|
| 1 |
|
| ໃນຍຸກຈະມາເຖິງພູໜ່ວຍທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ອາໄສ ຈະສູງກວ່າພູໜ່ວຍໃດໆ ທີ່ຕັ້ງຢູ່ທີ່ນັ້ນ. ພູໜ່ວຍນັ້ນ ຈະຢູ່ສູງກວ່າບັນດາພູເຂົາທັງປວງ ຫລາຍໆຊົນຊາດຈະຫລັ່ງໄຫລມາສູ່ພູໜ່ວຍນີ້. |
|
| 2 |
|
| ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.” |
|
| 3 |
|
| ພຣະອົງຈະໄກ່ເກ່ຍນາໆຊາດທີ່ຜິດຖຽງກັນ ທ່າມກາງມະຫາອຳນາດທີ່ຢູ່ໄກແລະຢູ່ໃກ້. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕັດກິ່ງໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ. |
|
| 4 |
|
| ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ. |
|
| 5 |
|
| ແຕ່ລະຊົນຊາດຕ່າງກໍຂາບໄຫວ້ແລະເຊື່ອຟັງນາມພະຂອງຕົນ, ແຕ່ພວກເຮົາຈະນະມັດສະການແລະເຊື່ອຟັງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ. |
|
| 6 |
|
| ພຣະເຈົ້າຢາເວກ່າວວ່າ, “ເວລານັ້ນກຳລັງມາເຖິງ ເມື່ອເຮົາຈະເຕົ້າໂຮມປະຊາຊົນທີ່ເຮົາໄດ້ລົງໂທດ ຄືພວກທີ່ໄດ້ທົນທຸກທໍລະມານ ເພາະຕົກເປັນຊະເລີຍໃນຕ່າງຖິ່ນ. |
|
| 7 |
|
| ພວກເຂົາເປັນຄົນຂາພິການ ແລະຢູ່ຫ່າງໄກຈາກເຮືອນ, ແຕ່ເຮົາຈະເຮັດໃຫ້ພວກເຂົາເລີ່ມຕົ້ນໃໝ່ຈາກພວກທີ່ຍັງເຫລືອຢູ່ ແລະພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່. ພຣະເຈົ້າຢາເວຈະປົກຄອງພວກເຂົາທີ່ພູເຂົາຊີໂອນ ແຕ່ເວລານັ້ນຈົນຕະຫລອດໄປເປັນນິດ.” |
|
| 8 |
|
| ນະຄອນເຢຣູຊາເລັມເອີຍ ເຈົ້າເປັນບ່ອນທີ່ພຣະເຈົ້າເຝົ້າເບິ່ງປະຊາຊົນຂອງພຣະອົງ ເໝືອນດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ເຝົ້າເບິ່ງຝູງແກະຂອງຕົນຢູ່ເທິງຫໍຄອຍ; ເຈົ້າຈະເປັນເມືອງເອກແຫ່ງຣາຊອານາຈັກອີກເທື່ອໜຶ່ງ ທີ່ເຈົ້າໄດ້ເຄີຍເປັນມາແລ້ວ. |
|
| 9 |
|
| ເປັນຫຍັງເຈົ້າຈຶ່ງຮ້ອງສຽງແຮງແທ້? ເປັນຫຍັງເຈົ້າຈຶ່ງເຈັບປວດເໝືອນຍິງທີ່ກຳລັງອອກລູກ? ບໍ່ແມ່ນເຈົ້າບໍ່ມີກະສັດປົກຄອງບໍ? ບັນດາທີ່ປຶກສາຂອງພວກເຈົ້າເດ ຕາຍໝົດແລ້ວບໍ? |
|
| 10 |
|
| ປະຊາຊົນເຢຣູຊາເລັມເອີຍ ຈົ່ງບິດຕົວຮ້ອງຄວນຄາງ ດັ່ງຍິງທີ່ກຳລັງອອກລູກສາ ເພາະວ່າບັດນີ້ພວກເຈົ້າຈະຕ້ອງໜີຈາກເມືອງນີ້ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປທີ່ນະຄອນບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ພຣະເຈົ້າຢາເວຈະຊົງໄຖ່ພວກເຈົ້າໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງເຈົ້າ. |
|
| 11 |
|
| ມີຫລາຍຊົນຊາດໄດ້ເຕົ້າໂຮມກັນເພື່ອໂຈມຕີພວກເຈົ້າ ເຂົາເວົ້າວ່າ, “ນະຄອນເຢຣູຊາເລັມຕ້ອງຖືກທຳລາຍ ພວກເຮົາຈະໄດ້ເຫັນເມືອງນີ້ຮົກຮ້າງເພພັງ.” |
|
| 12 |
|
| ແຕ່ຊົນຊາດເຫຼົ່ານີ້ບໍ່ຮູ້ຈັກຄວາມຄິດຂອງພຣະເຈົ້າຢາເວ ພວກເຂົາສຳນຶກບໍ່ໄດ້ເລີຍວ່າ ພຣະອົງໄດ້ວາງແຜນທ້ອນໂຮມ ເພື່ອເອົາພວກເຂົາມາລົງໂທດ ເຊັ່ນດຽວກັບໂຮມເອົາມັດເຂົ້າມາຟາດໃນລານ. |
|
| 13 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.” |
https://beblia.bible:81/BibleAudio/lao2012/micah/004.mp3
7
4