|
| 1 |
|
| ຈົ່ງຟັງເດີ ບັນດາຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າຄວນຈະຫ່ວງໃຍເຖິງຄວາມຍຸດຕິທຳ |
|
| 2 |
|
| ແຕ່ພວກເຈົ້າຊໍ້າພັດກຽດຊັງຄວາມດີ ແລະຮັກຄວາມຊົ່ວ. ພວກເຈົ້າຂູດເນື້ອເຖືອໜັງປະຊາຊົນຂອງເຮົາທັງເປັນ. |
|
| 3 |
|
| ພວກເຈົ້າກືນກິນປະຊາຊົນຂອງເຮົາ. ພວກເຈົ້າລອກໜັງຂອງພວກເຂົາອອກຫັກກະດູກຂອງພວກເຂົາ ແລະຕັດເປັນຕ່ອນໆເໝືອນຊີ້ນຢູ່ໃນໝໍ້. |
|
| 4 |
|
| ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາພຣະເຈົ້າຢາເວ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄຳພາວັນນາອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ. |
|
| 5 |
|
| ພຣະເຈົ້າຢາເວກ່າວຕໍ່ບັນດາຜູ້ທຳນວາຍເຫຼົ່ານີ້ວ່າ, “ປະຊາຊົນຂອງເຮົາໄດ້ຖືກພວກຜູ້ທຳນວາຍຫລອກລວງ ຄືພວກເຂົາສັນຍາແກ່ຄົນທີ່ຈ່າຍເງິນແກ່ຕົນໃຫ້ມີສັນຕິພາບ ແຕ່ນາບຂູ່ຜູ້ທີ່ບໍ່ຈ່າຍເງິນແກ່ຕົນໃຫ້ພົບພໍ້ໄພສົງຄາມ. |
|
| 6 |
|
| ເພາະສະນັ້ນ ພວກຜູ້ທຳນວາຍເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກຳລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການທຳນວາຍອີກຕໍ່ໄປ ແລະພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ. |
|
| 7 |
|
| ຜູ້ໃດທີ່ກ່າວລ່ວງໜ້າເຖິງອະນາຄົດ ຜູ້ນັ້ນກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ ເພາະຄວາມຫລົ້ມເຫລວຂອງຕົນ. ທຸກຄົນໃນພວກເຂົາຈະເສຍກຽດ ເພາະພຣະເຈົ້າບໍ່ຕອບພວກເຂົາ.” |
|
| 8 |
|
| ແຕ່ສຳລັບຂ້າພະເຈົ້າແລ້ວ ພຣະເຈົ້າຢາເວໃຫ້ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານ ຕະຫລອດທັງຣິດອຳນາດຂອງພຣະອົງ ແລະພຣະອົງໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈໃນຄວາມຍຸດຕິທຳ ແລະມີຄວາມກ້າຫານເພື່ອບອກປະຊາຊົນອິດສະຣາເອນວ່າ ແມ່ນຫຍັງຄືການບາບຂອງພວກເຂົາ. |
|
| 9 |
|
| ຈົ່ງຟັງຂ້າພະເຈົ້າເທີ້ນ ບັນດາຜູ້ນຳຊາດອິດສະຣາເອນເອີຍ ພວກເຈົ້າທີ່ກຽດຊັງຄວາມຍຸດຕິທຳແລະປ່ຽນຖືກໃຫ້ເປັນຜິດ. |
|
| 10 |
|
| ພວກເຈົ້າກຳລັງສ້າງນະຄອນເຢຣູຊາເລັມ ນະຄອນຂອງພຣະເຈົ້າ ຢູ່ເທິງພື້ນຖານແຫ່ງຄາດຕະກຳແລະຄວາມອະຍຸດຕິທຳ. |
|
| 11 |
|
| ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.” |
|
| 12 |
|
| ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ. |
|
|
|
|