Lao ພຣະຄຳພີສັກສິ 2012
|
| 1 |
| ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາຄັ້ງທີສອງ |
| 2 |
| ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.” |
| 3 |
| ດັ່ງນັ້ນ ໂຢນາຈຶ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະໄດ້ໄປນີເນເວ ເມືອງໃຫຍ່ທີ່ສຸດ ຊຶ່ງຕ້ອງໃຊ້ເວລາຍ່າງເຖິງສາມວັນ ຈຶ່ງຈະພົ້ນຕົວເມືອງ. |
| 4 |
| ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.” |
| 5 |
| ປະຊາຊົນໃນເມືອງນີເນເວເຊື່ອຟັງຖ້ອຍຄຳຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງຕັດສິນໃຈໃຫ້ທຸກຄົນ ບໍ່ວ່າຄົນຊັ້ນສູງຫລືຄົນຊັ້ນຕໍ່າ ຕ້ອງອົດອາຫານ ແລະນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ເພື່ອສະແດງວ່າພວກເຂົາສຳນຶກຜິດແລ້ວ. |
| 6 |
| ເມື່ອກະສັດນີເນເວໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງແກ້ເຄື່ອງກະສັດອອກ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າແລະນັ່ງເທິງຂີ້ເຖົ່າ. |
| 7 |
| ເພິ່ນໄດ້ປະກາດໃຫ້ປະຊາຊົນຢູ່ໃນເມືອງນີເນເວຮູ້ທົ່ວເຖິງກັນວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຈາກກະສັດແລະບັນດາຂ້າຣາຊການຂອງເພິ່ນ: ຢ່າໃຫ້ຜູ້ໃດກິນຫຍັງເລີຍ; ຊາວເມືອງທຸກຄົນ ຝູງງົວ ແລະຝູງແກະທຸກໂຕ ຫ້າມກິນຫລືດື່ມສິ່ງໃດໆທັງນັ້ນ. |
| 8 |
| ປະຊາຊົນທຸກຄົນ ແລະສັດທຸກໂຕ ຕ້ອງໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ທຸກຄົນຕ້ອງຕັ້ງໃຈພາວັນນາອະທິຖານຫາພຣະເຈົ້າ ແລະຕ້ອງເລີກປະພຶດການຊົ່ວແລະເຊົາເຮັດການໂຫດຮ້າຍຂອງຕົນສາ. |
| 9 |
| ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະພວກເຮົາຈະບໍ່ຕາຍ.” |
| 10 |
| ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈແລະບໍ່ລົງໂທດພວກເຂົາ ຕາມທີ່ພຣະອົງໄດ້ກ່າວຂູ່ໄວ້. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/jonah/003.mp3
4
3