທຳລາຍຄົນຂອງເອຊາວດັ່ງໄຟໄໝ້ເຟືອງແຫ້ງ. ເຊື້ອສາຍເອຊາວຈະບໍ່ມີຜູ້ໃດໄດ້ລອດຊີວິດຢູ່.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. |
|
| 19 |
|
| ຄົນຈາກພາກໃຕ້ຢູດາຍຈະເຂົ້າຄອບຄອງເອໂດມ ຄົນຈາກຕີນພູພາກຕາເວັນຕົກຈະຢຶດຟີລິດສະຕິນໄດ້ ຊາວອິດສະຣາເອນຈະໄດ້ເປັນກຳມະສິດດິນແດນ ຂອງເອຟຣາອິມແລະຊາມາເຣຍດ້ວຍ; ປະຊາຊົນຊາວເບັນຢາມິນກໍເຊັ່ນກັນ ຈະຢຶດຄອງເຂດແດນກີເລອາດ. |
|
| 20 |
|
| ຈາກທິດເໜືອກອງທັບຂອງພວກທີ່ຖືກຈັບໄປ ຈະຕ່າວກັບຄືນມາສູ່ດິນແດນອີກ; ພວກເຂົາຈະຕີຊະນະໂຟນີເຊຍ ແລະພາກເໜືອສຸດຂອງຊາເຣຟັດດ້ວຍ. ພວກທີ່ໄດ້ຖືກຈັບໄປຈາກນະຄອນເຢຣູຊາເລັມ ຄືພວກທີ່ໄດ້ອາໄສຢູ່ໃນເມືອງຊາກດິດນັ້ນ ພວກເຂົາຈະໂຈມຕີເມືອງເລັກເມືອງນ້ອຍທັງຫລາຍ ທີ່ຢູ່ໃນດິນແດນຢູດາຍທາງເຂດພາກໃຕ້ຄືເນເກັບ. |
|
| 21 |
|
| ພວກຜູ້ຊາຍທີ່ມີໄຊຊະນະຂອງເຢຣູຊາເລັມ ພວກເຂົາຈະໂຈມຕີເອົາເອໂດມໄດ້ ແລະທັງຈະປົກຄອງພວກເຂົາຄືກັນ ແລະອານາຈັກຈະເປັນຂອງພຣະເຈົ້າຢາເວ. |
|
|
|
|