|
| 1 |
|
| ໂຢນາຄຽດແລະບໍ່ພໍໃຈຫລາຍທີ່ສຸດໃນເລື່ອງນີ້. |
|
| 2 |
|
| ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ. |
|
| 3 |
|
| ແຕ່ບັດນີ້ ພຣະເຈົ້າຢາເວເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.” |
|
| 4 |
|
| ແຕ່ພຣະເຈົ້າຢາເວຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍ?” |
|
| 5 |
|
| ໂຢນາໄດ້ອອກໄປຈາກເມືອງທາງທິດຕາເວັນອອກ ແລະນັ່ງລົງ. ເພິ່ນເຮັດບ່ອນຊົ້ນສຳລັບເພິ່ນເອງ ແລະນັ່ງຢູ່ໃຕ້ຮົ່ມຂອງບ່ອນຊົ້ນນັ້ນ ໂດຍລໍຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນກັບເມືອງນີເນເວ. |
|
| 6 |
|
| ແລ້ວພຣະເຈົ້າຢາເວ ພຣະເຈົ້າກໍໄດ້ບັນດານ ໃຫ້ຕົ້ນໄມ້ເກີດຂຶ້ນສູງກວ່າໂຢນາ ໃຫ້ເພິ່ນໄດ້ຊົ້ນຮົ່ມ ເພື່ອເພິ່ນຈະໄດ້ຢູ່ສະບາຍຫລາຍຂຶ້ນ. ໂຢນາດີໃຈຫລາຍທີ່ສຸດນຳຕົ້ນໄມ້ນັ້ນ. |
|
| 7 |
|
| ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ຕາມຄຳສັ່ງຂອງພຣະເຈົ້າ ດ້ວງໂຕໜຶ່ງໄດ້ກັດກິນຕົ້ນໄມ້ນັ້ນ ແລະມັນກໍໄດ້ຫ່ຽວແຫ້ງຕາຍໄປ. |
|
| 8 |
|
| ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າກໍບັນດານໃຫ້ລົມຮ້ອນພັດມາແຕ່ທາງທິດຕາເວັນອອກ ແລະໂຢນາເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.” |
|
| 9 |
|
| ແຕ່ພຣະເຈົ້າໄດ້ກ່າວຕໍ່ໂຢນາວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍໃຫ້ຕົ້ນໄມ້ນີ້?” ໂຢນາຕອບພຣະເຈົ້າວ່າ, “ຂ້ານ້ອຍມີສິດທຸກຢ່າງທີ່ຈະໂກດຮ້າຍ ໂກດຮ້າຍຈົນຂ້ານ້ອຍຕາຍໄປ.” |
|
| 10 |
|
| ແຕ່ພຣະເຈົ້າຢາເວໄດ້ກ່າວວ່າ, “ຕົ້ນໄມ້ນີ້ໃຫຍ່ຂຶ້ນພຽງຄືນດຽວເທົ່ານັ້ນ ແລະໄດ້ຫ່ຽວແຫ້ງຕາຍໄປໃນມື້ຕໍ່ມາ; ເຈົ້າບໍ່ໄດ້ເຮັດຫຍັງເພື່ອມັນ ແລະບໍ່ໄດ້ເຮັດໃຫ້ມັນໃຫຍ່ຂຶ້ນ, ແຕ່ເຈົ້າພັດຮູ້ສຶກເສຍດາຍມັນ. |
|
| 11 |
|
| ແລ້ວເຮົາກໍສົມຄວນມີຄວາມເມດຕາຕໍ່ນີເນເວເມືອງໃຫຍ່ນີ້ ຫລາຍກວ່າມັນເທົ່າໃດ. ຈົ່ງພິຈາລະນາເບິ່ງໃຫ້ດີ ເມືອງນີ້ມີເດັກນ້ອຍທີ່ບໍ່ຮູ້ດຽງສາຫຼາຍກວ່າແສນສອງໝື່ນຄົນ ແລະມີສັດລ້ຽງເປັນຈຳນວນຫລວງຫລາຍອີກດ້ວຍ.” |
|
|
|
|