|
| 1 |
|
| ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ. |
|
| 2 |
|
| ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ. |
|
| 3 |
|
| ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາກຳລັງວາງແຜນນຳໄພພິບັດມາສູ່ພວກເຈົ້າ ແລະພວກເຈົ້າຈະຫລົບຫລີກໄປບໍ່ໄດ້. ພວກເຈົ້າກຳລັງນຳຄວາມເດືອດຮ້ອນມາສູ່ພວກເຈົ້າເອງ ແລະຕໍ່ໄປ ພວກເຈົ້າຈະບໍ່ໄດ້ຍ່າງຢ່າງອວດອົ່ງທະນົງຕົວອີກຕໍ່ໄປ. |
|
| 4 |
|
| ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’ |
|
| 5 |
|
| ເພາະສະນັ້ນ ເມື່ອເວລາມາເຖິງສຳລັບດິນແດນທີ່ຈະຖືກມອບຄືນ ໃຫ້ແກ່ປະຊາຊົນຂອງພຣະເຈົ້າຢາເວຈະບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄດ້ຮັບສ່ວນແບ່ງ. |
|
| 6 |
|
| ປະຊາຊົນກ່າວໃສ່ຂ້າພະເຈົ້າ ແລະເວົ້າວ່າ, “ຢ່າສູ່ເທດສະໜາໃຫ້ພວກເຮົາຟັງເລີຍ. ຢ່າສູ່ສັ່ງສອນພວກເຮົາເຖິງເລື່ອງເຫຼົ່ານັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາອັບອາຍຂາຍໜ້າດອກ. |
|
| 7 |
|
| ເຈົ້າຄິດວ່າປະຊາຊົນອິດສະຣາເອນຖືກສາບແຊ່ງຊັ້ນບໍ? ພຣະເຈົ້າຢາເວໝົດຄວາມອົດທົນແລ້ວຫລື? ພຣະອົງຈະເຮັດສິ່ງເຫຼົ່ານັ້ນແທ້ບໍ? ພຣະອົງຈະບໍ່ກ່າວຕໍ່ຜູ້ທີ່ເຮັດຖືກຕ້ອງ ຢ່າງເມດຕາປານີດອກຫລື?” |
|
| 8 |
|
| ອົງພຣະຜູ້ເປັນເຈົ້າຕອບຄືນວ່າ, “ພວກເຈົ້າໂຈມຕີປະຊາຊົນຂອງເຮົາ ຄືກັບວ່າພວກເຂົາເປັນສັດຕູ. ພວກຜູ້ຊາຍທີ່ກັບມາແຕ່ສະໜາມຮົບ ກໍຄິດວ່າທີ່ເຮືອນຕົນປອດໄພແລ້ວ, ແຕ່ພວກເຈົ້າຊໍ້າພັດລໍຄອຍຢູ່ທີ່ນັ້ນ ເພື່ອລັກເອົາແມ່ນແຕ່ເສື້ອຊັ້ນນອກຂອງພວກເຂົາໄປ. |
|
| 9 |
|
| ພວກເຈົ້າໄດ້ຂັບໄລ່ຜູ້ຍິງທີ່ເປັນປະຊາຊົນຂອງເຮົາໃຫ້ອອກຈາກເຮືອນອັນຜາສຸກຂອງພວກເຂົາ ແລະພວກເຈົ້າໄດ້ເອົາກຽດສັກສີໜີໄປຕະຫລອດ ຄືກຽດສັກສີທີ່ເຮົາໄດ້ມອບໃຫ້ພວກລູກຂອງພວກເຂົານັ້ນ. |
|
| 10 |
|
| ຈົ່ງລຸກຂຶ້ນ ແລະໜີໄປສາ; ຢູ່ໃນທີ່ນີ້ ບໍ່ມີບ່ອນປອດໄພອີກແລ້ວ. ການບາບຂອງພວກເຈົ້າໄດ້ນຳເຄາະກຳມາສູ່ບ່ອນນີ້ໃຫ້ພິນາດໄປ. |
|
| 11 |
|
| ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’ |
|
| 12 |
|
| ແຕ່ເຮົາຈະນຳພວກເຈົ້າມາເຕົ້າໂຮມກັນ ຄືພວກເຈົ້າຜູ້ເປັນປະຊາຊົນອິດສະຣາເອນທັງໝົດທີ່ຍັງເຫລືອຢູ່. ເຮົາຈະນຳພວກເຈົ້າເຂົ້າມາເຕົ້າໂຮມກັນ ເໝືອນດັ່ງຝູງແກະກັບຄືນມາສູ່ຄອກ. ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍຝູງຄົນອີກເທື່ອໜຶ່ງ ເໝືອນຝູງແກະຢູ່ໃນທົ່ງຫຍ້າ.” |
|
| 13 |
|
| ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະນຳພວກເຂົາອອກຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະຈະປົບໜີໄປຢ່າງອິດສະຫລະ. ພຣະເຈົ້າຢາເວເອງ ຜູ້ເປັນກະສັດຂອງພວກເຂົາຈະນຳພາພວກເຂົາອອກໄປ. |
|
|
|
|